ເຕັກນິກການປູກເຂົ້າ(ປັກດຳດ້ວຍມື)

ເຕັກນິກການປັກດຳດ້ວຍມື ແມ່ນເຕັກນິກທີ່ຊາວກະສິກອນລາວໃນຂອບເຂດທົ່ວປະເທດນິຍົມນຳໃຊ້ ຍ້ອນເຄີຍເຮັດສືບທອດກັນມາແຕ່ດົນນານແລ້ວ. ສາມາດເຮັດໄດ້ກັບນາທຸກປະເພດ ແຕ່ເຕັກນິກນີ້ແມ່ນມີຫຼາຍຂັ້ນຕອນ, ນຳໃຊ້ແຮງງານຫຼາຍ, ຕົ້ນທຶນການຜະລິດສູງ, ໄດ້ຜົນຜະລິດດີ. ບໍ່ແທດເໝາະກັບການປ່ຽນແປງຂອງສະພາບດິນຟ້າອາກາດໃນປະຈຸບັນ, ຍ້ອນວ່າຝົນຕົກບໍ່ຕາມລະດູການ ບາງປີຕົກກ້າໄວ້ແລ້ວຮອດຍາມດຳຝົນບໍ່ຕົກບໍ່ສາມາດດຳໄດ້. ເຕັກນີ້ສາມາດເຮັດໄດ້ທັງ 2 ລະດູການຄື: ລະດູນາປີ ແລະ ລະດູນາແຊງ. ລະດູນາປີ: ແມ່ນລະຫວ່າງທ້າຍເດືອນພືດສະພາ ຫາ ເດືອນ ມິຖູນາ. ລະດູນາແຊງ: ແມ່ນລະຫວ່າທ້າຍເດືອນ ພະຈຶກ ຫາເດືອນ ທັນວາ

I. ການຕົກກ້າ
1 ການກຽມເມັດພັນ
– ເມັດພັນເຂົ້າທີ່ນຳມາຕົກກ້າຕ້ອງມີຄວາມງອກສູງກວ່າ 80% ນຳໃຊ້ອັດຕາເມັດພັນແມ່ນ 60-70 ກິໂລ/ເຮັກຕາ, ນຳໃຊ້ໄດ້ທັງແນວພັນເຂົ້າດໍ ຫຼື ເຂົ້າງັນກໍ່ໄດ້ ຂື້ນກັບພື້ນທີ່ໆຈະເຮັດ, ຖ້າແມ່ນເຂດພື້ນທີ່ນານທາມ ແມ່ນແນະນຳໃຫ້ໃຊ້ແນວພັນເຂົ້າງັນ, ຖ້າແມ່ນເຂດນາໂນນແນະນຳໃຫ້ໃຊ້ແນວພັນເຂົ້າກາງ ຫຼື ແນວພັນເຂົ້າດໍ ເພາະຄຶດໄລ່ໃສ່ເວລາເຂົ້າສຸກແກ່ບໍ່ໃຫ້ຖືກຊ່ວງຝົນຕົກຫຼາຍ ແລະ ສະດວກໃນເວລາເກັບກ່ຽວ.
– ເມັດພັນເຂົ້າທີ່ກຽມໄວ້ ຕ້ອງເອົາໄປຕາກແດດກ່ອນປະມານ 1-2 ແດດ ຈຶ່ງນຳເມັດພັນມາແຊ່ໃສ່ຖັງ ຫຼື ພາສະນະອື່ນໆ ປະໄວ້ປະມານ 24-48 ຊົ່ວໂມງ.
– ການບົ່ມແມ່ນບັນຈຸໃສ່ເປົາທີ່ມີອາກາດຖ່າຍເທໄດ້ດີ ຫຼື ໃສ່ເປົາປ່ານຍິ່ງເປັນການດີ ສາມາດແຍກເປັນ 2 ລະດູການຄື: ລະດູນາປີ ແລະ ລູນາແຊງ.
1 ລະດູນາແຊງ ສ່ວນຫຼາຍອາກາດຈະເຢັນ ຕ້ອງໃສ່ຜ້າປົກຄຸມ ແລະ ປົກດ້ວຍເໂືອງອິກຊັ້ນໜຶ່ງ ປະໄວ້ບ່ອນມີອາກາດລ່ວງດີ, ປີ້ນເປົາເຂົ້າທຖກໆ 12 ຊົ່ວໂມງ, ຫດນໍ້າໃຫ້ຊຸ່ມ, ໃຊ້ເວລາບົ່ມປະມານ 36-48 ຊົ່ວໂມງ ກໍ່ສາມາດນຳໄປຫວ່ານໄດ້,
2 ລະດູນາປີ ສ່ວນຫຼາຍອາກາດຮ້ອນ ຕ້ອງໃຊ້ຜ້າປົກຄຸມປະໄວ້ບ່ອນມີອາກາດລ່ວງດີ, ປີ້ນເປົາເຂົ້າທຸກໆ 12 ຊົ່ວໂມງ ແລະ ຫົດນໍ້າໃຫ້ມີຄວາມຊຸ່ມ, ໃຊ້ເວລາບົ່ມປະມານ 24-36 ຊົ່ວໂມງ ກໍ່ສາມາດນຳເມັດເຂົ້າໄປຫວ່ານໄດ້.
– ອຸນຫະພູມທີ່ເໝາະສົມໃນການບົ່ມເມັດເຂົ້າປະມານ 30-32 ອົງສາເຊ.
2 ການກຽມດິນຕາກ້າ
ການກຽມດິນຕາກ້າ ແມ່ນຕ້ອງໄດ້ໄຖ, ຄາດ ຫຼື ປັ່ນດິນໃຫ້ລະອຽດແລ້ວປັບໜ້າດິນໃຫ້ຮາບພຽງດີບໍ່ໃຫ້ມີນໍ້າຂັງ, ເຮັດຮ່ອງລະບາຍນໍ້າອ້ອມຂອກຂອງໄຮ່ນາ, ໃນພື້ນທີ່ຕາກ້າຄວນໃສ່ຝຖ່ນບົ່ມປະມານ 0,2-1 ກິໂລ/ຕາແມັດ ເພື່ອປັບປຸງດິນ ແລະ ຖ້າມີເງືອນໄຂແມ່ນໃສ່ຝຸ່ນວິທະຍາສາດຮອງພື້ນກ່ອນຫວ່ານກ້າປະມານ 20-25 ກິໂລ/ໄລ່ ສູດ 15-15-15 ຫຼື 16-20-00.

3 ການເຮັດໜານກ້າ
ນານກ້າຄວນມີຂະໜາດຄວາມກວ້າງຂອງໜານປະມານ 2-3 ແມັດ, ສ່ວນຄວາມຍາວແມ່ນເຮັດຕາມລວງຍາວຂອງໄຮ່ນາເພື່ອສະດວກໃນການບົວລະບັດຮັກສາກ້າ.

4 ການຫວ່ານກ້າ
ການຫວ່ານກ້າຕ້ອງໄດ້ຫວ່ານຢ່າງສະໝໍ່າສະເໝີ ຈຶ່ງເຮັດໃຫ້ຕົ້ນກ້າຈະເລີນເຕີບໂຕໄດ້ດີ, ອັດຕາເມັດພັນເຂົ້າທີ່ບົ່ມແລ້ວຕໍ່ກັບເນື້ອທີ່ຂອງຕາກ້ແມ່ນປະມານ 150-200 ກຼາມ/ຕາແມັດ ຫຼື 1,5-2 ຂີດ/ຕາແມັດ.
5 ການບົວລະບັດຮັກສາ
ການບົວລະບັດຮັກສາກ້າ ຫຼັງຈາກຫວ່ານກ້າໄດ້ 2-3 ວັນ ຄວນເອົານໍ້າເຂົ້າໃສ່ກ້າໃຫ້ມີຄວາມຊຸ່ມ ແຕ່ຖ້າເປັນລະດູຝົນຖ້າເຂດໃດມີຫອຍຫຼາຍຕ້ອງໄດ້ເກັບ ຫຼື ໃຊ້ຢາເພື່ອຂ້າຫອຍບໍ່ໃຫ້ກິນໜໍ່ກ້າ. ອາຍຸກ້າໄດ້ 12-15 ວັນ ຄວນໃສ່ຝຸ່ນວິທະຍາສາດສູດ 46-00-00 ໃນອັດຕາ 30-40 ກຼາມ/ຕາແມັດ. ພ້ອມນັ້ນກໍ່ໄດ້ຕິດຕາມເອົານໍ້າໃສ່ ແລະ ຕິດຕາມເບິ່ງພະຍາດແມງໄມ້ສັດຕູພືດທີ່ຈະມາທຳລາຍ.

II. ການປັກດຳ
1 ການກຽມດິນປັກດຳ
– ໄຖຮຸດຄວນໄຖເລິກປະມານ 15-20 ຊັງຕີແມັດ, ປະໄວ້ເພື່ອຂ້າເຂື້ອພະຍາດບາງຊະນິດທີ່ຢູ່ໃນດິນ ແລະ ອີກດ້ານໜຶ່ງກໍ່ເຮັດໃຫ້ຕົ້ນຫຍ້າ, ວັດຊະພືດຕ່າງໆຕາຍ ແລະ ຍ່ອຍສະຫຼາຍເປັນຝຸ່ນຢູ່ໃນນາ, ຫຼັງຈາກໄຖຮຸດແລ້ວໄດ້ 10-15 ວັນຄວນເອົານໍ້າຂັງໃສ່ນາທີ່ໄດ້ໄຖຮຸດແລ້ວ (ຖ້າວ່າບ່ອນມີເງືອນໄຂນໍ້າສະດວກ) ເພາະຈະເຮັດໃຫ້ດິນບໍ່ແຂງ.
– ເມື່ອຕົ້ນກ້າມີອາຍຸປະມານ 20-25 ວັນ ກໍ່ໄຖຄົ້ນນ ແລະ ຄາດອີກເທື່ອໜຶ່ງ, ການໄຖຄົ້ນແມ່ນເພື່ອພຶກປີ້ນດິນ ເຮັດໃຫ້ການຄາດມີຄວາມລະອຽດດີ ເຊິ່ງສາມາດໄຖເລີກປະມານ 15-20 ຊັງຕີແມັດ ແລະ ຄາດກໍ່ຕ້ອງໃຫ້ລະອຽດດີ. ປັບໜ້າດິນໃຫ້ຮາບພຽງດີເພື່ອເຮັດໃຫ້ການຄວບຄຸມນໍ້າ ແລະ ວັດສະພືດໄດ້ດີມີປະສິດຕິຜົນສູງ.

2 ການປັກດຳ
ການປັກດຳດ້ວຍມືນີ້ເມື່ອກ້າມີອາຍຸປະມານ 25-30 ວັນ ແມ່ນເໝາະສົມໃນການປັກດຳ, ການລົກກ້າສ່ວນຫຼາຍແມ່ນນິຍົມກັນເຮັດເປັນມັດ ເພື່ອສະດວກໃນການຂົນຍ້າຍ ແລະ ປັກດຳ. ການກຳນົດໄລຍະຫ່າງໃນການປັກດຳແມ່ນຂື້ນກັບສະພາບຄວາມອຸດົມສົມບູນຂອງດິນ, ຂະນິດແນວພັນເຂົ້າ ແລະ ລະດູການຄື
– ລະດູນາປີສ່ວນຫຼາຍນິຍົມກັນປັກດຳ ໃຊ້ໄລຍະຫ່າງປະມານ 20 x 20 ຊັງຕີແມັດ ຫຼື 25 x 25 ຊັງຕີແມັດ(ເຂົ້າງັນ) ໃສ່ກ້າປະມານ 3-4 ກີບ/ສຸມ
– ລະດູນາແຊງນິຍົມກັນປັກດຳ ໃຊ້ໄລຍະຫ່າງປະມານ 20 x 20 ຊັງຕີແມັດ ຫຼື 15 x 20 ຊັງຕີແມັດ ໃສ່ກ້າປະມານ 3-4 ກີບ/ສຸມ

3 ການໃຫ້ນໍ້າ
– ພາຍຫຼັງປັກດຳແລ້ວໃໝ່ ຕ້ອງໄດ້ຄວບຄຸມລະດັບນໍ້າໃຫ້ມີນໍ້າຂັງປະມານ 5-10 ຊັງຕີແມັດ ບໍ່ໃຫ້ນໍ້າແຫ້ງເພາະຖ້ານໍ້າແຫ້ງນາຈະເກີດຫຍ້າ.
– ຫຼັງຈາກປັກດຳໄດ້ປະມານ 20-25 ວັນ ຈຶ່ງໃຫ້ນໍ້າແຫ້ງປະມານ 5-7 ວັນ ເພາະວ່າຊ່ວງນີ້ເຂົ້າເລີ່ມແຕກກໍ, ຖ້າວ່າຊ່ວງນີ້ມີນໍ້າຫຼາຍຈະເຮັດໃຫ້ການແຕກກໍ ແລະ ຜົນຜະລິດເຂົ້າບໍ່ສູງ.
– ຫຼັງຈາກທີ່ເຂົ້າແຕກກໍສູງສູດແລ້ວ ຕ້ອງໄດ້ເອົານໍ້າຂັງໃນນາຈົນຮອດໄລຍະກ່ອນເກັບກ່ຽວປະມານ 10 ວັນ ຖ້າພື້ນທີ່ນາທີ່ສາມາດລະບາຍນໍ້າອອກໄດ້ແມ່ນໃຫ້ລະບາຍນໍ້າອອກ ເພື່ອສະດວກໃນການເກັບກ່ຽວ.
4 ການກໄຈັດວັດສະພືດ
ການກຳຈັດວັດພືດ ພາຍຫຼັງເກີດແມ່ນມີຫຼາຍວິທີຄື:
– ໃຊ້ເຄື່ອງພວນດິນຕາມຫວ່າງຕົ້ນເຂົ້າທີ່ມີວັດສະພືດເກີດ
– ໃຂ້ສານເຄມີກຳຈັດໃນກໍລະນີທີ່ມີວັດສະພືດເກີດຂື້ນຫຼາຍ ບໍ່ສາມາດໃຊ້ແຮງງານຄົນຫຼົກໄດ້ ແຕ່ຕ້ອງໃຊ້ສານເຄມີເພື່ອຊ່ວຍກຳຈັດ, ການໃຊ້ແມ່ນໃຫ້ສັງເກດເບິ່ງຊະນິດວັດສະພືດທີ່ມີໃນນາເຂົ້າ ເພື່ອເລືອກຊະນິດຢາໃຫ້ຖືກກັບວັດສະພືດທີ່ເກີດ, ສິ່ງທີ່ສຳຄັນຢາທີ່ໃຊ້ຕ້ອງແມ່ນຢາທີ່ໄດ້ຮັບອານຸຍາດໃຫ້ນຳໃຊ້, ຫ້າມໃຊ້ຢາເກີນ 2 ຊະນິດຮ່ວມກັນ ແລະ ຕ້ອງເບິ່ງຄຳແນະນຳຢູ່ສະຫຼາກຂ້າງກ່ອງຢາ.
– ຖ້າຫຍ້າບໍ່ເກີດຫຼາຍ ແລະ ເປັນການຫຼຸດຜ່ອນການໃຊ້ສານເຄມີ ແມ່ນໃຊ້ແຮງງານຄົນຫຼົກ
5 ການໃສ່ຝຸ່ນ

ການໃສ່ຝຸ່ນແມ່ນແບ່ງເປັນ 2 ໄລຍະຄື:
 ໃສ່ຮອງພື້ນກ່ອນປັກດຳ
– ໃສ່ຝຸ່ນຄອກ ຫຼື ຝຸ່ນບົ່ມ ກ່ອນກຽມດິນ ຖ້າມີເງືອນໄຂໃຫ້ໃສ່ປະມານ 3-5 ໂຕນ/ເຮັກຕາ
– ໃສ່ຝຸ່ນວິທະຍາສາດ ແມ່ນໃສ່ຫຼັປັກດຳ 5-7 ວັນ ນາຕ້ອງມີນໍ້າຂັງປະມານ 3-5 ຊັງຕີແມັດ
– ໃສ່ຝຸ່ນວິທະຍາສາດປະເພດດິນຊາຍ ແລະ ດິນຕົມແມ່ນແນຳນຳໃຫ້ໃສ່ສູດ 15-15-15 ຮອງພື້ນໃນອັດຕາ 100-150 ກິໂລ/ເຮັກຕາ, ດິນຊາຍ ແລະ ດິນຕົມສ່ວນຫຼາຍແມ່ນຂາດທາດໂປຕັດຊຽມ (K) ເພື່ອຊ່ວຍໃຫ້ເຂົ້າມີການແຕກກໍຫຼາຍ
– ຖ້າດິນປະເພດດິນໜຽວ ແມ່ນແນະນຳໃຫ້ໃສ່ຝຸ່ນວິທະຍາສາດສູດ 16-20-00 ເປັນຝຸ່ນຮອງພື້ນໃສ່ໃນອັດຕາ 100-150 ໂຕນ/ເຮັກຕາ, ດິນໜຽວສ່ວນຫຼາຍແມ່ນມີທາດໂປຕັດຊຽມຢູ່ແລ້ວ
 ໃສ່ເລັ່ງ
– ຄັ້ງທີ່1: ໃສ່ຫຼັງຈາກປກດຳໄດ້ 25-30 ວັນ, ໃຫ້ໃສ່ຝຸ່ນວິທະຍາສາດສູດ 46-00-00 ເປັນຝຸ່ນເລັ່ງໃນອັດຕາ 40-60 ກິໂລ/ເຮັກຕາ, ເພື່ອຊ່ວຍໃຫ້ເຂົ້າຈະເລີນເຕີບໂຕໄດ້ດີ.
– ໃສ່ຄັ້ງທີ 2: ໃສ່ຫຼັງຈາກປັກດຳໄດ້ 45-50 ວັນ ໃຫ້ໃສ່ຝຸ່ນວິທະຍາສາດສູດ 46-00-00 ເປັນຝຸ່ນເລັ່ງໃນອັດຕາ 30-50 ກິໂລ/ເຮັກຕາ, ຖ້າແມ່ນເຂົ້າພັນພື້ນເມືອງທີ່ມີອາຍຸຍາວ 150 ວັນ ຂື້ນໄປຄວນໃສ່ຝຸ່ນເລັ່ງຄັ້ງທີ່ 2 ກ່ອນເຂົ້າຖືພາມານ ເພື່ອໃຫ້ຊ່ວຍໃຫ້ເຂົ້າຮ່ວງໃຫ່ຍ, ເມັດຫຼາຍ.

III. ການເກັບກ່ຽວ
1 ສັງເກດກ່ອນການເກັບກ່ຽວ
– ຫຼັງຈາກເຂົ້າອອກດອກໄດ້ 50% ປະມານ 25-30 ວັນ ສາມາດກ່ຽວໄດ້ຖ້າກ່ຽວໄລຍະນີ້ຈະເຮັດໃຫ້ເຂົ້າເສຍຫາຍໜ້ອຍ ແລະ ມີຄຸນນະພາບດີ.
– ໃຊ້ເຄື່ອງວັດແທກຄວາມຊຸ່ມຂອງເມັດເຂົ້າໃນຮວງ ຖ້າມີຄວາມຊຸ່ມປະມານ 20-30% ແມ່ນກ່ຽວໄດ້.
– ສັງເກດເບິ່ງຕົ້ນເຂົ້າປ່ຽນສີ ຈາກສີຂຽວປ່ຽນເປັນສີເຫຼືອງເຂັ້ມ, ເບິ່ງເມັດເຂົ້າຢູ່ກກຮວງປະມານ 3-5 ເມັດບໍ່ເປັນນໍ້ານົມ ຫຼື ຮວງສຸກ 80-85% ຂອງເຂົ້າໃນໄຮ່ນາ.
– ຖ້າໄຮ່ນາມີນໍ້າຂັງ ຕ້ອງລະບາຍນໍ້າອອກກ່ອນປະມານ 10 ວັນ ຈຶ່ງກ່ຽວ(ກໍລະນີສາມາດປ່ອຍນໍ້າອອກໄດ້)
2 ການເກັບກ່ຽວ
– ການເກັບກ່ຽວເຂົ້າບໍ່ຄວນແກ່ຍາວເວລາ ເພາະຈະເຮັດໃຫ້ຜົນຜະລິດເສຍຫາຍ ແລະ ຄຸນນະພາບຕໍ່າ
– ຖ້າໃນຊ່ວງທີ່ເໝາະສົມໃນການເກັບກ່ຽວເຂົ້າແຕ່ມີຝົນຕົກຄວນປະໃຫ້ຕົ້ນເຂົ້າແຫ້ງແລ້ວຈື່ງເກັບກ່ຽວ.
– ການກ່ຽວເຂົ້າແມ່ນນິຍົມກັນດ້ວຍ 2 ວິທີ
1 ໃຊ້ງແຮງງານຄົນ
– ໃຊ້ແຮງງານຄົນກ່ຽວດ້ວຍມືວາງເປັນຝ່ອນ (1 ຝ່ອນປະມານ 2-3 ກຳ) ບາງທ້ອງຖິ່ນກໍ່ມັດເປັນກຳໄວ້ເລີຍເຮັດໃຫ້ເຂົ້າແຫ້ງໄວ.

2 ໃຊ້ກົນຈັກ
– ໃຊ້ຈັກຕັດຫຍ້າກ່ຽວວາງເປັນແຖວຍາວ ຫຼື ວາງເປັນຝ່ອນກໍ່ໄດ້
– ໃຊ້ລົດກ່ຽວອອກມາເປັນເມັດແລ້ວຈຶ່ງເອົາໄປຕາກ ຫຼື ອົບໃຫ້ແຫ້ງ

3 ການເກັບກ່ຽວເຂົ້າອ່ອນມີຜົນເສຍຄື:
– ເຂົ້າບໍ່ເຕັມເມັດ ການສະສົມທາດແປ້ງຕໍ່າ
– ເມັດເຂົ້າມີຄວາມຊຸ່ມສູງ, ຕາກນານແຫ້ງ, ເຮັດໃຫ້ມີຄຸນນະພາບຕໍ່າ
– ຄຸນນະພາບໃນການສີຕໍ່າ, ເມັດເຂົ້າຫັກ, ເມັດເຂົ້າມີສີຂຽວປົນ, ໄດ້ເຂົ້າສານໜ້ອຍ
4 ການເກັບກ່ຽວເຂົ້າແກ່ເກີນໄປມີຜົນເສຍຄື:
– ຮ່ວງເຂົ້າຈະແຫ້ງກອບ ແລະ ຫຼົ່ນ ເຮັດໃຫ້ຜົນຜະລິດເຂົ້າເສຍຫາຍ
– ຄຸນນະພາບຂອງການສີຕໍ່າ ແລະ ມີເມັດຫັກຫຼາຍ
– ຕົ້ນເຂົ້າແຫ້ງຫຼາຍແລ້ວຈະຫັກທັບລົງ ຖ້າໄຮ່ນາມີນໍ້າຈະເຮັດໃຫ້ເມັດເຂົ້າແຊ່ນໍ້າ ແລະ ເຮັດໃຫ້ເມັດເຂົ້າອອກງອກຄາຮວງ,

ແຫຼ່ງຂໍ້ມູນ: ຄູ່ມືສົ່ງເສີມເຕັກນິກ ການປູກເຂົ້າ(ປັກດຳດ້ວຍມື), ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ
https://ricedee.com/3-วิธีทำนาข้าวตามวิถีไทย/
https://panuwat125.weebly.com/3585363436193604363536093634.html