ເຕັກນິກການເຮັດນາຫວ່ານແຫ້ງ

ການປູກເຂົ້າແບບຫວ່ານນາແຫ້ງ ແມ່ນເຕັກນິກໜຶ່ງທີ່ຊາວກະສິກອນໃນເຂດພາກກາງຫາພາກໃຕ້ໄດ້ນິຍົມນຳໃຊ້ ຍ້ອນບໍ່ມີຫຼາຍຂັ້ນຕອນ, ໃຊ້ແຮງງານຄົນໜ້ອຍ, ຕົ້ນທຶນການຜະລິດຕໍ່າ. ການເຮັດນາຫວ່ານແບບແຫ້ງ ແມ່ນວິທີການໜຶ່ງ ທີ່ສາມາດຫຼຸດຜ່ອນຄວາມສ່ຽງຕໍ່ໄພແຫ້ງແລ້ງ, ຝົນນານຕົກ, ຝົນຂາດຊ່ວງ ແລະ ເຂດທີ່ມັກເກີດນໍ້າຖ້ວມ, ເຂດທີ່ນໍ້າມັກຂັງພາຍຫຼັງຝົນຕົກ.ດີແທ້ແມ່ນເໝາະສົມກັບພື້ນທີ່ນາຮາບພຽງ ແລະ ສາມາດລະບາຍນໍ້າອອກໄດ້ງ່າຍ, ຖ້ານາທີ່ມີຄອງຊົນລະປະທານທີ່ສາມາດທີ່ສາມາດລະບາຍນໍ້າເຂົ້າ-ອອກໄດ້ໃນເວລາທີ່ຕ້ອງການຈະເປັນການດີ.ການກຽມດິນຕ້ອງໄດ້ນຳໃຊ້ລົດໄຖໃຫຍ່ ເພາະວ່າຕ້ອງໄດ້ໄຖ ແລະ ຄາດດິນແຫ້ງ ຊຶ່ງລົດໄຖນາເດີນຕາມບໍ່ສາມາດໄຖໄດ້.ເຕັກນິກນີ້ສາມາດເຮັດໄດ້ທັງ 2 ລະດູການຄື: ລະດູນາປີ ແລະ ນາແຊງ( 1 ລະດູນາປີ: ແມ່ນຕົ້ນເດືອນພືດສະພາ ຫາ ຕົ້ນເດືອນມິຖຸນາ ເພາະວ່າຊ່ວງເວລານີ້ແມ່ນຝົນຈະເລີ່ມຕົກໃໝ່ເຮັດໃຫ້ດິນມີຄວາມຊຸ່ມ ແລະ ອຸນຫະພູມຢູ່ໃນດິນກໍ່ມີຄວາມເໝາະສົມໃຫ້ແກ່ເຂົ້າມີຄວາມງອກ; 2 ລະດູນາແຊງ, ແມ່ນເຮັດຊ່ວງກາງເດືອນພະຈິກ ຫາ ຕົ້ນເດືອນທັນວາ).

I. ການຫວ່ານ ແລະ ການບົວລະບັດຮັກສາ
1 ການກະກຽມເມັດພັນ
– ເມັດພັນເຂົ້າທີ່ຈະນຳມາຫວ່ານຕ້ອງມີຄວາມງອກສູງກວ່າ 80% ນຳໃຊ້ອັດຕາເມັດພັນແມ່ນ 60-70 ກິໂລ/ເຮັກຕາ, ນຳໃຊ້ໄດ້ທັງແນວພັນເຂົ້າດໍ ຫຼື ເຂົ້າງັນກໍ່ໄດ້ ຂື້ນກັບພື້ນທີ່ໆຈະເຮັດ, ຖ້າແມ່ນເຂດພື້ນທີ່ນາທາມ ແມ່ນແນະນຳໃຫ້ໃຊ້ແນວພັນເຂົ້າງັນ, ຖ້າແມ່ນເຂດນາໂນນແນະນຳໃຫ້ໃຊ້ແນວພັນເຂົ້າກາງ ຫຼື ແນວພັນເຂົ້າດໍ ເພາະຕ້ອງຄິດໄລ່ໃສ່ເວລາເຂົ້າສຸກແກ່ບໍ່ໃຫ້ຖືກຊ່ວງຝົນຕົກຫຼາຍ ແລະ ສະດວກໃນການເກັບກ່ຽວ.
– ເມັດພັນເຂົ້າທີ່ກຽມໄວ້ ຕ້ອງເອົາໄປຕາກແດດກ່ອນປະມານ 1-2 ແດດ ຈຶ່ງນຳເມັດພັນໄປຫວ່ານ, ການເອົາເມັດພັນຕາກແດດ ແມ່ນເພື່ອເປັນການກະຕຸ້ນໃຫ້ເມັດພັນງອກດີ.
2 ການກຽມດິນ
– ໄຖປະໄວປະມານ 10-15 ວັນ ແລ້ວຈິ່ງຫວ່ານ ຫຼື ພົ່ນ ເມັດເຂົ້າໃສ່ໃຫ້ທົ່ວແລ້ວປັ່ນ ຫຼື ຄາດດິນໃຫ້ລະອຍດ, ວິທີດັ່ງກ່າວນີ້ແມ່ນປະຍັດຕົ້ນທຶນ,ແຮງງານ ແຕ່ມີຄວາມສ່ຽງໃນການເກີດຫຍ້າ.
– ໄຖປະໄວ້ປະມານ 20-30 ວັນ ປັ່ນ ຫຼື ຄາດດິນປະໄວ້ປະມານ 5-7 ວັນແລ້ວຈິ່ງຫວ່ານ ຫຼື ພົ່ນ ເມັດເຂົ້າໃສ່ໃຫ້ທົ່ວແລ້ວປັ່ນ ຫຼື ຄາດດິນໃຫ້ລະອຽດວິທີດັ່ງກ່າວນີ້ແມ່ນໃຊ້ຕົ້ນທຶນ, ແຮງງານເພີ່ມ ແຕ່ມີຄວາມສ່ຽງໃນການເກີດຫຍ່າໜ້ອຍ.
– ຫຼັງຈາກຫວ່ານເຂົ້າແລ້ວໃຫ້ໃຊ້ຄາດປົກ ແມ່ນຈະເຮັດໃຫ້ເມັດເຂົ້າເກີດສະເໝີດີກວ່າການໃຊ້ເຄື່ອງປັ່ນ.

3 ການຫວ່ານ
ການຫວ່ານແມ່ນມີ 2 ວິທີຄື: ໃຊ້ແຮງງານຄົນຫວ່ານ ແລະ ໃຊ້ຈັກພົ່ນ
– ຖ້າໃຊ້ແຮງງານຄົນຫວ່ານແມ່ນໃຊ້ປະມານ 3 ຄົນ/ຊົ່ວໂມງ/ເຮັກຕາ
– ຖ້າໃຊ້ຈັກພົ່ນແມ່ນໃຊ້ປະມານ 1 ຄົນ/ຊົ່ວໂມງ/ເຮັກຕາ
4 ການໃຫ້ນໍ້າ
– ເຂດທີ່ບໍ່ມີຊົນລະປະທານ ຫຼັງຈາກຫວ່ານ ຫຼື ພົ່ນແລ້ວຖ້າມີຝົນຕົກຕ້ອງໄດ້ລະບາຍນໍ້າອອກໃຫ້ໝົດ ຫຼັງຈາກເຂົ້າງອກໄດ້ປະມານ 10-15 ວັນ ໃຫ້ລະບາຍນໍ້າເຂົ້າໄຮ່ນາໃຫ້ທົ່ວແລ້ວຂັງນໍ້າໄວ້ ແຕ່ບໍ່ໃຫ້ນໍ້າຖ້ວມຍອດເຂົ້າ.
– ເຂດທີ່ບໍ່ມີຊົນລະປະທານ ຫຼັງຈາກຫວ່ານ ຫຼື ພົ່ນແລ້ວຖ້າມີຝົນຕົກຕ້ອງໄດ້ລະບາຍນໍ້າອອກໃຫ້ໝົດ ຫຼັງຈາກເຂົ້າງອກໄດ້ 10-15 ວັນ ໃຫ້ລະບາຍນໍ້າເຂົ້ານາໃຫ້ທົ່ວ ແລ້ວຂັງນໍ້າໄວ້ແຕ່ບໍ່ໃຫ້ນໍ້າຖ້ວມຍອດເຂົ້າ
– ຊ່ວງໄລຍະເຂົ້າແຕກກໍ ຄວນລຸດລະດັບນໍ້າລົງ ຫຼື ໃຫ້ນໍ້າແຫ້ງປະມານ 1-2 ອາທິດ
– ຫຼັງຈາກທີ່ເຂົ້າແຕກກໍສູງສຸດແລ້ວ ຕ້ອງໄດ້ເອົານໍ້າຂັງໃນນາຈົນຮອດໄລຍະກ່ອນຈະເກັບກ່ຽວປະມານ 10 ວັນ ຖ້າພື້ນທີ່ນາທີ່ສາມາດລະບາຍນໍ້າໄດ້ແມ່ນໃຫ້ລະບາຍນໍ້າອອກເພື່ອສະດວກໃນການເກັບກ່ຽວ.
5 ການກຳຈັດວັດສະພືດ
ການກຳຈັດວັດສະພືດ ພາຍຫຼັງຫຍ້າເກີດແມ່ນມີຫຼາຍວິທີຄື:
1 ໃຊ້ແຮງງານຄົນຫຼົກແຕ່ມີຄວາມຫຍຸງຍາກໃນການຫຼົກ ຍ້ອນວ່າຕົ້ນເຂົ້າ ແລະ ຫຍ້າເກີດປົນກັນ
2 ໃຊ້ສານເຄມີກຳຈັດໃນກໍລະນີທີ່ມີຫຍ້າເກີດຂື້ນຫຼາຍ ບໍ່ສາມາດໃຊ້ແຮງງານຄົນຫຼົກໄດ້ ແຕ່ຕ້ອງໄດ້ໃຊ້ຢາຂ້າຫຍ້າ, ການໃຊ້ແມ່ນໄດ້ສັງເກດເບິ່ງຊະນິດຫຍ້າທີ່ມີໃນນາເຂົ້າ ເພື່ອເລືອກຊະນິດຢາໃຫ້ຖືກກັບຫຍ້າທີ່ເກີດ, ສິ່ງທີ່ສຳຄັນຢາທີ່ໃຊ້ຕ້ອງແມ່ນຢາທີ່ໄດ້ຮັບອະນຸຍາດໃຫ້ນຳໃຊ້, ຫ້າມໃຊ້ຢາເກີນ 2 ຊະນີດຮ່ວມກັນ ແລະ ຕ້ອງເບິ່ງຄຳແນະນຳຢູ່ສະຫຼາກຂ້າງກ່ອງຢາ
6 ການໃສ່ຝຸ່ນ
ໃນການໃສ່ຝຸ່ນແມ່ນແບ່ງເປັນ 2 ໄລຍະຄື:
ກ. ໃສ່ຮອງພື້ນ
– ໃສ່ຝຸ່ນຄອກ ຫຼື ຝຸ່ນບົ່ມ ກ່ອນກຽມດິນໃສ່ປະມານ 3-5 ໂຕນ/ເຮັກຕາ.
– ໃສ່ຝຸ່ນວິທະຍາສາດ ແມ່ນໃສ່ຫຼັງເຂົ້າງອກໄດ້ 15-20 ວັນ, ນາຕ້ອງມີນໍ້າຂັງປະມານ 3-5 ຊັງຕີແມັດ
ຂ. ໃສ່ຝຸ່ນວິທະຍາສາດ

– ປະເພດດິນຊາຍ ແລະ ດິນຕົມ: ແມ່ນແນະນຳໃຫ້ໃສ່ສູດ 15-15-15 ຮອງພື້ນໃນອັດຕາ 100-150 ກິໂລ/ເຮັກຕາ, ດິນຊາຍ ແລະ ດິນຕົມ ສ່ວນຫຼາຍແມ່ນຂາດທາດໂປດຕັດຊຽມ (K) , ເພື່ອຊ່ວຍໃຫ້ເຂົ້າມີການແຕກກໍຫຼາຍ.
– ຖ້າດິນປະເພດດິນໜຽວ ແມ່ນແນະນຳໃຫ້ໃສ່ຝຸ່ນເຄມີສູດ 16-20-00 ເປັນຝຸ່ນຮອງພື້ນໃສ່ໃນອັດຕາ 100-150 ໂຕນ/ເຮັກຕາ, ດິນໜຽວສ່ວນຫຼາຍແມ່ນມີທາດໂປດຕັດຊຽມ (K) ຢູ່ແລ້ວ.
ຄ. ໃສ່ເລັ່ງ
– ຄັ້ງທີ່ 1: ໃສ່ຫຼັງຈາກເຂົ້າມີອາຍຸໄດ້ 40-45 ວັນ, ໃຫ້ໃສ່ຝຸ່ນເຄມີສູດ 46-00-00 ໃສ່ຝຸ່ນເລັ່ງໃນອັດຕາ 40-60 ກິໂລ/ເຮັກຕາ, ເພື່ອຊ່ວຍໃຫ້ເຂົ້າຈະເລີນເຕີບໂຕໄດ້ດີ
– ຄັ້ງທີ່ 2: ໃສ່ຫຼັງຈາກເຂົ້າມີອາຍຸໄດ້ 60-65 ວັນ, ໃຫ້ໃສ່ຝຸ່ນເຄມີສູດ 46-00-00 ເປປັນຝຸ່ນເັ່ງໃນອັດຕາ 30-50 ກິໂລ/ເຮັກຕາ, ຖ້າແມ່ນເຂົ້າພື້ນເມືອງທີ່ມີອາຍຸຍາວ 150 ວັນ ຂື້ນໄປຄວນໃສ່ຝຸ່ນເລັ່ງຄັ້ງທີ່ 2 ກ່ອນເຂົ້າຖືພາມານ, ເພື່ອໃຫ້ຊ່ວຍໃຫ້ເຂົ້າຮ່ວງໃຫຍ່, ເມັດຫຼາຍ

II ການເກັບກ່ຽວ
1 ສັງເກດກ່ອນການເກັບກ່ຽວ
– ຫຼັງເຂົ້າອອກດອກໄດ້ 50% ປະມານ 25-30 ວັນ ສາມາດກ່ຽວໄດ້ຖ້າກ່ຽວໄລຍະນີ້ຈະເຮັດໃຫ້ເຂົ້າເສຍຫາຍໜ້ອຍ ແລະ ມີຄຸນນະພາບດີ.
– ໃຊ້ເຄື່ອງວັດແທກຄວາມຊຸ່ມຂອງເມັດເຂົ້າໃນຮວງ ຖ້າມີຄວາມຊຸ່ມປະມານ 20-30% ແມ່ນກ່ຽວໄດ້.
– ສັງເກດເບິ່ງຕົ້ນເຂົ້າປ່ຽນສີ ຈາກສີຂຽວປ່ຽ່ນເປັນສີເຫຼືອງເຂັ້ມ, ເບິ່ງເມັດເຂົ້າກົກຮວງປະມານ 3-5 ເມັດບໍ່ເປັນນໍ້ານົມ ຫຼື ຮວງສຸກ 80-85% ຂອງເຂົ້າໃນໄຮ່ນາ.
– ຖ້າໄຮ່ນາມີນໍ້າຂັງ ຕ້ອງລະບາຍນໍ້າອອກກ່ອນປະມານ 10 ວັນ ຈຶ່ງກ່ຽວ(ກໍລະນີສາມາດປ່ອຍນໍ້າອອກໄດ້)
2 ການເກັບກ່ຽວ
– ການເກັບກ່ຽວເຂົ້າບໍ່ຄວນແກ່ຍາວເວລາ ເພາະຈະເຮັດໃຫ້ຜົນຜະລິດເສຍຫາຍ ແລະ ຄຸນນະພາບຕໍ່າ.
– ຖ້າໃນຊ່ວງທີ່ເໝາະສົມໃນການເກັບກ່ຽວເຂົ້າ ແຕ່ມີຝົນຕົກຄວນປະໄວ້ໃຫ້ຕົ້ນເຂົ້າແຫ້ງແລ້ວຈຶ່ງເກັບກ່ຽວ.
– ການກ່ຽວເຂົ້າແມ່ນນິຍົມດ້ວຍ 2 ວິທີຄື:
 ໃຊ້ແຮງງານຄົນ
– ໃຊ້ແຮງງານຄົນກ່ຽວດ້ວຍມືວາງເປັນຝ່ອນ (1 ຝ່ອນປະມານ 1-3 ກຳ) ບາງທ້ອງຖິ່ນກໍ່ມັດເປັນກຳໄວ້ເລີຍເຮັດໃຫ້ເຂົ້າແຫ້ງໄວ.

 ໃຊ້ກົນຈັກ
– ໃຊ້ຈັກຕັດຫຍ້າກ່ຽວວາງເປັນແຖວຍາວ ຫຼື ວາງເປັນຝ່ອນກໍ່ໄດ້
– ໃຊ້ລົດກ່ຽວອອກເປັນເມັດ ແລ້ວຈຶ່ງເອົາໄປຕາກ ຫຼື ອົບແຫ້ງ.

3 ການກ່ຽວເຂົ້າອ່ອນມີຜົນເສຍຄື:
– ເຂົ້າຈະບໍ່ເຕັມເມັດ ການສະເໝາະທາດແປ້ງຕໍ່າ.
– ເມັດເຂົ້າມີຄວາມຊຸ່ມສູງ, ຕາກນານແຫ້ງ ເຮັດໃຫ້ມີຄຸນນະພາບຕໍ່າ.
– ຄຸນນະພາບການສີຕໍ່າ, ເມັດເຂົ້າຫັກ, ເມັດເຂົ້າມີສີຂຽວປົນ, ໄດ້ເຂົ້າສານໜ້ອຍ
4 ການເກັບກ່ຽວເຂົ້າແກ່ເກີນໄປມີຜົນເສຍຄື:
– ຮວງເຂົ້າຈະແຫ້ງກອບ ແລະ ຫຼົ່ນເຮັດໃຫ້ຜົນຜະລິດເຂົ້າເສຍຫາຍ.
– ຄຸນນະພາບຂອງການສີຕໍ່າ ແລະ ມີເມັດຫັກຫຼາຍ.
– ຕົ້ນເຂົ້າແຫ້ງແລ້ວຈະຫັກທົບລົງ ຖ້າໄຮ່ນາມີນໍ້າຈະເຮັດໃຫ້ເມັດເຂົ້າແຊ່ນໍ້າ ແລະ ເຮັດໃຫ້ເມັດເຂົ້າອອກງອກຄາຮວງ.

ແຫຼ່ງຂໍ້ມູນ: ເຕັກນິກການເຮັດນາຫວ່ານແຫ້ງ, ໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກຳເປັນສິ່ງຄ້າທີ່ເປັນມິດຕໍ່ສິ່ງແວດລ້ອມ
ຄູ່ມືສົ່ງເສີມເຕັກນິກການເຮັດນາຫວ່ານແຫ້ງ, ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ
http://www.kasetporpeang.com/forums/index.php?topic=109706.0
https://www.kubotasangthong.com/วิธีการปลูกข้าวโดยวิธีการหยอดข้าวแห้ง