ເຕັກນິກການລ້ຽງໝູລາດແແບຂັງ

ຢູ່ບ້ານເຮົາ ການລ້ຽງໝູແມ່ນມີການນິຍົມລ້ຽງຢ່າງແຜ່ຫຼາຍບໍໍ່ວ່າໃນຕົວເມືອງ ຫຼື ຊົນນະບົດ ເຊິ່ງໃນນັັ້ນໝູລາດກໍໍ່ເປັນສັດຊະນິດໜຶ່ງທີ່ລ້ຽງງ່າຍ. ຊີ້ນໝູລາດມີລົດຊາດແຊບ ສາມາດສະໜອງອາຫານໃຫ້ແກ່ຄອບຄົວຊາວກະສິກອນ ແລະ ຂາຍໄດ້ທຸກທີ່ທຸກເວລາ. ນອກຈາກຈະໃຫ້ຊີ້ນເປັນອາຫານແລ້ວກໍໍ່ຍັງໃຫ້ຝຸ່ນເພືື່ອໃສ່ຕົ້ນໄມ້, ສວນຜັກ ແລະ ນໍາເຂົ້າໄດ້ອີກດ້ວຍ.ໝູລາດແມ່ນແນວພັນທີ່ປະຊາຊົນເຄີຍລ້ຽງມາແຕ່ບູຮານ, ອາຫານ ແລະ ແນວພັນແມ່ນສາມາດຫາໄດ້ໃນທ້ອງຖິ່ນ. ຊີ້ນໝູລາດເປັນທີ່ນິຍົມບໍລິໂພກພາຍໃນຄອບຄົວ ແລະ ເປັນທີ່ຕ້ອງການຂອງຕະຫລາດ. ຊາວກະສິກອນລາວ ໂດຍສະເພາະແມ່ນຜູ້ທີ່ອາໃສຢູ່ຊົນນະບົດເຂດພູດອຍມີມູນເຊື້ອໃນການລ້ຽງໝູລາດມາແຕ່ດົນນານແລ້ວ ຊຶ່ງເປັນພັນພື້ນເມືອງທີ່ຫາໄດ້ງ່າຍໃນເຂດບ້ານອ້ອມຂ້າງ ໂດຍມີການລົງທືນເລັກນ້ອຍຕາມຄວາມສາມາດຂອງແຕ່ລະຄອບຄົວ ຄືປະມານ 2-3 ໂຕ ເພືື່ອການໂພຊະນາການພາຍໃນຄອບຄົວ ແລະ ຍັງສາມາດສ້າງລາຍຮັບໄດ້ນໍາອີກດ້ວຍ.

I. ເຕັກນິກ ແລະ ຂັັ້ນຕອນການລ້ຽງໝູລາດ
1 ເງືື່ອນໄຂຊາວກະສິກອນ
• ມີຄວາມສົນໃຈ, ມັກໃນອາຊີບກະສິກໍາ ແລະ ເອົາໃຈໃສ່ໃນການບົວລະບັດຮັກສາ;
• ມີພື້ນທີ່ທີ່ເໝາະສົມ, ຮາບພຽງ ຫຼື ຄ້ອຍຊັນເລັກໜ້ອຍ, ອາກາດປອດໂປ່ງ, ສາມາດລະບາຍນໍ້າໄດ້ສະດວກ ແລະ ໃກ້ກັບແຫຼ່ງນໍ້າ;
• ມີແຮງງານທີ່ສາມາດເຮັດການກະສິກໍາໄດ້ສອງຄົນຂື້ນໄປ;
• ຊາວກະສິກອນທີ່ເຄີຍມີປະສົບປະການໃນການລ້ຽງໝູມາກ່ອນຍິ່ງເປັນການດີ.

2 ແນວພັນໝູລາດ
ໝູລາດມີຫຼາຍປະເພດຄື: ປະເພດໝູລາດຊະນິດນ້ອຍມີນໍ້າໜັກສູງສຸດປະມານ 40-48 ກິໂລ, ອາຍຸຂື້ນເພດທໍາອິດປະມານ 8-9 ເດືອນ, ເກີດລູກປະມານ 1,5 ເທືື່ອຕໍໍ່ປີ, ມີຈໍານວນລູກເກີດປະມານ 5-7 ໂຕຕໍໍ່ເທືື່ອ; ໝູລາດປະເພດໃຫຍ່ມີນໍ້າໜັກປະມານ 45-80 ກິໂລ, ອາຍຸປະມານ 1 ປີກໍໍ່ສາມາດເກີດລູກໄດ້. ປະເພດໝູລາດມັກເຫັນທົ່ວໄປມີຊືື່ເອີ້ນ ແຕກຕ່າງກັນເຊັ່ນ: ໝູໝາກກະໂດນ, ໝູຈີດ, ໝູບົວ, ໝູແດງພາກໃຕ້, ໝູເຜົ່າມົ້ງ ແລະ ອືື່ນໆ; ມີລໍາຕົວນ້ອຍ, ຫູສັັ້ນ, ຫູຕັັ້ງ, ລໍາຕົວເປັນສີດໍາ. ໝູລາດເປັນໝູທີ່ລ້ຽງໄດ້ງ່າຍ, ສາມາດກິນອາຫານພື້ນບ້ານທີ່ຫາໄດ້ຢູ່ໃນທ້ອງຖິ່ນ, ມີອັດຕາການຂະຫຍາຍຕົວຊ້າ, ແຕ່ມີຄວາມທົນທານຕໍໍ່ສະພາບແວດລ້ອມໄດ້ດີ.
3. ວິທີການຄັດເລືອກໝູພໍໍ່ພັນ
ໃຫ້ຄັດເລືອກເອົາພໍໍ່ພັນ ຈາກແນວພັນທີ່ມີລູກດົກ, ມີອັດຕາຂະຫຍາຍຕົວໄວ, ມີລໍາຕົວໃຫຍ່; ຂັັ້ນຕອນໃນການຄັດເລືອກແບ່ງເປັນ 3 ໄລຍະຄື:
ໄລຍະທີ 1: ເລີ່ມແຕ່ເກີດຈົນຮອດຢ່ານົມ.
ໄລຍະທີ 2: ເລີ່ມແຕ່ອະນຸບານຈົນຮອດໄລຍະເລີ່ມເປັນບ່າວສາວ
ໄລຍະທີ 3: ແມ່ນໄລຍະເລີ່ມເປັນພໍໍ່ແມ່ພັນ; ສໍາລັບໝູແມ່ພັນແມ່ນເລີ່ມຂື້ນເພດ; ສໍາລັບພໍໍ່ພັນຕ້ອງມີລໍາຕົວໃຫຍ່, ສີສັນ ແລະ ໜັງສົດໃສ, ອະໄວຍະວະເພດຜູ້ແຂງແຮງດີ, ລູກອັນທະທັງສອງໜ່ວຍໃຫຍ່ສະເໝີກັນ, ໜ່ວຍຕາສົດຊືື່ນແຈ່ມໃສ, ດັງຊຸ່ມ, ລະບົບແຂ່ງຂາ ແລະ ເລັບຕີນແຂງແຮງດີ, ມີລັກສະນະກ້າວກົດເປັນເພດຜູ້ຢ່າງຊັດເຈນ. ສໍາລັບແມ່ພັນຕ້ອງມີລໍາຕົວໃຫຍ່, ຍາວໄດ້ລະດັບດີພໍສົມຄວນ, ອະໄວຍະວະເພດແມ່ຂະຫຍາຍຕົວສົມບຸນດີ, ເຕົ້ານົມລຽນກັນເປັນສອງແຖວ ແລະ ມີເຕົ້ານົມສົມບູນແຕ່ລະຄູ່ໃຫຍ່ສະເໝີກັນປະມານ 6 ຫາ 7 ຄູ່; ຕາແຈ່ມໃສດີ, ດັງຊຸ່ມ, ມີສີສັນສົດໃສ, ມີ ຄຸນລັກສະນະເປັນແມ່ທີ່ດີ, ໃຫ້ນໍ້ານົມ ຫຼາຍ, ເກີດລູກຫຼາຍໂຕ, ລ້ຽງລູກດີ, ກິນອາຫານດີ, ລະບົບແຂ່ງຂາ ແລະ ເລັບຕີນແຂງແຮງດີ.

4. ອາຍຸການນໍາໃຊ້ເປັນພໍໍ່ແມ່ພັນ
ພໍໍ່ພັນ: ເມືື່ອກໍານົດເປົ້າໝາຍພໍໍ່ພັນ ແລະ ມີວິທີການຄັດເລືອກພໍໍ່ພັນໄດ້ແລ້ວກໍໍ່ໃຫ້ລ້ຽງພໍໍ່ພັນໄວ້ຈົນຮອດອາຍຸປະມານ 6 ຫາ 7 ເດືອນ. ດີແທ້ແມ່ນອາຍຸຮອດ 9 ເດືອນ ຈຶ່ງສາມາດນໍາໃຊ້ເປັນພໍໍ່ພັນໄດ້ ທັງນີ້ເພືື່ອໃຫ້ພໍໍ່ພັນມີການຂະຫຍາຍຕົວ ຢ່າງສົມບູນ, ສາມາດຜະລິດນໍ້າເຊື້ອໄດ້ຫຼາຍ ແລະ ແຂງແຮງດີ.
ແມ່ພັນ: ໃຫ້ແຍກໝູແມ່ພັນອອກລ້ຽງຕ່າງຫາກ ເມືື່ອມີອາຍຸໄດ້ປະມານ 7 ຫາ 8 ເດືອນ ສາມາດປະສົມພັນໄດ້, ບໍໍ່ຄວນປະສົມພັນເມືື່ອໝູແມ່ພັນຂື້ນເພດເປັນເທື່ອທໍາອິດ ເພາະວ່າລະບົບມົດລູກບໍໍ່ທັນຂະຫຍາຍຕົວຢ່າງສົມບູນ, ແມ່ພັນຂື້ນເພດ ເທື່ອທີ 2 ຈຶ່ງປະສົມພັນແມ່ນດີທີ່ສຸດ.

5 ກະກຽມຄອກໝູ
ການລ້ຽງໝູແບບຂັງໃສ່ຄອກ ຫຼື ເອີ້ນວ່າການລ້ຽງໝູແບບທອມ ແມ່ນວິທີການລ້ຽງທີ່ໃຊ້ໄລຍະເວລາອັນສັັ້ນແຕ່ໄດ້ຂາຍໝູທີ່ຕຸ້ຍ ແລະ ມີນໍ້າໜັກດີເປັນທີ່ຕ້ອງການຂອງຕະຫລາດທົ່ວ. ຊື້ໝູນ້ອຍທີ່ຢ່ານົມແລ້ວມີນໍ້າໜັກປະມານ 15-20 ກິໂລ ຄອບຄົວໜຶ່ງຈະລ້ຽງ 2-4 ໂຕ ຫຼື ໃນຈໍານວນທີ່ຫຼາຍກວ່ານັັ້ນຂື້ນກັບຄວາມສາມາດຂອງແຕ່ລະຄອບຄົວ ເປັນແນວພັນໝູລາດ ຫຼື ໝູລູກປະສົມ (ແຕ່ສ່ວນຫຼາຍແມ່ນໝູລາດ), ໂດຍນໍາໃຊ້ຫົວອາຫານປະສົມ, ອາຫານທີ່ມີໃນທ້ອງຖິ່ນເຊັ່ນຮໍາ, ສາລີ, ມັນຕົ້ນ, ບອນ ແລະ ຜັກປ່າຊະນິດອືື່ນໆ ໃຫ້ອາຫານພຽງພໍກັບຄວາມຕ້ອງການຂອງໝູແຕ່ລະໄລຍະ ໃຫ້ມື້ໜຶ່ງ 2 ຄັັ້ງ (ເຊົ້າ ແລະ ແລງ), ໃຫ້ນໍ້າກິນທີ່ສະອາດ ແລະ ບໍໍ່ໃຫ້ຂາດ.
 ດ້ານສຸຂະພາບສັດ: ມີການຂ້າແມ່ທ້ອງ ແລະ ສັກຢາປ້ອງກັນພະຍາດຖືກຕ້ອງຕາມຫຼັກການ,ອານາໄມ
ປັດກວາດພື້ນທີ່ ແລະ ບໍລິເວນອ້ອມຂ້າງຄອກໃຫ້ສະອາດ. ໃຊ້ເວລາລ້ຽງ 6-7 ເດືອນຈະໄດ້ນໍ້າໜັກປະມານ 60-80 ກິໂລ ແລະ ເປັນນໍ້າໜັກທີ່ຂາຍເປັນໝູຊີ້ນໄດ້ທົ່ວໄປໃນທ້ອງຖິ່ນລາຄາ 20.000-22.000 ກີບຕໍໍ່ນໍ້າໜັກສັດເປັນ 1 ກິໂລ.

6 ການລ້ຽງໝູໃນຄອກ
ແມ່ນໄລຍະເວລາແຕ່ອາຍຸໄດ້ 8 ຫາ 10 ອາທິດ ນັບແຕ່ມື້ເກີດ, ມີນໍ້າໜັກແຕ່ 15 ຫາ 20 ກິໂລກຼາມຂື້ນໄປຈົນຮອດນໍ້າໜັກ 80 ກິໂລກຼາມ ຫຼື ຫຼາຍກວ່ານັັ້ນຊຶ່ງຈະໃຊ້ເວລາລ້ຽງແຕ່ 13 ຫາ 16 ອາທິດ ຫຼື ປະມານ 90 ວັນ ແລ້ວ ແຕ່ຈຸດປະສົງຂອງຜູ້ລ້ຽງຄື: ລ້ຽງເປັນໝູຊີ້ນສົ່ງຕະຫຼາດ ຫຼື ຈະລ້ຽງເພືື່ອຄັດເລືອກແນວພັນ; ສໍາລັບຄອກໝູລຸ້ນກໍໍ່ສາມາດນໍາໃຊ້ຄອກແບບຊູພື້ນ ຫຼື ຄອກແບບຍົກພື້ນຕາມເງືື່ອນໄຂທໍາມະຊາດຂອງແຕ່ລະເຂດໃຫ້ເໝາະສົມ. ຄວາມຕ້ອງການເນື້ອທີ່ຖ້າແມ່ນຄອກແບບຊູພື້ນປະມານ 1 ຕາແມັດຕໍໍ່ໂຕ, ສາມາດຈັດເປັນກຸ່ມ 5 ຫາ 10 ໂຕຕໍໍ່ຄອກ, ແຕ່ຕ້ອງໃຫ້ມີຮາງໃຫ້ອາຫານ ຄົບຖ້ວນ, ກວ້າງພໍດີກັບຂະໜາດຂອງໝູເພືື່ອບໍໍ່ໃຫ້ໝູຍາດຊີງອາຫານກັນ; ຖ້າເປັນຄອກຍົກພື້ນຕ້ອງມີພື້ນທີ່ປະມານ 0,7 ຕາແມັດຕໍໍ່ໂຕ; ຕ້ອງໃຫ້ໝູລຸ້ນໄດ້ກິນນໍ້າຕາມຄວາມຕ້ອງການຕະຫຼອດ 24 ຊົ່ວໂມງ.
ການໃຫ້ອາຫານໝູລຸ້ນໃນໄລຍະເລີ່ມຕົ້ນອາທິດທໍາອິດປະມານ 1 ກິໂລ ກຼາມ ຕໍໍ່ໂຕ ຕໍໍ່ວັນ, ແບ່ງເປັນ 2 ຄາບໆລະ 500 ກຼາມ ແລະ ເພີ່ມຂື້ນແຕ່ລະອາທິດຈົນຮອດອາທິດທີ 13 ປະມານ 2,5 – 2,7 ກິໂລກຼາມຕໍໍ່ໂຕຕໍໍ່ວັນ. ໃນເງືື່ອນໄຂນໍາໃຊ້ອາຫານສໍາເລັດຮູບຈາກໂຮງການ ຫຼື ອາຫານປະສົມກັບທີ່ໆໄດ້ມາດຖານຕາມຄວາມຕ້ອງການຂອງໝູ ; ໃນໄລຍະເປັນໝູລຸ້ນຈະມີອັດຕາການຈະເລີນເຕີບໂຕສູງສະເລ່ຍແຕ່ລະວັນປະມານ 550 – 700 ກຼາມ; ປະລິມານອາຫານທີ່ຕ້ອງການທັງໝົດປະມານ 240 ກິໂລກຼາມ ຫຼື ຄິດໄລ່ອັດຕາສ່ວນການຈະເລີນເຕີບໂຕຕໍໍ່ກັບການກິນອາຫານໃນອັດຕາ 1 ຕໍໍ່ 3 ສ່ວນ, ໝາຍຄວາມວ່າໃຊ້ອາຫານ 3 ກິໂລກຼາມໄດ້ນໍ້າໜັກໂຕ 1 ກິໂລກຼາມ
6.1 ກະກຽມຮາງອາຫານ

ຮາງອາຫານມີຄວາມສໍາຄັນຫຼາຍ ເພາະວ່າຖ້າເຮັດຮາງອາຫານທີ່ດີ ແລະ ຖືກຕ້ອງອາຫານກໍໍ່ຈະບໍໍ່ຕົກເຮ່ຍເສຍຫາຍຫຼາຍ, ປະຢັດແຮງງານ ແລະ ຕົ້ນທືນ, ໝູຈະໄດ້ກິນອາຫານຫຼາຍຂື້ນ, ອາຫານສະອາດ ແລະ ໝູໃຫຍ່ໄວກວ່າ, ນອກຈາກນັັ້ນຍັງເຮັດໃຫ້ມີການອານາໄມທໍາຄວາມສະອາດງ່າຍຂື້ນອີກດ້ວຍ
6.2 ການໃຫ້ໃຫ້ນໍ້າ:
ນໍ້າມີຄວາມໝາຍສໍາຄັນເປັນພື້ນຖານສໍາລັບການຈະເລີນເຕີບໂຕຂອງຮ່າງກາຍ, ຖ້າໝູກິນນໍ້າບໍໍ່ພຽງພຽງໝູຈະມີອາການດັ່ງນີ້: ກິນອາຫານໜ້ອຍລົງ, ອາການເຄັ່ງຕຶງຈາກຄວາມຮ້ອນອົບເອົ້າ, ອັດຕາການຈະເລີນເຕີບໂຕຕໍ່າ, ໝູນານ ໃຫຍ່, ໃຫ້ນໍ້ານົມໜ້ອຍລົງໂດຍສະເພາະໝູແມ່ລ້ຽງລູກ.
• ໝູນ້ອຍຕ້ອງການນໍ້າປະມານ 2-4 ລິດຕໍໍ່ມື້ຕໍໍ່ໂຕ.
• ໝູໃຫຍ່ 6-12 ລິດຕໍໍ່ມື້ຕໍໍ່ໂຕ, ໝູແມ່ລູກອ່ອນ 15-20 ລິດຕໍໍ່ມື້ຕໍໍ່ໂຕ.
6.3 ອາຫານໝ ແລະ ເຕັກນິກການໃຫ້ອາຫານ:
ກ. ວັດຖຸດິບອາຫານ
• ອາຫານເຂັັ້ມຂຸ້ນ (ອາຫານສໍາເລັດຮູບ) ມີທາດຊີ້ນປະມານ 29%.
• ສ່ວນຫຼາຍຈະມີພະລັງງານ, ທາດຊີ້ນ, ເຍື້ອໃຍ, ແຮ່ທາດ ແລະ ວິຕາມິນ ຄົບຖ້ວນ.
• ສາມາດໃຊ້ປະສົມໃນສົດຕ່າງໄດ້ຕາມຄວາມຕ້ອງການ.
• ອາດປະສົມໃນລະດັບ 25-45% ຂື້ນກັບຜູ້ຜະລິດ.
ຂ. ຮໍາອອນ:
• ມີທາດຊີ້ນປະມານ 12%
• ພະລັງງານ 3.120 ກິໂລກະລໍລີ/ກິໂລ.
• ຖ້າເປັນຮໍາຈາກໂຮງສີເຂົ້າຂະໜາດກາງ ແລະ ນ້ອຍຈະມີທາດຊີ້ນພຽງ 7- 8% ເທົ່ານັັ້ນ ເພາະເປັນຮໍາແກ່ສ່ວນຫຼາຍ.
• ມີໄຂມັນສູງ 12-13% ເຮັດໃຫ້ມີກິື່ນຂີວງ່າຍ
 ຂໍໍ້ຈາກັດ:
• ບໍໍ່ຄວນໃຊ້ປະກອບອາຫານໃຫ້ໝູນ້ອຍໄລຍະຢ່ານົມເນືື່ອງຈາກມີເຍື້ອໃຍສູງ.
 ຂໍໍ້ແນະນໍາ:
• ຄວນໃຊ້ຮໍາອ່ອນທີ່ຍັງໃໝ່ບໍໍ່ມີກິ່ນ ແລະ ບໍໍ່ຄວນເກັບຮັກສາໄວ້ດົນເກີນ 30-40 ວັນ.
• ໝູນ້ອຍນໍ້າໜັກ 20-60 ກິໂລ ບໍໍ່ຄວນເກີນ 30% ໃນສົດອາຫານ, ຖ້າເປັນໝູໃຫຍ່ ຫຼື ພໍໍ່ແມ່ພັນສາມາດປະສົມໄດ້ຫຼາຍກວ່າ 30% ໃນສູດອາຫານ.

II. ການປ້ອງກັນ ແລະ ປິ່ນປົວສຸຂະພາບໝູ
ພະຍາດໝູ ມີຫລາຍຊະນິດ, ໝູຫູກໍ່າ, ອະຫິວາ ແລະ ອືື່ນໆ ເຊິ່ງລາລະອຽດເປັນລັກສະນະວິຊາການເກີນໄປ. ສະນັັ້ນ ຈຶ່ງບໍໍ່ສາມາດລົງລາຍລະອຽດໄດ້ ແຕ່ຈະສະເໜີບັນດາສາຍເຫດທີ່ພາໃຫ້ໝູເກີດພະຍາດ ແລະ ວິທີປ້ອງກັນ. ສ່ວນວ່າການແກ້ໄຂ ຫລື ການປິ່ນປົວຄວນສະເໜີສັດຕະວະແພດສະເພາະດ້ານມາປິ່ນປົວໃຫ້ທັນເວລາຈະເປັນການດີ.
1 ສາເຫດທີ່ພາໃຫ້ເກີດພະຍາດ
ພະຍາດໝູ ເກີດຈາກຫຼາຍສາເຫດ ແລະ ເກີດຈາກເຊື້ອພະຍາດຫຼາຍຊະນິດ; ໃນເມືື່ອໝູຕິດພະຍາດແລ້ວກໍໍ່ຈະເຮັດໃຫ້ໝູເຈັບປ່ວຍ ຫຼື ຕາຍໄດ້ຊຶ່ງສັງລວມແລ້ວສາມາດເກີດຈາກ 3 ແຫຼ່ງກໍາເນີດຕົ້ນຕໍຄື:

• ເກີດຈາກຄວາມແຮງກະທົບໃສ່ໂຕໝູ ເຮັດໃຫ້ໝູເຈັບ, ເປັນບາດ; ເກີດຈາກສິ່ງທີ່ມີຄວາມຮ້ອນ, ກະແສໄຟຟ້າ ຫຼື ເກີດຈາກແສງກໍາມັນຕະພາບລັງສີໃດໜຶ່ງ;
• ເກີດຈາກສານເຄມີປະເພດມີລັກສະນະເປັນກົດ, ເປັນດ່າງ, ຢາຂ້າແມງໄມ້ ແລະ ຢາປາບສັດຕູພືດຕ່າງໆທີ່ສາມາດຕິດມານໍາ ຫຼື ປົນເປື້ອນມາກັບອາຫານ, ນໍ້າ, ລົມ ຫຼື ອາດຈະກະທົບໃສ່ໂຕໝູໂດຍກົງ;
• ເກີດຈາກເຊື້ອພະຍາດທີ່ມີຊີວິດຄື: ເຊື້ອໄວຣັດ, ແບັກເຕີຣີ, ເຊື້ອລາ, ໂປຼໂຕໂຊ ແລະ ແມ່ກາຝາກຕ່າງໆ.
2. ຫຼັກການລວມ ກຽວກັບການປ້ອງກັນພະຍາດໝ
• ໃຫ້ເຮັດຮົ້ວອ້ອມຄອກ ຫຼື ຟາມໝູເພືື່ອປ້ອງກັນບໍໍ່ໃຫ້ສັດປະເພດອືື່ນເຂົ້າລົບກວນ;
• ຖ້າມີເງືື່ອນໄຂໃຫ້ປົກຕົ້ນໄມ້ ເພືື່ອເປັນສິ່ງກໍາບັງພະຍາດສັດ;
• ໃຫ້ເຮັດຄອກໝູຫ່າງຈາກເຮືອນຢ່າງໜ້ອຍ 50 ແມັດ;
• ທໍາຄວາມສະອາດຄອກໝູທຸກໆວັນ, ອະນາໄມຂີ້ໝູອອກຈາກຄອກ, ລ້າງພື້ນຄອກ, ຮາງອາຫານເປັນປົກກະຕິ;
• ໃຫ້ໝູໄດ້ກິນນໍ້າທີ່ສະອາດບໍໍ່ມີການປົນເປື້ອນສານເຄມີຕ່າງໆຕ້ອງເກືອໝູດ້ວຍອາຫານສົດຍັງໃໝ່, ບໍໍ່ມີເຊື້ອລາ, ບໍໍ່ມີກິ່ນເໝັນ;
• ທຳຄວາມສະອາດອຸປະກອນທີ່ຮັບໃຊ້ປະຈໍາຄອກໝູເປັນປະຈໍາເຊັ່ນ: ອຸປະກອນເກືອໝູ , ຄຸໃສ່ນໍ້າ, ເຄືື່ອງຕັກອາຫານ, ຊວ້ານ ແລະ ອືື່ນໆ.
• ບໍໍ່ໃຫ້ເອົາຊີ້ນໝູທີ່ຕາຍດ້ວຍພະຍາດມາຄົວກິນຢູ່ໃກ້ກັບຄອກໝູ ຫຼື ຢູ່ໃນຟາມຂອງຕົນ;
• ຖ້າເຫັນປະກົດການໝູຕິດພະຍາດແລ້ວ ຫຼື ມີອາການຫຸນແຮງກວ່າຈະຄວບຄຸມໄດ້ ໝາຍຄວາມວ່າບໍໍ່ສາມາດເຮັດປະຖົມພະຍາບານໄດ້ດ້ວຍຕົນເອງໃຫ້ລາຍງານສັດຕະວະແພດບ້ານ ແລະ ສັດຕະວະແພດເມືອງທັນທີ;
• ວິທີສຸດທ້າຍແມ່ນ ການສັກຢາປ້ອງກັນພະຍາດດ້ວຍຢາວັກຊິນ.
3 ຢາທີ່ຈໍາເປັນຕ້ອງມີໄວ້ປະຈໍາຟາມລ້ຽງໝູ
ສໍາລັບການລ້ຽງໝູທີ່ເປັນຟາມຂະໜາດນ້ອຍ ຫຼື ມີການລ້ຽງເປັນກຸ່ມກໍ່ມີ ຄວາມຈໍາເປັນຕ້ອງໄດ້ມີຖົງຢາ ສັດຕະວະແພດປະຈໍາກຸ່ມ ຫຼື ປະຈໍາຟາມເພື່ອເຮັດປະຖົມພະຍາບານ ແລະ ປິ່ນປົວສຸຂະພາບສັດ; ໃນຖົງຢາ ສັດຕະວະແພດປະຈໍາກຸ່ມລ້ຽງໝູ ປະກອບມີຢາທີ່ຈໍາເປັນຕ້ອງໃຊ້ດັ່ງນີ້:
• ເຫຼົ້າ 90 ອົງສາ ມີໄວ້ເພືື່ອຂ້າເຊື້ອພະຍາດ, ໃຊ້ເຊັດ, ທາໜັງໃນເວລາສັກຢາ ຫຼື ເຮັດການຜ່າຕັດນ້ອຍ;
• ຢາທິງເຈີໄອໂອດີນ 2-5% ສໍາລັບຂ້າເຊື້ອພະຍາດ ແລະ ປົວບາດແຜສົດ;
• ຢາປົວບາດແຜ ເຊັ່ນ: ຢາແດງ, ຢາເຫຼືອງ, ຢາຜົງຊັນຟາ ແລະ ຢາຕ້ານເຊື້ອອືື່ນໆ;
• ຢາລົດໄຂ້ ໂນວັນຢີນ ໃຊ້ປິ່ນປົວໝູທີ່ມີອາການໄຂ້ຂື້ນສູງ ຫຼື ໃຊ້ປິ່ນປົວ ແມ່ພັນຫຼັງເກີດລູກທີ່ມີອາການເປັນໄຂ້;
• ຢາທາດເຫຼັກ ໃຊ້ສໍາລັບສັກໃຫ້ໝູນ້ອຍເກີດໃໝ່ທີ່ມີອາຍຸໄດ 3 ວັນ ເພືື່ອເສີມສ້າງເມັດເລືອດແດງເຮັດໃຫ້ໝູແຂງແຮງ, ກິນອາຫານດີ, ໃຫຍ່ໄວ; ນໍາໃຊ້ໃນປະລິມານ 1-2 ເຊເຊ; ຖ້າໝູນ້ອຍຂາດທາດເຫຼັກກໍໍ່ຈະເປັນພະຍາດເລືອດຈາງຜີວໜັງຂາວມ້ານ, ບໍໍ່ແຂງແຮງ, ໃຫຍູ່ຊ້າ, ມີອາການເຈັບທ້ອງແບບຊໍ້າເຮື້ອ;
• ຢາບໍາລຸງ ເປັນຢາກະຕຸ້ນໃຫ້ສັດມີສຸຂະພາບແຂງແຮງຂື້ນກິນອາຫານໄດ້ດີ, ໃຫຍ່ໄວຊຶ່ງມີຈໍາພວກຄາໂຕຊານ, ວິຕາມິນ AD3E, ວິຕາມິນ ເບກອມປະເລັກ ແລະ ອືື່ນໆ;
• ຢາຊູແຮງຊ່ວຍແມ່ພັນໃນເວລາເກີດລູກ “ອົກຊີໂຕຊີນ” ຊ່ວຍກະຕຸ້ນໃຫ້ກ້າມຊີ້ນມົດລູກປັ່ນຕົວໃນກໍລະນີແມ່ພັນບໍໍ່ມີແຮງເບັ່ງເກີດລູກ ຫຼື ມີອາການເກີດລູກຊ້າ, ແຮ່ຕົກຄ້າງ; ນໍາໃຊ້ປະລິມານ 2 ເຊເຊ ຕໍໍ່ຄັັ້ງ.

• ຢາຈໍາພວກກະລຸຍໂກ ແລະ ເດັກສະໂທຼ ຊ່ວຍຊູແຮງແມ່ພັນ ຫຼື ໝູນ້ອຍໃນເວລາເຈັບທ້ອງ, ສູນເສຍນໍ້າຕານໃນຮ່າງກາຍໄປຫຼາຍ.
• ຢາຕ້ານເຊື້ອທີ່ຄວນມີໄວ້ສໍາລັບປິ່ນປົວພະຍາດໝູ ເຊັ່ນ:
 ເປນີຊີລີນ (Penicillin)
 ສະເຕັບໂຕມາຍຊີນ (Streptomycin)
 ກະລໍແຣມເຟນີໂຄນ (Chloramphenicol)
 ອົກຊີເຕຕຼາຊີກະລີນ (Oxytetracycline)
 ໄອເວີເມັກຕິນ (Ivermectin)
 ເພັນສະເຕັບ (Penstrept)
 ຢາຜົງເນກາຊັນ (Negasant)
 ຢາວັກຊິນ ປ້ອງກັນພະຍາດໝູ ເຊັ່ນ: ອະຫິວາໝູ , ປາກເປື່ອຍລົງເລັບ

4. ການເກັບຮັກສາຢາປົວພະຍາດໝູ
ຢາແຕ່ລະຊະນິດຕ້ອງເກັບຮັກສາໄວ້ເປັນຢ່າງດີ ໂດຍສະເພາະແມ່ນຢາວັກຊິນຕ້ອງເກັບຮັກສາໄວ້ໃນຕູ້ເຢັນທີ່ມີອຸນຫະພູມ 4 ອົງສາເຊ, ຫ້າມບໍໍ່ໃຫ້ຖືກແສງແດດໂດຍກົງຈະເຮັດໃຫ້ວັກຊິນຕາຍ ແລະ ເສຍຄຸນນະພາບ; ສ່ວນຢາຕ້ານເຊື້ອ ແລະ ຢາປະເພດອືື່ນກໍໍ່ຕ້ອງເກັບຮັກສາໄວ້ໃນຖົງຢາ ຫຼື ຕູ້ຢາປະຈໍາຟາມໃນບ່ອນທີ່ແຫ້ງດີ, ພາຍຫຼັງນໍາໃຊ້ອຸປະກອນເຄືື່ອງສັດຕະວະແພດແລ້ວໃຫ້ມີການຂ້າເຊື້ອ, ຕົ້ມເຂັມ, ສະແລັງພ້ອມທັງຕາກໄວ້ໃນຮົ່ມໃຫ້ແຫ້ງດີຈິ່ງເກັບມ້ຽນ.
5 ຂໍໍ້ຄວນປະຕິບັດເມືື່ອມີໝູຕິດພະຍາດ
• ຖ້າມີໝູເຈັບປວຍຢູ່ໃນຝຸງ ໃຫ້ຟ້າວຍ້າຍອອກຈາກຝຸງເພືື່ອກັກຂັງ ແລະ ປິ່ນປົວຕ່າງຫາກ;
• ຖ້າຫາກປິ່ນປົວດ້ວຍຕົນເອງຕ້ອງນໍາໃຊ້ມາດຕະການບົ່ງມະຕິພະຍາດສາກ່ອນຈຶ່ງເຮັດການປິ່ນປົວເຊັ່ນ: ຕ້ອງມີການວັດແທກອຸນຫະພູມຮ່າງກາຍ, ຊອກຫາສາເຫດທີ່ພາໃຫ້ໝູເຈັບປ່ວຍຢ່າງລະອຽດ;
• ຖ້າໝູຕາຍໃຫ້ຝັງຖິ້ມທັນທີ, ຫ້າມນໍາເອົາໝູທີ່ຕາຍດ້ວຍພະຍາດມາຄົວກິນ ຫຼື ຄົວຂາຍຊີ້ນຢ່າງເດັດຂາດ;
• ເມືື່ອໝູເກີດພະຍາດໃຫ້ປະຕິບັດຕາມກົດໝາຍຂອງສັດຕະວະແພດຢ່າງເຄັ່ງຄັດ;
• ກໍລະນີເປັນເຫດຮ້າຍແຮງຕ້ອງລາຍງານສັດຕະວະແພດປະຈໍາບ້ານ, ກຸ່ມບ້ານ ຫຼື ສັດຕະວະແພດເມືອງ.

ແຫຼ່ງຂໍ້ມູນ: file:///C:/Users/HP/Downloads/64iJTeilxwMfr6UP.pdf
file:///C:/Users/HP/Downloads/L3HdJrSQ1drrazno.pdf
https://www.phakhaolao.la/stories/ການລ້ຽງໝູລາດ
file:///C:/Users/HP/Downloads/3yAJuGdeN3AH7u4L.pdf