ການລ້ຽງໝູເປັນສິນຄ້າ ຂອງປະຊາຊົນ ບ້ານຄອນຄຳ ເມືອງປາກອູ

ບ້ານ ຄອນຄຳ ເປັນບ້ານໜື່ງທີ່ຂຶ້ນກັບເມືອງປາກອູ ແຂວງຫຼວງພະບາງ, ຊື່ງໄດ້ສ້າງຕັ້ງເປັນບ້ານມາແຕ່ປີ 1975 ຈົນຮອດ ປັດຈຸບັນ ທີ່ຢູ່ລຽບຕາມແຄມແມ່ນໍ້າອູ ແລະ ແຄມເສັ້ນທາງຫຼວງເລກທີ 13 ເໜືອ, ທິດເໜືອຕິດກັບບ້ານຫວ້ຍໂລ ທິດໃຕ້ຕິດກັບບ້ານຜາທີງທິດຕາເວັນ ອອກຕິດກັບບ້ານຫວ້ຍໂອດ ແລະ ທິດຕາເວັນຕົກຕິດກັບພູຊາມີຄອບຄົວທັງໝົດ 107 ຄອບຄົວ, ມີພົນລະເມືອງ 538 ຄົນ, ຍິງ 277 ຄົນ, ປະກອບມີ 1 ເຜົ່າຄື: ຊົນເຜົ່າລື້ປະຊາຊົນສ່ວນໃຫຍ່ມີອາຊີບເຮັດການກະສິກໍາເປັນຕົ້ນແມ່ນເຮັດນາ, ເຮັດສວນ, ລ້ຽງສັດ, ຫາປາ ແລະ ຄ້າຂາຍ.ການລ້ຽງໝູຂອງປະຊາຊົນແມ່ນເລີ່ມມາໄດ້ຫຼາຍກວ່າ 10 ປີແລ້ວ ເຊິ່ງໄດ້ຮັບຄວາມຮູ້ດ້ານ ການລ້ຽງມາຈາກການສືບທອດຈາກຄົນໃນຄອບຄົວຮຸ່ນກ່ອນພັນໝູທີ່ລ້ຽງສ່ວນຫຼາຍແມ່ນພັນພື້ນເມືອງ (ໝູລາດ) ແລະ ຄອບຄົວໜື່ງແມ່ນລ້ຽງ 3-10 ໂຕຂື້ນໄປຕໍ່ຄອບຄົວ

1. ຄວາມສໍາຄັນຂອງການລ້ຽງໝູ
ການລ້ຽງໝູແມ່ນມີຄວາມສຳຄັນຫຼາຍຕໍ່ຄອບຄົວເຊັ່ນ: ລ້ຽງເພື່ອຂາຍເປັນສີນຄ້າ, ສ້າງລາຍຮັບໃຫ້ແກ່ຄອບຄົວປະມານ 6-20 ລ້ານກີບຕໍ່ປີ, ລ້ຽງເພື່ອເປັນອາຫານໃນງານບຸນປະເພນີຕ່າງໆຂອງບ້ານ ແລະ ນອກຈາກນັ້ນຍັງໃຊ້ໝູເຂົ້າໃນການເຮັດພິທີຕ່າງໆຕາມຮີດ ຄອງປະເພນີຂອງບ້ານ

2. ວິທີການລ້ຽງໝູຂອງປະຊາຊົນບ້ານຄອນຄໍາ
ການລ້ຽງໝູຂອງບ້ານຄອນຄໍາ ແມ່ນລ້ຽງຕາມທຳມະຊາດ ແບບຂັງທີ່ອ້ອມດ້ວຍໄມ້, ເກືອດ້ວຍຮຳ ຫຼື ຮໍາປະສົມພືດທີ່ມີຕາມທ້ອງຖີ່ນທີ່ຫາໄດ້ຕາມທຳມະຊາດໂດຍເກືອ 2 ຄັ້ງຕໍ່ ມື້, ໄດ້ມີການຈັດການທາງດ້ານສຸຂະພາບສັດ ແມ່ນໄດ້ສັກວັກຊີນ (ຢາປ້ອງກັນພະຍາດ) ເປັນປົກກະຕິ ແລະ ສາມາດປີ່ນປົວສັດເມື່ອເປັນພະຍາດຂັ້ນເບົາບາງ. ເຊີ່ງການລ້ຽງໝູແມ່ນໃຊ້ເວລາໃນການລ້ຽງ 5-6 ເດືອນ ຈື່ງສາມາດຂາຍປັດຈຸບັນການລ້ຽງໝູຂອງບ້ານເຮົາ ແມ່ນລ້ຽງເພື່ອຂາຍເປັນສ່ວນໃຫຍ່ ໃນການຂາຍແມ່ນຂາຍໃຫ້ພໍ່ຄ້າທີ່ມາຊື້ຕາມບ້ານ ຮູບແບບໃນການການຂາຍແມ່ນຂາຍເປັນໂຕຊັງເປັນກິໂລດິບ

3. ບັນຫາການລ້ຽງໝູ
– ຂາດເຕັກນິກການລ້ຽງໝູ ແລະ ການຈັດການທາງດ້ານສຸຂະພາບເຮັດໃຫ້ໝູຈະເລີນເຕີບໂຕຊ້າ
– ຂາດແຫຼ່ງທືນມາສະໜັບສະໜູນໃນການລ້ຽງໝູເພື່ອຊື້ອາຫານທີ່ດີໃຫ້ໝູກີນ
– ຂາດພໍ່ພັນ-ແມ່ພັນໝູເພື່ອມາປັບປຸງແນວພັນດັ່ງເດີມ ສະຖານໃນການລ້ຽງໝູແມ່ນຫຍັງຄັບແຄບເຮັດໃຫ້ຍັງບໍ່ສາມາດລ້ຽງຂາຍເປັນສິນຄ້າໄດ້ເຕັມຮູບແບບ
– ຂາດເຕັກນິກການສ້າງລະບົບຄອກທີ່ໄດ້ມາດຕະຖານ

4. ວິທີການແກ້ໄຂ
– ຂຽນໂຄງການຝຶກອົບຮົມການລ້ຽງໝູ ຫຼື ໄປທັດສະນະ (ເບີ່ງງານ) ເບີ່ງບ່ອນທີ່ລ້ຽງໝູປະສົບ ຜົນສຳເລັດຜ່ານມາ
– ຊອກແຫຼ່ງທືນມາສະໜັບສະໜູນ ການລ້ຽງໝູເພື່ອໃຫ້ເປັນບ້ານຕົວແບບຂອງເມືອງປາກອູ
– ຂໍແນວພັນໝູທີ່ລ້ຽງໃຫຍ່ໄວຈາກໂຄງການມາປະສົມພັນ
– ຂໍສະຖານທີນຳອຳນາດການຈັດຕັ້ງບ້ານ ແລະ ຫ້ອງການກະສິກຳ-ປ່າໄມ້ເມືອງ ເພື່ອຈັດສັນ ສະຖານທີໃຫ້
– ຊອກແຫຼ່ງທືນມາສະໜັບສະໜູນໃນການສ້າງຄອກໃຫ້ໄດ້ມາດຕະຖານ ແລະ ທົນທານຕໍ່ສະພາບແວດລ້ອມ

5. ຂໍ້ສະເໜີ
1.ສະເໜີຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ຊ່ວຍເຫຼືອໃນການຊອກແຫຼ່ງທືນເພື່ອສ້າງກຸ່ມ ການລ້ຽງໝູໃຫ້ເປັນບ້ານແບບຢ່າງຂອງເມືອງ, ຂໍແນວພັນໝູມາປະສົມພັນເພື່ອປັບປຸງພັນ ແລະ ຈັດສະຖານທີ່ ທີ່ເໝາະສົມໃນການລ້ຽງໝູດ້ວຍ. 2.ສະເໜີວິຊາການທາງດ້ານການລ້ຽງສັດມາຈັດຝຶກອົບຮົມກ່ຽວກັບການຈັດການ ແລະ ດູແລຮັກສາສຸຂະພາບສັດ (ສັກຢາປົວພະຍາດ ແລະ ສັກວັກຊີນປ້ອງກັນພະຍາດ)
3.ສະເໜີໃຫ້ຫ້ອງການອຸດສາຫະກຳ-ການຄ້າເມືອງ ຊ່ວຍຄວບຄຸມທາງດ້ານລາຄາໃຫ້ເປັນປົກກະຕິ
4.ສະເໜີໃຫ້ບໍລິສັດຊີພີ ມາຊ່ວຍໃນການສ້າງລະບົບຄອກໃຫ້ໄດ້ມາດຕະຖານ
5.ສະເໜີບໍລິສັດໄຟຟ້າເຂື່ອນນໍ້າອູ 1 ສະໜອງທາງດ້ານງົບປະມານເຂົ້າຮ່ວມກິດຈະກໍຳການລ້ຽງໝູເປັນສິນຄ້າດ້ວຍ

ແຫຼ່ງຂໍ້ມູນ: file:///C:/Users/HP/AppData/Local/Temp/89f50ddc-5617-4c3b-803d-c3cfa86e0958_lad%202022-20230728T041728Z-001.zip.958/lad%202022/0ajVpf7RMATfq9xJ.pdf

 

https://www.swinethailand.com/15901431/สุกรอนุบาลและขุน-ทำอย่างไรให้ประสิทธิภาพสูง

https://www.whitecranev88.com/research/สุกร/152/