ເຕັກນິກການປູກພືດປະສົມປະສານ (ສາລີ ກັບ ຖົ່ວແດງ) ໃນເຂດເນີນສູງ

ຄວາມຫຼາກຫຼາຍຂອງການປູກພືດໃນເຂດເນີນສູງ ເປັນເງື່ອນໄຂອັນດີກ້າວໄປສູ່ຄວາມຍືນຍົງ ແລະ ຫຼຸດຜ່ອນຄວາມສ່ຽງຕໍ່ການປ່ຽນແປງດິນຟ້າອາກາດ.
ຫຼາຍທົດສັດຕະວັດທີ່ຜ່ານມາ ການປູກສາລີຢ່າງດຽວໄດ້ກາຍເປັນລະບົບການປູກພືດທີ່ສຳຄັນ ໃນການຜະລິດສາລີຢູ່ເຂດເນີນສູງຂອງ ສປປ ລາວ ຊຶ່ງມີຄວາມສະດວກໃນການເສຍຫຍ້າ ແລະ ການເກັບກ່ຽວ ແລະ ທີ່ຮູ້ກັນດີໃນຊາວກະສິກອນໃນການໄດ້ຮັບຜົນຕອບແທນສູງສຸດຈາກດິນ ແລະ ແຮງງານ. ເຖິງແນວໃດກໍ່ຕາມ, ການປູກສາລີຢ່າງດຽວ ຈະເຮັດໃຫ້ຄຸນນະພາບຂອງດິນຫຼຸດລົງເຊັ່ນ: ຄວາມອຸດົມສົມບູນຂອງດິນ ແລະ ມີຫຍ້າວັດຊະພືດຫຼາຍຂື້ນ, ເພີ່ມຄວາມສ່ຽງຕໍ່ລາຄາທີ່ບໍ່ແນ່ນອນ ແລະ ການປ່ຽນແປງດິນຟ້າອາກາດ. ການປູກພືດຫຼາຍຊະນິດແມ່ນມີຄວາມຈຳເປັນຕໍ່ຄວາມຍືນຍົງຂອງການປູກສາລີໃນເຂດເນີນສູງ ແລະ ພືດຕະກຸນຖົ່ວກໍ່ເປັນທາງເລືອກທີ່ດີອັນໜຶ່ງທີ່ສາມາດປູກປະສົມກັບສາລີໄດ້ໂດຍສະເພາະແມ່ນຖົ່ວແດງ, ຖົ່ວແຮ.

ຖົ່ວແດງເປັນພືດລົ້ມລຸກ ປີດຽວທີ່ມີຄວາມເໝາະສົມທີ່ສຸດກັບການປູກສາລີ ໃນໄລຍະສາທີກຳລັງອອກດອກຜູ້ເພື່ອຫຼີກລ້ຽງການແກ້ງແຍ່ງກັບສາລີ, ດີທີ່ສຸດແມ່ນຄວນປູກເປັນແຖວ 1 ແຖວຕໍ່ຫວ່າງຂອງແຖວສາລີ ແລະ ໄລຍະຫ່າງລະຫວ່າງຂຸມແມ່ນ 30 ຊັງຕີແມັດ(ໃສ່ 3-5 ແກ່ນຕໍ່ຂຸມ) ດ້ວຍອັດຕາແນວພັນ 15-20 ກິໂລ/ເຮັກຕາ. ສາມາດນຳໃຊ້ເຄື່ອງປູກ (ທີ່ຜະລິດຈາກຊາວກະສິກອນຢູ່ແຂວງໄຊຍະບູລີລາຄາ 160 000 ກີບຕໍ່ເຄື່ອງ) ເພື່ອຫຼຸດຜ່ອນແຮງງານປູກຈາກ 12-16 ຄົນ/ມື້/ເຮັກຕາມາເປັນ 6-7 ຄົນ/ມື້. ຖົ່ວແດງເປັນພືດຕອບສະໜອງຕໍ່ແສງສັ້ນ ຊຶ່ງຈະເກັບກ່ຽວຢູ່ໃສລະຫວ່າງເດືອນ ມັງກອນ-ກຸມພາ ສຳລັບຢູ່ພາກເໜືອຂອງ ສປປ ລາວ.

1. ເຕັກນິກການປູກຖົ່ວແດງປະສົມກັບສາລີມີ 2 ວິທີການຄື:
ວິທີ 1: ປູກໝູນວຽນກັບສາລີ: ແມ່ນຈະປູກສາລີກ່ອນ ຫຼື ຖົ່ວແດງກ່ອນກໍ່ໄດ້.
 ການກຽມດິນ: ຖາງຫຍ້າອານາໄມພື້ນທີ່ ເຊີ່ງເລີ່ມປະຕີບັດແຕ່ທ້າຍເດືອນ ມີນາ ເປັນຊ່ວງໄລຍະຝົນເລີ່ມຕົກ ແລະ ສາມາດປູກໄດ້ເລີຍບໍ່ໃຫ້ປະໄວ້ດົນເພາະຫຍ້າຈະເກີດກ່ອນ.
 ການປູກສາລີ: ໄລຍະຫ່າງການປູກສາລີແມ່ນ 75 X 40 ຊັງຕີແມັດ, ໃສ່ 2 ເມັດຕໍ່ຂຸມ ແນວພັນສາລີທີ່ໃຊ້ 18-20 ກິໂລ/ເຮັກຕາ.
 ການປູກຖົ່ວແດງ: ໄລຍະຫ່າງ 40 X 40 ຊັງຕີແມັດ, ໃສ່ຂຸມລະ 5-8 ແກ່ນ, ຊື່ງອັດຕາແນວພັນ 25-30 ກິໂລ/ເຮກຕາ.
 ການເກັບກ່ຽວ: ສຳລັບສາລີແມ່ນຈະໄດ້ເກັບກ່ຽວໃນທ້າຍເດືອນ ກັນຍາ ຫາເດືອນ ຕຸລາ ການເກັບແມ່ນແມ່ນ
ຈະຫັກເອົາແຕ່ຝັກແລ້ວປະລຳຕົ້ນ ແລະ ໃບແຫ້ງປະໄວ້ໃນພື້ນທີ່ ເພື່ອໃຫ້ປົກຄຸມດິນໄວ້ ແລະ ຄຸມຫຍ້າສຳລັບຖົ່ວແດງ ແມ່ນຈະເກັບກ່ຽວໃນເດືອນ 1-2 ຊຶ່ງຈະເກັບກ່ຽວເອົາແຕ່ຝັກຖົ່ວແດງ ແລ້ວປະເຄືອໄວ້ໃນພື້ນທີ່ໃຫ້ປົກຄຸ້ມໜ້າດິນ ແລະ ຄຸມຫຍ້າ, ພາຍຫຼັງກ່ຽວຝັກຕາກແຫ້ງ 1-2 ມື້ ກໍ່ສາມາດຕີເອົາແກ່ນໄດ້.

ວິທີ 2: ປູກຕໍ່ເນື່ອງສາລີກາບເຫຼືອງ: ທັງສອງພືດຈະປູກໃນປີດຽວກັນແຕ່ຕ່າງເວລາປູກ, ປູກສາລີກ່ອນເມື່ອອາຍຸສາລີໄດ້ 2 ເດືອນເຄຶ່ງ (ສາລີອອກໝາກ 100%) ຈຶ່ງປູກຖົ່ວແດງສັບຫວ່າງແຖວສາລີ.
 ການກຽມດິນ: ເສຍຫຍ້າຄັ້ງສຸດທ້າຍຂອງການປູກສາລີໃນຊ່ວງໄລຍະສາລີກາບເຫຼືອງກ່ອນເກັບກ່ຽວ 1 ເດືອນ.
 ການປູກ: ພາຍຫຼັງປູກສາລີໄດ້ 75 ວັນ, ປູກຖົ່ວແດງຕາມຫວ່າງແຖວສາລີ ໄລຍະຫ່າງລະຫວ່າງຂຸມ 30 ຊັງຕີແມັດ(ໃສ່ຂຸມລະ 3-4 ແກ່ນ, ອັດຕາແນວພັນ 20 ກິໂລ/ເຮັກຕາ).
 ການເກັບກ່ຽວ: ເກັບກ່ຽວສາລີກ່ອນ ໃນໄລຍະທ້າຍເດືອນ 9-10, ສຳລັບຖົ່ວແດງຈະເກັບກ່ຽວໃນຊ່ວງໄລຍະເດືອນ 1-2.

 ຂໍ້ຈຳກັດ: ຖົ່ວແດງຈະມີບັນຫາຕໍ່ກັບແມງໄມ້ ແລະ ສັດຕູພືດໃນໄລຍະອອກດອກ ແລະ ໝາກ.
 ຂໍ້ແນະນຳ: ຖົ່ວແດງເປັນພືດມີຄວາມຮູ້ສຶກຕໍ່ແສງໜ້ອຍເມືອປູກຢູ່ເຂດພາກເໜືອຂອງລາວມີຄວາມສູງລະດັບນໍ້າທະເລ 800 ແມັດ ຂື້ນໄປປູກໄດ້ແຕ່ຈະມີແຕ່ລຳຕົ້ນ ແລະ ໃບບໍ່ສາມາດໃຫ້ໝາກໄດ້.
ຜົນການສາທິດຢູ່ສວນບ້ານບວມ ເມືອງປາກລາຍ ແຂວງໄຊຍະບູລີ ປີ 2005

ເຕັກນິກການປູກພືດ ຜົນຜະລິດແກ່ນ ລາຍການ
ກິໂລ/ເຮັກຕາ ຕົ້ນທຶນ(ກີບ) ແຮງງານ ລາຄາຂາຍ ກຳໄລ
ເຕັກນິກແບບຊາວກະສິກອນ(ໄຖດິນ) 3,040 1,840,000 50 960 1,080,000
ເຕັກນິກກະສິກຳອະນຸລັກການປູກສາລີ(ບໍ່ໄຖດິນ) 3,460 840,000 45 960 2,480,000
ເຕັກນິກກະສິກຳອະນຸລັກການປູກສາລີໝູນວຽນກັບຖົ່ວແດງ(ຜົນຜະລິດຖົ່ວແດງ) 800 360,000 55 3,600 2,520,000
ເຕັກນິກກະສິກຳອະນຸລັກການປູກສາລີໝູນວຽນກັບຖົ່ວແດງ(ຜົນຜະລິດສາລີ) 5140 618,000 40 960 4,320,000

ສິ່ງທ້າທາຍຕໍ່ການປູກຖົ່ວແດງ
ການທຳລາຍຂອງສັດຕູພືດ
ຖົ່ວແດງເປັນພືດທີ່ມີແມງໄມ້ມັກເຊັ່ນ: ບົ້ງເຈາະຝັກຖົ່ວ, ສະນັັ້ນ ຈຶ່ງຈຳເປັນຕ້ອງໄດ້ມີວິທີປ້ອງກັນເປັນຢ່າງດີ, ວິທີປ້ອງກັນແບບປະສົມປະສານໂດຍນຳໃຊ້ນໍ້າສະໝຸນໄພໄລ່ແມງໄມ້ເພື່ອຮັບປະກັນໃຫ້ໄດ້ຮັບຜົນຜະລິດທີ່ດີ,
  ການປ່ອຍສັດສະຊາຍ
ໂດຍປົກກະຕີແລ້ວຊາວບ້ານຈະປ່ອຍສັດພາຍຫຼັງເກັບກ່ຽວຜົນຜະລິດແລ້ວ ຈຶ່ງເປັນອຖປະສັກຕໍ່ການປູກຖົ່ວແດງທີ່ສັດຈະເຂົ້າຢຽບທຳລາຍຖົ່ວແດງ, ເພື່ອຮັບປະກັນຄວນຈະມີລະບຽບຄຸ້ມຄອງການປ່ອຍສັດຢູ່ແຕ່ລະບ້ານລວມທັງບ້ານອ້ອມຂ້າງ.
ຄວາມຕ້ອງການແຮງງານ
ຄວາມຕ້ອງການແຮງງານສຳລັບການເກັບກ່ຽວຖົ່ວແດງປະມານ 20-40 ຄົນ /ເຮັກຕາ ແລະ ອານາໄມເມັດ 20-30 ຄົນ/ເຮັກຕາ.

ຂຽນ ແລະ ຮຽບຮຽງໂດຍ: ສີວິໄລ ອິນທະວົງ ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້
ແຫຼ່ງຂໍ້ມູນ: ເຕັກນິກການປູກແບບປະສົມປະສານໃນເຂດເນີນສູງ, ສູນພັດທະນາທີ່ດິນ ແລະ ຄຸ້ມຄອງການນຳໃຊ້ຝຸ່ນ, ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສະກຳ