ວິທີການຜະລິດ ແລະ ນຳໃຊ້ຝຸ່ນຂີ້ກະເດືອນ
ຝຸ່ນຂີ້ກະເດືອນ (Vermicompost) ເປັນຝຸ່ນທີ່ໄດ້ຈາກການນຳໃຊ້ຂີ້ກະເດືອນຍ່ອຍສະລາຍວັດສະດຸທຳມະຊາດ. ເມື່ອຖ່າຍເທອອກມາຈະມີລັກສະນະເປັນເມັດນ້ອຍໆມີສີຂື້ນກັບວັດສະດຸຸຸຸຸຸທີ່ນຳມາໃຫ້ຂີ້ກະເດືອນຍ່ອຍ. ບັນດາທາດອາຫານຖກປົດປ່ອຍອອກມາຢູ່ໃນຮູບສານລະລາຍ ເມືອນຳໄປໃສ່ໃນດິນພືດສາມາດດູດໄປນຳໃຊ້ໄດ້ເພາະຝຸ່ນຈະມີຄວາມເຢັນບໍ່ເປັນອັນຕະລາຍຕໍ່ພືດ.
1. ວັດສະດຸສຳລັບໃຊ້ລ້ຽງ ແລະ ຜະລິດຝຸ່ນຂີ້ກະເດືອນ (100 kg)
– ເສດພືດແຫ້ງ (ເຟືອງແຫ້ງ, ຫຍ້າແຫ້ງ, ໃບໄມ້ແຫ້ງ, ຝອຍໝາກພ້າວແຫ້ງ….) 50 ກິໂລ
– ຂີ້ງົວແຫ້ງ 50 ກິໂລ
– ເສດພືດ ແລະ ໝາກໄມ້ 2 ກິໂລ
– ອ່າງບັນຈຸ (ບໍລິມາດ) 100 ກິໂລ
ໃຫ້ປ່ຽນ ເສດພືດເປັນໃບ, ປ່ຽນຂຸຍໝາກພ້າວເປັນເປືອກໝາກພ້າວ.
ສ່ວນປະກອບຂອງວັດສະດຸທີ່ນຳມາຜະລິດຝຸ່ນຂີ້ກະເດືອນ
2. ຂັ້ນຕອນການຜະລິດ
ຂັ້ນຕອນທີ່ 1: ນຳວັດສະດຸທີ່ໃຊ້ຜະລິດຝຸ່ນຂີ້ກະເດືອນມາຕັດ ຫຼື ບົດໃຫ້ມີຂະໜາດນ້ອຍໆ
(ການກຽມວັດສະດຸຜະລິດຝຸ່ນຂີ້ກະເດືອນ)
ຂັ້ນຕອນທີ່ 2: ນຳເອົາວັດສະດຸທີ່ກຽມໄວ້ (ເສດພືດແຫ້ງ ແລະ ຂີ້ງົວແຫ້ງ) ໃນອັດຕາສ່ວນ 50 : 50 ມາປະສົມເຂົ້າກັນແລ້ວຫດນໍ້າໃຫ້ມີຄວາມຊຸ່ມປະມານ 70% ແລ້ວບົ່ມໄວ້ 1 ອາທິດ
ການປະສົມວັດຖຸດີບ
ຂັ້ນຕອນທີ່ 3 : ນຳເອົາຂີ້ກະເດືອນມາປ່ອຍໃສ່ໃນອັດຕາ 200 ກຼາມ/ອ່າງ ໂດຍຂຸດເປັນຂຸມກາງອ່າງປ່ອຍຂີ້ກະເດືອນລົງໃສ່ແລ້ວຖົມໄວ້ຄືນຄືເກົ່າ
(ການນຳຂີ້ກະເດືອນລົງປ່ອຍໃສ່ອ່າງ)
ຂັ້ນຕອນທີ່ 4 : ໃຫ້ອາຫານຂີ້ກະເດືອນໂດຍນຳໃຊ້ເສດພືດຜັກ ແລະ ໝາກໄມ້ ທີ່ຕັດເປັນຕ່ອນນ້ອຍໆໃນອັດຕາ 2 ກິໂລ/ອ່າງ ໂດຍການຂຸດເປັນຂຸມນຳເອົາອາຫານລົງໃສ່ແລ້ວຖົມໄວ້ ແລະໃຫ້ອາຫານ ໃນທຸກໆອາທິດ ຫຼື 7 ວັນ
(ການໃຫ້ອາຫານຂີ້ກະເດືອນ)
ຂັ້ນຕອນທີ່ 5: ການເກັບຝຸ່ນຂີ້ກະເດືອນຫຼັງຈາກທີ່ລ້ຽງໄດ້ປະມານ 1 ເດືອນ ຈະສັງເກດເຫັນຂວຍຂີ້ກະເດືອນພົ້ນອອກມາ. ໃຊ້ມື ຫຼື ວັດສະດຸຕັກເອົາຝຸ່ນຂີ້ກະເດືອນໄປຮ່ອນເພື່ອແຍກຕົວຂີ້ກະເດືອນ ແລະ ຝຸ່ນຂີ້ກະເດືອນອອກຈາກກັນແລ້ວສາມາດເອົາຝຸ່ນໄປນຳໃຊ້ໄດ້.
(ການແຍກເອົາຝຸ່ນຂີ້ກະເດືອນ)
3. ຄຸນປະໂຫຍດ
– ຊ່ວຍປັບປຸງໂຄງສ່າງຂອງດິນໃຫ້ດີຂື້ນ, ເຮັດໃຫ້ດິນຜຸຜຸ່ຍສາມາດລະບາຍນໍ້າ ແລະ ອາກາດໄດ້ດີ
– ຊ່ວຍປັບຄວາມເປັນກົດເປັນດ່າງຂອງດິນໃຫ້ດີຂື້ນ ພືດສາມາດນຳໃຊ້ທາດອາຫານໄດ້ຫຼາຍຂື້ນ
– ເພີ່ມອິນຊີວັດຖຸ ແລະ ທາດອາຫານພືດໃນດິນໃຫ້ຫຼາຍຂື້ນ ເຮັດໃຫ້ພືດຈະເລີນເຕີບໂຕ ແລະ ໃຫ້ຜົນຜະລິດດີ
4. ການນຳໃຊ້
ພືດຜັກ: ໃຊ້ອັດຕາ 1 ກິໂລ/ຕາແມັດ ຮອງພື້ນກ່ອນປູກ ແລະ ຫຼັງປູກ 1-2 ອາທິດ ປະມານ 2-3 ຄັ້ງ ໃຊ້ຄຽງຄຸ່ກັບນໍ້າຂີ້ກະເດືອນໃນອັດຕາ 100 ຊີຊີ/ນໍ້າ 20 ລິດ ສິດທຸກໆ 3-5 ວັນ
ໄມ້ໃຫ້ໝາກ: ຕົ້ນໄມ້ອາຍຸ 1 ປີ ໃຊ້ໃນອັດຕາ 1 ກິໂລ/ຕົ້ນ, ຕົ້ນໄມ້ອາຍຸ 2-3 ປີ ໃຊ້ໃນອັດຕາ 2-3 ກິໂລ/ຕົ້ນ ແລະ ຕົ້ນໄມ້ອາຍຸ 3-5 ປີ ໃຊ້ອັດຕາ 3-5 ກິໂລ/ຕົ້ນ
ໄມ້ປະດັບ: ແມ່ນໃສ່ຕາມບໍລິມາດຂອງກະໂຖ ໃຊ້ໃນອັດຕາ 1 ກິໂລ/ຕາແມັດ ໃສ່ທຸກໆ 15 ວັນ
5. ການເກັບຮັກສາ
ການເກັບຮັກສາຝຸ່ນຂີ້ກະເດືອນໄວ້ໃນຮົ່ມ ເພື່ອຮັກສາທາດອາຫານບໍ່ໃຫ້ສູນເສຍງ່າຍ ເພາະທາດອາຫານບັນຈຸໃນຝຸ່ນຂີ້ກະເດືອນແມ່ນຢູ່ໃນຮູບສານລະລາຍຄວນຫໍ່ຫຼືບັນຈຸໃສ່ຖົງຢາງເພື່ອຮັກສາຄວາມຊຸ່ມ ແລະ ເກັບຮັກໄວ້ໄດ້ດົນ
(ການທົດລອງຝຸ່ນຂີ້ກະເດືອນຕໍ່ການຈະເລີນເຕີບໂຕຂອງຜັກ)
ຂຽນ ແລະ ຮຽບຮຽງໂດຍ: ສີວິໄລ ອິນທະວົງ
ແຫຼ່ງຂໍ້ມູນ: ການຜະລິດ ແລະ ນຳໃຊ້ຝຸ່ນຂີ້ກະເດືອນ, ສູນພັດທະນາທີ່ດິນ ແລະ ຄຸ້ມຄອງການນຳໃຊ້ຝຸ່ນ, ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ