ພະຍາດຮາກເໜົ່າຜັກບົ່ວ ແລະ ການປ້ອງກັນກໍາຈັດ

ຜັກບົ່ວ ເປັນພືດເສດຖະກິດທີ່ສໍາຄັນຫຼາຍໃນປະເທດລາວ, ນິຍົມໃຊ້ບໍລິໂພກຫຼາຍເນື່ອງຈາກເປັນອົງປະກອບສໍາຄັນຂອງອາຫານ, ມີສັບພະຄຸນເປັນຢາ ແລະ ມີທາດອາຫານສູງເຊິ່ງ ຊາວກະສິກອນນິຍົມປູກແຕ່ເໜືອຮອດໄຕ້. ລໍາຕົ້ນມີລັກສະນະລໍາຕົ້ນອວບນໍ້າ, ໃບຍາວຊື່ຈື່ງມັກຫັກພັບເສຍຫາຍໄດ້ຈາກຝົນ, ລົມ ແລະ ເຄື່ອງມືອຸປະກອນຕ່າງໆ, ເປັນຊ່ອງທາງໃຫ້ເຊື້ອພະຍາດເຂົ້າທໍາລາຍເຮັດໃຫ້ເກີດພະຍາດໄດ້ງ່າ ເຊັ່ນ: ພະຍາດດັ່ງລຸ່ມນີ້.

1. ພະຍາດຮາກເໜົ່າ
ເປັນພະຍາດທີ່ເຮັດໃຫ້ພືດນັ້ນບໍ່ສາມາດລໍາລຽງທາດອາຫານເພາະລະບົບຮາກຖືກທໍາລາຍເໜົ່າເປື່ອຍ ແລະ ອາດຈະ ຕິດເຊື້ອພະຍາດລຸກລາມໄປໃນທໍ່ອາຫານຈົນເຮັດໃຫ້ພືດຄ່ອຍ ຫ່ຽວຕາຍ.

2. ສາຍເຫດຂອງພະຍາດ
ແມ່ນເກີດຈາກຫຼາຍສາເຫດ ແລະ ຫຼາຍປັດໃຈດັ່ງນີ້:
• ແນວພັນບໍ່ສົມບູນ, ມີພະຍາດຮາກເໜົ່າຕິດແປດມານໍາ;
•ແນວພັນບໍ່ມີແຫຼ່ງທີ່ມາທີ່ຈະແຈ້ງ, ການໃຊ້ແນວພັນຜັກບົ່ວແມ່ນເອົາມາຈາກບ່ອນອື່ນເຊີ່ງມີຄວາມສ່ຽງຕໍ່ການເກີດພະ ຍາດ;
• ການໃສ່ຝຸ່ນບໍ່ຖືກວິທີກໍ່ສາມາດເຮັດໃຫ້ເກີດອາການຮາກເໜົ່າ ແລະ ເຫງົ້າເໜົ່າໄດ້ເຊັ່ນ: ໃສ່ຝຸ່ຄອກບໍ່ຜ່ານການໝັກ ແລະ ບົ່ມຝຸ່ນ (ເຮັດໃຫ້ມີພະຍາດຕິດແປດມານໍາຝຸ່ນ);
• ການກຽມໜານປູກບໍ່ເໝາະສົມ;
• ດິນມີນໍ້າຂັງບໍ່ສະດວກຕໍ່ການຖ່າຍເທອາກາດ ແລະ ການລະບາຍນໍ້າ;
• ພະຍາດນີ້ເກີດຈາກການທໍາລາຍຂອງເຊື້ອລາ.

3. ລັກສະນະອາການ
ຜັກຈະສະແດງອາການຫຽ່ວ ໂດຍໃບທີ່ຢູ່ຮອບນອກເລີ້ມມີອາການເຫຼືອງ, ແຫ້ງແລ້ວລຸກລາມຈົນແຫ້ງຕາຍເມື່ອຫຼົກຕົ້ນ ເບີ່ງເຫັນວ່າຫຼຸດຈາກດິນໄດ້ງ່າຍເພາະຫົວ ແລະ ຮາກມີລັກສະນະສີນໍ້າຕານຊໍ້າ ແລະ ເໜົ່າເຫັນເສັ້ນໃຍສີຂາວຫຍາບຂອງເຊື້ອລາຈະເລີນເຕີບໂຕຢູ່ບໍລິເວນເຫງົ້າຕົ້ນ ແລະ ພົບເມັດສະເຄີໂລຕຽມລັກສະນະຄ້າຍເມັດຜັກກາດມີສີຂາວ ຫຼື ນໍ້າຕານອ່ອນ ຫຼື ນໍ້າຕານແກ່ເກີດແຊກປະປົນຢູ່ກັບເສັ້ນໄຍ.

4. ໄລຍະເວລາການແຜ່ລະບາດ
ໄລຍະລະບາດໂດຍສະເພາະໃນຊ່ວງລະດູຝົນມັກເກີດຊ່ວງໄລຍະ ເດືອນ 8-10. ຫຼື ດິນມີນໍ້າຂັງ, ຄວາມຊຸ່ມຫຼາຍເກີນໄປຈະເຮັດໃຫ້ເກີດເປັນພະຍາດຮາກເໜົ່າ.
5. ການບົວລະບັດຮັກສາ
• ບໍ່ຄວນໃຊ້ສານເຄມີທີ່ເປັນອັນຕະລາຍຕໍ່ສີ່ງມີຊີວິດ ແລະ ສີ່ງແວດລ້ອມ.
• ໃສ່ຝຸ່ນໝັກ, ຝຸ່ນຄອກຢ່າງສະໝໍ່າສະເໝີ ຫຼື ນໍາໃຊ້ເສດເຟືອງ, ຫຍ້າມາຄຸມໄວ້ກໍ່ຈະຊ່ວຍເຮັດໃຫ້ອຸນນະພູມ ແລະ ສະພາບແວດລ້ອມບໍລິເວນໜານຜັກນັ້ນມີຄວາມເໝາະສົມ.
6. ມາດຕະການການປ້ອງກັນກໍາຈັດ
• ອະນາໄມ, ເກັບເສດຊາກພືດ ທີ່ເກັບກຽ່ວແລ້ວໄປທໍາລາຍຖີ້ມນອກສວນ;
• ໄຖດິນຕາກແດດ ແລະ ຫວ່ານປູນຂາວເພື່ອປັບຄວາມເປັນກົດເປັນດ່າງຂອງດິນ ແລະ ຂ້າພະຍາດໃນດິນຢ່າງໜ້ອຍ 7– 14 ວັນ;

• ເຮັດໜານຜັກແບບຍົກຄູ, ປັບປຸງດິນໃຫ້ລະບາຍນໍ້າໄດ້ດີ.
• ງົດການໃຫ້ນໍ້າແບບຮ່ອງເນື່ອງຈາກເຊື້ອລາລະບາດໄປທາງ ນໍ້າ;
• ກ່ອນປູກຕ້ອງຂ້າເຊື້ອເມັດພັນໂດຍແຊ່ນໍ້າອຸ່ນ (50 ອົງສາ ຫຼື ແຊ່ດ້ວຍເຊື້ອຊີວະວິທະຍາ (Trichoderma) (ໄຕໂຄໂດມາ) ໃນອັດຕາ 1 ກິໂລ ເມັດພັນ/ເຊື້ອ 10-15 ກຼາມ ປະສົມນໍ້າ 1 ລິດ.
• ກ່ອນປູກຕ້ອງຮອງພື້ນໜານປູກດ້ວຍຝຸ່ນບົ່ມເຊື້ອຊີວະວະທະຍາ (Trichoderma) (ໄຕໂຄໂດມາ) ໃນອັດຕາ 1 ກິໂລກຼາມ/ ຕາແມັດ.
• ສີດດ້ວຍເຊື້ອຊີວະວິທະຍາ (Trichoderma) (ໄຕໂຄໂດມາ) ໃນອັດຕາ 1 ກິໂລກຼາມ/ນໍ້າ 30 ລິດ (ສີດອາທິດລະຄັ້ງ).


ແຫຼ່ງຂໍ້ມູນ: file:///C:/Users/HP/Downloads/z4rePUrp2um0G36c%20(1).pdf
http://microorganism.expertdoa.com/disease_16-โรคหัวและรากเน่า.php
https://www.gib.co.th/โรคของหอมและกระเทียม/5d52825bbf49c40012d24465