ເຕັກນິກຂັ້ນຕອນການຜະລິດແນວພັນເຂົ້າລຸ້ນ 3

1. ການກະກຽມເມັດພັນເຂົ້າລຸ້ນ 2
ໃນການຕົກກ້າຄວນມີການທົດສອບຄວາມງອກຂອງເມັດພັນເຂົ້າລຸ້ນ 2 ກ່ອນ ຫຼື ດີແທ້ແມ່ນໃຫ້ຕາກແດດກ່ອນ 1 – 2 ແດດ ເພື່ອກະຕຸ້ນໃຫ້ເຂົ້າງອກດີ.
– ຄັດເລືອກແມ່ນພັນເຂົ້າໂດຍການໃຊ້ນໍ້າເກືອ.
– ການຂ້າເຊື້ອທີ່ຕິດມານຳເມັດພັນເຂົ້າດ້ວຍນໍ້າຮ້ອນ ແລະ ເຊື້ອ ໄທໂຄເດີ້ມາ. ນໍ້າຮ້ອນ 60 ອົງສາ ແຊ 10 ນາທີ ແລະ ແຊ່ໄທໂຄເດີ້ມາ 12 ຊົ່ວໂມງ.

2. ການກຽມຕາກ້າ
ພວກເຮົາຄວນລະວັງສຳລັບການຕຽມຕາກ້າ ເພື່ອຫຼີກລ້ຽງແນວ ພັນອື່ນມາປົນກັນ, ພວກເຮົາຄວນເຮັດຄັນນາຂັ້ນ ຫຼື ໃຫ້ມີ ໄລຍະຫ່າງກັນປະມານ 1–2 ແມັດ. ການຫຼີກລ້ຽງຄວາມຜິດ ພາດທີ່ຈະເກີດຂືຶ້ນໃນເວລາທີ່ພວກເຮົາຕົກກ້າບໍ່ຄວນໃຫ້ມີການຜິດພາດເຊັ່ນ: ເວລາເອົາແນວພັນມາຄັດເລຶອກ, ມາ ແຊ່ນໍ້າ, ມາບົ່ມ ແລະ ມາຫວ່ານລົງໃນຕາກ້າບໍ່ໃຫ້ມາການສັບປົ່ນແນວພັນກັນ.
3. ການກຽມດີນ
ການກຽມດີນກ່ອນປັກດຳ ກໍ່ແມ່ນມີຄວາມສຳຄັນຄວນກຽມໃຫ້ຮາບພຽງດີຈະມີຄວາມສະດວກຫຼາຍຢ່າງ ເຊັ່ນ: ສາ ມາດລະບາຍນໍ້າໄດ້ດີ, ຄວບຄຸມການເກີດຫຍ້າ, ສະດວກໃນການຕັດເຂົ້າປົນ ແລະ ຕົ້ນເຂົ້າງາມໝໍ່າສະເໝີກັນໄດ້ເມັດພັນທີ່ມີຄຸນນະພາບ.

4. ການປັກດໍາ
ຖ້າການປັກດຳນາທີ່ມີສອງແນວພັນຢູ່ໃກ້ຄວນໄດ້ແຍກກັນ ໃຫ້ມີໄລຍະຫ່າງກັນເພື່ອບໍ່ໃຫ້ມີການປະສົມພັນຂ້າມ.

5. ການກໍາຈັດວັດສະພືດ (ຫຍ້າ)
ຖ້ານາມີຫຍ້າຈະຕ້ອງໄດ້ອານາໄມອອກຖ້າບໍ່ອານາໄມອອກ ຈະເຮັດໃຫ້ຫຍ້າຍາດກີນທາດອາຫານນຳຕົ້ນເຂົ້າຈະບໍ່ງາມສົມບູນມັນຈະກະທົບຕໍ່ຄວາມສົມບູນຂອງເມັດພັນ.

6. ພະຍາດ ແລະ ສັດຕູພືດຂອງເຂົ້າ
ກ. ພະຍາດ: ສ່ວນຫຼາຍມັກຈະເກີດພະຍາດເຫງົ້າເໜົ່າ (Foot rot) ເກີດຈາກເຊື້ອແບກທີເຣັຽ Erwinia chrysanthemi ເນື້ອງຈາກວ່າ: ມັນຕິດມາກັບເມັດພັນກພະຍາດນີ້ແມ່ນພະຍາດມັນຈະມີຜົນກະທົບເຊັ່ນ: ຜົນຜະລິດຫຼຸດລົງ, ມັນສາມາດຂະຫ ຍາຍຕົວໄປໃນເມັດພັນໄດ້.
ຂ. ສັດຕູພືດຂອງເຂົ້າ: ສ່ວນນ້ອຍທີ່ສັດຕູພືດຈະເກີດໃນນາທີ່ຜະ ລິດແນວພັນເຂົ້າລຸ້ນ 3 ແຕ່ກໍ່ເກີດຂື້ນໄດ້ເປັນຕົ້ນ: ດ້ວງກໍ, ບົ້ງຂຽວ, ແມງແຄງ…ແຕ່ກະບໍ່ພໍທີ່ຈະສ້າງຄວາມເສຍຫາຍຕໍ່ຜົນຜະລິດໄດ້

7. ການຫຼົກເຂົ້າປົນ

ໃນການຫຼົກເຂົ້າປົນແມ່ນມີ 2 ຢ່າງ ຄື: ເກີດຈາກການແຍກຕົວຂອງແນວພັນເອງ ແລະ ເກີດຈາກການມີແນວພັນອື່ນມາປົນ. ການຫຼົກເຂົ້າປົນຈະຕ້ອງສັງເກດເບີ່ງລັກສະນະຕ່າງໆເຊັ່ນ: ສີຂອງຕົ້ນ, ໃບ, ເມັດ, ຄວາມສູງຂອງຕົ້ນ, ການອອກດອກ. ຄວນຫຼົກ ເຂົ້າປົນຢູ່ 4 ຄັ້ງຄື:
1. ໄລຍະເປັນຕົ້ນກ້າກ່ອນປັກດຳ.
2. ໄລຍະຫຼັງປັກດຳໄດ້ 30 ຫາ 50 ວັນ.
3. ໄລຍະເຂົ້າ ອອກດອກ.
4. ໄລຍະເຂົ້າ ສຸກກ່ອນເກັບກ່ຽວ 5 ຫາ 10 ວັນ.

8. ການເກັບກ່ຽວ
ເຂົ້າທີ່ຈະກ່ຽວເປັນແນວພັນຈະຕ້ອງສຸກແກ່ເຕັມທີ ຫຼື ວ່າສຸກ ກວ່າເຂົ້າກີນປະມານ 5 ຫາ 10 ວັນ.
9. ການຕາກເມັດພັນເຂົ້າ
ກ່ອນຈະຕາກເຂົ້າທີ່ຈະເຮັດເມັດພັນຕ້ອງໄດ້ອານາໄມຜ້າ ຫຼື ສິ່ງທີ່ຈະມາປູຕາກເຂົ້າໃຫ້ດີ, ຖ້າເປັນເຄື່ອງອົບກໍ່ຕ້ອງໄດ້ອາ ນາໄມໃຫ້ສະອາດດີຄວາມຊຸ່ມທີ່ເໝາະສົມແມ່ນ 14%.
10. ການຄັດເມັດພັນເຂົ້າ
ຫຼັງຈາກເມັດພັນເຂົ້າຕາກແຫ້ງໃຫ້ໄດ້ຄວາມຊຸ່ມ 14 % ຫຼື ໜ້ອຍກວ່າສາມາດຄັດເມັດພັນ ໄດ້ດ້ວຍເຄື່ອງຄັດເມັດພັນ ໄດ້ແຕ່ຖ້ານຳໃຊ້ເຄື່ອງນ້ອຍແມ່ນສາມາດເປົ່າໄດ້ແຕ່ບໍ່ສາມາດຄັດແຍກເສດເຟືອງ, ເມັດຫຍ້າ, ເຂົ້າເມັດລີບ, ເມັດບໍ່ຕຶ່ງດີໄດ້.

 ເງື່ອນໄຂຂອງເມັດພັນເຂົ້າທີ່ມີຄຸນນະພາບສູງແຫຼ່ງທີ່ມາຂອງເມັດພັນເຂົ້າທີ່ມີຄວາມບໍລິສຸດສູງທາງກມະພັນມີລັກສະນະແນວພັນເດີມ, ເປີເຊັນການງອກສູງ, ການງອກໄວສະໝໍ່າສະເໝີດີ ແລະ ມີຄວາມແຂງແຮງ, ເປັນເມັດພັນທີ່ບໍ່ມີພະຍາດ ແລະ ແມງໄມ້ທຳລາຍ, ບໍ່ມີເມັດຫັກ, ບໍ່ມີເມັດທີ່ບໍ່ສົມບູນ, ບໍ່ມີເມັດພັນອື່ນປົນ ແລະ ບໍ່ມີ ສິ່ງເຈື່ອປົນອື່ນໆ.
 ທີ່ມາຂອງເມັດພັນ: ແຫຼ່ງທີ່ມາຂອງເມັດພັນ ສະເພາະການ ຜະລິດເມັດພັນເຂົ້າລຸ້ນ 3 ຈະຕ້ອງແມ່ນເມັດພັນທີ່ໄດ້ຮັບ ການລົງທະບຽນ ຫຼື ຢັ້ງຢືນວ່າເປັນເມັດພັນເຂົ້າລຸ້ນ 2 ມາກ່ອນທີ່ໄດ້ຮັບການຜະລິດຢູ່ບັນດາສູນຂອງສູນກາງຂອງ ແຂວງເຊີ່ງໄດ້ຮັບຮອງທາງ ດ້ານມາດຖານການຜະລິດ ເມັດພັນເຂົ້າທີ່ຂື້ນກັບການຈັດຕັ້ງຂອງລັດ.

ແຫຼ່ງຂໍ້ມູນ: file:///C:/Users/HP/Downloads/P4nOjuPBp64rmXJC.pdf
file:///C:/Users/HP/Downloads/328851-3.pdf
https://seedtechpp.kku.ac.th/Download/library/12%20seed%20production%20.pdf