ບາງຂໍ້ແນະນຳການປູກເຂົ້າໄຮ່ເຂດເນີນສູງ

ໃນເຂດທີ່ບໍ່ມີເງືອນໄຂໃນການເຮັດນາ ການປູກເຂົ້າໄຮ່ແມ່ນກິດຈະກຳໜຶ່ງທີ່ສຳຄັນສຳລັບປະຊາຊົນບັນດາເຜົ່າໃນເຂດພູດອຍ. ການເພີ່ມຂື້ນຂອງປະຊາກອນເປັນແຮງກົດດັນທີ່ເຮັດໃຫ້ຮອບວຽນການກັບມາປູກເຂົ້າໄຮ່ໃນເນື້ອທີ່ໄຮ່ເລົ່າສັ້ນລົງ, ເຮັດໃຫ້ລະບົບການເຮັດໄຮ່ໝູນວຽນແບບດັ່ງເດີມບໍ່ມີຄວາມຍີນຍົງ. ດັ່ງນັ້ນ, ຊາວກະສິກອນມີຄວາມຕ້ອງການແນວພັນເຂົ້າໄຮ່ ທີ່ມີຄວາມສາມາດປັບຕົວໄດ້ດີໃນປ່າເລົ່າໄລຍະສັ້ນ, ມີຜົນຜະລິດສະໝໍ່າສະເໝີ ແລະ ມຄວາມຍືນຍົງໃນເຂດພູດອຍ.

1. ການກະກຽມພື້ນທີ່
ການກະກຽມເນື້ອທີ່ເລີ່ມຖາງໃນທ້າຍເດືອນ 2 (ກຸມພາ) ຫາ ຕົ້ນເດືອນ 3 (ມີນາ), ຕາກແດດປະໄວ້ປະມານ 25-30 ວັນ. ຈູບໃນທ້າຍເດືອນ 3 (ມີນາ) ຫຼັງຈາກນັ້ນກໍ່ເລີມລົງມືຮ້າ ແລະ ອານາໄມພື້ນທີ່. ພື້ນທີ່ຮາບພຽງຄວນໄຖດິນປະໄວ້ເສຍກ່ອນ ເພື່ອຫຼຸດຜ່ອນການເສຍຫຍ້າ (ຖ້າມີເງື່ອນໄຂ).

2 ການປູກ
ລະດູການປູກທີ່ເໝາະສົມ ທ້າຍເດືອນເມສາ (4) ຫາ ຕົ້ນເດືອນ ມິຖຸນາ (6) ຊ່ວງໄລຍະຝົນຕົກ. ໄລຍະຫ່າງການປູກ 25*25 ຊັງຕີແມັດ, ກ່ອນປູກແມ່ນໄດ້ປະສົມເມັດພັນກັບຢາເຊວີນ 85% ໃນອັດຕາ 5 ກຼາມຕໍ່ 1 ກິໂລກຼາມ ຂອງເມັດພັນ ເພື່ອປ້ອງກັນການທຳລາຍຂອງມົດ, ອັດຕາເມັດພັນ 60-80 ກິໂລ/ເຮັກຕາ. ໃຊ້ໄມ້ຫຼຸ້ງ ຫຼື ສຽມສັກເປັນຈຸມເລີກ 2-3 ຊັງຕີແມັດ, ຢອດເມັດພັນຂຸມລະ 5-8 ເມັດ, ຫຼັງຈາກນັ້ນ ໃຫ້ເອົາດິນຖົມເພື່ອປ້ອງກັນການທຳລາຍຂອງນົກ ແລະ ໜູ

3 ການບົວລະບັດຮັກສາ
1. ການເສຍຫຍ້າ
ການເສຍຫຍ້າ ໃນລະດູການໜຶ່ງການເສຍຫຍ້າ 3 ຄັ້ງ ເພື່ອບໍ່ໃຫ້ຍາດແຍ່ງທາດອາຫານຈາກຕົ້ນເຂົ້າ. ການເສຍຫຍ້າຄັ້ງທີ່ 1 ຫຼັງຈາກປູກ 15-25 ວັນ, ຄວນສັງເກດເບິ່ງປະຊາກອນຂອງຫຍ້າ ວ່າສົມຄວນກຳຈັດ ຫຼື ບໍ່, ຄັ້ງທີ່ 2 ຫຼັງຈາກເສຍຫຍ້າຄັ້ງທີ່ 1 25-30 ວັນ ແລະ ຄັ້ງທີ່ ຫຼັງຈາກເສຍຫຍ້າຄັ້ງທີ່ສອງ 35-40 ວັນ, ການເສຍຫຍ້າແມ່ນໃຊ້ແຮງງານລາຍເກືອບ 50% (150 ແຮງງານ) ຂອງແຮງງານທັງໝົດໃນການເຮັດໄຮ່ໃນເນື້ອທີ່ 1 ເຮັກຕາ.

2. ການໃສ່ຝຸ່ນ
ການເຮັດໄຮ່ໃນເຂດເນີນສູງ ຄວາມຄ້ອຍຊັນຕັ້ງແຕ່ 15 -60% , ການໃສ່ຝຸ່ນເຂົ້າໄຮ່ແມ່ນເຮັດໄດ້ຍາກກວ່າການໃສ່ຝຸ່ນເຂົ້ານາ ເນື່ອງຈາກວ່າການເຮັດໄຮ່ເປັນພື້ນທີ່ຄ່ອຍຊັນ ໂອກາດຝຸ່ນເຊາະໄຫຼໜີສູງກວ່າພືດ ກວ່າພືດຈະເອົານຳໄປໃຊ້, ຊ່ວງໄລຍະເວລາທີ່ໃສ່ຕ້ອງເປັນຊ່ວງຝົນຕົກລິນ(ຝົນຕົກຄ່ອຍໆ) ແລະ ຂຸດເປັນຮ່ອງນ້ອຍໆຕາມຫວ່າງຂອງຕົ້ນເຂົ້າ, ການໃສ່ຝຸ່ນເຂົ້າໄຮ່ ເມື່ອມາໄລ່ລຽງທາງດ້ານເສດຖະກິດແມ່ນບໍ່ຄຸ້ມຄ່າຕໍ່ການລົງທຶນ, ດັ່ງນັ້ນ ຈຶ່ງບໍ່ແນະນຳໃຫ້ໃສ່ຝຸ່ນໃນພື້ນທີ່ຄ່ອຍຊັນ. ຖ້າເປັນພື້ນທີ່ຮາບພຽງ ຫຼື ພື້ນທີ່ນາທີ່ມີຄວາມອຸດົມສົມບູນຂອງດິນຕໍ່າ ຫາ ປານກາງ, ມີການກຽມດິນ, ແນະນຳໃສ່ຝຸ່ນສູດ 15-15-15 ຮອງພື້ນກ່ອນປູກຈຳນວນ 100 ກິໂລກຼາມ/ເຮັກຕາ ແລະ ຝຸ່ນເລັ່ງຈຳນວນ 50 ກິໂລກຼາມ/ເຮັກຕາ (ຝຸ່ນຢູເຣຍ 46-00-00) ໃສ່ຫຼັງຈາກປູກໄດ້ 45 ວັນ.

4 ແມງໄມ້ ແລະ ພະຍາດ
1. ດ້ວງໂທນ (White grbs)
ເປັນດ້ວງອ່ອນຂອງແມງໄມ້ປີກແຂງຊະນິດໜຶ່ງທີ່ພວກເຮົາເອີ້ນວ່າ: ແມງຂະນູນ. ຊ່ວງໄລຍະເປັນໂຕອ່ອນຈະອາໃສ່ຢູ່ໃນດິນ ແລະ ອາໄສກິນຮາກພືດ, ມັກລະບາດໃນຊ່ວງເຂົ້າແຕກກໍ ຫາ ແຕກກໍສູງສຸດ, ດ້ວງໂທ້ນຈະກັດກິນຮາກຂອງຕົ້ນເຂົ້າ, ເຮັດໃຫ້ຕົ້ນເຂົ້າຫ່ຽວແຫ້ງ ແລະ ຕາຍໃນທີ່ສຸດ, ເມື່ອລົກຕົ້ນເຂົ້າຂື້ນມາເບິ່ງຈະບໍ່ມີຮາກ, ມັກລະບາດໃນຊ່ວງຝົນທີ້ງຊ່ວງ (ແຫ້ງແລ້ງ).
 ວິທີການກຳຈັດ: ເມື່ອສັງເກດເຫັນຕົ້ນເຂົ້າເລີ້ມຫ່ຽວຕ້ອງຂຸດເອົາດ້ວງໂທ້ນມາທຳລາຍຖີ້ມ ແລະ ພື້ນທີ່ໆມີການລະບາດຂອງດ້ວງໂທນ ຄວນຫຼີກລ້ຽງການເສຍຫຍ້າໃນຊ່ວງເກີດແຫ້ງແລ້ງຕິດຕໍ່ກັນຫຼາຍວັນ.

2 ແມງໄຂ່ປ່າ(Root aphid)
ເປັນແມງໄມ້ຈຳພວກເພ້ຍອ່ອນ, ອາໄສຢູ່ໃນດິນເພື່ອດູດກິນນໍ້າລ້ຽງຂອງຮາກພືດຕະກຸນຫຍ້າ, ລັກສະນະຕົວອ່ອນເປັນສີສົ້ມ ຫຼື ສີນໍ້າໝາກກ້ຽງເມື່ອແມງໄຂ່ປ່າຕິດເກາະຢູ່ຕາມຮາກຂອງຕົ້ນເຂົ້າ, ມັກລະບາດໃນຊ່ວງເຂົ້າແຕກກໍຮອດໄລຍະເຂົ້າຈໍ່ຕັ້ງທ້ອງ, ຕົ້ນເຂົ້າທີ່ຖືກທຳລາຍຈະບໍ່ຖອກຮວງ, ມັກລະບາດໃນພື້ນທີ່ປູກເຂົ້າຕິດຕໍ່ກັນຫຼາຍປີ. ຖ້າພື້ນທີ່ລະບາດຄວນປູກພືດໝູນວຽນ (ພືດຕະກຸນຖົ່ວ) ເພື່ອຫຼຸດຜ່ອນການເສຍຫາຍ.

2. ພະຍາດຈຸດສີນໍ້າຕານ (Brown spot)
ພະຍາດນີ້ສາມາດເກີດຂື້ນທຸກພາກສ່ວນຂອງຕົ້ນເຂົ້າແຜ່ນໃບ, ກາບໃບ, ຮວງ ແລະ ເມັດ. ທຳອິດພະຍາດນີ້ຈະເປັນຈຸດສີນໍ້າຕານ ຫຼື ສີນໍ້າຕານປົນມ່ວງນ້ອຍໆ, ບາດແຜຈະເປັນຈຸດວົງມົນແລ້ວຄ່ອຍຂະຫຍາຍໃຫ່ຍຂື້ນຈຸດໃຈກາງຂອງບາດແຜຈະເປັນສີນໍ້າຕານອ່ອນ ຫຼື ສີຂີ້ເທົາ ຊາວກະສິກອນເອີ້ນວ່າ ເຂົ້າໃບລາຍ.
 ວິທີການປ້ອງກັນ ຄວນໃຊ້ເມັດພັນປາສະຈາກເຊື້ອພະຍາດນີ້, ໃຊ້ແນວພັນຕ້ານທານ.

5 ສັດຕູພືດ
 ໜູ
ໜູເປັນສັດຊະນິດໜຶ່ງທີ່ສ້າງຄວາມເສຍຫາຍໃຫ້ແກ່ຜົນຜະລິດທາງດ້ານກະສິກຳ, ຊາວກະສິກອນໄດ້ຢືນຢັນວ່າບັນຫາຫຼັກໃນການປູກພືດກະສິກຳແມ່ນສັດຕູພືດ (70%), ໃນນີ້, ໜູເປັນບັນຫາສຳຄັນກວ່າໝູ່ (98%), ຜົນຜະລິດເສຍຫາຍໂດຍສະເລ່ຍ 19% (Khamphoukeo et al, 2005) ໂດຍສະເພາະແມ່ນເຂົ້າໄຮ່ ໜູຈະເຂົ້າທຳລາຍເສຍຫາຍຫຼາຍກວ່າໝູ່ ໄລຍະເຂົ້າຖອກຮວງ ຫາເກັບກ່ຽວ.
 ວິທີປ້ອງກັນ ແລະ ກຳຈັດ: ຄວນຈັບໜູດ້ວຍຫຼາຍວິທີເຊັ່ນ: ໃສ່ເກັບເຫຼັກ ແລະ ກັບພື້ນເມືອງ, ໄລ່ລ້ອມ
ກອງເຟືອງຊ່ວງລະດູແລ້ງ, ຂຸດຂູມໃຫ້ໜູຕົກ, ຂຸດຮູໜູ, ອອກແຮງງານລວມໝູ່ເພື່ອຈັບໜູ, ລ້ຽງແມວ ແລະ ອື່ນໆ.
 ນົກປິດ
ນົກປິດຈະທຳລາຍຜົນຜະລິດເຂົ້າໄຮ່ ໃນຊ່ວງຖອກຮວງຫາເກັບກ່ຽວ, ໂດຍສະເພາະແນວພັນເຂົ້າດໍ ຈະຖຶກທຳລາຍຫຼາຍກວ່າໝູ່, ບາງພື້ນທີ່ບໍ່ສາມາດເກັບກ່ຽວຜົນຜະລິດໄດ້.
 ການປ້ອງກັນ ແລະ ກຳຈັດ: ຄວນປູກເຂົ້າແນວພັນທີ່ຖອກຮວງພ້ອມກັນເປັນພື້ນທີ່ກວ້າງ, ໃຊ້ຮຸ່ນໄລ່, ກ່ອນເຂົ້າຖອກຮວງ 1-2 ເດືອນ ຄວນໃສ່ຕຸ້ມ, ໃຊ້ຕານ່າງດັກຈັບ ແລະ ອື່ນໆ.

6 ການເກັບກ່ຽວ
ສັງເກດເບິ່ງຮວງເຂົ້າສຸກແກ່ປະມານ 80-85% ກໍ່ສາມາດເກັບກ່ຽວໄດ້ ຫຼື ຫຼັງຖອກຮວງ 50% ປະມານ 25-30 ວັນ, ບໍ່ຄວນເກັບກ່ຽວເຂົ້າສຸກເກີນໄປ (ເຂົ້າງອບ) ຈະເຮັດໃຫ້ຜົນຜະລິດເສຍຫາຍ ແລະ ເກັບກ່ຽວຍາກ. ເກັບກ່ຽວເຂົ້າໄຮ່ມີຫຼາຍວິທີຂື້ນກັບແຕ່ລະຊົນເຜົ່າເຊັ່ນ: ເຜົ່າກຶມມຸ ເກັບກ່ຽວດ້ວຍມື(ຮູດເຂົ້າ), ຊົນເຜົ່າລາວເກັບກ່ຽວດ້ວຍກ່ຽວ ແລະ ຊົນເຜົ່າມົ້ງນິຍົມກ່ຽວເອົາແຕ່ຮວງ.

ຂຽນ ແລະ ຮຽບຮຽງໂດຍ: ສີວິໄລ ອິນທະວົງ
ແຫຼ່ງຂໍ້ມູນ: ສູນຄົ້ນຄວ້າກະສິກຳເຂດພູດອຍ, ສະຖາບັນຄົ້ນຄວ້າກະສິກຳ,ປ່າໄມ້ ແລະ ພັດທະນາຊົນນະບົດ