ເຕັກນິກການເຮັດນາຢອດແຫ້ງ
ການປູກເຂົ້າແບບຢອດແຫ້ງ ແມ່ນເຕັກນິກໜຶ່ງທີ່ຊາວກະສິກອນໃນເຂດພາກກາງຫາພາກໃຕ້ໄດ້ນິຍົມນຳໃຊ້ຍ້ອນບໍ່ມີຫຼາຍຂັ້ນຕອນ, ໃຊ້ແຮງງານຄົນໜ້ອຍ, ຕົ້ນທຶນການຜະລິດຕໍ່າ. ການເຮັດນາຢອດແຫ້ງແມ່ນວິທີໜຶ່ງ ທີ່ສາມາດຫຼຸດຜ່ອນຄວາມສ່ຽງຕໍ່ໄພແຫ້ງແລ້ງ, ຝົນຕົກນານ. ຝົນຂາດຊ່ວງ ແລະ ເຂດທີ່ມັກເກີດນໍ້າຖ້ວມ, ເຂດທີ່ນໍ້າມັກຂັງພາຍຫຼັງຝົນຕົກ. ດີແທ້ແມ່ນເໝາະສົມກັບພື້ນທີ່ນາທີ່ຮາບພຽງ ແລະ ສາມາດລະບາຍນໍ້າອອກໄດ້ງ່າຍ, ຖ້ານາທີ່ມີຄອງຊົນລະປະທານທີ່ສາມາດລະບາຍນໍ້າເຂົ້າ-ອອກໄດ້ໃນເວລາທີ່ຕ້ອງການຈະເປັນການດີ. ເຕັກນິກການເຮັດນາຢອດແຫ້ງ ແມ່ນເຕັກນິກທີ່ສາມາດເຮັດໄດ້ທັງ 2 ລະດູການຄື: ລະດູນາປີ ແລະ ນາແຊງ.
I. ການຢອດ ແລະ ການບົວລະບັດຮັກສາ
1. ການກຽມເມັດພັນ
– ເມັດພັນເຂົ້າທີ່ຈະນຳມາຢອດຕ້ອງມີຄວາມງອກສູງກວ່າ 80% ນຳໃຊ້ອັດຕາເມັດພັນແມ່ນ 50-60 ກິໂລ/ເຮັກຕາ ນຳໃຊ້ໄດ້ທັງແນວພັນເຂົ້າດໍ ຫຼື ເຂົ້າງັນກໍ່ໄດ້ ຂື້ນກັບພື້ນທີ່ໆຈະເຮັດ, ຖ້າແມ່ນເຂດພື້ນທີ່ນາທາມແມ່ນແນະນຳໃຫ້ໃຊ້ແນວພັນເຂົ້າເຂົ້າງັນ, ຖ້າແມ່ນເຂດນາໂນນແນະນຳໃຫ້ໃຊ້ແນວພັນເຂົ້າກາງ ຫຼື ແນວພັນເຂົ້າດໍ .ເພາະຕ້ອງຄິດໄລ່ໃສ່ເວລາເຂົ້າສຸກແກ່ບໍ່ໃຫ້ຖືກຊ່ວງຝົນຕົກຫຼາຍ ແລະ ສະດວກໃນເວລາເກັບກ່ຽວ.
– ນຳເມັດພັນເຂົ້າໄປຕາກແດດປະມານ 1-2 ແດດ ຈຶ່ງນຳເມັດພັນໄປຢອດ, ການເອົາເມັດພັນໄປຕາກແດດແມ່ນເພື່ອເປັນການກະຕຸ້ນໃຫ້ເມັດພັນງອອກດີ
2. ການກຽມດິນ
ການກຽມດິນ ແມ່ນໃຫ້ເລິກປະມານ 15-20 ຊັງ3. ການຢອດເຂົ້າຕີແມັດ, ຫຼັງຈາກນັ້ນ ຕາກແດດ 7-10 ວັນ, ເພື່ອເຮັດໃຫ້ວັດ
ສະພືດ, ໄຂ່ແມງໄມ້ ແລະ ເຊື້ອພະຍາດບາງຊະນິດຕາຍຫຼັງຈາກນັ້ນໃຫ້ປັ່ນ ຫຼື ຄາດ ຂຄາດໃຫ້ລະອຽດຈຶ່ງທຳການຢອດເມັດພັນເຂົ້າ.
– ຕ້ອງກວດກາ ຄວາມພ້ອມຂອງເຄື່ອງຢອດ, ເພື່ອຮັບປະກັນບໍ່ໃຫ້ເສຍເວລາໃນຕອນໃຊ້ງານຢູ່ພື້ນທີ່.
– ການເອົາເມັດພັນເຂົ້າໃສ່ຖັງ, ຄວນກວດກາໃຫ້ລະອຽດວ່າບໍ່ມີສິ່ງອື່ນໆ ປົນຢູ່ໃນຖັງຢອດ.
– ການຢອດຄວນປັບເຄື່ອງຢອດລົງໃນດິນເລີກປະມານ 4-5 ຊັງຕີແມັດ.
– ການຢອດແມ່ນເບິ່ງຕາມເງືອນໄຂລວງຍາວຂອງໄຮ່ນາ, ດີແທ້ຕ້ອງຢອດໄປຕາມລວງຂອງຕາເວັນຂື້ນ, ຕາເວັນຕົກເພື່ອເຮັດໃຫ້ແສງແດດສ່ອງຜ່ານລົງດິນໄດ້ສະໝໍ່າສະເໝີ.
4. ການໃຫ້ນໍ້າ
– ເຂດທີ່ມີຊົນລະປະທານ ຫຼັງຈາກຢອດສຳເລັດແລ້ວໃຫ້ເອົານໍ້າເຂົ້າໃຫ້ຖ້ວມ ແລ້ວລະບາຍນໍ້າອອກໃຫ້ໝົດ, ຫຼັງຈາກເຂົ້າງອກໄດ້ປະມານ 10-15 ວັນ, ໃຫ້ລະບາຍນໍ້າເຂົ້າໄຮ່ນາໃຫ້ທົ່ວ ແລ້ວຂັງນໍ້າໄວ້ແຕ່ບໍ່ໃຫ້ນໍ້າຖ້ວມຍອດເຂົ້າ
– ສຳລັບເຂດທີ່ບໍ່ມີຊົນລະປະທານ ຫຼັງຈາກຢອດແລ້ວຖ້າມີຝົນຕົກຕ້ອງໄດ້ລະບາຍນໍ້າອອກໃຫ້ໝົດ ຫຼັງຈາກເຂົ້າງອກໄດ້ປະມານ 10-15 ວັນ ໃຫ້ລະບາຍນໍ້າເຂົ້າໄຮ່ນາໃຫ້ທົ່ວແລ້ວຂັງນໍ້າໄວ້ແຕ່ບໍ່ໃຫ້ນໍ້າຖ້ວມຍອດເຂົ້າ
– ຊ່ວງໄລຍະເຂົ້າແຕກກໍ ຄວນລຸດລະດັບນໍ້າລົງ ຫຼື ໃຫ້ນໍ້າແຫ້ງປະມານ 1-2 ອາທິດ
– ຫຼັງຈາກທີ່ເຂົ້າແຕກກໍສູງສຸດແລ້ວ ຕ້ອງໄດ້ເອົານໍ້າຂັງໃນນາຈົນຮອດໄລຍະກ່ອນຈະເກັບກ່ຽວປະມານ 10 ວັນ. ຖ້າພື້ນທີ່ນາທີ່ສາມາດລະບາຍນໍ້າອອກໄດ້ແມ່ນໃຫ້ລະບາຍນໍ້າອອກ ເພື່ອສະດວກໃນການເກັບກ່ຽວ
5. ການກຳຈັດວັດຊະພືດ
ການກຳຈັດວັດສະພືດ ພາຍຫຼັງຫຍ້າເກີດແມ່ນມີຫຼາຍວິທີຄື:
– ໃຊ້ເຄື່ອງພວນດິນຕາມຫວ່າງຕົ້ນເຂົ້າທີ່ຫຍ້າເກີດ.
– ໃຊ້ສານເຄມມີກຳຈັດໃນກໍລະນີທີ່ມີຫຍ້າເກີດຫຼາຍ ບໍ່ສາມາດໃຊ້ແຮງງານຄົນຫຼົກໄດ້ ແຕ່ຕ້ອງໃຊ້ຢາຂ້າຫຍ້າ, ການໃຂ້ແມ່ນໃຫ້ສັງເກດເບິ່ງຊະນິດຫຍ້າທີ່ມີໃນນາເຂົ້າ ເພື່ອເລືອກຊະນິດຢາໃຫ້ຖຶກກັບຫຍ້າທີ່ເກີດ, ສິ່ງທີ່ສຳຄັນຢາທີ່ໃຊ້ຕ້ອງແມ່ນຢາທີ່ໄດ້ຮັບອານຸຍາດໃຫ້ນຳໃຊ້, ຫ້າມໃຊ້ຢາເກີນ 2 ຊະນິດຮ່ວມກັນ ແລະ ຕ້ອງເບິ່ງຄຳແນະນຳຢູ່ສະຫຼາກຂ້າງກ່ອງຢາ.
– ຖ້າຫຍ້າບໍ່ເກີດຫຼາຍ ແລະ ເປັນການຫຼຸດຜ່ອນການໃຊ້ສານເຄມີແມ່ນໃຊ້ແຮງງານຄົນຫຼົກ
6 ການໃສ່ຝຸ່ນ
ໃນການໃຊ້ຝຸ່ນແມ່ນແບ່ງເປັນ 2 ໄລຍະຄື:
ໃສ່ຮອງພື້ນ
- ໃສ່ຝຸ່ນຄອກ ຫຼື ຝຸ່ນບົ່ມ ກ່ອນກຽມດິນ ຖ້າມີເງືອນໄຂໃຫ້ໃສ່ປະມານ 3-5 ໂຕນ/ເຮັກຕາ
- ໃສ່ຝຸ່ນວິທະຍາສາດ ແມ່ນໃສ່ຫຼັງຢອດໄດ້ 10-25 ວັນ, ນາຕ້ອງມີນໍ້າຂັງປະມານ 3-5 ຊັງຕີແມັດ
- ໃສ່ຝຸ່ນວິທະຍາສາດປະເພດດິນຊາຍ ແລະ ດິນຕົມແມ່ນແນະນຳໃຫ້ໃສ່ສູດ 15-15-15 ໃສ່ຮອງພື້ນໃນອັດຕາ 100-150 ກິໂລ/ເຮັກຕາ, ດິນຕົມສ່ວນຫຼາຍແມ່ນຂາດທາດໂປຕັດຊຽມ (K) ເພື່ອຊ່ວຍໃຫ້ເຂົ້າມີການແຕກກໍຫຼາຍ
- ຖ້າດິນປະເພດດິນໜຽວແມ່ນແນະນຳໃຫ້ໃສ່ຝຸ່ນເຄມີສູດ 16-20-00 ເປັນຝຸ່ນຮອງພື້ນໃສ່ໃນອັດຕາສ່ວນ 100-150 ກິໂລ/ເຮັກຕາ, ດິນໜຽວສ່ວນຫຼາຍແມ່ນມີທາດໂປຕັດຊຽງ (K) ຢູ່ແລ້ວ.
ໃສ່ຝຸ່ນເລັ່ງ
- ຄັ້ງທີ 1: ໃສ່ຫຼັງຈາກເຂົ້າມີອາຍຸໄດ້ 40-45 ວັນ, ໃຫ້ໃສ່ຝຸ່ນເຄມີສູດ 46-00-00 ເປັນຝຸ່ນເລັ່ງໃນອັດຕາ 40-60 ກິໂລ/ເຮັກຕາ, ເພື່ອຊ່ວຍໃຫ້ເຂົ້າຈະເລີນເຕີບໂຕໄດ້ດີ.
- ຄັ້ງທີ 2 : ໃສ່ຫຼັງເຂົ້າມີອາຍຸໄດ້ 60-65 ວັນ, ໃຫ້ໃສ່ຝຸ່ນເຄມີສູດ 46-00-00 ເປັນຝຸ່ນເລັ່ງໃນອັດຕາ 30-50 ກິໂລ/ເຮັກຕາ, ຖ້າແມ່ນເຂົ້າພັນພື້ນເມືອງທີ່ມີອາຍຸຍາວ 150 ວັນຂື້ນໄປຄວນໃສ່ຝຸ່ນເລັ່ງຄັ້ງທີ 2 ກ່ອນເຂົ້າຖືພາມານ, ເພື່ອໃຫ້ຊ່ວຍໃຫ້ເຂົ້າຮວງໃຫ່ຍ, ເມັດຫຼາຍ.
- II. ການເກັບກ່ຽວ
1 ສັງເກດກ່ອນການເກັບກ່ຽວ
ຫຼັງຈາກເຂົ້າອອກດອກໄດ້ 50% ປະມານ 25-30 ວັນ ສາມາດກ່ຽວໄດ້ ຖ້າກ່ຽວໄລຍະນີ້ ແມ່ນຈະເຮັດໃຫ້ເຂົ້າເສຍຫາຍໜ້ອຍ ແລະ ມີຄຸນນະພາບດີ.
– ໃຊ້ເຄື່ອງວັດແທກຄວາມຊຸ່ມຂອງເມັດເຂົ້າໃນຮວງ ຖ້າມີຄວາມຊຸ່ມປະມານ 20-23% ແມ່ນກ່ຽວໄດ້.
– ສັງເກດເບິ່ງຕົ້ນເຂົ້າປ່ຽນສີ ຈາກສີຂຽວປ່ຽນເປັນສີເຫຼືອງເຂັ້ມ, ເບິ່ງເມັດເຂົ້າຢູ່ກົກຮວງປະມານ 3-5 ເມັດບໍ່ເປັນນໍ້ານົມ ຫຼື ຮວງສຸກ 80-85% ຂອງເຂົ້າໃນໄຮ່ນາ.
– ຖ້າໄຮ່ນາມີນໍ້າຂັງ ຕ້ອງລະບາຍນໍ້າອອກກ່ອນປະມານ 10 ວັນຈຶ່ງກ່ຽວ (ກໍ່ລະນີສາມາດປ່ອຍນໍ້າອອກໄດ້) ຖ້າໃນຊ່ວງທີ່ເໝາະສົມໃນການເກັບກ່ຽວເຂົ້າ ແຕ່ມີຝົນຕົກຄວນປະໄວ້ໃຫ້ຕົ້ນເຂົ້າແຫ້ງແລ້ວຈຶ່ງເກັບກ່ຽວ.
2 ການເກັບກ່ຽວ
– ການເກັບກ່ຽວເຂົ້າບໍ່ຄວນແກ່ຍາວເວລາ ເພາະຈະເຮັດໃຫ້ຜົນຜະລິດເສຍຫາຍ ແລະ ຄຸນນະພາບຕໍ່າ.
– ຖ້າໃນຊ່ວງທີ່ເໝາະສົມໃນການເກັບກ່ຽວເຂົ້າ ແຕ່ມີຝົນຕົກຄວນປະໃຫ້ຕົ້ນເຂົ້າແຫ້ງແລ້ວຈຶ່ງເກັບກ່ຽວ.
– ການກ່ຽວເຂົ້າແມ່ນນິຍົມກັນດ້ວຍ 2 ວິທີຄື:
1 ໃຊ້ແຮງງານຄົນ
– ໃຊ້ແຮງງານຄົນກ່ຽວດ້ວຍມື ວາງເປັນຝ່ອນ (1ຝ່ອນປະມານ 2-3 ກຳ), ບາງທ້ອງຖິ່ນກໍ່ມັດເປັນກຳໄວ້ເລີຍເຮັດໃຫ້ເຂົ້າແຫ້ງໄວ. - 2 ໃຊ້ກົນຈັກ
– ໃຊ້ຈັກຕັດຫຍ້າກ່ຽວວາງເປັນແຖວຍາວ ຫຼື ວາງເປັນຝ່ອນກໍ່ໄດ້
– ໃຊ້ລົດກ່ຽວອອກມາເປັນເມັດແລ້ວຈຶ່ງເອົາໄປຕາກ ຫຼື ອົບໃຫ້ແຫ້ງ
3 ການເກັບກ່ຽວເຂົ້າອ່ອນມີຜົນເສຍຫາຍຄື
– ເຂົ້າຈະບໍ່ເຕັມເມັດ ການສະສົມທາດແປ້ງຕໍ່າ.
– ເມັດເຂົ້າມີຄວາມຊຸ່ມສູງ, ຕາກນານແຫ້ງ, ເຮັດໃຫ້ມີຄຸນນະພາບຕໍ່າ.
– ຄຸນນະພາບໃນການສີຕໍ່າ, ເມັດເຂົ້າຫັກ, ເມັດເຂົ້າມີສີຂຽວປົນ, ໄດ້ເຂົ້າສານໜ້ອຍ.
4 ການເກັບກ່ຽວເຂົ້າແກ່ເກີນໄປມີຜົນເສຍຄື
– ຮ່ວງເຂົ້າຈະແຫ້ງກອບ ແລະ ຫຼົ່ນເຮັດໃຫ້ຜົນຜະລິດເຂົ້າເສຍຫາຍ
– ຄຸນນະພາບຂອງການສີຕໍ່າ ແລະ ມີເມັດຫັກຫຼາຍ.
– ເຂົ້າຕົ້ນແຫ້ງຫຼາຍແລ້ວຈະຫກທົບລົງ ຖ້າໄຮ່ນາມີນໍ້າຈະເຮັດໃຫ້ເມັດເຂົ້າແຊ່ນໍ້າ ແລະ ເຮັດໃຫ້ເມັດເຂົ້າອອກງອກຄາຮວງ.
ແຫຼ່ງຂໍ້ມູນ: ຄູ່ມືສົ່ງເສີມເຕັກນິກການເຮັດນາຢອດແຫ້ງ, ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ
http://www.kasetporpeang.com/forums/index.php?topic=109706.0
https://www.kubotasangthong.com/วิธีการปลูกข้าวโดยวิธีการหยอดข้าวแห้ง