ການປູກພືດຜັກສວນຄົວແບບປະສົມປະສານ ແລະ ການປູກ ເປັນຂຸມ

ການປູກພືດຜັກຫຼາກຫຼາຍຊະນິດໃນໜານດຽວກັນສາມາດສະໜອງຜົນປະໂຫຍດທີ່ແຕກຕ່າງກັນ: ປະຢັດພື້ນທີ່: ຖ້າຫາກພື້ນທີ່ສວນຂອງທ່ານມີຂະໜາດນ້ອຍ, ແທນທີ່ຈະປູກພືດພຽງຊະນິດດຽວໃຫ້ໜາແໜ້ນ ແລະ ຫຼາຍຂຶ້ນໃນໜານ ດຽວພັດສົ່ງຜົນກະທົບທີ່ບໍ່ດີຕໍ່ຄຸນນະພາບຜົນຜະລິດພືດຜັກ, ເຮົາຄວນເລືອກປູກ ພືດ 2 – 3 ຊະນິດ ຕ່າງກັນໃນໜານດຽວທີ່ບໍ່ມີ ການຍາດແຍ່ງສານອາຫານຊະນິດດຽວກັນດີກວ່າ. ຊ່ວຍປະຢັດເວລາ: ເມື່ອທ່ານເຂົ້າໃຈດີເຖິງວິທີການປູກພືດປະສົມປະສານໄດ້ດີ, ຈະຊ່ວຍເຮັດໃຫ້ທ່ານປະຢັດເວລາຫຼາຍຂຶ້ນເຊິ່ງທ່ານສາມາດເ ລີ່ມປູກພືດຊະນິດອື່ນປະສົມໄດ້ເລີຍກ່ອນທີ່ຈະເກັບກ່ຽວພືດທີ່ຍັງຢູ່ໃນໜານຊ່ວຍປະຢັດເວລາໃນການນຳໃຊ້ພື້ນທີ່. ຊ່ວຍປະຢັດນ້ຳ ແລະ ໃສ່ຝຸ່ນ: ການປູກພືດປະສົມປະສານ 2-3 ຊະນິດ ທີ່ບໍ່ຍາດແຍ່ງອາຫານຊະນິດດຽວກັນຈະຊ່ວຍຫຼີກລ້ຽງການນຳໃຊ້ນ້ຳຫຼາຍ ເພື່ອຫົດຫຼາຍໜານພ້ອມກັນເປັນວິທີການປະຢັດນ້ຳທີດີ. ທ່ານຍັງສາມາດຫຼຸດຜ່ອນການນຳໃຊ້ຝຸ່ນ ເນື່ອງຈາກພື້ນທີ່ທົ່ວໜານນັ້ນ ແມ່ນຖືກນຳໃຊ້ປູກພືດໝົດ. ປ້ອງກັນສັດຕູພືດ: ພືດຜັກບາງຊະນິດ ຫຼື ຕົ້ນດອກໄມ້ສາມາດນຳມາປູກປະສົມປະສານໃສ່ ກັບພືດຫຼັກເພື່ອປ້ອງກັນ ແລະ ຂັບໄລ່ສັດຕູພືດບາງຊະນິດໄດ້. ເພີ່ມຄວາມຫຼາກຫຼາຍຂອງພືດຜັກ: ເຖິງແມ່ນວ່າພື້ນທີ່ສວນຄົວຈະນ້ອຍແຕ່ເຮົາກໍ່ສາມາດປູກພືດຜັກຫຼາກຫຼາຍຊະນິດໄດ້ເຊິ່ງສົ່ງຜົນດີຕໍ່ການປັບປຸງສະພາບໂພຊະນາການຂອງຄົວເຮືອນໄດ້ເປັນຢ່າງດີ.

1. ຫຼັກການໃນການປູກພືດປະສົມປະສານ

ບໍ່ໝາຍຄວາມວ່າ ພືດທຸກຊະນິດຈະສາມາດປູກປະສົມປະສານກັນໃນພື້ນທີ່ດຽວກັນ. ເຮົາຄວນຈະຕ້ອງຄຳນຶງເຖິງພືດທີ່ຈະປູກຢ່າງນ້ອຍດັ່ງນີ້:
– ມີຂະໜາດຊົງພຸ່ມທີ່ແຕກຕ່າງກັນ: ພືດຜັກທີ່ຈະນຳມາປູກເພື່ອປະສົມປະສານກັນໃນໜານນັ້ນ ຈະຕ້ອງເປັນພືດທີ່ບໍ່ຍາດແຍ່ງພື້ນທີ່ທາງນອກ ແລະ ໃນດິນ. ເຊັ່ນວ່າ: ການປູກຜັກສະລັດປະສົມປະສານກັບຜັກບົ່ວ ເພາະມັນຈະບໍ່ຍາດແຍ່ງພື້ນທີ່ກັນເນື່ອງຈາກວ່າຜັກສະລັດຈະຕ້ອງການພື້ນທີ່ເທິງໜ້າດິນໃນການຂະຫຍາຍໃບ ກົງກັນຂ້າມກັບຜັກບົ່ວຂະຫຍາຍຕົວໃນພື້ນດິນ.
– ລະບົບຮາກທີ່ແຕກຕ່າງກັນ: ພືດບາງຊະນິດໃຫ້ ໝາກເປັນຕົ້ນແມ່ນ (ຕົ້ນໝາກເຂືອ, ໝາກເຜັດ) ມີລະບົບຮາກທີ່ຍາວ ແລະ ຢັ່ງລົງເລິກ ສາມາດຫາສານອາຫານຢູ່ພື້ນດິນ. ພວກມັນຈະບໍ່ຍາດແຍ່ງທາດອາຫານກັບພືດທີ່ມີລະບົບຮາກສັ້ນ ເປັນຕົ້ນແມ່ນປະເພດພືດຜັກທີເປັນໃບເຊັ່ນ: ຜັກສະລັດ ຫຼື ຜັກກາດຊະນິດຕ່າງໆທີ່ຕ້ອງການນ້ຳ ແລະ ສານອາຫານຈາກສ່ວນເທິງຂອງໜ້າດິນ.
– ຕ້ອງການແສງສະຫວ່າງທີ່ແຕກຕ່າງກັນ: ພືດຜັກສ່ວນຫຼາຍແມ່ນຕ້ອງການແສງຕາເວັນເພື່ອຊ່ວຍໃນການຈະເລີນເຕີບໂຕ. ສະນັ້ນ ມັນຈິ່ງບໍ່ໄດ້ງ່າຍສະເໝີໄປໃນການປູກພືດປະສົມປະສານ. ແຕ່ວ່າພືດສະໝຸນໄພທີ່ມີກິ່ນຫອມເຊັ່ນ: ຜັກຊີ, ຜັກຫອມປ້ອມ ແມ່ນສາມາດຂະຫຍາຍຕົວຢູ່ບ່ອນຮົ່ມໄດ້. ສະນັ້ນຈິ່ງງ່າຍທີ່ຈະປູກພືດຊະນິດນີ້ຊັບຫວ່າງກັບພືດຜັກຊະນິດອື່ນໆ.
– ຮອບວຽນພືດແຕກຕ່າງກັນ: ພືດບາງຊະນິດຂະຫຍາຍຕົວໄວແຕ່ບາງຊະນິດແມ່ນຂະຫຍາຍຕົວຊ້າ. ໃນຂະນະທີ່ທ່ານຕັດສິນໃຈປູກພືດອາຍຸຍາວ, ແມ່ນໃຊ້ເວລາດົນໃນການຂະຫຍາຍຕົວ ແລະ ກິນເນື້ອທີ່ສວນ, ສະນັ້ນທ່ານສາມາດປູກພືດຊະນິດອື່ນທີ່ມີອາຍຸສັ້ນຊັບຫວ່າງພືດ ຫຼັກໃນຊ່ວງເວລາດຽວກັນ. ການປະຕິບັດແບບນີ້ຈະຊ່ວຍເຮັດໃຫ້ທ່ານສາມາດເກັບກູ້ຜົນຜະລິດຈາກພືດທີ່ມີອາຍຸສັ້ນກ່ອນ ແລະ ປະໃຫ້ພືດອາຍຸຍາວສືບຕໍ່ຂະຫຍາຍຕົວຕໍ່ໄປ. ຕົ່ວຢ່າງ: ຖ້າທ່ານປູກໝາກເລັ່ນ, ທ່ານສາມາດປູກຜັກສະລັດ ຫຼື ຜັກກາດຊັບໃສ່ຫວ່າງພ້ອມກັນເລີຍ.

2. ຕົວຢ່າງການປູກພືດຜັກແບບປະສົມປະສານ

– ການປູກໃນໄລຍະເວລາແຕກຕ່າງກັນໃນພື້ນທີ່ໜານດຽວກັນ: ເລີ່ມປູກພືດທຳອິດສາກ່ອນ, ເມືອສັງເກດເບິ່ງພືດທີ່ປູກນັ້ນໃກ້ຈະໄດ້ເກັບກ່ຽວ ແມ່ນໃຫ້ເລີ່ມປູກພືດຊະນິດທີ່ສອງ. ຜັກຊະນິດທີ່ສອງຈະເລີ່ມຂະຫຍາຍຕົວ ແລະ ປົກຄຸມພື້ນທີ່ ພາຍຫຼັງການເກັບກູ້ພືດທີ່ໄດ້ປູກທຳອິດຈະຊ່ວຍເຮັດໃຫ້ປະຢັດເວລາໄດ້ ! ຕົວຢ່າງ: ຜັກສະລັດ ແລະ ໝາກແຕງ. ເຮົາສາມາດເອົາເບ້ຍໝາກແຕງມາປູກໃສ່ຫວ່າງຜັກສະລັດໃກ້ຈະເກັບກ່ຽວ , ວິທີນີ້ຈະເຮັດໃຫ້ໃບສະລັດຊ່ວຍປ້ອງກັນເບ້ຍອ່ອນຈາກແສງແດດກ້າໄດ້ດີໃນໄລຍະທຳອິດຂອງການຂະຫຍາຍຕົວ.
– ການປູກສະຫຼັບໃສ່ຫວ່າງຂອງແຖວພືດຜັກ: ພວກເຮົາເຂົ້າໃຈດີວ່າຕ້ອງຮັກສາໄລຍະຫ່າງ ແລະ ຄວາມໜາແໜ້ນຂອງພືດຜັກໃຫ້ເໝາະສົມໃນເວລາປູກ. ຕົວຢ່າງ: ການປູກຜັກສະລັດ ແມ່ນຕ້ອງຮັກສາໄລຍະຫ່າງລະຫວ່າງຕົ້ນປະມານ 20 ຊມ. ສວ່ນຫຼາຍເຮົາສັງເກດເຫັນວ່າເຮົາເສຍພື້ນທີ່ເປົ່າຫວ່າງນັ້ນລ້າໆ. ສະນັ້ນເຮົາຈຶ່ງຄວນເອົາພືດອື່ນມາປູກປະສົມປະສານ ເພື່ອເຕີມເຕັມພື້ນທີ່ເປົ່າ ຫວ່າງດັ່ງກ່າວ. ຊ່ວຍປະຢັດພື້ນທ່ີ! ແລະ ຍັງເພີ່ມຄວາມຫຼາກຫຼາຍໃນພື້ນທີ່ດຽວກັນ! ຕົວຢ່າງ: ຜັກບົ່ວໃບ ແລະ ຜັກກາດຫົວຂາວ. ໃນລະຫວ່າງຕົ້ນຂອງຜັກກາດຫົວຂາວ ແມ່ນຕ້ອງການພື້ນທີ່ຫຼາຍສະເພາະດ້ານເທິງ ສະນັ້ນເຮົາສາມາດປູກຜັກບົ່ວສະຫຼັບໃສ່ເພາະຜັກ ດັ່ງກ່າວແມ່ນບໍ່ຕ້ອງການພື້ນທີ່ດ້ານເທິງຄືກັບຜັກກາດມັນມີການຂະຫຍາຍຕົວໃນລວງຕັ້ງ ແລະ ມັນບໍ່ຂະ ຫຍາຍອອກດ້ານຂ້າງ.
– ການປູກພືດສະໝຸນໄພຂັບໄລ່ສັດຕູພືດ ໃສ່ໃຈກາງ ຫຼື ອ້ອມຮອບພືດຫຼັກ: ພືດຜັກບາງຊະນິດສາມາດຂັບໄລ່ສັດຕູພືດ ໄດ້ເນື່ອງຈາກມີກິ່ນຂິວແມງໄມ້ບໍ່ມັກ. ເຮົາສາມາດປູກໃສ່ສວນຄົວແບບປະສົມປະສານກັບພືດຊະນິດອື່ນໆ ເພື່ອຂັບໄລ່ສັດຕູພືດ. ຕົວຢ່າງ: ການປູກດອກດາວເຮືອງສະ ຫຼັບຫວ່າງກັບຜັກກະລຳປີ. ດອກດາວເຮືອງສາມາດເຮັດໜ້າທີ່ໃນການຂັບໄລ່ສັດຕູພືດໄດ້ເປັນຢ່າງດີ, ເປັນຕົ້ນແມ່ນຂີ້ກະເດືອນຝອຍທີເປັນແມ່ກາຝາກໃນດິນທີ່ທຳລາຍລະບົບຮາກຂອງພືດ. ເຮົາຍັງສາມາດປູກຜັກອີ່ຕູ່, ຜັກກ້ານກໍ່າ, ຫົວສີໄຄອ້ອມຮອບຂອງສວນເຊິ່ງກິ່ນຂອງມັນຈະຊ່ວຍໃນການຂັບໄລ່ສັດຕູພືດໄດ້ເປັນຢ່າງດີ.

3. ການປູກພືດຜັກແບບເປັນຂຸມ
ການປູກພືດເປັນຂຸມແມ່ນຫຍັງ? ແມ່ນວິທີການປູກພືດຜັກອີກວິ ທີໜຶ່ງເພື່ອແນ່ໃສປະຢັດພື້ນທີ່, ການຫົດນ້ຳ ແລະ ການໃສ່ຝຸ່ນ. ພວກເຮົານຳໃຊ້ເຕັກນິກນີ້ໃນສວນຄົວໂດຍສະເພາະກັບພືດຜັກທີ່ຕ້ອງການພື້ນທີ່ຫຼາຍ. ຕົວຢ່າງການປູກຕົ້ນໝາກເຂືອ. ຕົ້ນໝາກເຂືອຕ້ອງການໄລຍະຫ່າງລະຫວ່າງຕົ້ນແມ່ນ 60 ຊມ. ສະນັ້ນຖ້າຫາກເຮົາປູກໃສ່ໜານຈະເຮັດໃຫ້ເຮົາຕ້ອງປະໃຫ້ມີພື້ນທີ່ເປົ່າຫວ່າງຫຼາຍລະຫວ່າງຕົ້ນ. ພື້ນທີ່ເປົ່າຫວ່າງເຫຼົ່ານີ້ຈະໄດ້ຮັບການໃສ່ຝຸ່ນ ແລະ ການຫົດນ້ຳເຊັ່ນດຽວກັນໃນຂະນະທີ່ເຮົາກະກຽມໜານ, ຍັງຕ້ອງການຫົດ ແລະ ໃສຝຸ່ນເປັນປະຈຳອີກມັນເປັນການສິ້ນເປືອງລ້າໆ! ການປູກເປັນຂຸມເຮົາຈະໄດ້ຂຸດ ແລະ ກະກຽມເປັນຂຸມ, ເວລາຫົດນ້ຳ ແລະ ໃສ່ຝຸ່ນແມ່ນໃສ່ສະເພາະແຕ່ລະຂຸມຈິ່ງເຮັດ ໃຫ້ປະຢັດນໍ້າ,ຝຸ່ນຂຶ້ນຕືມ ແລະ ເຮັດໃຫ້ພືດໄດ້ຮັບສານອາຫານພຽງພໍ. ວິທີນີ້ຍັງຊ່ວຍປະຢັດການຄຸມດິນດ້ວຍເ ຟືອງໄດ້ດີອີກ ເພາະເຮົາບໍ່ຈຳເປັນຕ້ອງປົກຄຸມໃຫ້ທົ່ວໜານ. ສະນັ້ນຈຶ່ງເຮັດໃຫ້ເຮົາປະຢັດນ້ຳ, ຝຸ່ນ ແລະ ການຄຸມດິນໄດ້!

4. ຂັ້ນຕອນການປູກພືດຜັກເປັນຂຸມ
1. ຄັດເລືອກພື້ນທີ່: ບ່ອນທີ່ທ່ານຕ້ອງການປູກພືດທີ່ໃຊ້ພື້ນທີ່ຫຼາຍ. ປັກໝາຍແຕ່ລະຈຸດທີ່ຈະຂຸດເຮັດຂຸມ. ແນ່ນອນ, ມັນສຳຄັນຫຼາຍທີ່ຈະຕ້ອງຈັດສັນໃຫ້ລະອຽດກ່ອນທີ່ຈະເລີ່ມລົງມືຂຸດ. ໄລຍະຫ່າງລະຫວ່າງແຕ່ລະຂຸມແມ່ນຂຶ້ນກັບຊະນິດຂອງພືດທີ່ຈະນຳມາປູກ. ຕົວຢ່າງ: ຕົ້ນໝາກເລັ່ນແມ່ນມີໄລຍະຫ່າງລະ ຫວ່າງຕົ້ນແມ່ນ 80 ຊມ; ໝາກເຂືອ ແມ່ນ 60 ຊມ, ຜັກກະລຳປີ 60 ຊມ ແລະ ຖົ່ວຝັກຍາວ 30 ຊມ. ແຕ່ໃຫ້ລະມັດລະວັງສຳລັບພືດເປັນເຄືອເຊັ່ນ: ຖົ່ວຝັກຍາວ, ຄວນຮັກສາໄລຍະຫ່າງໃຫ້ກວ້າງພຽງພໍ 80 ຊມ ເພື່ອສາມາດປັກຄ້າງໃຫ້ມັນເລືອຂຶ້ນ.
2. ການຂຸດຂຸມ: ຂະໜາດຄວາມກວ້າງ ແລະ ຄວາມເລິກຂອງຂຸມແມ່ນຂຶ້ນກັບຊະນິດຂອງພືດເຊັ່ນດຽວກັນ. ຕົວຢ່າງ: ເສັ້ນຜ່າກາງຂຸມໝາກເລັ່ນແມ່ນ 50 ຊມ, ຕົ້ນໝາກເຂືອ 40 ຊມ; ກະລຳປີ 30 ຊມ; ຖົ່ວຝັກຍາວ 20 ຊມ.
3. ການໃສ່ຝຸ່ນ: ປະສົມດິນດຳໃສ່ຝຸ່ນຊີວະພາບແລ້ວຕັກໃສ່ຂຸມ. ປົກຄຸມດ້ວຍເຟືອງແລ້ວຫົດນ້ຳ.
4. ການປູກພືດໃສ່ຂຸມ: ຖ້າຫາກຝຸ່ນຄອກທີ່ນຳມາໃສ່ນັ້ນເປັນຝຸ່ນທີ່ແຫ້ງແລ້ວ ແມ່ນເຮົາສາມາດປູກພືດໄດ້ເລີຍ. ແຕ່ຖ້າ ເປັນມູນສັດສົດ ຫຼື ຍັງປຽກແມ່ນຕ້ອງຕາກແດດປະໄວ້ 1 ອາທິດ. ການປູກດ້ວຍແກ່ນໂດຍກົງ ຫຼື ການປູກດ້ວຍເບ້ຍອ່ອນ ແມ່ນໃຫ້ປູກໃສ່ໃຈກາງຂອງຂຸມໃຫ້ເຂ່ຍເຟືອງທີ່ປົກຄຸມອອກທາງຂ້າງກ່ອນ, ຫົດນ້ຳອີກຄັ້ງກ່ອນຈຶ່ງປູກ. ຄວນເລືອກປູກຊ່ວງຕອນແລງແມ່ນໄດ້ຮັບຜົນທີ່ສຸດ ເພື່ອຫຼີກລ້ຽງແສງແດດກ້າຕ້ອງແສງໃສ່ເບ້ຍອ່ອນທີ່ຍ້າຍມາປູກໃໝ່.

ແຫຼ່ງຂໍ້ມູນ: https://ali-sea.org/wp-content/uploads/4-Vegetable-crop-association-and-bowl-cultivation.pdf

https://www.ddproperty.com/คู่มือซื้อขาย/3-ขั้นตอน-ปลูกผักสวนครัว-ในบ้าน-ฉบับมือใหม่-25995

https://vegetweb.com/ผักสวนครัว/