ບົດແນະນຳກ່ຽວກັບການປູກແນວພັນເຂົ້າໝາກຫີນສູງ(ເຂົ້າໜຽວ)

ແນວພັນເຂົ້າໝາກຫີນສູງ(LG6432) ແມ່ນແນວພັນເຂົ້າບົກພື້ນເມືອງຂອງທ້ອງຖິ່ນ ເມືອງນໍ້າບາກ ແຂວງຫຼວງພະບາງ, ເຊິ່ງໃນປີ 1995 ຫາ 2000 ໂຄງການອະນຸຮັກເຊື້ອພັນເຂົ້າ (Lao-IRRI Biodiversity project) ໄດ້ເຕົ້າໂຮມແນວພັນເຂົ້າໃນທົ່ວປະເທດໄດ້ 13,192 ຕົວຢ່າງ, ໃນນັ້ນມີ ແນວພັນເຂົ້າບົກ 7,371 ຕົວຢ່າງ ໄດ້ນຳມາເກັບມ້ຽນ ແລະ ຮັກສາໄວ້ໃນທະນາຄານເຊື້ອພັນລາວ,
ປີ 1998 ໄດ້ນຳມາສຶກສາ ແລະ ຄັດເລືອກ ທີ່ສູນຄົ້ນຄວ້າກະສິກຳ ແລະ ປ່າໄມ້ພາກເໜືອ.
ປີ 2001 ໄດ້ນຳມາປູກທົດລອງໃນພື້ນທີ່ຂອງຊາວກະສິກອນໃນ 3 ແຂວງພາກເໜືອຄື: ຫຼວງພະບາງ, ອຸດົມໄຊ ແລະ ຫຼວງນໍ້າທາ.
ປີ 2002 ໄດ້ນຳໄປທົດລອງ ການຄັດເລືອກແບບມີສ່ວນຮ່ວມຂອງຊາວກະສິກອນໃນ 8 ແຂວງພາກເໜືອ, ຜ່ານຈາກການທົດລອງເຫັນວ່າສາມາດປັບປຸງຕົວໄດ້ດີ ແລະ ເປັນທີ່ຍອມຮັບຂອງຊາວກະສິກອນ.

1. ລັກສະນະປະຈຳພັນ
– ເປັນປະເພດເຂົ້າໜຽວມີຄວາມຮູ້ສຶກຕໍ່ຊ່ວງແສງ, ອາຍຸ 135-140 ວັນ.
– ຊ່ວງປູກ ທ້າຍເດືອນ ເມສາ (4) -ຕົ້ນເດືອນ ມິຖຸນາ(6) ຊ່ວງໄລຍະຝົນຕົກ.
– ລຳຕົ້ນສູງປະມານ 105 – 145 ຊັງຕີແມັດ, ລຳຕົ້ນແຂງ, ສີເຖືອງ.
– ໃບເປັນສີຂຽວ, ແຜ່ນໃບບໍ່ມີຂົນ, ໃບກວ້າງ.
– ເມັດເຂົ້າເປືອກກ້ຽງ (ບໍ່ມີຂົນ) ເປັນສີເຟືອງຂີດສີນໍ້າຕານແດງ.
– ເມັດໃຫ່ຍ, ຍາວ 9.24 ມິນລີແມັດ, ກວ້າງ 4,06 ມິນລີແມັດ, ໜາ 2,5 ມິນລີແມັດ.
– ເມັດເຂົ້າກ້ອງຍາວ 6,8 ມິນລີແມັດ, ກວ້າງ 3,38 ມິນລີແມັດ, ໜາ 2,22 ມິນລີແມັດ.
– ຄຸນນະພາບການສີດີ, ເມັດເຂົ້າສານສີຂາວ, ປະລິມານອາມີໂລດ (6,9%)
– ນໍ້າໜັກ 1000 ເມັດ/ກຼາມ

2. ລັກສະນະເດັ່ນ
– ຜົນຜະລິດສູງກວ່າແນວພັນພື້ນເມືອງ 18%
– ເຫດຜົນຊາວກະສິກອນມັກ: ເມັດໃຫ່ຍ, ຮວງໃຫ່ຍ, ລຳຕົ້ນໜາ, ໃຫ້ຜົນຜະລິດດີ.
– ສາມາດປູກໄດ້ໃນລະດັບຄວາມສູງຈາກໜ້ານໍ້າທະເລ 300-1000 ແມັດ,

3. ຜົນຜະລິດ
ໃຫ້ຜົນຜະລິດສູງກວ່າພັນພື້ນເມືອງໃນພື້ນທີ່ປູກເຂົ້າຕໍ່ເນື່ອງ ແລະ ດິນປ່າເລົ່າອ່ອນ 165-360 ກິໂລຕໍ່ເຮັກຕາ


ຮູບທີ່ 1 ຜົນຜະລິດໃນດິນປ່າເລົ່າທີ່ແຕກຕ່າງກັນ

4. ພື້ນທີ່ເໝາະສົມໃນການປູ
ເຂດພາກເໜືອ ແລະ ພາກໃຕ້ເຊັ່ນ: ແຂວງຫຼວງພະບາງ, ໄຊຍະບູລີ, ແຂວງອຸດົມໄຊ, ແຂວງຫຼວງນໍ້າທາ, ແຂວງບໍ່ແກ້ວ, ແຂວງຊຽງຂວາງ, ແຂວງຫົວພັນ ແລະ ແຂວງອັດຕະປື.

 ຂໍ້ຄວນລະວັງ
– ບໍ່ຄວນປູກໃນພື້ນທີ່ຮາບພຽງ ແລະ ມີຄວາມອຸດົມສົມບູນຂອງດິນສູງ (pH> 6) ຈະເກີດພະຍາດສີນໍ້າຕານ (Brown spot Disease)
– ຖ້າປູກເປັນໄລຍະຫຼາຍໆປີຕິດຕໍ່ກັນໂດຍບໍ່ມີການຄັດເລືອກແນວພັນ ຈະເຮັດໃຫ້ຄຸນນະພາບການກິນຫຼຸດລົງ(ເຂົ້າແຂງ) ຕ້ອງຄັດເລືອກແນວພັນທຸກໆປີ
– ບໍ່ຄວນປູກໃນພື້ນທີ່ປູກເຂົ້າຕໍ່ເນື່ອງກັນເປັນເວລາ 2-3 ປີ ຜົນຜະລິດຈະຫຼຸດລົງ
– ບໍ່ທົນທານຕໍ່ແມງໄຂ່ປາ (Root aphid)
– ເມັດໃກ້ຄໍຮວງມັກລີບ
– ແຕກກໍໜ້ອຍ

ຂຽນ ແລະ ຮຽບຮຽງໂດຍ: ສີວິໄລ ອິນທະວົງ
ແຫຼ່ງຂໍ້ມູນ: ສູນຄົ້ນຄວ້າກະສິກຳເຂດພູດອຍ, ສະຖາບັນຄົ້ນຄວ້າກະສິກຳ,ປ່າໄມ້ ແລະ ພັດທະນາຊົນນະບົດ