ການປູກສາລີລະດູແລ້ງດ້ວຍລະບົບນໍ້າຢອດ

ສາລີຫວານ ຫຼື ສາລີເຂົ້າໜຽວ ແມ່ນພືດທັນຍາຫານຊະນິດໜຶ່ງທີ່ມີຄຸນຄ່າທາງອາຫານ, ການປູກສາລີດັ່ງກ່າວ ເປັນສິນຄ້າເປັນທາງເລືອກໜຶ່ງໃນການສ້າງລາຍຮັບໃຫ້ແກ່ຄອບຄົວຂອງຊາວກະສິກອນ ແລະ ນິຍົມປູກກັນຫຼາຍໃນຊ່ວງລະດູຝົນ, ສ່ວນໃນຊ່ວງລະດູແລ້ງແມ່ນມີເນື້ອທີ່ປູກຈຳກັດ ແລະ ນິຍົມປູກໃນພື້ນທີ່ທີ່ຮາບພຽງ, ຕາມໄຮ່ນາຫຼັງກ່ຽວເຂົ້າ. ບ່ອນທີ່ມີນໍ້າພຽງພໍ(ແຄມຂອງ, ເຊ, ຫວ້ຍ, ໜອງບຶງ ຫຼື ໃຊ້ນໍ້າບາດານ) ໂດຍການດູດນໍ້າແລ້ວປ່ອຍຕາມຮ່ອງສາລີ ຫຼື ຫົດດ້ວຍມືຕາມເງືອນໄຂຂອງແຕ່ລະຄົນ, ການຜະລິດດັ່ງກ່າວເຫັນວ່າມີຄວາມຫຍຸ້ງຍາກໃນການຫົດນໍ້າ, ການໃສ່ຝຸ່ນ, ຊິ້ນເປືອງນໍ້າ ແລະ ແຮງງານ. ສະນັ້ນ, ຈຶ່ງຂໍ້ແນະນຳເຕັກນິກການປູກສາລີແລ້ງດ້ວຍລະບົບນໍ້າຢອດ, ປະຍັດນໍ້າ ແລະ ປະຍັດແຮງງານ, ເຕັກນິກດັ່ງກ່າວໄດ້ສາທິດໃນສູນອານຸລັກ ແລະ ພັດທະນາທີ່ດິນກະສິກຳ ແລະ ສາທິດຮ່ວມກັບຊາວກະສິກອນບ້ານແສນດິນ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ. ໃນລະດູແລ້ງປີ 2016 ແລະ 2017 ເຊິ່ງເປັນທີ່ຍອມຮັບຂອງຊາວກະສິກອນໃນເຂດດັ່ງກ່າວ.

1. ຈຸດປະສົງ
ເພື່ອໃຫ້ຊາວກະສິກອນຮູ້ການປູກສາລີແບບລະບົບນໍ້າຢອດ, ທີ່ປະຢັດນໍ້າ, ປະຍັດແຮງງານ, ເພີ່ມຜົນຜະລິດ ແລະ ສ້າງລາຍຮັບໃຫ້ແກ່ຄອບຄົວ.
2. ອຸປະກອນ
ຈັກດູດນໍ້າ 1 ເຄື່ອງ, ໜໍ້ກ່ອງຂີ້ເຫຍື່ອ 1 ອັນ, ທໍ່ນໍ້າໃຫ່ຍໃນແປງ 40 ແມັດ/ໄລ່, ທໍ່ແຈກນໍ້າເຂົ້າແປງ 2,120 ແມັດ/ໄລ່, ຂໍ້ຕໍ່ແຈກນໍ້າ 53 ອັນ/ໄລ່, ຖັງ ຫຼື ຟຸຍນໍ້າ 1 ອັນ, ທໍ່ສົ່ງນໍ້າແຕ່ແຫຼ່ງນໍ້າພື້ນທີ່ຂື້ນກັບຕົວຈິ່ງ.

3. ການກຽມດິນປູກ
ຈະເປັນດິນສວນ ຫຼື ດິນນາໃຫ້ໄຖຕາກແດດ 2 ອາທິດເພື່ອຂ້າຫຍ້າ ຫຼັງຈາກນັ້ນຄາດໃຫ້ດິນແຕກລະອຽດດີແລ້ວວາທໍ່ນໍ້າ.
4. ການວາງທໍ່ນໍ້າ
ວາງທໍ່ສົ່ງນໍ້າໃຫ່ຍລຽບແຄມນາ ຫຼື ແຄມສວນ ແລະ ວາງທໍ່ແຈກນໍ້ານ້ອຍໄລຍະ 75 ຊັງຕີແມັດ ຕໍ່ທໍ່ແລ້ວເຈາະຮູຕໍ່ທໍ່ໃສ່ຕາມລະບົບ
ວາງທໍ່ນໍ້າໃຫ່ຍໃນແປງລຽບແຈສວນ ຫຼື ລຽບກັບຄັນນາຕາມທິດທາງທີ່ເໝາະສົມ ຕາມໃຈຂອງທ່ານວ່າເໝາະສົມເອົາໄປໃນທິດທາງໃດ, ຈາກນັ້ນ ກໍ່ວາງທໍ່ນໍ້ານ້ອຍຕາມໄລຍະປູກ 75 ຊັງຕີແມັດ/ແຖວ ປິ້ນຮູນໍ້າຂື້ນເທິງທຸກທໍ່ແລ້ວຕໍ່ທໍ່ນ້ອຍໃສ່ທໍ່ໃຫ່ຍດ້ວຍຂໍ້ຕໍ່ ແລ້ວຕອກໄມ້ດັນໄວ້ເພື່ອບໍ່ໃຫ້ເຄື່ອນຍ້າຍເວລາດຶງ, ຈາກນັ້ນ ກໍ່ວາງໄລຍະຮ່າງຂອງທໍ່ນ້ອຍຫົວ ແລະ ທ້າຍໃຫ້ເທົ່າກັນແລ້ວກໍ່ກຽມປູກ.


5. ການປູກ
ກ່ອນປູກ ໃຫ້ກຽມລະບົບນໍ້າໃຫ້ສົມບູນຄື: ຕິດຕັ້ງຈັກ, ຕໍ່ລະບົບທໍ່ໃຫ້ສຳເລັດ, ອັດປາຍທໍ່ໃຫ່ຍ ແລະ ນ້ອຍທຸກສາຍໃຫ້ແຈບດີແລ້ວຄິດຈັກເປີດນໍ້າປະມານ 20 ນາທີ ເພື່ອໃຫ້ເຫັນລັດສະໝີຂອງຄວາມຊຸ່ມຂອງນໍ້າກະຈາຍໄປໄດ້, ພ້ອມດຽວກັນກໍ່ຍ່າງກວດເບິ່ງຢ້ານທໍ່ນ້ອຍບິດລັງນໍ້າຜ່ານບໍ່ໄດ້ ຫຼື ຮູທໍ່ປິ່ນລົງລຸ່ມບໍ່ຖືກລະບົບ, ການປູກ ຖ້າຮູທໍ່ນໍ້າຢອດໄລຍະ 20 ຊັງຕີແມັດຕໍ່ຮູປູກ 1 ເມັດ/ຂຸມ, ຖ້າໄລຍະຮູ 40 ຊັງຕີແມັດ ປູກ 2 ເມັດ/ຂຸມ ປູກຫ່າງຈາກສາຍທໍ່ປະມານ 3 ນີ້ວມື,ປູກເລີກປະມານ 2-5 ຊັງຕີແມັດ.


6. ປະລິມານຝຸ່ນ ແລະ ການໃສ່ຝຸ່ນເຄມີ
ປະລິມານຝຸ່ນທີ່ໃສ່ ເປັນການດີຄວນວິໄຈດິນກ່ອນຈຶ່ງແນະນຳຖືກຕ້ອງ ແລະ ເໝາະສົມ, ຢ່າງໃດກໍ່ຕາມການແນະນຳແບບທົ່ງໆໄປ ແມ່ນໃຫ້ໃສ່ຝຸ່ນວິທະຍາສາດສູດ 15-15-15=50 ກິໂລ/ໄລ່ ແລະ ຝຸ່ນເລັ່ງ(ຢູເຣຍ) = 50 ກິໂລ/ໄລ່, ໃຫ້ແບ່ງຝຸ່ນອອກເປັນ 3 ສ່ວນເທົ່າກັນ ແລ້ວໃສ່ 3 ເທື່ອຄື:
ເທື່ອທີ່ 1 ໃສ່ຫຼັງຈາກປູກໄດ້ 2 ອາທິດ
ເທື່ອທີ່ 2 ໃສ່ຫຼັງປູກໄດ້ 3 ອາທິດ
ເທື່ອທີ່ 3 ເທື່ອສຸດທ້າຍໃສ່ຫຼັງປູກໄດ້ 4 ອາທິດ

 ວິທີການໃສ່ຝຸ່ນ
ວິທີການໃສ່ຝຸ່ນ ໃຫ້ແຊ່ຝຸ່ນສູດ 15-15-15 ໃນກະຖັງປະມານ 4-5 ຊົ່ວໂມງ, ສ່ວນຝຸ່ນເລັ່ງ(ຢູເຣຍ) ສູດ 46-00-00 ເປັນຝຸ່ນທີ່ລະລາຍງ່າຍເວລາໃສ່ໃຫ້ເທລົງຖັງດຽວກັນ ຄົນໃຫ້ລະອຽດກໍ່ໃຊ້ໄດ້.
ກ່ອນປ່ອຍຝຸ່ນໄປໃຫ້ເປີດຈັກປ່ອຍນໍ້າເຂົ້າສວນກ່ອນປະມານ 10 ນາທີ ເພື່ອໃຫ້ນໍ້າແລ່ນເຕັມທໍ່ທຸກທໍ່ ແລ້ວຈຶ່ງເປີດກ໊ອກຝຸ່ນໄປພ້ອມກັນຫົດປະມານ 30 ນາທີກໍພໍ. ການປ່ອຍຝຸ່ນໄປໃຫ້ຕໍ່ເນື່ອງກັນ ຕື່ມນໍ້າໃສ່ຖັງເລື້ອຍໆ ຈົນຝຸ່ນໃນຖັງຈຶດ, ຫຼັງຈາກຝຸ່ນໝົດແລ້ວໃຫ້ເປີດນໍ້າຕໍ່ປະມານ 10 ນາທີ ເພື່ອລ້າງຝຸ່ນໃນທໍ່ບໍ່ໃຫ້ຕົກຕະກອນຈິ່ງມອດຈັກ, ເວລາໃສ່ຝຸ່ນແນະນຳໃສ່ຕອນແລງ, ຕອນເຊົ້າແຊ່ຝຸ່ນປະໄວ້ແລ້ວໃສ່ຕອນແລງ.
ການປ່ອຍຝຸ່ນປະສົມນໍ້າ (ເອົາທໍ່ດູດລົງໃນຖັງແລ້ວເປີດກ໊ອກ)
 ກໍລະນີບໍ່ມີລະບົບຈັກແບບນີ້ ໃຫ້ຕໍ່ທໍ່ດູດຝຸ່ນໃສ່ປາກທໍ່ໃຫ່ຍບ່ອນປາກດູດນໍ້າຂື້ນເລີຍກໍ່ໄດ້, ຫ້າມບໍ່ໃຫ້ດູດ
ແຕ່ນໍ້າຝຸ່ນໄປຢ່າງດຽວແລ້ວປ່ອຍນໍ້າຕາມຫຼັງເດັດຂາດ ເພາະຝຸ່ນຈະບໍ່ເຖິງທຸກຕົ້ນ, ສາລີຈະງາມບໍ່ສະເໝີກັນ.

 ການບົວບັດຮັກສາ
ການໃຫ້ນໍ້າ: ຂື້ນກັບດິນ ແລະ ອາກາດໃນພື້ນທີ່, ໃຫ້ເບິ່ງຕາມຕົວຈິງວ່າຈັກມື້ຫົດ, ອາດຈະໃຫ້ 2-3 ມື້ຕໍ່ເທື່ອ, ໃຫ້ສັງເກດໃບສາລີໃນເວລາຕອນທ່ຽງແດດກ້າຖ້າມັນຫ່ຽວສະແດງວ່ານໍ້າບໍ່ພໍຕ້ອງຫດທີ່ເຂົ້າ ຫຼື ໃຊ້ເວລາຫົດຫຼາຍຂື້ນ ໃຫ້ຫົດນໍ້າຕອນເຊົ້າເພື່ອໃຫ້ພືດໄດ້ໃຊ້ເວລາແດດກ້າ.
ການກຳຈັດພືດ: ການປູກລະບົບນີ້ບໍ່ມີບັນຫາເລື້ອງຫຍ້າ, ຫຍ້າຈະເກີດເລັກນ້ອຍຕາມແຖວສາລີ ສ່ວນລະຫວ່າງແຖວສາລີທີ່ນໍ້າບໍ່ເຖິງໃນລະດູແລ້ງກໍ່ບໍ່ມີຫຍັາບໍ່ຈຳເປັນຫຼົກກໍ່ໄດ້ ສາລີຈະໃຫ່ຍກວ່າຫຍ້າ(ປະຫຍັດແຮງງານ)
7. ການເກັບຮັກສາທໍ່
ທໍ່ດັ່ງກ່າວສາມາດໃຊ້ໄດ້ 5-6 ເທື່ອຂື້ນກັບການຮັກສາ ແລະ ຖະໜອມໃຊ້ ຫຼັງຈາກສິ້ນສຸດລະດູການໃຊ້ໃຫ້ເກັບມ້ຽນມັດໄວ້ເປັນຢ່າງດີ, ຮັກສາບໍ່ໃຫ້ໜູກັດ ຫຼື ຫຼີກລ້ຽງສິ່ງທີ່ຈະເຮັດໃຫ້ທໍ່ບໍ່ຂາດ ຫຼື ເປັນຮູເພາະບໍ່ສາມາດຈະອັດຮູຕາມໃຈໄດ້.
8. ຕົ້ນທຶນ ແລະ ກຳໄລ

ລາຍການ ມູນຄ່າ(ກີບ/ເຮັກຕາ)
ມູນຄ່າທຶນຄົງທີ່/ປີ  2,892,000
ທຶນໜູນວຽນ 9,400,000
ຜົນໄດ້ຮັບ 22,000,000
ກຳໄລ 9,708,000

ການນຳໃຊ້ລະບົບນໍ້າຢອດດັ່ງກ່າວ ແມ່ນສາມາດໃຊ້ໄດ້ຫຼາຍພືດເຊັ່ນ: ການປູກໝາກແຕງ, ໝາກຖົ່ວ, ໝາກເຜັດ, ໝາກເຂືອອື່ນໆ, ສາມາດນຳໃຊ້ໄດ້ໃນພື້ນທີ່ຫຼຸບໂນນເລັກນ້ອຍ, ປະຫຍັດນໍ້າ, ປະຫຍັດແຮງງານກວ່າ. ການປູກສາລີແບບປ່ອຍນໍ້າເຂົ້າຮ່ອງ ແລະ ໃສ່ຝຸ່ນດ້ວຍການຫວານແລ້ວຫົດນໍ້າລະລາຍຖືວ່າປະຫຍັດໃນການຫົດນໍ້າ, ໃສ່ຝຸ່ນເໝາະສຳລັບຜູ້ທີ່ມີແຫຼ່ງນໍ້ານ້ອຍ ແລະ ເປັນພື້ນທີ່ບໍ່ຮາບພຽງ.
ຂຽນ ແລະ ຮຽບຮຽງໂດຍ: ສີວິໄລ ອິນທະວົງ
ແຫຼ່ງຂໍ້ມູນ: ການປູກສາລີລະດູແລ້ງດ້ວຍລະບົບນໍ້າຢອດ, ສູນພັດທະນາທີ່ດິນ ແລະ ຄຸ້ມຄອງການນຳໃຊ້ຝຸ່ນ, ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ