ພະຍາດກາຝາກພາຍນອກທີ່ພົບໃນປາ

1. ພະຍາດເລືອດອອກຕາມຫວ່າງເກັດ
ສາເຫດ: ກາຝາກທີ່ກໍ່ໃຫ້ເກີດພະຍາດ ຄື: ມີຮູບຮ່າງ ຄ້າຍຄືກະດິ່ງຄວ້ໍາຢູ່ຮ່ວມກັນເປັນກຸ່ມ ຫຼື ກາຝາກ ກລໍເຊັດເທລລາ (Glossatella sp.) ກໍ່ເປັນກາຝາກທີ່ກໍ່ພະຍາດນີ້ .
ອາການ: ປາຈະມີບາດແຜ, ມີເລືອດອອກສີແດງຕາມລໍາໂຕ ແລະ ຄີ ໂດຍສະເພາະບໍລິເວນຫວ່າງເກັດ ຖ້າຕິດເຊື້ອ ຮຸນແຮງຈະມີອາການເກັດຫລຸດ ແລະ ເຫັນເປັນປຸຍສີຂາວ ເຫລຶອງຄ້າຍຄືເຊື້ອຣາ.
ຊະນິດປາທີ່ເກີດພະຍາດ: ສາມາດພົບໄດ້ໃນປາທີ່ມີ ເກັດເປັນຕົ້ນ.
ລະດູການແຜ່ລະບາດຂອງພະຍາດ: ພົບເຫັນໄດ້ຕະຫລອດປີ ແຕ່ຈະພົບຫລາຍ ແລະ ແຜ່ລະບາດຢ່າງຮູນແຮງໃນແຫຼ່ງ
ນໍ້າທີ່ມີປະລິມານສານອິນຊີຫຼາຍ.
ການປ້ອງກັນ ແລະ ປິ່ນປົວ
1. ການເຄື່ອນຍ້າຍ, ການຂົນສົ່ງຕ້ອງລະມັດລະວັງ ຄວນໃຫ້ອາຫານປາຢ່າງເຫມາະສົມ,ບໍ່ປ່ອຍປາຫນາແຫນ້ນເກີນໄປ.
2. ໃຊ້ຟໍມາລິນ 150-200 ຊີຊີ ຕໍ່ນໍ້າ 1000 ລິດ ແຊ່ 1 ຊົ່ວໂມງ, ຖ້າອາການຍັງບໍ່ດີຂຶ້ນ ຄວນຢຸດກ່ອນ 1 ມື້ ແລ້ວ ເຮັດອີກ 1-2 ຄັ້ງ.
ຂໍ້ຄວນລະວັງ: ການໃຊ້ຟໍມາລິນ ຄວນມີອົກຊີແຊນລະລາຍ ໃນນໍ້າຢ່າງພຽງພໍສໍາລັບປາ.

2. ພະຍາດເຫັບຣະຄັງ Trichodina
ສາເຫດ: ກາຝາກທີ່ກໍ່ໃຫ້ເກີດພະຍາດ ລັກສະນະລໍາຕົວ ຄ້າຍລະຄັງຄວໍ້າ ເບິ່ງທາງກົງຈະເຫັນເປັນຮູບວົງມົນ ມີອະໄວ ຍະວະຄ້າຍຂໍເກາະໃຊ້ສໍາລັບຍຶດເກາະໂຕປາ ເພື່ອກິນຈຸລັງຜິວ ຫນັງ ແລະ ເມືອກປາເປັນອາຫານ.
ອາການ: ປາຈະມີອາການຄັນຄາຍ ມີເມືອກ ແລະ ເກີດບາດແຜຂະຫນາດນ້ອຍບໍລິເວນລໍາໂຕ, ຄີ ແລະ ຟັນຟືມ, ອາດ ພົບເກັດຫລຸດ ຖ້າເກາະຢູ່ຟັນຟືມຫຼາຍ ຟັນຟືມຈະມີສີຈືດຊີດ ແລະ ປາຈະຕາຍເພາະຂາດອົກຊີ.
ຊະນິດປາທີ່ເກີດພະຍາດ: ສາມາດພົບໄດ້ໃນປານິນ, ປາສະຫວາຍ, ປາປາກ ເປັນຕົ້ນ.
ລະດູການແຜ່ລະບາດ: ພົບໄດ້ຕະລອດປີ ແຕ່ຈະພົບຫຼາຍ ແລະ ແຜ່ລະບາດຢ່າງຮຸນແຮງໃນແຫຼ່ງນໍ້າທີ່ມີ ປະລິມານສານ ອິນຊີຫຼາຍ.
ການປ້ອງກັນ ແລະ ປິ່ນປົວ
1. ຄວນຂັງປາໄວ້ປະມານ 2-3 ມື້ ແລະ ກວດຫາກາຝາກ ຊະນິດນີ້ໃນລູກປາກ່ອນນໍາມາລ້ຽງ.
2. ຄວບຄຸມປະລິມານ ການໃຫ້ອາຫານໃຫ້ເຫມາະສົມ ແລະ ບໍ່ ປ່ອຍປາຫນາແຫນ້ນເກີນໄປ.
3. ຫາກປາເປັນພະຍາດໃຊ້ຟໍມາລິນ 150-200 ຊີຊີ ຕໍ່ນໍາ້ 1000 ລິດ ແຊ່ 1 ຊົ່ວໂມງ.
ຂໍ້ຄວນລະວັງ: ການໃຊ້ຟໍມາລິນ ຄວນມີອົກຊີແຊນລະລາຍ ໃນນໍ້າຢ່າງພຽງພໍສໍາລັບປາ

3. ພະຍາດປີງໃສ
ສາເຫດ: ເກີດຈາກກາຝາກທີ່ເອີ້ນວ່າ: ປີງໃສ ຊະນິດທີ່ພົບຄື: Gyrodactylus sp. ແລະ Dactylogrus sp. ມີຮູບຮ່າງຄ້າຍຄືປີ້ງ ແຕ່ລໍາຕົວຂ້ອນຂ້າງໃສ ມີຂໍສໍາລັບຍຶດເກາະລໍາຕົວປາ.
ອາການ: ປາຈະລອຍນໍ້າວົນໄປ-ມາ ຕາມຫນ້ານໍ້າ, ມີຈຸດແດງ ຕາມກົກຄີ, ລໍາຕົວຊີດ ແລະ ມີບາດແຜ, ຂັບເມືອກອອກມາຫລາຍ ພົ້ງແກ້ມປິດເປີດໄວກວ່າປົກກະຕິ ເມື່ອເປີດເບິ່ງຟັນຟືມ ຈະມີຮູບແດງຊໍ້າ, ຟັນຟືມຖືກທໍາລາຍ ແລະ ປາຈະຕາຍຍ້ອນຂາດອອກຊີເຈນ.
ຊະນິດປາທີ່ ເກີດພະຍາດ: ສາມາດພົບກາຝາກນີ້ໃນ ຈໍາພວກປາມີເກັດເປັນຕົ້ນ.
ລະດູການແຜ່ລະບາດຂອງພະຍາດ: ພົບໄດ້ຕະລອດປີ ແຕ່ຈະລະບາດຢ່າງຮຸນແຮງໃນແຫຼ່ງນໍ້າທີ່ມີປະລິມານສານອິນຊີຫລາຍ ແລະ ກາຝາກຊະນິດນີ້ມັກເກີດກັບປາທີ່ລ້ຽງດ້ວຍນໍ້າທໍາມະຊາດ.
 ການປ້ອງກັນ ແລະ ປິ່ນປົວ:
1. ຄວນສຸ່ມປາກວດເບິ່ງກ່ອນປ່ອຍປາລົງລ້ຽງ ຫາກພົບເຫັນ ປິງໃສພຽງເລັກນ້ອຍຄວນກໍາຈັດດ້ວຍຟໍມາລິນ 250 ຕໍ່
ນໍ້າ 1000 ລິດ ແຊ່ 30 ນາທີ ເມື່ອເລີ່ມມີອາການຕ້ອງຮີບ ປິ່ນປົວ ຫາກປະໄວ້ດົນ ກາຝາກຈະຂະຫຍາຍພັນ ແລະສົ່ງຜົນເຮັດໃຫ້ອັດຕາການຕາຍສູງ.
2. ໃຊ້ຟໍມາລິນ 250 ຊີຊີ ຕໍ່ນໍ້າ 1000 ລິດ ແຊ່ໄວ້ 30 ນາທີ ມື້ລະຄັ້ງຕິດຕໍ່ກັນ 3 ມື້.

4. ພະຍາດຈຸດຂາວ
ສາເຫດ: ກາຝາກທີ່ເຮັດໃຫ້ເກີດພະຍາດນີ້ເອີ້ນວ່າ: ອີ້ກລໍາຕົວເປັນຮູບກົມເລັກນ້ອຍຈະອາໄສຂອງແຫລວຈາກເນື້ອເຍື່ອປາບໍລິເວນທີ່ຈະຝັງຕົວເປັນອາຫານ.
ອາການ: ພົບຈຸດສີຂາວນ້ອຍໆຕາມລໍາຕົວ ແລະ ຄີ, ປາມີ ອາການກະວົນກະວາຍລອຍນໍ້າຂຶ້ນລົງຢ່າງໄວວາ ປ່ອຍເມືອກອອກມາຫຼາຍ ຈຸດຂາວຈະແຜ່ກະຈາຍຢ່າງໄວ ຫາກ ພົບໃນບໍລິເວນຟັນຟືມຈະເຮັດໃຫ້ການແລກປ່ຽນແກ້ສອົກຊີ ບໍ່ສະ
ດວກ ແລະ ປາຈະຕາຍພາຍໃນເວລາ 2-3 ວັນ.
ຊະນິດປາທີ່ເກີດພະຍາດ: ພົບໄດ້ໃນປາທີ່ມີເກັດ ແລະ ບໍ່ມີເກັດ ເຊັ່ນ: ປານິນ, ປາໄນ, ປາປາກ, ປາດຸກ ແລະ ປາສະຫວາຍ ເປັນຕົ້ນ.
ລະດູການແຜ່ລະບາດຂອງພະຍາດ: ພົບໃນຊ່ວງລະດູຫນາວ (ເດືອນພຶດສະພາ ຫາ ກຸມພາ) ອີ້ກຈະແບ່ງໂຕ ແລະ ຈະເລີນເຕີບໂຕຢ່າງໄວໃນບໍລິເວນທີ່ມີອົກຊີສູງ ແລະ ອຸນຫະພູມຂອງນໍ້າຢູ່ລະຫວ່າງ 21-25 ອົງສາເຊ.
 ການປ້ອງກັນ ແລະ ປິ່ນປົວ
1. ຄວນປ້ອງກັນການຕິດເຊື້ອ ປາທີ່ຈະນໍາມາລ້ຽງຄວນນໍາ ມາຂັງໄວ້ກ່ອນປະມານ 7-10 ວັນ ເພື່ອກວດເບີ່ງວ່າມີກາ ຝາກຕິດມານໍາ ຫລື ບໍ່ ຫາກບໍ່ພົບຈຶ່ງນໍາໄປລ້ຽງ.
2. ການໃຊ້ສານເຄມີມັກຈະບໍ່ໄດ້ຜົນ ເນື່ອງຈາກອີ້ກຈະຝັງ ຕົວຢູ່ກ້ອງຜິວຫນັງ, ຕ້ອງກໍາຈັດໃນໄລຍະທີ່ປາລອຍນໍ້າອິດ ສະລະຈຶ່ງໄດ້ຜົນດີ ໂດຍໃຊ້ຟໍມາລິນ 150-200 ຊີຊີ ຕໍ່ນໍ້າ 1000 ລິດ ແຊ່ໄວ້ 1 ຊົ່ວໂມງ (ສໍາລັບປາຂະຫນາດໃຫຍແລະ ເຮັດອີກຄັ້ງຫາກອາການຍັງບໍ່ດີຂຶ້ນ.

5. ຫນອນສະຫມໍ
ສາເຫດ: ເກີດຈາກ Copepod ສະກຸນ Lernea ຫລື ຫນອນສະຫມໍ ຮູບຮ່າງຊົງກະບອກ ມີສະຫມໍ 2 ຄູ່ ສໍາລັບ ຍຶດເກາະ ຢູ່ທາງທ້າຍລໍາໂຕ ເປັນກາຝາກສະເພາະໂຕແມ່ ໂດຍຈະດູດກີນເລືອດ ແລະ ຂອງແຫລວຈາກເນື້ອເຍື່ອປາ ເຮັດໃຫ້ເກີດຮອຍແດງຊໍ້າໃນຈຸດທີ່ມີຫນອນສະຫມໍເກາະຢູ່.
ອາການ: ເກີດບາດແຜຂະຫນາດໃຫຍ່, ມີບາດແຜເລືອດ ອອກຕາມໂຕ, ປາຈະຄັນຄາຍ ແລະ ຈະຈ່ອຍລົງຈົນຜິດ ປົກ ກະຕິ, ລອຍນໍ້າຜິດປົກກະຕິ ມັກໂດດຂຶ້ນ-ລົງ ບໍລິເວນ ຫນ້ານໍ້າ ແລະ ເອົາລໍາໂຕຖູກັບຂ້າງອ່າງ ຫຼື ຫນອງ, ຖ້າຫາກ ກາຝາກຊະນິດນິດເກາະໃນປານ້ອຍ ອາດເຮັດໃຫ້ປາຕາຍໄດ້.
ຊະນິດປາທີ່ເກີດພະຍາດ: ປາປາກ, ປາໄນ.
ລະດູການ: ສາມາດເກີດໄດ້ ທຸກລະດູການ.
. ການປ້ອງກັນ ແລະ ປິ່ນປົວ:
1. ຄວນຍ້າຍປາທີ່ມີຫນອນສະຫມໍ ປະມານ 3-4 ອາທິດ ແຍກໄປໄວ້ໃນອ່າງອື່ນ.
2. ແຊ່ປາໃນສານລະລາຍ ຕຣີກລໍ່ຟອນ 0,5 ກຣາມ ຕໍ່ນໍ້າ 1000 ລິດ ແຊ່ 24 ຊົ່ວໂມງ ແລ້ວປ່ຽນຖ່າຍນໍ້າເວັ້ນ ໄລຍະເວລາ 5-7 ວັນ. ຈື່ງແຊ່ນໍ້າຕື່ມອີກ 2-3 ຄັ້ງ.
3. ການກໍາຈັດຫນອນສະຫມໍ ໃນຫນອງທີ່ບໍ່ມີປາ ສາມາດເຮັດ ໃຫ້ຫມົດໄປ ໂດຍການລະລາຍ ສານຕຣີກລໍ່ຟອນ 2 ກຣາມ ຕໍ່ນໍ້າ 1000 ລິດ ແລ້ວສາດໃສ່ຫນອງໃຫ້ທົ່ວ ປະ ໄວ້ 1-2 ອາທິດ ແລ້ວ ຈຶ່ງນໍາປາກັບມາລ້ຽງ.

ຂຽນ ແລະ ຮຽບຮຽງໂດຍ: ສີວິໄລອິນທະວົງ
ແຫລ່ງຂໍ້ມູນ: ພະແນກຄຸ້ມຄອງການປະມົງ,ກົມລ້ຽງສັດ ແລະ ການປະມົງ
ໂທ/ແຟັກ: (856-21)217869,215243