ການຜະລິດລູກປານິນເພດຜູ້

ປານິນມີຊື່ວິທະຍາສາດ Oreochromis niloticus ( Linn.) ລຳຕົວມີສີຂຽວປົນນໍ້າຕານ: ມີລາຍພາດຂວາງ 9-10 ແຖບ: ຄີຫຼັງເປັນຄີດຽວ ປະກອບດ້ວຍກ້ານຄີແຊງ 15-18 ອັນ ແລະ ກ້ານຄືອ່ອນ 12-14 ອັນ, ຄີກົ້ນມີກ້ານຄີແຂງ 3 ອັນ, ກ້ານຄີອ່ອນ 9-10 ອັນ, ມີເກັດເທິງເສັ້ນຂ້າງລຳຕົວ 33 ເກັດ, ເກັດຂ້າງລຳຕົວຈາກຄືຫຼັງເຖິງເສັ້ນຂ້າງລຳຕົວ 5 ເກັດ ແລະ ເກັດຈາກເສັ້ນຂ້າງລຳຕົວລົງມາເຖິງສ່ວນໜ້າຂອງຄີກົ້ນ 13 ເກັດທີ່ກະດູກແກ້ມມີຈຸດເຂັ້ມ 1 ຈຸດ. ການຜະລິດລູກປານິນເພດຜູ້ແມ່ນການປັບປຸງເພດແມ່ມາເປັນເພດຜູ້ (Sex Reverasl) ເພາະວ່າປານິນເພດຜູ້ມີຄວາມຈະເລີນເຕີບໂຕໄວກວ່າເພດແມ່, ການລ້ຽງປານິນເພດຜູ້ແມ່ນໄດ້ຮັບຜົນຜະລິດສູງ, ອາຍຸ 3-4 ເດືອນ ກໍ່ສາມາດຂາຍອອກຕະຫຼາດໄດ້ຕາມຄວາມຕ້ອງການຂອງຜູ້ບໍລິໂພກ.

1. ການຄັດເລືອກພໍ່ແມ່ພັນ
ການຄັດລເລືອກພໍ່ແມ່ພັນ ເລືອກເອົາໂຕຜູ້ ແລະ ໂຕແມ່ທີ່ມີສຸກຂະພາບແຂງແຮງ, ສົມບູນດີ, ປາສະຈາພະຍາດຕ່າງໆໄວ້ເປັນພໍ່ແມ່ພັນເພື່ອນຳໄປທອມລ້ຽງໃນຂັ້ນຕອນຕໍ່ໄປ
ການລ້ຽງປາພໍ່ແມ່ພັນ ຄວນປ່ອຍລ້ຽງຢູ່ໜອງທີ່ມີເນື້ອທີ່ຂະໜາດ 600-800 ຕາແມັດ, ອັດຕາປ່ອຍລ້ຽງ 2500-3000 ໂຕ ປ່ອຍລູກປາທີ່ມີຂະໜາດ 3-5 ຊັງຕີແມັດ. ໃຫ້ອາຫານທີ່ມີໂປເຕອິນ 16% ໃນອັດຕາ 3-5% ຊອງນໍ້າໜັກປາ. ລ້ຽງໃຫ້ໄດ້ຂະໜາດປະມານ 150-200 ກຼາມ ຫຼື ຄວາມຍາວຂອງລຳຕົວ 5-20 ຊັງຕີແມັດ

2. ການທອມພໍ່ແມ່ພັນປານິນໃນກະຊັງ
ພໍ່ແມ່ພັນປານິນທີ່ຄັດມາແລ້ວໃສ່ກະຊັງທີ່ມີຂະໜາດ 5 x 8 x 0,9 ແມັດ, ແຍກເພດຜູ້ ແລະ ເພດແມ່ໄວ້ຄົນລະກະຊັງ, ປ່ອຍລ້ຽງໃນອັດຕາ 7-8 ໂຕ/ຕາແມັດ, ລ້ຽງທອມ 18-20 ວັນ. ໃຫ້ອາຫານໂປເຕອິນບໍ່ຕໍ່າກວ່າ 30% ໃນອັດຕາ 2-3% ຂອງນໍ້າໜັກປາ/ວັນ(2 ຄາບ).
3. ການປະສົມພັນ
ນຳພໍ່ແມ່ພັນທີ່ທອມລ້ຽງແລ້ວນັ້ນມາເຮັດປະສົມພັນຢູ່ໃນກະຊັງຂະໜາດ 5 x 8 x 0,9 ແມັດ ຄືນຳພໍ່ແມ່ພັນມາປ່ອຍລ້ຽງໃນກະຊັງດຽວ, ໂດຍປ່ອຍພໍ່ແມ່ພັນ 2-3 ໂຕ/ຕາແມັດ ໃນອັດຕາ 2: 1 ໃຫ້ອາຫານໂປເຕອິນ 30% ໃນອັດຕາ 1-2% ຂອງນໍ້າໜັກ/ວັນ( 2 ຄາບ) ແລະ ໃຊ້ເວລາປະສົມພັນກັນປະມານ 10-12 ວັນ ຈຶ່ງເກັບໄຂ່.

4. ການເກັບ ແລະ ການຟັກໄຂ່ປານິນ
ປານິນແມ່ທີ່ອົມໄຂ່ສາມາດສັງເກດໄດ້ດັ່ງນີ້: ໃນເວລາໃຫ້ອາຫານປາແມ່ຈະບໍ່ກິນອາຫານ, ນອກຈາກນີ້ແລ້ວຍັງສັງເກດໄດ້ທີ່ເສັ້ນລາຍຂ້າງລຳຕົວຂອງປາແມ່ຈະມີສີເຂັ້ມຂື້ນ.
ຂັ້ນຕອນເກັບໄຂ່: ຈັບປາແມ່ຂື້ນມາແລ້ວກໍ່ໃຫ້ປາແມ່ອ້າປາກອອກໂດຍເອົານີວມືສອດເຂົ້າຟັນຟືມແລ້ວເຄາະລົງໃສ່ຖ້ວຍ ຫຼື ຊາມທີ່ໄດ້ກະກຽມໄວ້, ຈາກນັ້ນຈຶ່ງລ້າງໄຂ່ດ້ວຍນໍ້າທີ່ສະອາດແລ້ວນຳໄປໂັກໃສ່ຈວຍ ຫຼື ຖາດຟັກໄຂ່ທີ່ໄດ້ກະກຽມໄວ້

5. ລະບົບຟັກໄຂ່
ລະບົບຟັກໄຂ່ຕ້ອງແທບເໝາະກັບຂະໜາດຂອງໄຂ່ປານິນຄວນເປັນລະບົບຂ້ອນຂ້າງໃຫ່ຍ, ຈຳເປັນຕ້ອງມີລະບົບນໍ້າໜູນວຽນເພື່ອບໍ່ໃຫ້ໄຂ່ທັບຖົມກັນ ໂດຍອາໃສ່ກະແສນໍ້າແລ່ນຜ່ານຕະຫຼອດເວລາ.
ລະບົບຟັກໄຂ່ປານິນປະກອບດ້ວຍ ຈວຍໄຂ່ຊຶ່ງໃຊ້ຕຸກນໍ້າແປບຊີຂະໜາດ 2 ລິດ ຫຼື ນຳໃຊ້ກະຕຸກນໍ້າດື່ມບໍລິສຸດຂະໜາດ 20 ລິດກໍ່ໄດ້. ສຳລັບຈວຍຝັກໄຂ່ທີ່ເຮັດຈາກຕຸກນໍ້າແປບຊີຂະໜາດ 2 ລິດນັ້ນນຳມາຕັດຕາມຂອບໝາຍໃກ້ກັບຄໍຕຸກ ແລະ ເຈາະຮູໃສ່ທໍ່ນໍ້າລົ້ນທາງຈາກປາກຕຸກ 2 ຊັງຕີແມັດ, ຕຸກໜຶ່ງຈະບັນຈຸນໍ້າໄດ້ 1,5 ລິດສາມາດຟັກໄຂ່ໄດ້ 1000-2000 ໜ່ວຍ.
ການຟັກໄຂ່ລະບົບນໍ້າໜູນວຽນ ປະກອບດ້ວຍລະບົບຕອງນໍ້າທີ່ມີສ່ວນປະກອບ 3 ສ່ວນຄື
– ອ່າງສຳລັບໃຫ້ນໍ້າຕົກຕະກອນ
– ອ່າງຕອງດ້ວຍຫີນໃຫ່ຍ, ຫີນນ້ອຍ, ຫີນຊາຍຫຍາບ, ຊາຍລະອຽດ ແລະ ຖ່ານ
– ອ່າງສຳລັບຍ່ອຍລະລາຍເຊື້ອບັກເຕຮີ

6. ການໃຊ້ຮໍໂມນປະສົມອາຫານໃຫ້ປານິນ
ລູກປານິນໄວອ່ອນຍັງໃຊ້ອາຫານຈາກຖົງອາຫານ (Yolk sac) ຈາກນັ້ນລູກປາເລີ່ມແອບກິນອາຫານ (ອາຍຸ 2-3 ວັນ) ແລະ ຕ້ອງໃຫ້ອາຫານທີ່ປະສົມຮໍໂມນ 17 -Methytestosterone (17MT) ໃນອັດຕາ 60 ມິນລີກຼາມ ຄົນໃຫ້ເຂົ້າກັບອາຫານ 1 ກິໂລກຼາມ. ສຳລັບການລ້ຽງປານິນປັບປຸງເພດໃນກະຊັງ, ໃນໜອງທີ່ມີອາຫານທຳມະຊາດຫຼາຍໃນອັດຕາ 40 ມິນລີກຼາມ ຄົນໃກ້ເຂົ້າກັບອາຫານ 1 ກິໂລກຼາມ. ສຳລັບລ້ຽງປານິນປັບປຸງເພດໃນກະຊັງ ຫຼື ໃນໜອງທີ່ບໍມີອາຫານທຳມະຊາດ ຫຼື ມີກໍ່ມີໃນປະລິມານຕໍ່າ ແລະ ໃນອ່າງທີ່ໃຊ້ນໍ້າປະປາ ຫຼື ນໍ້າຈາກສ້າງບາດານ
ເມືອລູກປາຮອດອາຍຸ 4 ວັນ ກໍ່ນຳໄປອານຸບານ ຫຼື ລ້ຽງໃນກະຊັງສີຟ້າຂະໜາດ 2 x 5 x 0,9 ແມັດ ກາງກະຊັງໃຫ້ເລີກລົງໄປປະມານ 30 ຊັງຕີແມັດ ໃສ່ລູກປາປະມານ 10,000-15,000 ຕົວ/ກະຊັງ, ໃຫ້ອາຫານປະສົມຮໍໂມນວັນລະ 5 ຄັ້ງຄື:
– ໃນອາທິດທຳອິດ: ໃນອັດຕາ 30% ຂອງນໍ້າໜັກປະຕໍ່ວັນ
– ໃນອາທິດທີ່ສອງ: ໃນອັດຕາ 20% ຂອງນໍ້າໜັກປາຕໍ່ວັນ
– ໃນອາທິດທີ່ສາມ: ໃນອັດຕາ 15% ຂອງນໍ້າໜັກໂຕຕໍ່ວັນ
ລວມເວລາການໃຫ້ອາຫານປະສົມຮໍໂມນຈຳນວນ 21 ວັນ ໃນເວລາໃຫ້ອາຫານແຕ່ລະຄັ້ງ ຕ້ອງໃຫ້ດ້ວຍວິທີໂຮຍໃຫ້ທົ່ວໜ້ານໍ້າ ແລະ ສະໝໍ່າສະເໝີເພື່ອເຮັດໃຫ້ປາທຸກໆຕົວໄດ້ກິນອາຫານຢ່າງທົ່ວເຖິງ.ນຳລູກປານິນທີ່ສຳເລັດຈາກການໃຫ້ອາຫານປະສົມຮໍໂມນໄປລ້ຽງຕໍ່ທີ່ກະຊັງຂະໜາດ 4,5 x 6 x 0,9 ແມັດ, ໃສ່ໃນອັດຕາ 20,000 ໂຕ/ກະຊັງ, ໃຫ້ອາຫານທີ່ມີໂປເຕອິຮ 30% ໃຊ້ເວລາ 7-10 ວັນ, ຈະໄດ້ລູກປາຂະໜາດ 2-3 ຊັງຕີແມັດ/ໂຕ.

7. ການປະສົມອາຫານເພື່ອປັບປຸງເພດປານິນ
ອົງປະກອບໃນການປະສົມອາຫານມີ ປາປົ່ນ 3 ສ່ວນ, ຮໍ່າອ່ອນ 1 ສ່ວນ, ຮໍໂມນ MT Methytestosterone ແລະ ເອທິນແອນກໍຮໍຊຶ່ງມີຂັ້ນຕອນການປະສົມດັ່ງນີ້:
 ຕຽມສານລະລາຍ Stock solution ຊັ່ງຮໍໂມນ 17MT 0,5 ກຼາມ ແລະ ຕື່ມເອທິນແອນກໍຮໍ 1,000 ຊີຊີ, ຄົນໃຫ້ສານລະລາຍຈົນໝົດແລ້ວຈະໄດ້ສານລະລາຍທີ່ມີຄວາມເຂັ້ມຂຸ່ນ 500 ມີລີກຼາມ/1,000 ຊີຊີ, ສາມາດເກັບຮັກສາໄວ້ໃນຕູ້ເຢັນເປັນເວລານານໄດ້.
 ປະສົມສານລະລາຍ ນຳສານລະລາຍດັ່ງກ່າວຈຳນວນ 240 ຊີຊີ ປະສົມອາຫານ (ປາປົ່ນ + ຮໍ່າອ່ອນ) 1 ກິໂລກຼາມ ດ້ວຍວິທີຜົ່ນສານລະລາຍດັ່ງກ່າວໃສ່ໃສ່ພ້ອມຄົນໃຫ້ເຂົ້າກັນຢ່າງລະອຽດເພື່ອເຮັດໃຫ້ສານລະລາຍ ແລະ ອາຫານເຂົ້າກັນສະໝໍ່າສະເໝີແລ້ວນຳໄປເກືອປາ ຫຼື ຮັກສາໄວ້ໃນຕູ້ເຢັນ ຫຼື ບ່ານທີ່ເຢັນ
8. ສິ່ງທີ່ຄວນເອົາໃຈໃສ່
ຄວນເປັນລູກປາທີ່ຖົງອາຫານເລີມຍຸບໃໝ່ໆ, ມີອາຍຸເທົ່າກັນ ຫຼື ຫຼຸດລືນກັນເລັກນ້ອຍ ແລະ ເປັນລູກປາທີ່ໄດ້ມາຈາກການເກັບໄຂ່ຈາກປາກປາແມ່ທີ່ນຳມາຟັກໃສ່ຈວຍຟັກໃນ ລະບົບຟັກໄຂ່
 ຄຸນນະພາບຂອງອາຫານ: ອາຫານຄວນມີຂະໜາດນ້ອຍໆ, ເພື່ອລູກປາຈະກິນໄດ້ສະດວກ, ມີປຼເຕອິນສູງ 40% ແລະ ມີຄຸນນະພາບທີ່ດີ
 ການໃຫ້ອາຫານ ແລະ ປະລິມານທີ່ໃຫ້: ການໃຫ້ອາຫານຄວນໃຫ້ເລື້ອຍໆໃຫ້ 5 ຄັ້ງ/ວັນ ຫຼື ຫຼາຍກວ່ານີ້ ແລະ ໃຫ້ອາຫານໃນປະລິມານທີ່ກຳນົດໄວ້ອາທິດໜຶ່ງໃຫ້ 30% ອາທິດທີ່ສອງໃຫ້ 20% ແລະ ອາທິດທີ່ສາມໃຫ້ 15% ຂອງນໍ້າໜັກປາຕໍ່ວັນ
 ຄວາມໜາແໜ້ນຂອງລູກປາ: ອັດຕາປ່ອຍລ້ຽງປາທີ່ເໝາະສົມ 12 ໂຕ/1000 ຊີຊີ ຫຼື 12 ໂຕ/ລິດ

ແຫຼ່ງຂໍ້ມູນ: ຄູ່ມືແນະນຳການຜະລິດລູກປານິນເພດຜູ້, ສູນຄົ້ນຄວ້າການປະມົງ, ສະຖາບັນຄົ້ນຄວ້າກະສິກຳ,ປ່າໄມ້ ແລະ ພັດທະນາຊົນນະບົດ
https://www3.rdi.ku.ac.th/?p=37042

https://nbdcthailand.com/การผลิตพันธุ์ปลานิลแปล