ເຕັກນິກການລ້ຽງໄກ່ເຫຼືອງ
ໄກ່ເຫລືອງ,ເປັນພັນທີ່ລ້ຽງງ່າຍ,ໃຫຍ່ໄວ,ເໝາະສົມກັບສະພາບດິນຟ້າອາກາດຂອງບ້ານເຮົາ.ຈຸດພິເສດຂອງໄກ່ເຫລືອງໃຫ້ໄຂ່ ຫລາຍກ່ວາໄກ່ລາດ, ສາມາດໃຫ້ໄຂ່ປະມານ 150 ໜ່ວຍຕໍ່ປີ.
1. ການເລືອກສະຖານທີ່:
ຕ້ອງເປັນບ່ອນຫ່າງໄກຈາກຊຸມຊົນ, ເປັນບ່ອນດິນໂນນນໍ້າບໍ່ຖ້ວມ,ສາມາດລະບາຍນໍ້າໄດ້ດີ, ມີຕົ້ນໄມ້ບັງແດດໃນຕອນທ່ຽງ,ມີເດີ່ນຫຍ້າໃຫ້ໄກ່ໄດ້ຫາກິນ, ເປັນບ່ອນທີ່ມີອາກາດປອດໂປ່ງບໍ່ເຄີຍເກີດພະຍາດມາກ່ອນ.
2. ກາສ້າງຄອກໄກ່:
ຫຼັງຄາອາດມຸງດ້ວຍຫຍ້າຄາ, ສັງກະສີຫລື ຝ້າຫລັງຄາສູງຢ່າງໜ້ອຍ 1,80 ແມັດ, ພື້ນຄອກຄວນເອົາຂີ້ແກບ, ຂີ້ເລື້ອຍ ມາໃສ່ໃຫ້ໜາປະມານ 5 ຊັງຕີແມັດ ເພື່ອດູດຊື່ມນໍ້າຈາກຂີ້ໄກ່ເຮັດໃຫ້ພື້ຄອກແຫ້ງສະອາດດີປ້ອງກັນພະຍາດ.
3. ການຄັດເລອກພໍ່ແມ່ພັນ:
ການຄັດເລືອກໄກ່ເຮັດເປັນພໍ່ແມ່ພັນຕ້ອງເລືອກຈາກພໍ່ແມ່ນພັນທີ່ມີລັກສະນະຄຸນສົມບັດຄື:
ເລີ່ມໄຂ່ໄວ(ອາຍຸ 23 – 28 ອາທິດ) ໜ້າຕາແຈ່ມໃສ,,ໂຕໃຫຍ່,ຫອນ ແລະ ຕາງສີແດງ, ລ້ຽງລູກດີ, ຟັກໄຂ່ເກັ່ງ, ກະດູກຜົ້ງກົ້ນກ້ວາງ
ສຳລັບພໍ່ພັນ ປະສົມພັນເກັ່ງ,ຄວນປ່ຽນພໍ່ພັນທຸກໆ 2 ປີ ຫລີກເວ້ັນບໍ່ໃຫ້ພໍ່ປະສົມພັນກັບລູກມັນເອງ.
4. ການອະນຸບານໄກ່ນ້ອຍ:
ໄກ່ນ້ອຍແຕກໃໝ່ຕ້ອງການອຸນຫະພູມ 36-37 ອົງສາ, ເຮົາຕ້ອງເຮັດຄອກອະນຸບານໄກ່ນ້ອຍ, ໂດຍໃຊ້ຝາກະແຕະມາຂົດເປັນວົງມົນກ້ວາງ 1,20 ແມັດ, ສູງ 60 ຊັງຕີແມັດ ຫລື ໃຊ້ຈຳພວກໄມ້ໄຜ່ມາເຮັດເປັນຄອກ, ໃສ່ດອກໄຟ 100 ວັດ 2-3 ດອກຕໍ່ໄກນ້ອຍ 100 ໂຕ, ຕ້ອງໃຫ້ນໍ້າໄກ່ນ້ອຍບໍ່ໃຫ້ຂາດ
5. ອາຫານ ແລະ ການໃຫ້ອາຫານ
ອາຫານໄກ່ໄດ້ມາຈາກ 3 ແຫລ່ງຄື:ໄດ້ຈາກພືດ,ຈາກສັດ ແລະຈາກແຮ່ທາດຕ່າງໆ,ອາຫານໄກ່ປະກອບດ້ວຍ 4 ທາດໃຫ່ຍໆຄື:
ທາດພະລັງງາ−: ແມ່ນໄດ້ມາຈາກ ສາລີ,ຮຳ,ເຂົ້າປຽນ, ຫົວມັນຕົ້ນ ແລະ ຫົວມັນຕ່າງໆ.
ທາດຊີ້ນ: ແມ່ນໄດ້ມາຈາກຊີ້ນ,ປາ,ແມງໄມ້ຕ່າງໆ ແລະ ພືດຕະກຸນຖົ່ວຕ່າງໆ,ທາດຊີ້ນເຮັດໃຫ້ໄກ່ຈະເລີນເຕີບໂຕ.
ແຮ່ທາດ: ໄດ້ຈາກຈຳພວກ ກະດູກ, ປໍ້ຫອຍ, ປໍ້ໄຂ່, ໄກ່ຕ້ອງການແຮ່ທາດເພື່ອສ້າງໂຄງກະດູກໃຫ້ແຂງແກ່ນ, ສ້າງປໍ້ໄຂ່ອີກດ້ວຍ,ນອກນັ້ນຍັງເປັນສ່ວນປະກອບຂອງທາດຊີ້ນ,ເມັດເລືອດ ແລະ ແພຈຸລັງຕ່າງໆ.
ທາດວິຕາມີນ: ໄດ້ມາຈາກຈຳພວກພືດສີຂຽວນອກນັ້ນຍັງໄດ້ຈາກນໍ້າມັນ, ຕັບສັດ, ຊີ້ນປົ່ນ, ນໍ້ານົມ
ສູດອາຫານໄກ່
ວັດຖຸດີບ | ນໍ້າໜັກ(ກິໂລ) | %ທາດຊຮັນໃນວັດຖຸດີບ | %ທາດຊຮັນໃນອາຫານ |
ສາລີ, ເຂົ້າປຽນ | 45 | 0,08 | 3,60 |
ຮຳອ່ອນ | 25 | 0,10 | 2,50 |
ຖົ່ວເຫຼືອງ | 10 | 0,40 | 4,00 |
ປາປົ່ນ | 5 | 0,50 | 4,00 |
ໃບກະຖິນ | 4 | 0,17 | 0,68 |
ດູກປົ່ນ | 7,7 | 0,71 | 0,53 |
ເກືອ | 0,3 | ||
ລວມ | 100 | 15,31 |
ອັດຕາການໃຫ້ອາຫານ
ອາຍຸໄກ່ | ຈຳນວນອາຫານ(ກຼາມ/ມື້/ໂຕ) | ນໍ້າ(ມິນລີລິດ/ມື້/ໂຕ) |
1 ມື້-2 ອາທິດ | 20 | 40 |
15 ມື້- 1 ເດືອນ | 40 | 80 |
1-2 ເດືອນ | 70 | 102 |
2-3 ເດືອນ | 100 | 150 |
3 ເດືອນຂື້ນໄປ | 120 | 200 |
5. ພະຍາດ
ພະຍາດນິວຄາເຊິນ: ແມ່ນພະຍາດຮ້າຍແຮງ ເກີດຈາກເຊື້ອໄວຣັດ ມັກເກີດກັບໄກ່ສະເພາະ, ໄກ່ທີ່ເປັນພະຍາດນີ້ຈະຕາຍເຖິງ 80-100%,ອາການທີ່ສະແດງອອກຄືໄກ່ຈະຕາຍຢ່າງກະທັນຫັນເປັນຈຳນວນຫລວງຫລາຍໄກ່ຈະຈາມ, ຫັນໃຈຍາກ, ອາຈົມເປັນສີຂຽວແກມເຫລືອງ, ຮ່າງກາຍບາງສ່ວນເປັນອຳມະພາດ,ໄກ່ໂຕທີ່ລອດຕາຍຈະຄໍບິດຍ່າງເປັນວົງວຽນ, ພະ ຍາດນີ້ປົວບໍ່ໄດ້, ຕ້ອງປ້ອງກັນດ້ວຍວັກຊີນນີວຄາເຊີນຄື: ວັກຊີນນິວຄາເຊີນອາຍຸອ່ອນໃຊ້ຢອດ ດັງ,ຕາໄກ່ນ້ອຍ 2-3 ຢອດ ແລະ ນີວຄາເຊີນອາຍຸແກ່ສັກກ້າມຊີ້ນໄກ່ ອາຍຸ 6 ອາທິດຂື້ນໄປ, ຄຸ້ມກັນໄດ້ 1 ປີ.
ແຫຼ່ງຂໍ້ມູນ: file:///C:/Users/HP/Downloads/N7C7WO4ocD4Dw5Q6.pdf
file:///C:/Users/HP/Downloads/tossaporni,+%7B$userGroup%7D,+252468-ไฟล์บทความ-905715-1+(21.12.64).pdf