ຄູ່ມື ຄຳແນະນຳການລ້ຽງກຸ້ງກ້າມກາມ giant freshwater prawn (Macrobrobranchium rosenbergii de Nan)

     ກຸ້ງກ້າມກາມ( giant freshwater prawn) ແລະ ຊື່ວິທະຍາສາດ Macrobrobranchium rosenbergii de Nan) ແມ່ນກຸ້ງນ້ຳຈືດທີ່ມີຂະໜາດໃຫຍ່ ມີລົດຊາດທີ່ດີ ແລະ ລາຄາແພງ ຈັດເປັນສັດນ້ຳທີ່ມີຄວານສຳຄັນທາງດານເສດຖະກິດຊະນິດໜື່ງ ສາມາດນຳມາປຸງແຕ່ງ ເປັນອາຫານໄດ້ຫລາກຫຼາຍເຊັ່ນ: ປີ້ງ,ຕົ້ມຍຳ,ຕຳ,ທອດ,ອົບ ແລະ ອື່ນໆ, ຊື່ງໃນປະຈຸບັນກຸ້ງກ້າມກາມແມ່ນເປັນທີ່ຕ້ອງການຂອງຕະຫຼາດໂດຍສະເພາະໃນ ສປປ ລາວ ແມ່ນຍັງບໍ່ທັນມີການລ້ຽງເປັນຈຳນວນຫຼາຍຈື່ງເຮັດໃຫ້ມີການນຳເຂົ້າຈາກປະເທດໃກ້ຄຽງ.

  ດັ່ງນັ້ນ, ຈຶ່ງໄດ້ມີການສ້າງຄູ່ມືແນະນຳວິທີການລ້ຽງກຸ້ງສະບັບນີ້ ເພື່ອເປັນບົດຮຽນ, ປະສົບການ,ການຮຽນຮູ້,ທັກສະ ແລະ ສ້າງຄວາມເຂົ້າໃຈວິທີການລ້ຽງກຸ້ງກ້າມກາມໃຫ້ແກ້ຜູ້ທີ່ມີ ຄວາມສົນໃຈເພື່ອເປັນແນວທາງ,ໃນການປະກອບອາຊີບ ແລະ ສ້າງລາຍຮັບ.

  ກຸ້ງກ້າມກາມເປັນກຸ້ງນ້ຳຈືດຊະນິດໜື່ງ ທີ່ອາໃສຢູ່ຕາມແມ່ນ້ຳ, ລຳຄອງທົ່ວໆໄປ ແຕ່ຖ້າຮອດລະດູປະສົມພັນ ພໍ່ແມ່ພັນກຸ້ງຈະໄດ້ປະສົມພັນຢູ່ແຫຼ່ງນ້ຳປະສົມລະຫວ່າງນ້ຳຈືດ+ນ້ຳເຄ້ມ ເພື່ອ ວາງໄຂ ແລະ ລ້ຽງໂຕອ່ອນ.

1. ການເລືອກສະຖານທີ: ຄວນເປັນສະຖານທີ່ຢູ່ໃກ້ເສັ້ນທາງ, ມີໄຟຟ້າ,ແຫຼ່ງນ້ຳທີ່ມີຄຸນນະພາບດີ,ສະອາດ
ແລະ ມີນ້ຳໄຫຼຕະຫຼອດປີບໍ່ຄວນຢູ່ໃກ້ໂຮງງານ ອຸດສາຫະກຳ ແລະ ໃກ້ຊຸມຊົນຫຼາຍ ເກີນໄປ ຖ້າຈະຂຸດໜອງຄວນເລືອກບ່ອນທີ່ເປັນດິນໜຽວເພື່ອເກັບຮັກສານ້ຳໄດ້ດີ ເນື້ອດິນ ບໍ່ຄວນເປັນດິນສົ້ມຈະເຮັດໃຫ້ນ້ຳເປັນກົດບໍ່ເໝາະສຳຫລັບການຈະເລີນເຕີບໂຕຂອງກຸ້ງ.(PH ທີ່ເໝາະສົມຂອງດິນປະມານ 6-7)

ຮູບແບບໜອງ: ສ່ວນຫຼາຍແມ່ນເປັນຮູບສີ່ຫຼ່ຽມ ເພາະສະດວກໃນການຈັດການ ຂະໜາດໜອງປະມານ 25×25ແມັດ,ເລີິກ 1 ແມັດ ຖ້າໜອງເລີກເກີນໄປຈະເຮັດໃຫ້ກຸ້ງຂາດອອກຊີເຈນໄດ້ ແຕ່ຖ້າໜອງຕື້ນເກີນໄປຈະເຮັດໃຫ້ແດດສ່ອງເຖິງພື້ນໜອງ ແລະ ເຮັດໃຫ້ນ້ຳຮ້ອນຈົນເກີນໄປ.
2. ການກຽມໜອງ: ສູບນ້ຳອອກຈາກໜອງກ່ອນເພື່ອຂ້າເຊື້ອ ແລະ ທຳລາຍສັດຕູຂອງກຸ້ງເຊັ່ນ: ປາຄໍ,ກົບ,
ຂຽດ,ປູ ໂດຍໃຊ້ປູນຂາວ ຫລື ກາກຊາຫວ່ານເພື່ອບໍ່ໃຫ້ມີສັດຕູກຸ້ງ ໂດຍສະເພາະປູໂຕນ້ອຍໆ ຊື່ງເປັນໂຕສຳຄັນໃນການຍາດອາຫານ ຂອງກຸ້ງ. ການຫວ່ານປູນຂາວແມ່ນໃຊ້ອັດຕາ 60-100 ກິໂລ/ໄລ່ ຫລັງຈາກນັ້ນຕາກໜອງໄວ້ປະມານ 1-2 ອາທິດເພື່ອໜັ້ນໃຈວ່າສັດຕູຂອງກຸ້ງບໍ່ມີແລ້ວຫຼັງຈາກນັ້ນຈື່ງປ່ອຍນ້ຳເຂົ້າປົກກະຕິ

3. ການກຽມນ້ຳ: ຫຼັງຈາກສູບນ້ຳເຂົ້າໜອງແລ້ວຄວນປະໄວ້ປະມານ 2-3 ມື້ ເພື່ອເປັນການປັບສະພາບນ້ຳ-ທໍ່
ລະບາຍນ້ຳຄວນອັດດ້ວຍດ່າງສີຟ້າ ເພື່ອປ້ອງກັນສັດຕູກຸ້ງປົນມານຳນ້ຳ ຫຼັງຈາກນັ້ນກໍ່ໃຊ້ປຸ໋ຍເຄມີ ສູດ 15-15-15 ໃນອັດຕາ 3 ກິໂລ/ໄລ່ ແລະ ປາປົ່ນປະສົມຮຳລະອຽດສັດສ່ວນ 1:1 ອັດຕາ 3 ກິໂລ/ໄລ່ ໂດຍ ລະລາຍນ້ຳແລ້ວຈຶ່ງຫວ່ານໃຫ້ໜອງເພື່ອໃຫ້ເກີດ ມີອາຫານທຳມະຊາດເຊັ່ນ: ໄຮນ້ຳພືດ ແລະ ໄຮນ້ຳສັດ ໂດຍສັງເກດຈາກການປ່ຽນສີຂອງນ້ຳ(ສີອອກເຫລືອງຫຼື ນ້ຳຕານ)

4. ການເລື່ອກແນວພັນ: ຄວນເລືອກກູ້ງທີ່ມີລັກສະນະແຂງແຮງສົມບູນລຳໂຕໃສ,ຂະໜາດໃກ້ຄຽງກັນ,ເປັນ
ລູກກຸ້ງທີ່ມີອາຍຸຢ່າງໜ້ອຍ 20 ມື້ ຄວນມີການປັບສະພາບໃຫ້ກຸ້ງຢູ່ໃນນ້ຳຈືດຢ່າງນ້ອຍ 3 ມື້ກ່ອນຈະນຳເອົາມາລ້ຽງໃນໜອງ.

ຄຸນນະພາບນ້ຳທີ່ເໝາະສົມ PH ແມ່ນ 7-8 ,ອອກຊີເຈນລະລາຍໃນນ້ຳ ( DO ) ແມ່ນບໍ່ຄວນລຸດ 4 ອຸນຫະພູມທີ່ເໝາະສົມແມ່ນ : 25-32 ອົງສາ.
ການເຄື່ອນຍ້າຍ: ເວລາທີ່ດີ ແລະ ເໝາະສົມໃນການເຄື່ອນຍ້າຍກຸ້ງແມ່ນຕອນເຊົ້າມື ຫຼື ຕອນກາງຄືນ,ຄວາມໜາແໜ້ນແມ່ນປະມານ 1.000-2.000 ໂຕງ/ກົງ ຂຶ້ນຢູ່ກັບຂະໜາດຂອງກຸ້ງ ແລະ ທາງຂອງການເຄື່ອນຍ້າຍ.
ອັດຕາການປ່ອຍ: ອັດຕາການປ່ອຍຈະມີ 3 ແບບຄື:
1. ລະດັບຄວາມໜາແໜ້ນໜ້ອຍປະມານ 20.000-24.000 ໂຕ/ໄລ່.
2. ລະດັບຄວາມໜາແໜ້ນປານກາງປະມານ: 75.000-80.000 ໂຕ/ໄລ່
3. ລະດັບຄວາມໜາແໜ້ນຫຼາຍປະມານ: 150.000-200.000 ໂຕ/ໄລ່
ທຸກລະດັບຈະຕ້ອງມີເຄື່ອງຕີນ້ຳປະມານ 3-4 ເຄື່ອງເພື່ອເພີ່ມອອກຊີເຈນ ແລະ ຊ່ວຍໃຫ້ກຸ້ງມີອັດຕາການຫລອດຕາຍສູງ.

4. ອາຫານ ແລະ ການໃຫ້ອາຫານ: ຄວນເປັນອາຫານຊະນິດເມັດຈົມນ້ຳ,ມີໂປຕີນບໍ່ຕໍ່າກວ່າ 30% ອາຫານ
ຄວນຢູ່ໃນນ້ຳໄດ້ຢ່າງໜ້ອຍ 4 ຊົ່ວໂມງ,ເນື່ອງຈາກກູ້ງຈະກິນອາຫານໂດຍການໃຊ້ຄີບໜີບເອົາອາຫານຖ້າອາຫານລະລາຍນ້ຳໄວຈະເຮັດໃຫ້ກຸ້ງໄດ້ຮັບອາຫານບໍ່ເຕ້ມທີ.ການໃຫ້ອາຫານ ຄວນໃຫ້ 3 ຄັ້ງ/ມື້ໃນຊ່ວງ 3 ເດືອນທຳອິດຫລັງຈາກນັ້ນຄວນໃຫ້ 2 ຄັ້ງ/ມື້ໃນປະລິມານທີ່ເໝາະສົມ ບໍ່ຄວນໃຫ້ຫຼາຍ ຈົນເກີນໄປເພາະຈະເຮັດໃຫ້ນ້ຳເໜົ່າເສຍໄດ້ງ່າຍ ອັດຕາການໃຫ້ ອາຫານແມ່ນປະມານ 3-5%ຕໍ່ນ້ຳໜັກໂຕ
ໝາຍເຫດ: ການກວດສອບການກິນອາຫານຂອງກຸ້ງແມ່ນໃຊ້ກະດຸ້ງແລ້ວວາງອາຫານໃສ່ເພື່ອສະດວກໃນການກວດເບິ່ງການກິນອາຫານຂອງກຸ້ງ
5. ການປ່ຽນຖ່າຍນ້ຳ:
ການປ່ຽນຖ່າຍນ້ຳແມ່ນຂື້ນກັບອາຍຸ ແລະ ຂະໜາດຂອງກຸ້ງ,ຖ້າມີການປ່ຽນຖ່າຍນ້ຳ ຈະຊ່ວຍໃຫ້ ກຸ້ງມີການຈະເລີນເຕີບໂຕໄດ້ດີ ກຸ້ງເປັນສັດນ້ຳທີ່ ຈະເລີນ ເຕີບໂຕດ້ວຍການລອກຄາບ ສຳຫຼັບກຸ້ງ 1-2 ເດືອນທຳອິດ ບໍ່ຈຳເປັນ ປ່ຽນຖ່າຍນ້ຳແຕ່ຄວນເຕີມນ້ຳທຸກອາທິດ ເມື່ອອາຍຸກຸ້ງຮອດ 2 ເດືອນຂື້ນໄປຄວນປ່ຽນຖ່າຍນ້ຳ ເດືອນລະ 2-4 ຄັ້ງ,ຄັ້ງລະປະມານ 1/3 ຂື້ນຢູ່ກັບສະພາບນ້ຳໃນໜອງ ແລະ ລະດູການ ຊ່ວງປ່ຽນນ້ຳໃໝ່ກຸ້ງຈະລອກຄາບ ແລະ ບໍ່ກິນອາຫານຫລາຍ ສະນັ້ນຄວນຫລຸດປະລິມານອາຫານລົງໃນຊ່ວງປ່ຽນຖ່າຍນ້ຳໃໝ່.

6. ໄລຍະເວລາ :
ເມື່ອລ້ຽງກຸ້ງໄດ້ປະມານ 6 ເດືອນ ກໍ່ເລີ່ມຄັດຂະໜາດ ແລະ ຈັບກຸ້ງຂາຍໄດ້ ໂດຍຫລຸດປະລິມານນ້ຳໃນໜອງລົງເຫລືອປະມານ 50 ຊັງຕີແມັດ ແລ້ວໃຊ້ອວນຂະໜາດ 4 ຊັງຕີແມັດເພື່ອໃຫ້ກຸ້ງຂະໜາດ ນ້ອຍຫລຸດອອກຈາກອວນເພື່ອບໍ່ໃຫ້ກຸ້ງໂຕນ້ອຍໄດ້ຮັບຜົນກະທົບ ການຈັບ ກຸ້ງແມ່ນຄວນຈັບຕອນເຊົ້າ ປະມານ 6-7 ໂມງ ເພາະອາກາດບໍ່ຮ້ອນຫຼາຍເກີນໄປຈະເຮັດໃຫ້ກຸ້ງມີຄວາມສ່ຽງໃນການຕາຍໜ້ອຍລົງ ແລະ ມີຄວາມແຂງ ແຮງອີກດ້ວຍ.

ຂຽນ ແລະ ຮຽບຮຽງໂດຍ: ສີວິໄລ ອິນທະວົງ
ແຫຼ່ງຂໍ້ມູນ: ພະແນກປະມົງ, ກົມລ້ຽງສັດ ແລະ ການປະມົງ