ການປະສົມພັນປາໄນ

ປາໄນເປັນປານໍ້າຈືດຊະນິດໜຶ່ງເປັນປາທີ່ມີຮ່າງກາຍແຂງແຮງມີເກັບກົມໃຫ່ຍທົ່ວໂຕ ນອກຈາກສ່ວນຫົວທີ່ບໍ່ມີເກັບ, ປາກນ້ອຍບໍ່ມີແຂ້ວ. ສົບໜາ ແລະ ມີໜວດ 4 ເສັ້ນ. ຄີຫຼັງເປັນຄີດຽວຍາວ. ສ່ວນສີຂອງປາໄນ ເຖິງວ່າຊີບໍ່ຄືກັນຄາມແຫຼ່ງທີ່ຢູ່ອາໄສຂອງມັນກໍ່ຕາມ.
ປາໄນເປັນປາທີ່ນິຍົມກັນລ້ຽງມາແຕ່ດົນນານຕາມຖິ່ນຕ່າງໆໃນລາວ ແລະ ມີຢູ່ຕາມຫ້ວຍນໍ້າລຳເຊຫ້ວຍຮອງ, ຄອງບືງ, ເປັນປາທີ່ລ້ຽງງ່າຍທົນຕໍ່ສະພາບແວດລ້ອມໄດ້ດີ. ຊີ້ນປາກິນງ່າຍລະລາຍດີບໍ່ເປັນອັນຕະລາຍຕໍ່ສຸກຂະພາບໂດຍສະເພາະຜູ້ສູງອາຍຸ ເພາະປາເປັນອາຫານທີ່ມີທາດບຳລຸງສູງ. ເຮັດໃຫ້ຮ່າງກາຍແຂງແຮງ. ຖ້າມີບ່ອນລ້ຽງທີ່ເໝາະສົມ ແລະ ຮູ້ວິທີການລ້ຽງທີ່ດີຈະສາມາດຕອບສະໜອງອາຫານໃຫ້ຄອບຄົວໄດ້ຢ່າງພຽງພໍ, ລ້ຽງງ່າຍສາມາດສ້າງລາຍໄດ້ໃຫ້ແກ່ຄອບຄົວອີກດ້ວຍ.

1. ສະຖານທີ່ເໝາະສົມການລ້ຽງປາໄນ
– ອຸນພະພູມທີ່ເໝາະສົມລະຫວ່າງ 24-35 ອົງສາເຊ
– ເປັນບ່ອນທີ່ໃກ້ແຫຼ່ງນໍ້າເຊັ່ນ: ຫ້ວຍ, ຮ່ອງ, ໜອງ, ບືງ, ຊົນລະປະທານ ຫ່າງຈາກບ່ອນທີ່ມີທາດເຄມີໄຫຼຊືມ
– ບ່ອນລ້ຽງເປັນດິນໜຽວ ຫຼື ດິນປົນຊາຍດີທີ່ສຸດເປັນດິນຕົມບໍ່ຄວນເປັນເຂດດິນເຄັມ ແລະ ເປັນກົສູງ, ລະດັບ
ຄວາມເປັນກົດເປັນດ່າງລະຫວ່າງ 5-9 PH , ເປັນບ່ອນທີ່ມີນໍ້າອອກບໍ
– ປາໄນສາມາດລ້ຽງໄດ້ໃນນາເຂົ້າ, ໃນອ່າງຊີເມັນທີ່ມີຂະໜາດ 4×4 ແມັດ ຫຼື ໄປລ້ຽງໃນກະຊັງແຕ່ດີທີ່ສຸດແມ່ນ
ລ້ຽງໃນໜອງ, ໜອງຕ້ອງເປັນດິນຕົມມີຂະໜາດລວງກວ້າງ 8 ແມັດ, ລວງຍາວ 10 ແມັດ ຫຼື ໃນເນື້ອທີ່ 80 ຕາແມັດຂື້ນໄປຄວາມເລືກຂອງໜອງ 1-1,5 ແມັດ, ແຄມໜອງຕ້ອງມີຄວາມເນີນແບບກົ້ນໝໍ້ຂາງ ຖ້າໜອງເລີກ 1 ແມັດ, ຄວາມເນີນຕ້ອງມີລະຫວ່າງ 1,5 ແມັດ, ຖ້າໜອງເລີກ 1,50 ແມັດ ຄວາມເນີນຕ້ອງມີລະຫວ່າງ 2 ແມັດ
 ລັກສະນະໜອງລ້ຽງປາໄນທີ່ຖືກຕ້ງຄວນໃຫ້ມີຄວາມເນີນຫຼາຍ ຫຼື ອາດສ້າງເປັນຄື້ກົ້ນໝໍ້ຂ້າງ

2. ເຕັກນິກການປະສົມພັນ
– ປາໄນສາມາດປະສົມພັນໄດ້ແຕ່ເດືອນ 2 ຫາເດືອນ 8 ແຕ່ມີໄຂ່ແກ່ສົມບູນແມ່ນເດືອນ 4-6 ປາໄນເປັນປາໄຂ່
ຕິດ, ປະສົມພັນໄດ້ງ່າຍ ສາມາດປະສົມພັນໄດ້ທຸກເຂດແຂວງແຕ່ເໜືອເຖິງໃຕ້
– ປາໄນສາມາດປະສົມພັນກັນເອງໄດ້ໂດຍທີ່ບໍ່ໄດ້ສັກຢາກະຕຸ້ນກໍ່ໄດ້ ພຽງແຕ່ເຮົາກຽມພໍ່ແມ່ພັນໃຫ້ມີຄວາມ
ພ້ອມ ແລະ ຍ້າຍບ່ອນເພີ່ມ ຫຼື ຫຼຸດລະດັບນໍ້າເດີມກໍ່ຈະປະສົມພັນກັນເອງ ແຕ່ເພື່ອໃຫ້ການຜະລິດລູກປາໄດ້ຮັບຜົນສູງເຮົາຄວນດຳເນີນຕາມຂັ້ນຕອນດັ່ງນີ້:

2.1 ການກະກຽມອຸປະກອນທີ່ຈຳເປັນ
– ກະຊັງຟັກໄຂ່ທີ່ເຮັດດ້ວຍແພນີລົງ ແລະ ແພແຍ່ງຂຽວ
– ຮັງໄຂ່ເຮັດດ້ວຍເຊືອກຟາງ ຫຼື ຮາກຜັກຕົບ, ຮາກໄຄ້
– ເຂັມສັກຢາເບີ 22 ແລະ 24 ຢ່າງລະ 1 ດວງ
– ແພແຊັດ, ຊີງຊັ່ງນໍ້າໜັກ, ແອປໍ້າ (ຖ້າປະສົມໃສ່ອ່າງ), ຊາມໃຫ່ຍ
– ປາພໍ່ແມ່ພັນ (ຕາມມາດຕາສ່ວນປາແມ່ 1 ໂຕ/ປາຜູ້ 2 ໂຕ)
– ຟອຍກ້ານພ້າວ (ຖ້າປະສົມພັນໃສ່ອ່າງ)
– ຢາກະຕຸ້ນພໍ່ແມ່ພັນເຊັ່ນ:ຕ່ອມໃຕ້ສະໜອງປາທີ່ໄດ້ຈາກປາປະເພດຕ່າງໆ ຫຼື ຮໍໂມນສັງເຄາະຊຸບປຼີແຟັກ (Suprefact) ຢາໂມທີລຽມ (Motilium M) ,ນໍ້າກັນຢາຊູບຟຼີແຟັກ (Suprefact), ຢາເມັດໂມທີລຽມ (Motilium M) ນໍ້າກັ່ນ

2.2 ການກະກຽມສະຖາທີ່ປະສົມພັນ
ປາໄນສາມາດປະສົມພັນໃນອ່າງ ຫຼື ປະສົມໃສ່ໜອງກໍ່ໄດ້ຮັບຜົນຄືກັນ ຖ້າຈະປະສົມໃສ່ອ່າງຕ້ອງມີອ່າງຂະໜາດສູງ 1 ແມັດ ກວ້າງ 2 ແມັດ ຍາວ 2 ແມັດຂື້ນໄປ ແລະ ຕ້ອງກະກຽມຄວາມພ້ອມຕ່າງໆດັ່ງນີ້:
– ລ້າງອ່າງຂ້າເຊື້ອດ້ວຍດັ່ງທັບທິມ., ຢ່ເຫຼືອງ ຫຼື ເກືອ (ໃຊ້ຢ່າງໃດຢ່າງໜຶ່ງ) ປະໄວ້ໃຫ້ໄດ້ສອງອ່າງ
– ເອົານໍ້າໃສ່ອ່າງທັງສອງທີ່ລ້າງສະອາດແລ້ວໃຫ້ໄດ້ 50 ຊັງຕີແມັດ
– ເອົາຮັງໄຂ່ໃສ່ບ່ອນປະສົມພັນ ແລະ ສ້າງຝົນທຽມໃສ່ໃນອ່າງປະສົມພັນ ຖ້າຈະປະສົມພັນໃສ່ໜອງກໍ່ຕ້ອງອານາ
ໄມບ່ອນທີ່ປະສົມພັນຄັກແນ່ເຊັ່ນ: ການຂ້າເຊື້ອ, ຂ້າສັດຕູຂອງລູກປາທີ່ຈະເບາະອອກມາໃໝ່ໆໃຫ້ສະອາດ

3. ການກະກຽມພໍ່ແມ່ພັນ
– ຄັດເລືອກພໍ່ແມ່ພັນທີ່ມີຄວາມພ້ອມເຊັ່ນ: ຕົວແມ່ມີໄຂ່ແກ່ໂດຍໃຊ້ມືລູບທ້ອງຈະຮູ້ສຶກອ່ອນນຸ້ມ, ເມືອຫງາຍ
ທ້ອງຂື້ນຈະເຫັນທ້ອງເບັງໃຫ່ຍເປັນຮູບຕົວ U , ບໍ່ມີບາດແຜ, ບໍ່ພິການ, ມີອາຍຸ 6 ເດືອນຫາ 8 ເດືອນຂື້ນໄປ. ປາຜູ້ ຕົນຕົວ ແະ ແກ້ມຊາ, ເອົາມືບີບທ້ອງຈະເຫັນນໍ້າເຊື້ອໄຫຼອອກມາງ່າຍໆ ນໍ້າເຊື້ອເປັນສີຂາວຂຸ້ນແມ່ນນໍ້າເຊື້ອທີ່ດີ.
– ແຍກພໍ່ແມ່ພັນໄວ້ບ່ອນຕ່າງກັນ 12-16 ຊົ່ວໂມງ ແລະ ບໍ່ໃຫ້ອາຫານ ແລ້ວຈິ່ງນຳປາມາສັກຢາກະຕຸ້ນ(ຢາກະຕຸ້ນ
ພໍ່ແມ່ພັນ ແລະ ວິທີການຄິດໄລ່ຢາເພື່ອສັກກະຕຸ້້້້ນຄືກັບປາທົ່ວໄປ)
– ປະສົມພັນປະໄວ້ໃຫ້ພໍ່ແມ່ພັນປະສົມພັນກັນເອງປະມານ 8-12 ຊົ່ວໂມງປາເລີ່ມປະກັນເມື່ອປາປະສົມພັນກັນ
ເຮົາກໍ່ປະໃຫ້ປາປະສົມພັນກັນ 3 ຂົ່ວໂມງ, ສັງເກດເຫັນປາບໍ່ໄລ່ກັນຈຶ່ງເອົາພໍ່ແມ່ພັນອອກ

4. ການຟັກໄຂ່
4.1 ຟັກໃສ່ອ່າງຊີເມັນ
– ນຳຮັງໄຂ່ໄປຟັກໃສ່ອ່າງທີ່ 2 ທີ່ກຽມໄວ້ແລ້ວເປີດແອປໍ້າ ຫຼື ປໍ້າລົມໃສ່ເພື່ອເພີ່ມອົກຊີໃນອ່າງ ແລະ ເຮັດໃຫ້ອັດຕາການເບາະຂອງໄຂ່ປາຫຼາຍຂື້ນ. ໄຂ່ປາໄນຈະເບາະເປັນໂຕພາຍໃນ 48-50 ຊົ່ວໂມງ
– ຫຼັງຈາກໄຂ່ເບາະແລ້ວຈຶ່ງເອົາຮັງໄຂ່ອອກຈາກບ່ອນຟັກຫຼັງຈາກນັ້ນປະໄວ້ 4-5 ວັນຈຶ່ງນຳລູກປາໄປອານຸບານໃສ່ໜອງທີ່ມີການກຽມໜອງໄວ້ຢ່າງຄັກແນ່.

4.2 ການຟັກໄຂ່ຢູ່ໃນໜອງ
– ກາງກະຊັງແພນິລົງບາງໃສ່ຊັ້ນນອກແລ້ວກາກະຊັງດາງຂຽວໃສ່ຊັ້ນໃນ, ເມືອປາເບາະເປັນໂຕແລ້ວຈື່ງເອົາຮັງໄຂ່ອອກຈາກບ່ອນຟັກ, ລູກປາປານໂຕອາດຈະບໍ່ລອດຕາກະຊັງດາງຂຽວອອກມາຢູ່ໃນກະຊັງແພນິລົງ, ດັ່ງນັ້ນ ຈຶ່ງພະຍາຍາມເອົາມາໃນກະຊັງອອກມາໃຫ້ຢູ່ໃນກະຊັງແພນິລົງ ແຕ່ພະຍາຍາມຢ່າໃຫ້ປໍ້ໄຂ່ທີ່ແຕກແລ້ວ ແລະ ໄຂ່ທີ່ບໍ່ແຕກຄ້າງໃນກະຊັງອອກມາໃນກະຊັງຊັ້ນນອກເພາະຈະເປັນເຫດເຮັດໃຫ້ເກີດເປັນນໍ້າເປື້ອນແລ້ວພາໃຫ້ລູກປາຕາຍ.

5. ການອານຸບານລູກປາ
– ກະກຽມໜອງອານຸບານກ່ອນເອົາລູກປາລົງມາອານຸບານ 4-5 ວັນ ເຊັ່ນ:ອານະໄມໜອງໃຫ້ສະອາດ, ຫວ່ານປູກຂາວໃຫ້ທົ່ວໜອງຕາມອັດຕາສ່ວນ 10 ຕາແມັດ/ປູນ 1 ກິໂລກຼາມ, ຫວ່ານຝຸ່ນຄອກໃນອັດຕາສ່ວນ 1-1,5 ກິໂລກຼາມ/ 10 ຕາແມັດ ເອົານໍ້າໃສ່ 30 ຊັງຕີແມັດ ປະໄວ້ຈົນນໍ້າຂຽວຈຶ່ງເຕີ່ມນໍ້າໃສ່
– ມື້ທີ 5 ຍ້ານລູກປາໄປອານຸບານໃນໜອງທີ່ກຽມໄວ້(ໜອງອານຸບານເໝາະສົມຄວນມີຂະໜາດ ເຄິ່ງໄລ່- 1 ໄລ່ (800-1600 ຕາແມັດ) ຄວາມເລີກປະມານ 1 ແມັດ, ລະດັບນໍ້າເລີ່ມຈາກ 30 ຊັງຕີແມັດ. ແລ້ວຄ່ອຍເພີ່ມຂື້ນໄປໃຫ້ໄດ້ 70 ຊັງຕີແມັດ – 1 ແມັດ, ອັດຕາການປ່ອຍລູກປາອານຸບານເໝາະສົມແມ່ນ 600-800 ໂຕ/ຕາແມັດ
– ເມື່ອປາມີອາຍຸ 10-15 ວັນ ກໍ່ກວດເຊັດອັດຕາການລອດຕາຍຂອງລູກປາດ້ວຍວິທີໃຊ້ມຸ້ງຖີ່ຊວນຕາມແຄມໜອງຖ້າຫາກພົບລູກປາເປັນຈຳນວນຫຼາຍກໍ່ສະແດງວ່າລູກປາມີການລອດຕາສູງ, ແຕ່ຖ້າພົບແມງເຂົ້າສານເປັນຈຳນວນຫຼາຍເຮົາຄວນຫາທາງແກ້ໄຂດ່ວນ ດ້ວຍວິທີໃຊ້ນໍ້າມັນກາຊວນ ຫຼື ນໍ້າມັນພືດຫົດລົງບ່ອນອານຸບານລູກປາໃນອັດຕາສ່ວນ 2-3 ລິດ/ໄລ່ ປະໄວ້ 1 ວັນ ຈຶ່ງນຳເອົາຮໍ່າອ່ອນໂຮຍໃຫ້ນໍ້າມັນຈັບເປັນກ້ອນແລ້ວໃຊ້ກະຕ່ອງຕັກອອກໃຫ້ໝົດ.

– ເມື່ອປາມີອາຍຸ 10-15 ວັນ ກໍ່ກວດເຊັດອັດຕາການລອດຕາຍຂອງລູກປາດ້ວຍວິທີໃຊ້ມຸ້ງຖີ່ຊວນຕາມແຄມໜອງຖ້າຫາກພົບລູກປາເປັນຈຳນວນຫຼາຍກໍ່ສະແດງວ່າລູກປາມີການລອດຕາສູງ, ແຕ່ຖ້າພົບແມງເຂົ້າສານເປັນຈຳນວນຫຼາຍເຮົາຄວນຫາທາງແກ້ໄຂດ່ວນ ດ້ວຍວິທີໃຊ້ນໍ້າມັນກາຊວນ ຫຼື ນໍ້າມັນພືດຫົດລົງບ່ອນອານຸບານລູກປາໃນອັດຕາສ່ວນ 2-3 ລິດ/ໄລ່ ປະໄວ້ 1 ວັນ ຈຶ່ງນຳເອົາຮໍ່າອ່ອນໂຮຍໃຫ້ນໍ້າມັນຈັບເປັນກ້ອນແລ້ວໃຊ້ກະຕ່ອງຕັກອອກໃຫ້ໝົດ.

– ຮັກສາລະດັບນໍ້າຢ່າງໜ້ອຍ 30 ຊັງຕີແມັດ ແຕ່ບໍ່ຄວນເກີນ 1 ແມັດ, ອະນຸບານໄປຈົນປະມານ 50-60 ວັນ. ຖ້າບ່ອນອານຸບານມີອາຫານທຳມະຊາດພຽງພໍ່ ແລະ ເໝາະສົມລູກປາກໍ່ຈະເຕີບໂຕໄວ ແລະ ສາມາດນຳໄປລ້ຽງໃນໜອງໄດ້. ການໃຫ້ອາຫານປາໄລຍະອານຸບານເອົາຮໍາອ່ອນບົດລະອຽດປົນກັບອາຫານໄກ່ນ້ອຍ ຫຼື ອາຫານໝູນ້ອຍ.

 ຂໍ້ແນະນຳ
–  ກໍລະນີປະສົມພັນໃສ່ໜອງ ຕ້ອງກາງກະຊັງໃສ່ໜອງແລ້ວວາງຮັງໄຂ່ລົງໃນກະຊັງແລ້ວເອົາພໍ່ແມ່ພັນທີ່ໄດ້ສັກຢາ
ແລ້ວປ່ອຍລົງໄປໃນກະຊັງຕາມມາດຕາສ່ວນປາແມ່ 1 ໂຕ/ປາຜູ້ 2 ໂຕ, ເມື່ອປາໄຂ່ແລ້ວຈຶ່ງນຳຮັງໄຂ່ໄປຟັກໃສ່ໃນມຸ້ງຟັກໄຂ່
– ປາມີຄວາມພ້ອມ(ໄຂ່ແກ່) ແລະ ປາໄດ້ລ້ຽງໄວ້ບ່ອນຕ່າງກັນບໍ່ຈຳເປັນສັກຢາກະຕຸ້ນກໍ່ປະສົມພັນກັນເອງໄດ້ ພຽງ
ແຕ່ເຮົາຍ້າຍນ່ອນ ແລະ ເພີ່ມ ຫຼື ຫຼຸດລະດັບນໍ້າຈາກເດີ່ມ
– ບ່ອນປະສົມພັນຫາກບໍ່ມີຫຼັງຄ່ມຸ້ງກັນຝົນ. ການປະສົມພັນປາໄນເຮົາຄວນຫຼີກເວັ້ນມື້ທີ່ມີຝົນຕົກເພາະວ່າໄຂ່
ປາໄນເມື່ອຖືກນໍ້າຝົນ ຫຼື ນໍ້າທີ່ມີອຸນຫະພູມຕໍ່າກວ່າອຸນຫະພູມເວລາໄຂ່ແມ່ນຈະບໍ່ໄດ້ຜົນເລີຍ.
ແຫຼ່ງຂໍ້ມູນ:

ແຫຼ່ງຂໍ້ມູນ: https://www.facebook.com/photo?fbid=183951443133086&set=pcb.183951633133067
https://www4.fisheries.go.th/local/file_document/20180209144445_1_file.pdf
https://www.fisheries.go.th/sf-chiangrai/cultivate/crap.htm
https://www.facebook.com/photo?fbid=183951443133086&set=pcb.183951633133067