ເຕັກນິກການເຮັດນາດ້ວຍເຄື່ອງຈັກ

ການປູກເຂົ້າດ້ວຍລົດດຳນາແມ່ນເຕັກນິກໜຶ່ງທີ່ຊາວກະສິກອນໃນເຂດພາກກາງຫາພາກໃຕ້ໄດ້ນິຍົມນຳໃຊ້ ຍ້ອນມີຄວາມສະດວກຫຼາຍຢ່າງເຊັ່ນ: ໃຊ້ແຮງງານຄົນໜ້ອຍ, ດຳແລ້ວໄວ, ດຳເປັນແຖວ ສະດວກສະບາຍໃນການບົວລະບັດຮັກສາ
ສາມາດເຮັດໄດ້ກັບນາທຸກປະເພດ, ຖ້ານາທີ່ນຳໃຊ້ຊົນລະປະທານທີ່ສາມາດລະບາຍນໍ້າເຂົ້າອອກໄດ້ໃນເວລາທີ່ຕ້ອງການຈະເປັນການດີ. ເຈັກນິກນີ້ແມ່ນມີຫຼາຍຂັ້ນຕອນ, ນຳໃຊ້ແຮງງານຄົນໜ້ອຍ, ຕົ້ນທຶນການຜະລິດສູງ, ໄດ້ຜົນຜະລິດດີ.
ບໍ່ແທດເໝາະກັບການປ່ຽນແປງຂອງສະພາບດິນຟ້າອາກາດໃນປະຈຸບັນ, ຍ້ອນວ່າຝົນຕົກບໍ່ຕາມລະດູການ ບາງປີຕົກກ້າໄວ້ແລ້ວຮອດຍາມດຳຝົນບໍ່ຕົກບໍ່ສາມາດດຳໄດ້.
ເຕັກນິກນີ້ສາມາດເຮັດໄດ້ທັງ 2 ລະດູຄຶ: ລະດູນາປີ ແລະ ລະດູນາແຊງ
1 ລະດູນາປີ: ແມ່ນລະຫວ່າງ ທ້າຍເດືອນພືດສະພາ ຫາ ເດືອນ ມິຖຸນາ
2 ລະດະນາແຊງ: ແມ່ນລະຫວ່າງ ທ້າຍເດືອນ ພະຈິກ ຫາ ເດືອນ ທັນວາ

I. ການຕົກກ້າ
1 ການກຽມເມັດພັນ
– ເມັດພັນເຂົ້າທີ່ຈະນຳມາຕົກກ້າຕ້ອງມີຄວາມງອກສູງກວ່າ 80% ນຳໃຊ້ອັດຕາເມັດພັນແມ່ນ 60-70 ກິໂລ/ເຮັກຕາ, ນຳໃຊ້ໄດ້ທັງແນວພັນເຂົ້າດໍຫຼື ເຂົ້າງັນຂື້ນກັບພື້ນທີ່ໆຈະເຮັດ, ຖ້າແມ່ນເຂດນາໂນນແນະນຳໃຫ້ໃຊ້ແນວພັນເຂົ້າກາງ ຫຼື ແນວພັນເຂົ້າດໍ ເພາະຕ້ອງຄິດໄລ່ໃສ່ເວລາເຂົ້າສຸກແກ່ບໍ່ໃຫ້ຖືກຊ່ວງຝົນຕົກຫຼາຍ ແລະ ສະດວກໃນເວລາເກັບກ່ຽວ.
– ເມັດພັນເຂົ້າທີ່ກ່ຽວໄວ້ ຕ້ອງໄປຕາກແດດກ່ອນປະມານ 1-2 ແດດ ຈຶ່ງນຳເມັດພັນມາແຊ່ໃສ່ຖັງ ຫຼື ພາສະນະອື່ນໆ ປະໄວ້ປະມານ 24-36 ຊົ່ວໂມງ.
– ການບົ່ມແມ່ນບັນຈຸໃສ່ເປົາທີ່ມີອາກາດຖ່າຍເທໄດ້ດີ ຫຼື ໃສ່ເປົາປ່ານຍິ່ງເປັນການດີ. ສາມາດແຍກອອກເປັນ 2 ລະດູການຄື: ລະດູນາປີ ແລະ ລະດູນາແຊງ
ກ. ລະດູນາແຊງ ສ່ວນຫຼາຍອາກາດຈະເຢັນ ຕ້ອງໃຊ້ຜ້າຢາງປົກຄຸມ ແລະ ປົກດ້ວຍເຟືອງອີກຊັ້ນໜຶ່ງ ປະໄວ້ບ່ອນທີ່ມີອາກາດລ່ວງດີ, ປີ້ນເປົາເຂົ້າທຸກໆ 12 ຊົ່ວໂມງ ຫົດນໍ້າໃຫ້ມີຄວາມຊຸ່ມ, ໃຊ້ເວລາບົ່ມປະມານ 24-36 ຊົ່ວໂມງ ກໍ່ສາມາດນຳໄປໂຮຍໃສ່ຖາດກ້າໄດ້.
ຂ. ລະດູນາປີ ສ່ວນຫຼາຍອາກາດຮ້ອນ ຕ້ອງໃຊ້ຜ້າຢາງປົກຄຸມ ປະໄວ້ບ່ອນທີ່ມີອາກາດລ່ວງດີ. ປີ້ນເປົາເຂົ້າທຸກໆ 12 ຊົ່ວໂມງ ແລະ ຫົດນໍ້າໃຫ້ມີຄວາມຊຸ່ມ ໃຊ້ເວລາບົ່ມປະມານ 24-36 ຊົ່ວໂມງ ກໍ່ສາມາດນຳເມັດເຂົ້າໄປໂຮຍໃສ່ຖາດກ້າໄດ້.
– ອຸນຫະພູມທີ່ເໝາະສົມໃນການບົ່ມເມັດພັນເຂົ້າປະມານ 30-32 ອົງສາເຊ.

2 ການກຽມດິນຕົກກ້າ
ການຕົກກ້າໃນການນຳໃຊ້ລົດດຳນາ ແມ່ນມີຂັ້ນຕອນ ແລະ ວິທີການແຕກຕ່າງກັນກັບວິທີອື່ນໆຊຶ່ງມີລາຍລະອຽດລຸ່ມນີ້:
– ແມ່ນການນຳເອົາດິນທີ່ມີຄວາມອຸດົມສົມບູນ, ດີແທ້ຄວນເອົາດິນແຕມແມ່ນໍ້າແລ້ວມາປະສົມກັບແກບເຜົາ ແລະ ຝຸ່ນຄອກໃນອັດຕາສ່ວນ 1:3:1, ໝາຍຄວາມວ່າ ດິນ 1 ສ່ວນ, ແກບ 3 ສ່ວນ, ຝຸ່ນຄອກ 1 ສ່ວນ, ເອົາສ່ວນປະສົມທີ່ກຽມໄວ້ມາທູບໃຫ້ມຸ່ນລະອຽດປະສົມເຂົ້າກັນແລ້ວຈຶ່ງນຳໄປໃສ່ຖາດຕົກກ້າ.

3 ການໂຮຍເມັດເຂົ້າໃສ່ຖາດກ້າ
ເອົາດິນທີ່ປະສົມໄວ້ແລ້ວນັ້ນມາໂຮຍໃສ່ຖາດກ້າປະມານ 2 ສ່ວນ 3 ຂອງຖາດກ້າ ຈາກນັ້ນກໍ່ເອົາເມັດພັນມາໂຮຍໃສ່ໃຫ້ສະໝໍ່າສະເໝີ, ການໂຮຍແມ່ນໃຊ້ມື ຫຼື ເຄື່ອງຈັກກໍ່ໄດ້. ຫຼັງຈາກໂຮຍແລ້ວກໍ່ເອົາດິນທີ່ປະສົມໄວ້ນັ້ນມາປົກອີກໃຫ້ພໍດີພຽງຖາດ, ໃຊ້ແນວພັນ 4-5 ຖາດ/1 ກິໂລ (ເຂົ້າແຫ້ງ)

4 ການບົວລະບັດຮັກສາຖາດກ້າ
ຫຼັງຈາກໂຮຍເມັດເຂົ້າໃສ່ຖາດກ້າສຳເລັດແລ້ວ ເອົາຖາດກ້າໄປວາງຊ້ອນກັນຂື້ນໄວ້ປະມານ 30 ຖາດ, ໄວ້ບ່ອນຮົ່ມ ທີ່ມີອາກາດຖ່າຍເທດີ, ປົກຄຸມດ້ວຍຜ້າ, ເມືອກ້າມີອາຍຸປະມານ 2-3 ວັນ ແລ້ວນຳເອົາຖາດກ້າລົງໄປວາງໄວ້ໃນໄຮ່ນາ ແລ້ວເອົານໍ້າຂັງໃສ່ເປັນການຫຼຸດຜ່ອນການໃຫ້ນໍ້າ ແຕ່ວ່າມີຄວາມສ່ຽງຕໍ່ການມາທຳລາຍຂອງຫອຍ, ຕິດຕາມສັງເກດເບິ່ງພະຍາດ ແລະ ແມງໄມ້ທີ່ຈະມາທຳລາຍໃນຊ່ວງນີ້. ນາປີກ້າມີອາຍຸປະມານ 15-20 ວັນ, ນາແຊງແມ່ນ 20-25 ວັນ ກໍ່ສາມາດນຳໄປປັກດຳໄດ້.

II. ການປັກດຳ
1 ການກຽມດິນ
– ໄຖຮຸດຄວນໄຖເລິກປະມານ 5-20 ຊັງຕີແມັດ, ປະໄວ້ເພື່ອຂ້າເຊື້ອພະຍາດບາງຊະນິດທີ່ຢູ່ໃນດິນ ແລະ ອີກດ້ານໜຶ່ງກໍ່ຈະເຮັດໃຫ້ຕົ້ນຫຍ້າ, ວັດຊະພືດຕ່າງໆຕາຍ ແລະ ຍ່ອຍສະຫຼາຍເປັນຝຸ່ນຢູ່ໃນນາ, ຫຼັງຈາກໄຖຮຸດແລ້ວໄດ້ 10-15 ວັນ ຄວນເອົານໍ້າຂັງໃສ່ນາທີ່ໄດ້ໄຖຮຸດແລ້ວ (ຖ້າວ່າບ່ອນມີເງືອນໄຂນໍ້າສະດວກ) ເພາະຈະເຮັດໃຫ້ດິນບໍ່ແຂງແຮງ.
– ໄຖຄົ້ນ ແລະ ຄາດອີກເທື່ອໜຶ່ງ ເມືອຕົ້ນກ້າມີອາຍຸປະມານ 12-15 ວັນ, ການໄຸຄົ້ນແມ່ນເພືອພີກປີ້ນດິນເຮັດໃຫ້ການຄາດມີຄວາມລະອຽດດີ ເຊິ່ງສາມາດໄຖເລິກປະມານ 15-20 ຊັງຕີແມັດ ແລະ ຄາດກໍ່ຕ້ອງໃຫ້ລະອຽດ, ປັບໜ້າດິນໃຫ້ຮາບພຽງດີເພື່ອເຮັດໃຫ້ການຄວບຄຸມນໍ້າ ແລະ ວັດສະພືດໄດ້ດີມີປະສິດຕີຜົນສູງ.
– ຫຼັງຈາກປັບນ້າດິນແລ້ວຂັງນໍ້າໄວ້ປະໄວ້ປະມານ 2-3 ວັນ ເພື່ອໃຫ້ຕົມນອນເວລາດຳຕົ້ນກ້າຈື່ງບໍ່ລົ້ມ, ມື້ທີ່ຈະດຳແລ້ວຈຶ່ງລະບາຍນໍ້າອອກໃຫ້ເຫຼືອປະມານ 3 ຊັງຕີແມັດແລ້ວຈຶ່ງປັກດຳ.

2 ການປັກດຳ
ການປັກດຳດ້ວຍລົດ ແມ່ນມີໄລຍະຫ່າງລະຫວ່າງແຖວແມ່ນ 30 ຊັງຕີແມັດ ແລະ ລະຫວ່າງຕົ້ນແມ່ນຂື້ນກັບຄວາມຕ້ອງການ ເຮົາສາມາດປັບເຄື່ອງດຳນາໄດ້. ການດຳນາດ້ວຍໃຊ້ລົດດຳນາມີຫຼາຍຂະໜາດແຕກຕ່າງກັນ, ລົດດຳນາມີແບບ 2 ແຖວຢ່າງຂັບ, 4 ແຖວຢ່າງຂັບ, 6 ແຖວນັ່ງຂັບ ແລະ 8 ແຖວນັ່ງຂັບ, ອັດຕາກ້າຕໍ່ເນື້ອທີ່ນາແມ່ນປະມານ 200-300 ຖາດ/ເນື້ອທີ່ 1 ເຮັກຕາ, ກ່ອນຈະປັກດຳລະບາຍນໍ້າອອກກ່ອນ 1 ວັນ.

3 ການໃຫ້ນໍ້າ
– ພາຍຫຼັງປັກດຳແລ້ວໃໝ່ ຄ້ອງໄດ້ລະດັບນໍ້າໃຫ້ມີນໍ້າຂັງປະມານ 3-5 ຊັງຕີແມັດ ບໍ່ໃຫ້ນໍ້າແຫ້ງເພາະຖ້ານໍ້າແຫ້ງນາຈະເກີດຫຍ້າ
– ຫຼັງຈາກປັກດຳໄດ້ປະມານ 20-25 ວັນ ຈຶ່ງໃຫ້ນໍ້າແຫ້ງປະມານ 5-7 ວັນ ເພາະວ່າຊ່ວງນີ້ເຂົ້າເລີ່ມແຕກກໍ, ຖ້າວ່າຊ່ວງນີ້ມີນໍ້າຫຼາຍຈະເຮັດໃຫ້ການແຕກກໍ ແລະ ຜົນຜະລິດເຂົ້າບໍ່ສູງ
– ໄລຍະເຂົ້າແຕກກໍ ຄວນລົດລະດັບນໍ້າລົງ ຫຼື ໃຫ້ນໍ້າແຫ້ງປະມານ 1-2 ອາທິດ
– ຫຼັງຈາກທີ່ເຂົ້າແຕກກໍສູງສຸດແລ້ວ ຕ້ອງໄດ້ເອົານໍ້າຂັງໃນນາຈົນຮອດໄລຍະກ່ອນຈະເກັບກ່ຽວປະມານ 10 ວັນ ຖ້າພື້ນທີ່ນາທີ່ສາມາດລະບາຍນໍ້າອອກໄດ້ແມ່ນໃຫ້ລະບາຍນໍ້າອອກ ເພື່ອສະດວກໃນການເກັບກ່ຽວ
4 ການກຳຈັດວັດສະພືດ
ການກຳຈັດພືດ ພາຍຫຼັງເກີດແມ່ນມີຫຼາຍວິທີຄື:
– ໃຊ້ເຄື່ອງພວນດິນຕາມຫວ່າງຕົ້ນເຂົ້າທີ່ມີວັດສະພືດເກີດ
– ໃຊ້ສານເຄມີກຳຈັດໃນກໍລະນີ້ທີ່ມີວັດສະພືດເກີດຂື້ນຫຼາຍ ບໍ່ສາມາດໃຊ້ແຮງງານຄົນຫຼົກໄດ້ ແຕ່ຕ້ອງໃຊ້ສານເຄມີເພື່ອຊ່ວຍກຳຈັດ, ການໃຊ້ແມ່ນໃຫ້ສັງເກດເບິ່ງຊະນິດວັດສະພືດທີ່ມີໃນນາເຂົ້າ ເພື່ອເລືອກຊະນິດຢາໃຫ້ຖືກກັບວັດສະພືດທີ່ເກີດ, ສິ່ງທີ່ສຳຄັນຢາທີ່ໃຊ້ຕ້ອງແມ່ນຢາທີ່ໄດ້ຮັບອານຸຍາດໃຫ້ນຳໃຊ້, ຫ້າມໃຊ້ຢາເກີນ 2 ຊະນິດຮ່ວມກັນ ແລະ ຕ້ອງເບິ່ງຄຳແນະນຳຢູ່ສະຫຼາກຂ້າງກ່ອງຢາ
– ຖ້າຫຍ້າບໍ່ເກີດຫຼາຍ ແລະ ເປັນການຫຼຸດຜ່ອນການໃຊ້ສານເຄມີ ແມ່ນໃຊ້ແຮງງານຄົນຫຼົກ

5 ການໃສ່ຝຸ່ນ
ໃນການໃສ່ຝຸ່ນແມ່ນແບ່ງເປັນ 2 ໄລຍະ
ໃສ່ຮອງພື້ນກ່ອນປັກດຳ
– ໃສ່ຝຸ່ນຄອກ ຫຼື ຝຸ່ນບົ່ມ ກ່ອນກຽມດິນ ຖ້າມີເງືອນໄຂໃຫ້ໃສ່ປະມານ 3-5 ຖຕນ/ເຮັກຕາ
– ໃສ່ຝຸ່ນວິທະຍາສາດ ແມ່ນໃສ່ຫຼັງປັກດຳ 5-7 ວັນ, ນາຕ້ອງມີນໍ້າຂັງປະມານ 3-5 ຊັງຕີແມັດ
ໃສ່ຝຸ່ນວິທະຍາສາດ ປະເພດດິນຊາຍ ແລະ ດິນຕົມແມ່ນແນະນຳໃຫ້ໃສ່ຝຸ່ນສູດ 15-15-15 ຮອງພື້ນໃນອັດຕາ 100-150 ກິໂລ/ເຮັກຕາ, ດິນຊາຍ ແລະ ດິນຕົມສ່ວນຫຼາຍແມ່ນຂາດທາດໂປຕັດຊຽມ (K) ເພື່ອຊ່ວຍໃຫ້ເຂົ້າມີການແຕກກໍຫຼາຍ
ຖ້າດິນປະເພດດິນໜຽວ ແມ່ນແະນຳໃຫ້ໃສ່ຝຸ່ນວິທະຍາສາດສູດ 16-20-00 ເປັນຝຸ່ນຮອງພື້ນໃສ່ໃນອັດຕາ 100-150 ກິໂລ/ເຮັກຕາ, ດິນໜຽວສ່ວນຫຼາຍແມ່ນມີທາດໂປຕັດຊຽມຢູ່ແລ້ວ
ໃສ່ເລັ່ງ

-ຄັ້ງທີ່1: ໃສ່ຫຼັງຈາກປັກດຳໄດ້ 25-30 ວັນ, ໃຫ້ໃສ່ຝຸ່ນວິທະຍາສາດ 46-00-00 ເປັນຝຸ່ນເລັ່ງໃນອັດຕາ 40-60 ກິໂລ/ເຮັກຕາ, ເພື່ອຊ່ວຍໃຫ້ເຂົ້າຈະເລີນເຕີບໂຕໄດ້ດີ
-ຄັ້ງທີ່ 2: ໃສ່ຫຼັງຈາກປັກດຳໄດ້ 45-50 ວັນ, ໃຫ້ໃສ່ຝຸ່ນວິທະຍາສາດສູດ 46-00-00 ເປັນຝຸ່ນເລັ່ງໃນອັດຕາ 30-50 ກິໂລ/ເຮັກຕາ, ຖ້າແມ່ນເຂົ້າພັນພື້ນເມືອງທີ່ມີອາຍຸຍາວ 150 ວັນ ຂື້ນໄປຄວນໃສ່ຝຸ່ນເລັ່ງຄັ້ງທີ່ 2 ກ່ອນເຂົ້າຖືພາມານ ເພື່ອຊ່ວຍໃຫ້ເຂົ້າຮ່ວງໃຫ່ຍ, ເມັດຫຼາຍ

III. ການເກັບກ່ຽວ
1 ສັງເກດກ່ອນການເກັບກ່ຽວ
– ຫຼັງຈາກເຂົ້າອອກດອກໄດ້ 50% ປະມານ 25-30 ວັນ ສາມາດກ່ຽວໄດ້ ຖ້າກ່ຽວໄລຍະນີ້ຈະເຮັດໃຫ້ເຂົ້າເສຍຫາຍໜ້ອຍ ແລະ ມີຄຸນນະພາບດີ
– ໃຊ້ເຄື່ອງວັດແທກຄວາມຊຸ່ມຂອງເມັດເຂົ້າໃນຮ່ວງ ຖ້າມີຄວາມຊຸ່ມປະມານ 20-23% ແມ່ນກ່ຽວໄດ້
– ສັງເກດເບິ່ງຕົ້ນເຂົ້າປ່ຽນສີ ຈາກສີຂຽວປ່ຽນເປັນສີເຫຼືອງເຂັ້ມ, ເບິ່ງເມັດເຂົ້າຢູ່ກກຮວງປະມານ 3-5 ເມັດ ບໍ່ເປັນນໍ້ານົມ ຫຼື ຮວງສຸກ 80-85% ຂອງເຂົ້າໃນໄຮ່ນ່
– ຖ້າໄຮ່ນາມີນໍ້າຂັງ ຕ້ອງລະບາຍນໍ້າອອກປະມານ 10 ວັນ ຈຶ່ງກ່ຽວ(ກໍລະນີສາມາດປ່ອຍນໍ້າອອກໄດ້)
2 ການເກັບກ່ຽວ
– ການເກັບກ່ຽວເຂົ້າບໍ່ຄວນແກ່ຍາວເວລາ ເພາະຈະເຮັດໃຫ້ຜົນຜະລິດເສຍຫາຍ ແລະ ຄຸນນະພາບຕໍ່າ
– ຖ້າໃນຊ່ວງທີ່ເໝາະສົມໃນການເກັບກ່ຽວເຂົ້າ ແຕ່ມີຝົນຕົກຄວນປະໄວ້ໃຫ້ຕົ້ນເຂົ້າແຫ້ງແລ້ວຈຶ່ງເກັບກ່ຽວ
– ການກ່ຽວເຂົ້າແມ່ນນິຍົມກັນດ້ວຍ 2 ວິທີ:
ກ ໃຊ້ແຮງງານຄົນ
– ໃຊ້ແຮງງານຄົນກ່ຽວດ້ວຍມືວາງເປັນຝ່ອນ (1 ຝ່ອນປະມານ 2-3 ກຳ) ບາງທ້ອງຖິ່ນກໍ່ມັດເປັນກຳໄວ້ເລີຍເຮັດໃຫ້ເຂົ້າແຫ້ງໄວ

ຂ ໃຊ້ກົນຈັກ
-ໃຊ້ຈັກຕັດຫຍ້າກ່ຽວວາງເປັນແຖວຍາມ ຫຼື ວາງເປັນຝ່ອນກໍ່ໄດ້
-ໃຊ້ລົດກ່ຽວອອກມາເປັນມັດ ແລ້ວຈຶ່ງເອົາໄປຕາກ ຫຼື ອົບໃຫ້ແຫ້ງ

ການເກັບກ່ຽວເຂົ້າອ່ອນມີຜົນເສຍຄື:
– ເຂົ້າຈະບໍ່ມັກເຕັມເມັດການສະສົມທາດແປ້ງຕໍ່າ
– ເມັດເຂົ້າມີຄວາມຊຸ່ມສູງ, ຕາກນານແຫ້ງ, ເຮັດໃຫ້ມີຄຸນນະພາບຕໍ່າ
– ຄຸນນະພາບໃນການສີຕໍ່າ, ເມັດເຂົ້າຫັກ, ເມັດເຂົ້າສີຂຽວປົນ, ໄດ້ເຂົ້າສານໜ້ອຍ
ການເກັບກ່ຽວແກ່ເກີນໄປມີຜົນເສຍຄື:
– ຮວງເຂົ້າຈະແຫ້ງກອບ ຫຼົ່ນ ເຮັດໃຫ້ຜົນຜະລິດເຂົ້າເສຍຫາຍ
– ຄຸນນະພາບຂອງການສີຕໍ່າ ແລະ ມີເມັດຫັກຫຼາຍ
– ຕົ້ນເຂົ້າແຫ້ງຫຼາຍແລ້ວຈະຫັກທົບລົງ ຖ້າໄຮ່ນາມີນໍ້າຈະເຮັດໃຫ້ເມັດເຂົ້າແຊ່ນໍ້າ ແລະ ເຮັດໃຫ້ເມັດເຂົ້າອອກງອກຄາຮວງ

ແຫຼ່ງຂໍ້ມູນ: ຄູ່ມືສົ່ງເສີມເຕັກນິກການເຮັດຮາດ້ວຍເຄື່ອງຈັກ, ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ

https://www.doa.go.th/aeri/wp-content/uploads/2021/07/36-ปี-เทคโนโลยีการใช้เครื่องดำนา.pdf
https://raithep.com/วิธีปลูกข้าว/