ເຕັກນິກກ່ອນ ແລະ ຫຼັງການເກັບກ່ຽວສາລີອາຫານສັດ

ສາລີອາຫານສັດ ເປັນພືດເສດຖະກິດຊະນິດໜຶ່ງທີ່ສຳຄັນ ແລະ ສາມາດສ້າງລາຍຮັບໃຫ້ແກ່ຊາວກະສິກອນຢູ່ຫຼາຍແຂງໃນເຂດທົ່ວປະເທດ. ນອກນັ້ນສາລີອາຫານສັດຍັງເປັນສ່ວນປະກອບຫຼັກ ສຳລັບການເຮັດອາຫານສັດ. ສາລີຍັງພືດຊະນິດໜຶ່ງ ທີ່ຊາວກະສິກອນນິຍົມກັນປູກຮອງຈາກເຂົ້າເພາະວ່າຕະຫຼາດມີຄວາມຕ້ອງການຫຼາຍ. ສະນັ້ນເຕັກນິກວິທີການ ຫຼັງການເກັບກ່ຽວສາລີກໍ່ມີຄວາມສຳຄັນເພາະວ່າຖ້າປະຕິບັດບໍ່ຖືກຕາມເຕກນິກແມ່ນຈະເຮດໃຫ້ເມັດສາລີບໍ່ໄດ້ຄຸນນະພາບດີ, ຕະຫຼາດບໍ່ຕ້ອງການ, ລາຄາຕົກຕໍ່າ, ຂາຍບໍ່ໄດ້ ການຜະລິດມີການຂາດທຶນ, ບໍ່ມີລາຍຮັບໃຫ້ແກ່ຄອບຄົວ, ສະນັ້ນພວກເຮົາຈຶ່ງມີຄວາມຈຳເປັນຈະຕ້ອງໄດ້ຮູ້ເຕັກນິກວິທີການດັ່ງກ່າວເພື່ອເຮັດໃຫ້ການຜະລິດສາລີອາຫານສັດໄດ້ຄຸນນະພາບດີ.

I. ອຸປະກອນ
1 ອຸປະກອນຮັບໃຊ້ເຂົ້າໃນການເກັບກ່ຽວ
– ກະຕ່າ ຫຼື ກະແຊະ
– ລົດເດີນຕາມ
– ກະເປົາ
– ລົດເກັບກ່ຽວ
– ເຄື່ອງແທກຄວາມຊຸ່ມ
– ພ້າ, ມີດ ແລະ ອື່ນໆ
2 ອຸປະກອນຮັບໃຊ້ຫຼັງການເກັບກ່ຽວ
– ເຄື່ອງແກະເມັດ
– ຜ້າ ຫຼື ເພີນ
– ເຄື່ອງອົບ
– ລານຕາກ
– ເລົ້າ, ສາງ
– ເປົາໃສ່ເພື່ອເກັບມ້ຽນ
– ກະທໍ່ໄທ້ ແລະ ອື່ນໆ
II. ກ່ອນການເກັບກ່ຽວ
1 ການສັງເກດກ່ອນການເກັບກ່ຽວ
– ສາລີອາຫານສັດ ສ່ວນຫຼາຍແມ່ນມີອາຍຸໃນການເກັບກ່ຽວປະມານ 100-130 ວັນ, ຂື້ນກັບແຕ່ລະແນວພັນ.
– ສັງເກດເບິ່ເປືອກຫຸ້ມຝັກ, ໃບ, ລຳຕົ້ນສາລີ ຈະແຫ້ງປ່ຽນເປັນສີຄ້າຍຄືເຟືອງເຂົ້າ ແມ່ນສາມາດເກັບກ່ຽວໄດ້.
– ຖ້າໃຫ້ດີທີ່ສຸດ ຄວນມີເຄື່ອງວັດແທກຄວາມຊຸ່ມຂອງເມັດສາລີໃນຝັກປະມານ 21-28%.

2 ການເກັບກ່ຽວ
ການເກັບກ່ຽວສາລີອາຫານສັດມີ 2 ແບບຄື: ເກັບກ່ຽວດ້ວຍແຮງງານຄົນ ແລະ ເກັບກ່ຽວດ້ວຍເຄື່ອງຈັກ
1 ເກັບກ່ຽວແຮງງານຄົນທີ່ນິຍົມກັນແມ່ນມີ 2 ວິທີຄື:
– ແກະເປືອກອອກແລ້ວເກັບເອົາຝັກດີບໄປໃສ່ໃນເລົ້າໄວ້.
– ເກັບເອົາເປັນຝັກແລ້ວມາໃຊ້ແຮງງານຄົນແກະເປືອດອອກ.
2 ເກັບກ່ຽວດ້ວຍເຄື່ອງຈັກ ແມ່ນໃຊ້ລົດກ່ຽວອອກມາເປັນເມັດເລີຍສ່ວນຫຼາຍຈະໃຊ້ຢູ່ເຂດພື້ນທີ່ຮາບພຽງ, ມີພື້ນທີ່ປູກທີ່ກວ້າງ ຫຼື ປູກເປັນອຸດສະຫະກຳຈຳນວນຫຼາຍຈຶ່ງນິຍົມໃຊ້,

III. ຫຼັງການເກັບກ່ຽວ
1 ວິທີການແກະເມັດສາລີ
1.1 ໃຊ້ແຮງງານຄົນແກະດ້ວຍມື
ແມ່ນວີທີການໜຶ່ງທີ່ຊາວສວນໃນເຂດຊົນນະບົດຫາງໄກສອດຫຼີກຍັງນຳໃຊ້ກັນຢູ່, ສ່ວນໃຫ່ຍຍັງມີອຸປະກອນຊ່ວຍໃນການແກະເຊັ່ນ: ກະບອກເຫຼັກ, ເຄື່ອງອີ້ວດ້ວຍມື.

1.2 ໃຊ້ເຄື່ອງຈັກສີ(ແກະເມັດ)
ການນຳໃຊ້ເຄື່ອງຈັກສີສາລີມີ 2 ຊະນິດ.
– ເຄື່ອງຈັກສີຂະໜາດໃຫ່ຍແມ່ນສາມາດສີໄດ້ທັງເປືອກ.
– ໃຊ້ເຄື່ອງຈັກຂະໜາດນ້ອຍ ແມ່ນຕ້ອງໄດ້ແກະເປືອກອອກກ່ອນຈຶ່ງສີ.
ໃຊ້ເຄື່ອງຈັກສີ ຝັກສາລີຕ້ອງແຫ້ງ ຄວາມຊຸ່ມຂອງເມັດສາລີຕ້ອງຕໍ່າກວ່າ 20% ຫຼື ປະສາລີໄວ້ຄ່າຝັກຢູ່ໃນເລົ່າ, ສາງປະມານ 1 ອາທິດ ຈຶ່ງແກະເມັດ. ຖ້າຫາກສາລີມີຄວາມຊຸ່ມສູງ ຈະເຮັດໃຫ້ແກນຂອງສາລີແຕກມຸ່ນປົນມານຳເມັດສາລີ.

2 ວິທີການຫຼຸດຄວາມຊຸ່ມຂອງເມັດ
2.1 ຕາກດ້ວຍແສງແດດ
ການດາກແດດແມ່ນມີ 2 ວິທີຄື:
– ຕາກທັງຝັກ: ຄວນມີລານຕາກ ແລະ ໃຊ້ຜ້າທີ່ແຫ້ງຮອງຝັກສາລີເຊັ່ນ: ຜ້າແຍ່ງ, ຜ້າທີ່ອາກາດສາມາດລ່ວງໄດ້, ເພີນທີ່ສານດ້ວຍໄມ້ ແລະ ອື່ນໆ
– ຕາກເປັນເມັດ: ຄວນມີລານຕາກ ແລະ ໃຊ້ຜ້າທີ່ແຫ້ງຮອງເມັດສາລີເຊັ່ນ: ຜ້າແຍ່ງ, ຜ້າທີ່ອາກາດລ່ວງໄດ້, ເພີນທີ່ສານດ້ວຍໄມ້ ແລະ ອື່ນໆ. ຄວາມໜາປະມານ 5 ຊັງຕີແມັດ ແລະ ປີ້ນທຸກໆ 2 ຊົ່ວໂມງ.

2.2 ໃຊ້ເຄື່ອງອົບ
ການໃຊ້ເຄື່ອງອົບແມ່ນມີ 2 ວິທີຄື:
1 ເຄື່ອງອົບທີ່ໃຊ້ຄວາມຮ້ອນ ຈາກພະລັງງານໄຟ້າ.
2 ເຄື່ອງອົບທີ່ໃຊ້ຄວາມຮ້ອນ ຈາກການດັງໄຟ (ຟືນ, ຖ່ານ, ຂີ້ເລື້ອຍ, ຂີ້ແກບ…)

3 ການທຳຄວາມສະອາດ
ໝາຍເຖິງການແຍກເອົາເສດຂອງແກນສາລີ ສິ່ງເຈື່ອປົນອື່ນໆ ອອກຈາເມັດສາລີ, ນອກຈາກນັ້ນຍັງຊ່ວຍປ້ອງກັນບໍ່ໃຫ້ເກີດພະຍາດ ແລະ ແມງໄມ້ທຳລາຍ ໃນເວລາເກັບຮັກສາດັ່ງລາຍລະອຽດລຸ່ມນີ້:
3.1 ໃຊ້ແຮງງານຂອງຄົນຝັດດ້ວຍກະດົ້ງ, ວີ (ສານດ້ວຍໄມ້)
3.2 ໃຊ້ເຄື່ອງຈັກເປົ່າ ແລະ ໃຊ້ເຄື່ອງຄັດ (ແຕ່ຖ້າໃຊ້ເຄື່ອງຈັກສີນັ້ນ ມັນຈະທຳລາຍຄວາມສະອາດໄປພ້ອມເລີຍ ເພາະເຄື່ອງສີເມັດມີພັດລົມເປົ່າເອົາສິ່ງເຈື່ອປົນອອກພ້ອມ)
4ການເກັບຮັກສາ
ວີທີການເກັບຮັກສາເມັດສາລີ ສ່ວນຫຼາຍຢູ່ບ້ານເຮົານິຍົມໃຊ້ມີ 2 ວິທີຄື:
1 ເກັບຮັກສາໄວ້ແບບພື້ນບ້ານ

– ເກັບໄວ້ຄາຝັກ ທີ່ປອກເປືອກອອກແລ້ວ
– ເກັບໄວ້ເປັນເມັດ
ສະຖານທີ່ເກັບມ້ຽນ ແມ່ນໄວ້ໃນເລົ່າ, ສາງ. ຖ້າວ່າເຮັດເລົ່າຄວນປູກໄວ້ບ່ອນທີ່ສູງ, ປອດໄພ, ມີອາກາດຖ່າຍເທດີ, ບໍ່ໃຫ້ຝົນຜະໃສ່, ປ້ອງກັນບໍ່ໃຫ້ໜູ, ແມງໄມ້ ແລະ ອື່ນໆມາລົບກວນ. ສ່ວນ
ລາຍຊາວກະສິກອນນິຍົມເກັບຮັກສາສາລີໄວ້ທັງຝັກເພາະຈະເຮັດໃຫ້ອາກາດຖ່າຍເທໄດ້ດີບໍ່ເກີດເຊື້ອລາ. ການເກັບສາລີແບບພື້ນບ້ານຈະສາມາດເກັບໄວ້ໄດ້ 1-2 ເດືອນ, ຖ້າດົນກວ່ານັ້ນຈະມີມອດທຳລາຍເຈາະກິນເມັດສາລີເຮັດໃຫ້ຜົນຜະລິດເສຍຫາຍ.
ເກັບຮັກສາໄວ້ໃນສາງເຢັນ
ເກັບໄວ້ໃນສາງເຢັນທີ່ມີອຸນນຫະພູມບໍ່ເກີນ 15 ອົງສາ ວິທີນີ້ເປັນວິທີທີ່ມີປະສິດທິພາບສູງທີ່ສຸດສາມາດປ້ອງກັນ ແລະ ຫຼຸດການເສຍຫາຍຂອງເມັດສາລີໄດ້ດີ, ເມັດສາລີມີຄຸນນະພາບດີ, ເກັບໄວ້ໄດ້ດົນ, ແຕ່ມີຕົ້ນທຶນ ແລະ ຄ່າໃຊ້ຈ່າຍສູງ. ຖ້າເກັບຮັກສາໄວ້ບໍ່ດີຈະເຮັດໃຫ້ນົກ,ໜູ, ແມງໄມ້ເຂົ້າທຳລາຍໄດ້ງ່າຍເຮັດໃຫ້ມີເມັດດຳ, ມີມອດກິນ ແລະ ອື່ນໆ.

ແຫຼ່ງຂໍ້ມູນ: ຄູ່ມືສົ່ງເສີມເຕັກນິກກ່ອນ ແລະ ຫຼັງການເກັບກ່ຽວສາລີອາຫານສັດ, ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ
https://www.phtnet.org/2010/04/79/
https://www.phtnet.org/2015/12/268/