ບາງຄຳແນະນຳເຕັກນິກວິທີການລ້ຽງຄັ່ງ

ຄັ່ງ ເປັນແມງໄມ້ຊະນິດໜຶ່ງທີ່ອາໃສຢູ່ກັບລຳຕົ້ນຂອງໄມ້ຫຼາຍຊະນິດທີ່ມີຢູ່ຕາມທຳມະຊາດ ແລະ ທີ່ຄົນເຮົາປູກເອງໄດ້ເຊັນ: ຕົ້ນຖົ່ວແຮ, ຕົ້ນສົມສາ, ຕົ້ນໝາກແຟນ, ໝາກຂາມປ້ອມ, ຕົ້ນເປົ້າ…. ໂດຍສະເພາະແມ່ນຕົ້ນໄມ້ທີ່ຍັງດີບ. ຄັ່ງມີຄຸນປະໂຫຍດຫຼາຍໆດ້ານເຊັ່ນ: ເປັນສີຍອມຜ້າ, ເຮັດນໍ້າມືກພີມ, ນໍ້າມັນຂັດພື້ນ, ຕາມລໍ້າພ້າອື່ນໆ ແລະ ຍັງເປັນສິນຄ້າທາງດ້ານເສດຖະກິດສ້າງລາຍຮັບໃຫ້ແກ່ຄອບຄົວອີກດ້ວຍ. ຄັ່ງເປັນແມງໄມ້ທີ່ລ້ຽງໄດ້ງ່າຍ ສາມາດລ້ຽງໄດ້ທຸກລະດູ ແລະ ມີ 3 ຊະນິດແນວພັນຄັ່ງຄື: ແນວພັນຄັ່ງດໍ, ກາງ ແລະ ປີ

1. ການກຽມພື້ນທີ່ ທີ່ຈະລ້ຽງຄັ່ງ
– ຢູ່ໃນບ້ານເປົ້າໝາຍຂອງໂຄງການພວກນຳໃຊ້ ຕົ້ນຖົ່ວແຮເປັນບ່ອນລ້ຽງຄັ່ງ
– ກ່ອນການຈະລ້ຽງຄັ່ງເຮົາຕ້ອງປູກຕົ້ນຖົ່ວແຮ່ປະໄວ້ກ່ອນ(ອາຍຸຕົ້ນຖົ່ວຢ່າງຕໍ່າ 6 ເດືອນຂື້ນໄປ) ຈຶ່ງສາມາດປ່ອຍໄດ້ ເພື່ອຮັບປະກັນໃນການລ້ຽງຄັ່ງ
2. ການປູກຕົ້ນຖົ່ວແຮເພື່ອຄັ່ງ
– ລະດູກ່ຮປູກແມ່ນຕົ້ນລະດູຝົນເດືອນ 5-6 ຂອງປີ. ທັງນັ້ນກໍ່ເພື່ອປ່ອຍຢູ່ໃນເດືອນ 12 ຫຼື ເດືອນ 2
– ໄລຍະການປູກຕ້ອງແມ່ນ ກວ້າງ 2 ແມັດ x ຍາວ 2 ແມັດ (ຢູ່ໃນພື້ນທີ່ຮາບພຽງ)
– ໄລຍະການປູກຕ້ອງແມ່ນກວ້າງ 3 ແມັດ x ຍາວ 2 ແມັດ (ຢູ່ໃນພື້ນທີ່ຄ້ອຍຊັນ)
3. ແນວພັນຄັ່ງ
ແນວພັນຄັ່ງ ມີ 3 ຊະນິດ ຄື:
1 ແນວພັນຄັ່ງດໍ ມີອາຍຸ 4 ເດືອນ
2 ແນວພັນຄັ່ງ ກາງ ມີອາຍຸຸ 6 ເດືອນ ຈຳນວນທີ່ໃຊ້ 30-40 ກິໂລ/ເຮັກຕາ(ອີງໃສ່ຮັ່ງນ້ອຍ ຫຼື ໃຫ່ຍ) ຜົນຜະລິດສະເລ່ຍ 800-1,000 ກິໂລ/ເຮັກຕາ
3 ແນວພັນຄັ່ງປີ ມີອາຍຸ 12 ເດືອນ
4. ວິທີການປ່ອຍຄັ່ງ
– ຕ້ອງຕັດແຕ່ງກິ່ງງ່າຕົ້ນຖົ່ວແຮທີ່ນ້ອຍອອກເພື່ອຮັບປະກັນໃນການລ້ຽງຄັ່ງ
– ຕ້ອງມັກແນວພັນຄັ່ງ (ຮັ່ງຄັ່ງ) ກົງກັນຂ້າມກັບທາງທິດຕາຕາເວັນຂື້ນ(ເພື່ອບໍ່ໃຫ້ແນວພັນຄັ່ງຮັບແສງແດດ 100%)
– ຕ້ອງສັ່ງເກດເບິ່ງຈຳນວນຄັ່ງອ່ອນ 1-2 ມື້ທີ່ຂື້ນຢູ່ຕົ້ນຖົ່ວແຮ(ຄັ່ງອອ່ນຈະເປັນສີແດງຖ້າຫາກແມ່ຄັ່ງຂື້ນຫຼາຍແລ້ວເຮົາສາມາດຍ້າຍຄັ່ງໄປໃສ່ຕົ້ນອື່ນ, ອີງໃສ່່ຮັ່ງຄັ່ງນ້ອຍ ຫຼື ໃຫ່ຍ)
– ຫຼັງຈາກປ່ອຍຄັ່ງໄດ້ 7-10 ເຮົາມາດເກັບກູ້ຮັ່ງອອກຈາກຕົ້ນຖົ່ວແຮໄວ້ຂາຍຕໍ່ໄປ

5. ສັດຕູ ແລະ ການປ້ອງກັນກຳຈັດ
 ມົດ: ມັກຈະເປັນສັດຕູຄັ່ງທີ່ຮ້າຍແຮງໃນຊ່ວງທີ່ຕົວຄັ່ງຍັງອ່ອນ ແລະ ມົດມັກຈະດູດກິນໂຕຄັ່ງອ່ອນຢູ່ໃນຊ່ວງຄັ່ງມີອາຍຸ 7-10 ວັນ
 ວິທີປ້ອງກັນ: ໃຊ້ຜ້າຈຸບນໍ້າມັນເຄື່ອງທີ່ເຮົາບໍ່ໃຊ້ແລ້ວມັດອ້ອມຕົ້ນຖົ່ວແຮເພື່ອປ້ອງກັນບໍ່ໃຫ້ມົດໄຕ່ຂື້ນ ແລະ ອານາໄມພື້ນທີ່ອ້ອມຕົ້ນຖົ່ວແຮ
 ເພ້ຍແປງ: ເປັນສັດຕູທີ່ສຳຄັນທີ່ຈະດູດນໍ້າລ້ຽງຕາມງ່າ ແລະ ໃບຂອງລຳຕົ້ນເຮັດໃຫ້ໃບລົ້ນ ແລະ ລຳຕົ້ນຈະຫ້ຽວແຫ້ງຕາຍໃນທີ່ສຸດ

 ການປ້ອງກັນ ແລະ ກຳຈັດ: ໃຊ້ຢາສະໝຸນໄພຊີດພົ້ນ ຫຼື ຕັດກິ່ງງ່ານັ້ນອອກ
6. ການເກັບກູ້ຄັ່ງ
ຕ້ອງສັງເກດເບິ່ງຢູ່ໃນຊ່ວງອາທິດສຸດທ້າຍຂອງອາຍຸຄັ່ງ (ປະມານ 130-140 ວັນ) ຕົວຄັ່ງຈະມີສີໂມກຂາວ, ມີຂົນຍາວ ຫຼັງຈາກນັ້ນຂົນຈະລົ້ນ ແລະ ຈະກ່າຍເປັນສີແດງຊໍ້າ, ມີຮອຍແຕກຊໍ້າລະແດງວ່າຮັ່ງຄັ່ງແກາເຕັມທີ່ ແລະ ເຮົາກໍ່ສາມາດເກັບຮັ່ງຄັ່ງໄປປ່ອຍໃນເນື້ອເນື້ອທີ່ເຮົາກະກຽມໄວ້. ຜົນຜະລິດສະເລ່ຍ 800-1,000 ກິໂລ/ເຮັກຕາ