ເຕັກນິກການເຮັດນາຫວ່ານຕົມ
ການປູກເຂົ້ານາຫວ່ານຕົມ ແມ່ນເຕັກນິກໜຶ່ງທີ່ຊາວກະສິກອນໃນເຂດພາກກາງຫາພາກໃຕ້ໄດ້ນິຍົມນຳໃຊ້ຍ້ອນມີຫຼາຍຂັ້ນຕອນ, ໃຊ້ແຮງງານຄົນໜ້ອຍ, ຕົ້ນທຶນການຜະລິດຕໍ່າ, ນາຫວ່ານແມ່ນບໍ່ເປັນແຖວຫຍຸ່ງຍາກໃນການກຳຈັດວັດສະພືດ. ເໝາະສົມກັບພື້ນທີ່ນາທີ່ຮາບພຽງ ແລະ ສາມາດລະບາຍນໍ້າອອກໄດ້ງ່າຍ, ຖ້ານາທີ່ມີຄອງຊົນລະປະທານ ທີ່ສາມາດລະບາຍນໍ້າເຂົ້າ-ອອກໄດ້ໃນເວລາທີ່ຕ້ອງການຈະເປັນການດີ, ບໍ່ສາມາດເຮັດໄດ້ກັບນາທີ່ລະບາຍນໍ້າອອກບໍ່ໄດ້. ແທດເໝາະກັບການປ່ຽນແປງຂອງສະພາບດິນຟ້າອາກາດໃນປະຈຸບັນ, ຍ້ອນວ່າບໍ່ໄດ້ມີຂັ້ນຕອນການຕົກກ້າ ມີແຕ່ແຊ່ເມັດເຂົ້າ, ບົ່ມໃຫ້ງອກ ແລະ ຫວ່ານເລີຍ.ເຕັກນິກນີ້ສາມາດເຮັດໄດ້ 2 ລະດູການຄື: ນາປີ ແລະ ນາແຊງ. ລະດູນາປີ ແມ່ນທ້າຍເດືອນພືດສະພາ ຫາ ເດືອນ ມິຖຸນາ ແລະ ລະດູນາແຊງ ແມ່ນເຮັດຊ່ວງກາງເດືອນພະຈິກ ຫາ ເດືອນທັນວາ.
I. ການຫວ່ານ ແລະ ການບົວລະບັດຮັກສາ
1 ການກຽມເມັດພັນ
– ເມັດພັນເຂົ້າທີ່ຈະນຳມາຫວ່ານຕ້ອງມີຄວາມງອກສູງກວ່າ 80% ນຳໃຊ້ອັດຕາເມັດພັນແມ່ນ 60-70 ກິໂລ/ເຮັກຕາ, ນຳໃຊ້ໄດ້ທັງແນວພັນເຂົ້າດໍ ຫຼື ງັນກໍ່ໄດ້ ຂື້ນກັບພື້ນທີ່ໆຈະເຮັດ, ຖ້າແມ່ນເຂດພື້ນທີ່ນາທາມ ແມ່ນແນະນຳໃຫ້ໃຊ້ແນວພັນເຂົ້າງັນ, ຖ້າແມ່ນເຂດນາໂນນແນະນຳໃຫ້ໃຊ້ແນວພັນເຂົ້າກາງ ຫຼື ແນວພັນເຂົ້າດໍ ເພາະຕ້ອງຄິດໄລ່ໃສ່ເວລາເຂົ້າສຸກແກ່ບໍ່ໃຫ້ຖືກຊ່ວງຝົນຕົກຫຼາຍ ແລະ ສະດວກໃນເວລາເກັບກ່ຽວ.
– ເມັດພັນເຂົ້າທີ່ກຽມໄວ້ຕ້ອງເອົາໄປຕາກແດດກ່ອນປະມານ 1-2 ແດດ ຈຶ່ງນຳເມັດພັນມາແຊ່ໃນຖັງ ຫຼື ພາສະນະອື່ນໆ ປະໄວ້ປະມານ 24-36 ຊົ່ວໂມງ
– ການບົ່ມແມ່ນບັນຈຸໃສ່ເປົາທີ່ມີອາກາດຖ່າຍເທໄດ້ດີ ຫຼື ໃສ່ເປົາປານຍິ່ງເປັນການດີ, ສາມາດແຍກອອກເປັນ 2 ລະດູຄື: ລະດູນາປີ ແລະ ລະດູນາແຊງ
ກ ລະດູນາແຊງ ສ່ວນຫຼາຍອາກາດຈະເຢັນຕ້ອງໃຂ້ຜ້າຢາງປົກຄຸມ ແລະ ປົກດ້ວຍເຟືອງອີກຊັ້ນໜຶ່ງ ປະໄວ້ບ່ອນທີ່ມີອາກາດລ່ວງດີ, ປີ່ນເປົາເຂົ້າທຸກໆ 12 ຊົ່ວໂມງ ຫົດນໍ້າໃຫ້ມີຄວາມຊຸ່ມ ໃຊ້ເວລາປະມານ 26-48 ຊົ່ວໂມງ ກໍ່ສາມາດນຳເມັດເຂົ້າໄປຫວ່ານໄດ້
ຂ ລະດູນາປີ ສ່ວນຫຼາຍອາກາດຮ້ອນ ຕ້ອງໃຊ້ຜ້າປົກຄຸມປະໄວ້ບ່ອນທີ່ມີອາກາດລ່ວງດີ ປີ່ນເປົາເຂົ້າທຸກໆ 12 ຊົ່ວໂມງ ແລະ ຫົດນໍ້າໃຫ້ມີຄວາມຊຸ່ມ ໃຊ້ເວລາບົ່ມປະມານ 24-36 ຊົ່ວໂມງ ກໍ່ສາມາດນຳເມັດເຂົ້າໄປຫວ່ານໄດ້
– ການແຕກງອກຂອງເມັດພັນເຂົ້າທີ່ເໝາະສົມໃນການຫວ່ານປະມານ 0,5-1 ຊັງຕີແມັດ
– ອຸນຫະພູມທີ່ເໝາະສົມໃນການບົ່ມເມັດພັນເຂົ້າປະມານ 30-32 ອົງສາເຊ
2 ການກຽມດິນ
– ໄຖຮຸດຄວນໄຖເລີກປະມານ 15-20 ຊັງຕີແມັດ, ປະໄວ້ເພື່ອຂ້າເຊື້ອພະຍາດບາງຊະນິດທີ່ຢູ່ໃນດິນ ແລະ ອີກດ້ານໜຶ່ງກໍ່ຈະເຮັດໃຫ້ຕົ້ນຫຍ້າ, ວັດຊະພືດຕ່າງໆຕາຍ ແລະ ຍ່ອຍສະຫຼາຍເປັນຝຸ່ນຢູ່ໃນນາ. ຫຼັງຈາກໄຖຮຸດແລ້ວໄດ້ 10-15 ວັນ ຄວນເອົານໍ້າຂັງໃສ່ນາທີ່ໄດ້ໄຖຮຸດແລ້ວ( ຖ້າວ່າບ່ອນມີເງືອນໄຂນໍ້າສະດວກ) ເພາະຈະເຮັດໃຫ້ດິນບໍ່ແຂງກໍ່, ຈາກນັ້ນກໍ່ໄຖຄົ້ນ ແລະ ຄາດອີກເທື່ອໜຶ່ງ, ການໄຖຮຸດແມ່ນເພື່ອພີກດິນປີ້ນດິນເຮັດໃຫ້ການຄາດມີຄວາມສະອຽດດີ, ປັບໜ້າດິນໃຫ້ຮຽບພຽງດີເພື່ອເຮັດໃຫ້ການຄວບຄຸມນໍ້າ ແລະ ວັດສະພືດໄດ້ດີມີປະສິດຕີຜົນສູງ
– ຫຼັງຈາກຄາດແລ້ວຕ້ອງໄດ້ເຮັດຮ່ອງລະບາຍນໍ້າ ກວ້າງປະມານ 20-30 ຊັງຕີແມັດ ໂດຍໃຊ້ໄຖຈານດຽວ ຫຼື ໃຊ້ກະຕຸກນໍ້າດື່ມແກ່ ແລະ ວິທີ່ອື່ນໆລຽບຕາມຄັນນາ ຖ້ານາໄຮ່ໃຫ່ຍຄວນມີການເຮັດຮ່ອງທາງກາງໄຮ່ນາຕາມຄວາມເໝາະສົມຂອງພື້ນທີ່ເພື່ອລະບາຍນໍ້າອອກ
3 ການຫວ່ານ
ການຫວ່ານແມ່ນມີ 2 ວິທີຄື: ໃຊ້ແຮງງານຄົນຫວ່ານ ແລະ ໃຊ້ຈັກພົ່ນ, ການຫວ່ານໃຫ້ຫວ່ານເບົາໆໄປກ່ອນ ຫຼັງຈາກນັ້ນຈື່ງມາຫວ່ານລື້ມຄືນອີກເທື່ອໜຶ່ງ, ຖ້າໃຊ້ແຮງງານຄົນເວລາກຳເມັດເຂົ້າບໍ່ຄວນກຳເຕັມມືໃຫ້ກຳເອົາເຄື່ງກຳມືເລາຫວ່ານເມັດເຂົ້າຈຶ່ງກະຈ່າຍໄປສະໝໍ່າສະເໝີ
4 ການໃຫ້ນໍ້າ
– ຫຼັງຈາກຫວ່ານແລ້ວ ປະໄວ້ປະມານ 10-15 ວັນ ຈຶ່ງເອົານໍ້າເຂົ້າສູ່ໄຮ່ນາ ແລະ ໄຂ່ນໍ້າໄວ້ແຕ່ບໍ່ໃຫ້ນໍ້າຖ້ວມຍອດເຂົ້າ
– ເມື່ອເຂົ້າມີອາຍຸໄດ້ 20 ວັນ ໃຫ້ຮັກສາລະດັບນໍ້າໄວ້ 5-10 ຊັງຕີແມັດ, ເວລາເອົານໍ້າເຂົ້າໃສ່ໄຮ່ນາໃນໄລຍະທຳອິດ ໃຫ້ສັງເກດເບິ່ງຫອຍກິນເຂົ້າ ຖ້າມີຄວນຊອກຫາວິທີກຳຈັດ.
– ຊ່ວງໄລຍະເຂົ້າແຕກກໍ ຄວນລຸດລະດັບນໍ້າລົງ ຫຼື ໃຫ້ນໍ້າແຫ້ງປະມານ 1-2 ອາທິດ.
– ຫຼັງຈາກທີ່ເຂົ້າແຕກກໍສູງແລ້ວ ຕ້ອງໄດ້ເອົານໍ້າຂັງໃນນາຈົນຮອດໄລຍະກ່ອນຈະເກັບກ່ຽວປະມານ 10 ວັນ ຖ້າພື້ນທີ່ນາທີ່ສາມາດລະບາຍນໍ້າອອກໄດ້ແມ່ນໃຫ້ລະບາຍນໍ້າອອກ ເພື່ອສະດວກໃນການເກັບກ່ຽວ,
5 ການກຳຈັດວັດສະພືດ
ການກຳຈັດວັດສະພືດ ພາຍຫຼັງຫຍ້າເກີດແມ່ນມີຫຼາຍວິທີຄື:
– ໃຊ້ສານເຄມມີກຳຈັດໃນກໍລະນີທີ່ມີຫຍ້າເກີດຫຼາຍ ບໍ່ສາມາດໃຊ້ແຮງງານຄົນຫຼົກໄດ້ ແຕ່ຕ້ອງໃຊ້ຢາຂ້າຫຍ້າ, ການໃຂ້ແມ່ນໃຫ້ສັງເກດເບິ່ງຊະນິດຫຍ້າທີ່ມີໃນນາເຂົ້າ ເພື່ອເລືອກຊະນິດຢາໃຫ້ຖຶກກັບຫຍ້າທີ່ເກີດ, ສິ່ງທີ່ສຳຄັນຢາທີ່ໃຊ້ຕ້ອງແມ່ນຢາທີ່ໄດ້ຮັບອານຸຍາດໃຫ້ນຳໃຊ້, ຫ້າມໃຊ້ຢາເກີນ 2 ຊະນິດຮ່ວມກັນ ແລະ ຕ້ອງເບິ່ງຄຳແນະນຳຢູ່ສະຫຼາກຂ້າງກ່ອງຢາ.
– ໃຊ້ແຮງງານຄົນ ແຕ່ມີຄວາມຫຍຸງຍາກໃນການຫຼົກ ຍ້ອນວ່າຕົ້ນເຂົ້າ ແລະ ຫຍ້າເກີດຂື້ນປົນກັນ.
6 ການໃສ່ຝຸ່ນ
ໃນການໃຊ້ຝຸ່ນແມ່ນແບ່ງເປັນ 2 ໄລຍະຄື:
ໃສ່ຮອງພື້ນ
– ໃສ່ຝຸ່ນຄອກ ຫຼື ຝຸ່ນບົ່ມ ກ່ອນກຽມດິນ ຖ້າມີເງືອນໄຂໃຫ້ໃສ່ປະມານ 3-5 ໂຕນ/ເຮັກຕາ
– ໃສ່ຝຸ່ນວິທະຍາສາດ ແມ່ນໃສ່ຫຼັງຢອດໄດ້ 10-25 ວັນ, ນາຕ້ອງມີນໍ້າຂັງປະມານ 3-5 ຊັງຕີແມັດ
– ໃສ່ຝຸ່ນວິທະຍາສາດປະເພດດິນຊາຍ ແລະ ດິນຕົມແມ່ນແນະນຳໃຫ້ໃສ່ສູດ 15-15-15 ຫຼື 16-16-16 ຫຼື 16-8-8 ຮອງພື້ນໃນອັດຕາ 100-150 ກິໂລ/ເຮັກຕາ, ດິນຊາຍ ແລະ ດິນຕົມສ່ວນຫຼາຍແມ່ນຂາດທາດໂປຕັດຊຽມ (K) ເພື່ອຊ່ວຍໃຫ້ເຂົ້າມີການແຕກກໍຫຼາຍ
– ຖ້າດິນປະເພດດິນໜຽວແມ່ນແນະນຳໃຫ້ໃສ່ຝຸ່ນເຄມີ 16-20-00 ຫຼື 18-20-00 ເປັນຝຸ່ນຮອງພື້ນໃສ່ໃນອັດຕາສ່ວນ 100-150 ກິໂລ/ເຮັກຕາ, ດິນໜຽວສ່ວນຫຼາຍແມ່ນມີທາດໂປຕັດຊຽງ (K) ຢູ່ແລ້ວ.
ໃສ່ຝຸ່ນເລັ່ງ
– ຄັ້ງທີ 1: ໃສ່ຫຼັງຈາກເຂົ້າມີອາຍຸໄດ້ 40-45 ວັນ, ໃຫ້ໃສ່ຝຸ່ນເຄມີສູດ 46-00-00 ເປັນຝຸ່ນເລັ່ງໃນອັດຕາ 40-60 ກິໂລ/ເຮັກຕາ, ເພື່ອຊ່ວຍໃຫ້ເຂົ້າຈະເລີນເຕີບໂຕໄດ້ດີ.
– ຄັ້ງທີ 2 : ໃສ່ຫຼັງເຂົ້າມີອາຍຸໄດ້ 60-65 ວັນ, ໃຫ້ໃສ່ຝຸ່ນເຄມີສູດ 46-00-00 ເປັນຝຸ່ນເລັ່ງໃນອັດຕາ 30-50 ກິໂລ/ເຮັກຕາ, ຖ້າແມ່ນເຂົ້າພັນພື້ນເມືອງທີ່ມີອາຍຸຍາວ 150 ວັນຂື້ນໄປຄວນໃສ່ຝຸ່ນເລັ່ງຄັ້ງທີ 2 ກ່ອນເຂົ້າຖືພາມານ, ເພື່ອໃຫ້ຊ່ວຍໃຫ້ເຂົ້າຮວງໃຫ່ຍ, ເມັດຫຼາຍ.
II. ການເກັບກ່ຽວ
1 ສັງເກດກ່ອນການເກັບກ່ຽວ
– ຫຼັງຈາກເຂົ້າອອກດອກໄດ້ 50% ປະມານ 25-30 ວັນ ສາມາດກ່ຽວໄດ້ຖ້າກ່ຽວໄລຍະນີ້ ຈະເຮັດໃຫ້ເຂົ້າເສຍຫາຍໜ້ອຍ ແລະ ມີຄຸນນະພາບດີ,
– ໃຊ້ເຄື່ອງວັດແທກຄວາມຊຸ່ມ ຂອງເມັດເຂົ້າໃນຮວງ ຖ້າມີຄວາມຊຸ່ມປະມານ 20-30% ແມ່ນກ່ຽວໄດ້.
– ສັງເກດເບິ່ງຕົ້ນເຂົ້າປ່ຽນສີ ຈາກສີຂຽວປ່ຽນເປັນສີເຫຼືອງເຂັ້ມ, ເບິ່ງເມັດເຂົ້າຢູ່ກົກຮວງປະມານ 3-5 ເມັດບໍ່ເປັນນໍ້ານົມ ຫຼື ຮວງສຸກ 80-85% ຂອງເຂົ້າໃນໄຮ່ນາ.
– ຖ້າໄຮ່ນາມີນໍ້າຂັງ ຕ້ອງລະບາຍນໍ້າອອກກ່ອນປະມານ 10 ວັນ ຈຶ່ງກ່ຽວ (ກໍລະນີສາມາດປ່ອຍນໍ້າອອກໄດ້).
2 ການເກັບກ່ຽວ
– ການເກັບກ່ຽວເຂົ້າບໍ່ຄວນແກ່ຍາວເວລາ ເພາະຈະເຮັດໃຫ້ຜົນຜະລິດເສຍຫາຍ ແລະ ຄຸນນະພາບຕໍ່າ.
– ຖ້າໃນຊ່ວງທີ່ເໝາະສົມໃນການເກັບກ່ຽວເຂົ້າ ແຕ່ມີຝົນຕົກຄວນປະໃຫ້ຕົ້ນເຂົ້າແຫ້ງແລ້ວຈຶ່ງເກັບກ່ຽວ.
– ການກ່ຽວເຂົ້າແມ່ນນິຍົມກັນດ້ວຍ 2 ວິທີຄື:
1 ໃຊ້ແຮງງານຄົນ
– ໃຊ້ແຮງງານຄົນກ່ຽວດ້ວຍມື ວາງເປັນຝ່ອນ (1ຝ່ອນປະມານ 2-3 ກຳ), ບາງທ້ອງຖິ່ນກໍ່ມັດເປັນກຳໄວ້ເລີຍເຮັດໃຫ້ເຂົ້າແຫ້ງໄວ.
2 ໃຊ້ກົນຈັກ
– ໃຊ້ຈັກຕັດຫຍ້າກ່ຽວວາງເປັນແຖວຍາວ ຫຼື ວາງເປັນຝ່ອນກໍ່ໄດ້
– ໃຊ້ລົດກ່ຽວອອກມາເປັນເມັດແລ້ວຈຶ່ງເອົາໄປຕາກ ຫຼື ອົບໃຫ້ແຫ້ງ
3 ການເກັບກ່ຽວເຂົ້າອ່ອນມີຜົນເສຍຫາຍຄື
– ເຂົ້າຈະບໍ່ເຕັມເມັດ ການສະສົມທາດແປ້ງຕໍ່າ.
– ເມັດເຂົ້າມີຄວາມຊຸ່ມສູງ, ຕາກນານແຫ້ງ, ເຮັດໃຫ້ມີຄຸນນະພາບຕໍ່າ.
– ຄຸນນະພາບໃນການສີຕໍ່າ, ເມັດເຂົ້າຫັກ, ເມັດເຂົ້າມີສີຂຽວປົນ, ໄດ້ເຂົ້າສານໜ້ອຍ.
4 ການເກັບກ່ຽວເຂົ້າແກ່ເກີນໄປມີຜົນເສຍຄື
– ຮ່ວງເຂົ້າຈະແຫ້ງກອບ ແລະ ຫຼົ່ນເຮັດໃຫ້ຜົນຜະລິດເຂົ້າເສຍຫາຍ
– ຄຸນນະພາບຂອງການສີຕໍ່າ ແລະ ມີເມັດຫັກຫຼາຍ.
– ເຂົ້າຕົ້ນແຫ້ງຫຼາຍແລ້ວຈະຫກທົບລົງ ຖ້າໄຮ່ນາມີນໍ້າຈະເຮັດໃຫ້ເມັດເຂົ້າແຊ່ນໍ້າ ແລະ ເຮັດໃຫ້ເມັດເຂົ້າອອກງອກຄາຮວງ.
ແຫຼ່ງຂໍ້ມູນ: ຕູ່ມືສົ່ງເສີມເຕັກນິກການເຮັດນາຫວ່າຕົມ, ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ
https://sites.google.com/site/mju574/home/phumipayya
http://cmuir.cmu.ac.th/bitstream/6653943832/19356/4/agro0146st_ch1.pdf