ຂໍ້ແນະນຳການປູກສະຕໍເບີຣີ

ສະຕໍເບີຣີ Strawberry ມີຊື່ວິທະຍາສາດ Fragariaviginian ເປັນພືດເສດຖະກິດຊະນິດໜຶ່ງທີ່ມີການປູກຢ່າງຫຼວງຫຼາຍໃນໂລກສາມາດພົບໄດ້ເກືອບທຸກປະເທດຕັ້ງແຕ່ແຖບຂົ້ວໂລກເໜືອລົງມາເຖິງພື້ນທີ່ໃນເຂດຮ້ອນຊຶ່ງມີຄວາມແຕກຕ່າງກັນທັງສະພາບພູມີອາກາດ ແລະ ປະເພດດິນ. ໝາກສະຕໍເບີຣີມີລົດຊາດແຊບ ແລະ ເປັນທີ່ຮູ້ຈັກກັນໂດຍທົ່ວໄປ, ໃນໄລຍະທີ່ຜ່ານມາພົບວ່າຜົນຜະລິດທີ່ໃຊ້ສຳຫຼັບການບໍລິໂພກໄດ້ມີປະລິມານການເພີ່ມຂື້ນຢ່າງວ່ອງໄວ, ເຊິ່ງມັນຮຽກຮ້ອງໃຫ້ມີການເພີ້ມຜົນຜະລິດໃຫ້ພຽງພໍກັບຄວາມຕ້ອງການ.
ສະຕໍເບີຣີຈັດເປັນພືດຫຼາຍປີ ແຕ່ໂດຍທົ່ວໄປຈະປູກປີດຽວແລ້ວຈະປູກຄືນໃໝ່ໃນປີຕໍ່ໄປ, ການຈະເລີນເຕີບໂຕແຕກແໜງເລືອເປັນພຸ່ມສູງຈາກໜ້າດິນ 15-20 ຊັງຕີແມັດ, ຊົງພຸ່ມກວ້າງ 20-30 ຊັງຕີແມັດ, ລະບົບຮາກສ່ວນໃຫ່ຍຢູ່ລະດັບເລີກຈາກໜ້າດິນປະມານ 30 ຊັງຕີແມັດ, ລຳຕົ້ນຍາວ 2,5 ຊັງຕີແມັດ, ຄວາມຍາວຂອງກ້ານໃບຂື້ນກັບແນວພັນ
ໝາກສະຕໍເບີຣີໃຫ້ຄຸນຄ່າທາງອາຫານປະກອບດ້ວຍ: ໂປຼຕີນ 1,0 ກຼາມ, ໄຂມັນ 0,6 ກຼາມ, ແຄນຊຽມ 22 ມິລີກຼາມ, ທາດແປງ 11,0 ກຼາມ, ທາດເຫຼັກ 0,6 ມິລີກຼາມ, ວິຕາມິນອເ 42 ໄອຢູ, ວິຕາມິນເຊ 90 ມິລີກຼາມ, ໂປຕັດຊຽມ 262 ມິລິກຼາມ

1. ການກຽມດິນຮ່າຍເບົ້າ
ດິນທີ່ນຳມາຮ່າຍໃສ່ເບົ້າປະກອບດ້ວຍອັດຕາສ່ວນຄື: ດິນຊົ້ນໜ້າ 3 ສ່ວນ, ຊາຍ 2 ສ່ວນ ແລະຝຸ່ນຄອກ 1 ສ່ວນ ມາປະສົມເຂົ້າກັນໃຫ້ລະອຽດ. ຂະໜາດເບົ້າທີ່ເໝາະສົມແມ່ນ 10×15 ຊັງຕີແມັດ.

2. ການກຽມແນວພັນ
ເບ້ຍສະຕໍເບີຣີທີ່ນຳມາຊຳໃສ່ເບົ້າແມ່ນໄດ້ຈາກເບ້ຍທີ່ເກີດຈາກແໜງຕົ້ນເດີມ ມີອາຍຸປະມານ 30 ວັນ, ຄວຍເລືອກເອົາເບ້ຍສະຕໍເບີຣີທີ່ແຂງແຮງດີ. ກ່ຶນນຳເບ້ຍສະຕໍເບີຣີມາຊຳຄວນລິໃບອອກໃຫ້ເຫຼືອໄວ້ປະມານ 3-5 ໃບ, ແລ້ວນຳໄປຮັກສາໄວໃນເຮືອນຮົ່ມທີ່ໄດ້ຮັບແສງແດດປະມານ 50%, ຄວນຫົດນໍ້າ 2 ຄັ້ງ: ຕອນເຊົ້າ ແລະ ແລງຈົນຮອດ 2 ອາທິດ, ຫຼັງຈາກນັ້ນແມ່ນໃຫ້ຫົດນໍ້າ 1 ຄັ້ງ/ວັນ. ເມືອເບ້ຍມີອາຍຸໄດ້ 30-45 ວັນກໍ່ສາມາດນຳໄປປູກໄດ້.

3. ການກຽມເນື້ອທີ່
ຄວນເຮັດເປັນໜານ ເຊິ່ງມີຄວາມກວ້າງ 80 ຊັງຕີແມັດ, ຄວາມສູງ 20-25 ຊັງຕີແມັດ ຈາກໜ້າດິນ, ສ່ວນຄວາມຍາວຂອງໜານແມ່ນອີງຕາມພື້ນທີ່. ຖ້າເປັນພື້ນທີຄ້ອຍຊັນຕ້ອງສ້າງໜານໄປຕາມແລວລະດັບ.
ເພື່ອກຳຈັດເຊື້ອພະຍາດ ແລະ ປັບລະດັບຄວາມເປັນກົດ-ເປັນດ່າງ (pH) ໃນດິນໃຫ້ເອົາປູນຂາວຫວ່ານໃສ່ໜານ ໃນອັດຕາ 40-45 ກຼາມ/ຕາແມັດ. ຫຼັງຈາກນັ້ນໃຫ້ເອົາແກບອັດຕາ 1,2 ກິໂລ/ຕາແມັດ ແລະ ຝຸ່ນຄອກ(ມູນສັດ) 1,2-1,6 ກິໂລ/ຕາແມັດ ຫວ່ານໃສ່ໜານແລ້ວຄາດໃຫ້ເຂົ້າກັບດິນ.

4. ການປູກ

ຄວນເລີ່ມຕົ້ນປູກໃນເດືອນກັນຍາ (9) ຫາເດືອນຕຸລາ (10). ຂະໜາດຂອງຂຸມປູກຄວນເລີກປະມານ 20 ຊັງຕີແມັດ ແລະ ຄວາມກວ້າງ 15 ຊັງຕີແມັດ. ໄລຍະຫ່າງການປູກລະຫວ່າງຕົ້ນ 25-30 ຊັງຕີແມັດ, ແຖວ 45-50 ຊັງຕີແມັດ, ປູກ 2 ແຖວຄູ່. ເບ້ຍທີ່ນຳໄປປູກຕ້ອງແຂງແຮງດີ, ກ່ອນນຳເບ້ຍລົງຂຸມໃຫ້ຈີກຖົງຢາງອອກບໍ່ໃຫ້ເບົ້າດິນແຕກ. ຫຼັງຈາກປູກໄດ້ 2-3 ວັນໃຫ້ເອົາເຟືອງ ຫຼື ຜ້າຢາງປົກເພື່ອຄຸມວັດສະພືດ ແລະ ຮັກສາຄວາມຊຸ່ມໃນດິນ. ໄລຍະ 3 ອາທິດຫຼັງປູກຄວນໃຫ້ນໍ້າ 1 ຄັ້ງ/ວັນ ຫຼັງຈາກນັ້ນ ຄວນໃຫ້ນໍ້າ 2-3 ຄັ້ງ/ອາທິດ.

5. ການບົວລະບັດຮັກສາ
 ການເສຍຫຍ້າ: ຄວນເສຍຫຍ້າ 1-2 ຄັ້ງຕໍ່ເດືອນ
 ການໃສ່ຝຸ່ນ: ຫຼັງເສຍຫຍ້າໃຫ້ໃສ່ຝຸ່ນເລັ່ງ(ຢູ່ເລຍ) 46-00-00 2 ຄັ້ງ/ເດືອນໃນອັດຕາ 6 ກຼາມ/ຕາແມັດແລ້ວ
ຫົດນໍ້າໃຫ້ທົ່ວ. ເມື່ອອາຍຸໄດ້ 120 ວັນຫຼັງຈາກປູກໃຫ້ໃສ່ຝຸ່ນສູດ 15-15-15 ໃນອັດຕາ 38 ກຼາມ/ຕາແມັດ ໃສ່ອ້ອມຊົງຢຸ່ມ ເພື່ອເລັ່ງໃຫ້ການອອກດອກ ແລະ ໃຫ້ໝາກຫຼາຍ.

6. ການເກັບໝາກ
ເມື່ອສັງເກດເຫັນໝາກສະຕໍເບີຣີມີສີແດງປະມານ 75% ກໍ່ສາມາດເກັບໝາກໄດ້. ໝາກທີ່ເກັບຄວນໃຫ້ມີຂວັ້ນຕິດມານຳ ແລະ ຄວນເກັບໝາກໃນຊ່ວງຕອນເຊົ້າ ຫຼື ຕອນແລງ ເພື່ອປ້ອວກັນໝາກສະຕໍເບີຣີຈາກການຢົກຊໍ້າບໍ່ຄວນໃຫ້ໝາກຖືກແສງແດດນານກວ່າ 10-15 ນາທີ ແລະ ບໍ່ຄວນໃຫ້ມັນເຕັງກັນຫຼາຍ. ໃຫ້ຜົນຜະລິດປະມານ 200-500 ກຼາມ/ຕົ້ນ.

7. ການບັນຈູ ແລະ ການຂົນສົ່ງ
ຈະບັນຈຸໃສ່ໂຟມ, ຖົງພຣາສະຕິກ ຫຼື ຖົງເຈັ້ຍແຂງ ເພື່ອຫຼຸດຜ່ອນການເສຍຫາຍໃນການຂົນສົ່ງ. ການເກັບຮັກສາຕ້ອງເກັບໄວ້ໃນອຸນຫະພູມ 1-2 ອົງສາເຊ, ຄວນມີຄວາມຊຸ່ມຢູ່ຫ້ອງທີ່ເກັບປະມານ 85-90%.

ຂຽນ ແລະ ຮຽບຮຽງໂດຍ: ສີວິໄລ ອິນທະວົງ
ແຫຼ່ງຂໍ້ມູນ: ຂໍ້ແນະນຳການປູກສະຕໍເບີຣີ, ສູນຄົ້ນຄວ້າກະສິກຳເຂດພູດອຍ, ສະຖາບັນຄົ້ນຄວ້າກະສິກຳ,ປ່າໄມ້ ແລະ ພັດທະນາຊົນນະບົດ