ຄູ່ມືແນະນຳ ແລະ ການນຳໃຊ້ແນວພັນເຂົ້າຫ້ວຍໂຄດ 2(Houaykhot 2)

ແນວພັນເຂົ້າຫ້ວຍໂຄດ 2 2 (HK2) ແມ່ນ M10001-B-10-1-2-1-NK-B-B (M6-1) ແມ່ນໄດ້ຈາກການປັບປຸງພັນດ້ວຍເຕັກນິກການຜ້າເຫຼົາ (Mutation Breeding) ໂດຍນຳເອົາແນວພັນ ທ່າດຶກຄຳ 8 (TDK 8) ໄປອາບລັງສີກຣາມມາ (Gramma ray) ໃນລະດັບຄວາມເຂັ້ມ 200 Gy ທີ່ສະຖາບັນນິວເຄຍ (BATAN) ປະເທດ ອິນໂດເນເຊຍ ໃນປີ 2016 ແລ້ວນຳມາຄັດເລືອກດ້ວຍເຕັກນິກ ການສືບປະຫວັດ 4 ລະດູ ຄັດໄດ້ສາຍພັນທີ່ມີລັກຊະນະແຕກຕ່າງຈາກພັນເດີມ ແລະ ເຫັນວ່າດີ ແລ້ວລະດູຝົນ 2019 ໄດ້ ສົ່ງສາຍພັນດັ່ງກ່າວ(ຊ່ວງໂມງທີ່ 4) ແລ້ວສົ່ງໄປຄັດເລືອກໃນພື້ນທີ່ນາຂອງຊາວກະສິກອນທີ່ບ້ານນາຄ່າ ເມືອງຊຽງເງີນ ແຂວງຫຼວງພະບາງ. ຄັດເລືອກຕໍ່ໃນລະດູຝົນ 2020 ທ່ານ ພູ ຊາວນາບ້ານຊຽງເງີນ ເມືອງຊຽງເງີນ ໄດ້ມີໂອກາດມາຮ່ວມປະເມີນຜົນ ແລະ ຄັດເລືອກເອົາໄປປູກຂະຫຍາຍ, ທົດສອບການປຸງແຕ່ງເຮັດເສັ້ນເຂົ້າຊ່ອຍ ແລະ ເຂົ້າປຸນເຫັນວ່າດີ ແລະ ຈຶ່ງປູກຂະຫຍາຍພ້ອມແຈກຢາຍພາຍໃນບ້ານ ແລະ ບ້ານອື່ນໆເຊັ່ນ: ບ້ານຊຽງເງີນ, ບ້ານນາຄ່າ ເມືອງຊຽງເງີນ ແຂວງຫຼວງພະບາງ. ໃນປີ 2021 ໄດ້ປູກຂະຫຍາຍເມັດ ແລະ ເອົາໄປປູກປຽບທຽບຜົນຜະລິດຢູ່ 18 ບ້ານ ໃນ 6 ແຂວງ (ອຸດົມໄຊ, ຫຼວງພະບາງ, ໄຊຍະບູລີ, ວຽງຈັນ, ສາລະວັນ ແລະ ອັດຕະປື) ເຫັນວ່າຜົນຜະລິດຕັ້ງແຕ່ 3,5-5,6 ໂຕນ/ເຮັກຕາ ສະເລ່ຍ 18 ບ້ານຜົນຜະລິດສະເລ່ຍ 4,84 ໂຕນ/ເຮັກຕາ.

I. ລັກສະນະເດັ່ນຂອງແນວພັນຫ້ວຍໂຄດ 2
1. ເໝາະກັບດິນນາຮ່ອມພູ
2. ປັບຕົວກັບສະພາບແວດລ້ອມໄດ້ດີ
3. ຜົນຜະລິດດີ 3,5-5,6 ໂຕນ/ເຮັກຕາ
ຕາຕະລາງປຽບທຽບລັກສະນະຫ້ວຍໂຄດ ກັບພໍ່ແມ່ພັນ

ແນວພັນເຂົ້າ ຫ້ວຍໂຄດ 2 ພັນເດີມ (TDK 8)
ປະເພດເຂົ້າ ເຂົ້າຈ້າວ ເຂົ້າໜຽວ
ສີເມັດ ສີເຟືອງ ນໍ້າຕານ
ອາຍຸ(ວັນ) 125-130 136
ລະດູປູກ ປູກໄດ້ທັງ 2 ລະດູ ແລ້ງ ແລະ ຝັນ
ລວງສູງ(ຊມ) 115-120 110
ເປີເຊັນການສີ(%)   59
ຜົນຜະລິດ(ໂຕນ/ເຮັກຕາ) 3,5-5,6 4,5-5
ຈຸດເດັ່ນຂອງແນວພັນ ທົນທ່ານພະຍາດໃໝ້ປານກາງ, ຜົນຜະລິດດີ, ເໝາະແກ່ກ່ນແປຮູບເຮັດແປ້ງ ບໍ່ທົນນໍ້າຖ້ວມ, ອ່ອນແອຕໍ່ພະຍາດໃໝ້ ແລະ ບໍ່ຫອມ

II. ແນະນຳການປູກ
ແນວພັນເຂົ້າຫ້ວຍໂຄດ 2 ສາມາດປູກໄດ້ 2 ລະດູຄື: ລະດູນາແຊງ ແລະ ນາປີ.
1. ວິທີການປູກ
– ນາດຳແມ່ນແນະນຳຕົກກ້າຊ່ວງເດືອນມິຖຸນາ(ນາປີ) ແລະ ທ້າຍເດືອນທັນວາຫາຕົ້ນເດືອນມັງກອນ(ນາແຊງ), ຕົ້ນກ້າໄດ້ 20-25 ວັນສາມາດນຳໄປປັກດຳໄດ້
– ສາມາດດຳໃນອັດຕາ 2-3 ກີບ/ສຸ່ມ


2. ການໃສ່ຝຸ່ນ
– ໃສ່ຮອງພື້ນ: ໃສກ່ອນປັບດຳ ຫຼື ຫຼັງປັກດຳໄດ້ 5-7 ມື້ ແມ່ນໃຫ້ໃສ່ຝຸ່ນປະສົມສູດ 15-15-15 ຫຼື ຝຸ່ນປະສົມສູດ 16-20-00 ໃນອັດຕາ 200 ກິໂລ/ເຮັກຕາ.
– ໃສ່ເລັ່ງ: ຄວນໃໃສ່ຝຸ່ນເລັ່ງ 2 ຄັ້ງ: ສູດ 46-00-00 ຫຼັງຈາກປັກດຳໄດ້ 20 ມື້ ແລະ 45 ມື້ ໃນອັດຕາ 30 ກິໂລ/ເຮັກຕາ
3. ການເກັບກ່ຽວ:
ເໝາະສົມກັບການນຳໃຊ້ກົນຈັກເກັບກ້ຽວເພາະເປັນຕົ້ນເຂົ້າໃຫ່ຍ ແລະ ແຂງ, ສາມາດເກັບກ່ຽວໄດ້ພາຍໃນ 30 ວັນ ພາຍຫຼັງເຂົ້າອອກດອກໄດ້ 50% , ບໍ່ຄວນກ່ຽວຊ້າກວ່ານີ້ເພາະຈະເຮັດໃຫ້ເຂົ້າຫັກໃນເວລານຳໄປສີຈະເຮັດໃຫ້ເປີເຊັນເຂົ້າສານປະເພດ 1 ຕໍ່າ, ຖ້າໃຊ້ແຮງງານຄົນເກັບກ່ຽວຄວນຕາກຝ່ອນເຂົ້າໃນທົ່ງນາປະມານ 2 ແດດ ຈຶ່ງເກັບກູ້ ແລະ ຟາດຕີ.

​ແຫຼ່ງຂໍ້ມູນ: file:///C:/Users/HP/Downloads/zjbleuElLklTr4Wz.pdf
ຕິດຕໍ່ປະສານແນວພັນເຂົ້າ: ປອ ຄຳດອກ ຊົງຢີຄັ້ງຊືທໍ່, ສູນຄົ້ນຄວ້າກະສິກຳເຂດເນີນສູງ
ໂທ: 020 55 673 953