ຄູ່ມືແນະນຳ ແລະ ການນຳໃຊ້ແນວພັນເຂົ້າເມືອງໄຊ 1((Meunq Xay 1)

ແນວພັນເຂົ້າເມືອງໄຊ 1 ຫຼື ສາພັນ TDK 10493-B-B-5-2- 1 ແມ່ນໄດ້ຈາກການປັບປຸງພັນດ້ວຍການປະສົມພັນລະຫວ່າງ ແນວພັນທ່າດອກຄຳ 11 ກັບ Til 4 (1R84639-7-97-6-6-2-2-4-2-2-2- B (lntrogression .line, yieldpromising at I RRI)) ໃຊ້ຮູບແບບປະສົມພັນແບບດ່ຽວເຊິ່ງແມ່ນປະສົມຢູ່ສູນຜະລິດແນວພັນເຂົ້າ, ສະຖາບັນຄົ້ນຄວ້າກະສິກຳ,ປ່າໄມ້ ແລະ ພັດທະນາຊົນນະບົດ, ຈາກນັ້ນໄດ້ນຳໄປທົດລອງຢູ່ໂຮງຮຽນຊາວນາກຸ່ມບ້ານລ້ອງຢາ ເມືອງໄຊ ແຂວງອຸດົມໄຊ ລະດູຝົນປີ 2019 ໄດ້ນຳເອົາສາຍພັນດັ່ງກ່າວໄປຄັດເລືອກໃນພື້ນທີ່ນາຂອງຊາວກະສິກອນ ບ້ານບໍ່, ບ້ານດອນແກ້ວ, ບ້ານນາໝີ ເມືອງໄຊ ແຂວງອຸດົມໄຊ ແລະ ຍັງໄດ້ແລກປ່ຽນກັບຊາວນາຈາກຕ່າງແຂວງ ໃນງານແລກປ່ຽນແນວພັນຢູ່ສູນຄົ້ນຄວ້າເຂົ້າປີ 2019. ໃນປີ 2021 ໄດ້ປູກຂະຫຍາຍເມັດ ແລະ ເອົາໄປປູກປຽບທຽບຜົນຜະລິດຢູ່ 18 ບ້ານໃນ 6 ແຂວງ(ແຂວງອຸດົມໄຊ, ຫຼວງພະບາງ, ໄຊຍະບູລີ, ວຽງຈັນ, ສາລະວັນ ແລະ ອັດຕະປື) ເຫັນວ່າການຈະເລີນເຕີບໂຕດີ, ທົນທານຕໍ່ສະພາບແວດລ້ອມໄດ້ດີ, ທົນທານຕໍ່ພະຍາດ ແລະ ແມງໄມ້ໄດ້ດີ. ປູກໄດ້ໃນດິນທຸກປະເພດສາມາດເກັບກ່ຽວໄດ້ໃນເຂດພື້ນທີ່ແຫ້ງແລ້ງຜົນຜະລິດປານກາງຕັ້ງແຕ່ 3,5-5 ໂຕນ/ເຮັກຕາ ສະເລ່ຍ 4,5 ໂຕນ/ເຮັກຕາ

1. ລັກສະນະເດັ່ນຂອງແນວພັນ ເມືອງໄຊ 1
– ເໝາະກັບດິນທຸກປະເພດ
– ທົນພະຍາດໃໝ້, ປັບຕົວກັບສະພາບແວດລ້ອມໄດ້ດີ
– ຮວງໃຫ່ຍ, ຍາວ
– ຜົນຜະລິດດີ 4,5-5 ໂຕນ/ເຮັກຕາ
– ລົດຊາດອ່ອນ, ນຸ່ມ
ຕາຕະລາງປຽບທຽບລັກຊະນະເຂົ້າເມືອງໄຊ 1 ກັບພໍ່ແມ່ພັນ

ແນວພັນເຂົ້າ ເມືອງໄຊ 1 Til 4 (1R84639-7-97-6-6-2-2-4-2-2-2- B TDK 1 1
ປະເພດເຂົ້າ ເຂົ້າໜຽວ ເຂົ້າໜຽວ ເຂົ້າໜຽວ
ສີເມັດ ສີເຫຼືອງແດງ ຂາວ ນໍ້າຕານ
ອາຍຸ(ວັນ) 130-135 135-140 150
ລະດູປູກ ປູກໄດ້ທັງ 2 ລະດູ ແລ້ງ ແລະ ຝົນ ຝົນ
ລວງສູງ(ຊມ) 130-135 110 145-160
ເປີເຊັນການສີ(%) 63-65%   60%
ຜົນຜະລິດໂຕນ/ເຮັກຕາ 4,-4,5 3,5-4 44-4,5
ຈຸດເດັ່ນຂອງແນວພັນ ທົນທານພະຍາດໃໝ້, ປັບຕົວໄດ້ດີກັບຫຼາຍສະພາບແວດລ້ອມ   ທົນທ່ານພະຍາດໃໝ້, ທົນທານຕໍ່ບົ່ວ

 

2. ແນະນຳການປູກ
ແນວພັນເມືອງໃຊ້ ສາມາດປູກໄດ້ 2 ລະດູຄື: ນາງແຊງ ແລະ ນາປີ
ກ. ວິທີການປູກ
– ນາດຳແມ່ນແນະນຳຕົກກ້າຊວ້ງເດືອນ 5 ລະຫວ່າງວັນທີ 1-15 ຫຼັງຕົກກ້າໄດ້ 20-25 ວັນສາມາດນຳໄປປັກດຳໄດ້
– ນາຫວານ ຫຼື ນາຢອດແຫ້ງ ແນະນຳໃຫ້ປູກຊ້ວງເດືອນ 6 ວັນທີ 15-30
ການໃສ່ຝຸ່ນ: ນາດິນຊາຍໃຫ້ໃສ່ຝຸ່ນປະສົມສູດ 15-15-15 ໃນອັດຕາ 200 ກິໂລ/ເຮັກຕາ, ນາດິນໜຽວໃສ່ຝຸ່ນປະສົມສູດ 16-20-00 ໃນອັດຕາ 200 ກິໂລ/ເຮັກຕາ, ຫຼັງຈາກປັກດຳໄດ້ 5-7 ມື້ ແລະ ໃສ່ຝຸ່ນເລັ່ງ 2 ຄັ້ງ: ສູດ 46-0-0, ຫຼັງຈາກປັກດຳໄດ້ 25 ມື້ ແລະ 45 ມື້ ໃນອັດຕາ 30 ກິໂລ/ເຮັກຕາ/ຄັ້ງ

3. ການເກັບກ່ຽວ
ເໝາະສົມໃນການນຳໃຊ້ກົນຈັກເກັບກ່ຽວເຊິ່ງສາມາດເກັບກ່ຽວໄດ້ພາຍໃນ 35 ວັນ ນັບແຕ່ວັນອອກດອກໄດ້ 50% , ຫ້າມກ່ຽວຊ້າເພາະຈະເຮັດໃຫ້ເຂົ້າຫັກໃນເວລາສີເຮັດໃຫ້ເປີເຊັນເຂົ້າສານປະເພດ 1 ຕໍ່າ, ຖ້າໃຊ້ແຮງງານຄົນເກັບກ່ຽວຄວນຕາກຝ່ອນເຂົ້າໃນທົ່ງນາປະມານ 2-3 ແດດ ຈຶ່ງເກັບກູ້ ແລະ ຟາດຕີ

ແຫຼ່ງຂໍ້ມູນ: file:///C:/Users/HP/Downloads/IiEuNtNog6gpHI3W.pdf
ຕິດຕໍ່ປະສານແນວພັນເມືອງໄຊ 1 , ພະແນກກະສິກຳ ແລະ ປ່າໄມ້ແຂວງອຸດົມໄຊ
ໂທ: 020 52038434