ວິທີການປູກພືດແບບປະສົມປະສານໃນພື້ນທີ່ຄ້ອຍຊັນ
ສປປ ລາວ ເປັນປະເທດທີ່ມີພື້ນທີ່ພູພຽງ, ພູດອຍກວມປະມານ 80%, ຂອງເນື້ອທີ່ທົ່ວປະເທດ. ຊາວກະສິກອນໃນເຂດດັ່ງກ່າວອາໃສການປູກພືດ ແລະ ລ້ຽງສັດເປັນອາຊີບຫຼັກ. ການປູກພືດຂອງຊາວກະສິກອນພົບກັບຄວາມສ່ຽງ ແລະ ມີຂໍ້ຈຳກັດຫຼາຍດ້ານເຊັ່ນ: ຄວາມບໍ່ຮາບພຽງຂອງເນື້ອທີ່ດິນ, ຂາດຄວາມຮູ້ໃນການຈັດການດິນທີ່ຖືກຕ້ອງ. ການນຳໃຊ້ກົນຈັກເຂົ້າຊ່ວຍໃນການກຽມດິນແມ່ນມີຄວາມຫຍຸງຍາກ, ການເຊາະເຈື່ອນຂອງດິນລວມທັງການສູນເສຍນໍ້າ ແລະ ທາດອາຫານພືດເກີດຂື້ນຢ່າງຕໍ່ເນື່ອງ ຊຶ່ງເປັນສາເຫດເຮັດໃຫ້ສະມັດຕະພາບການຜະລິດຕໍ່າລົງຢ່າງໄວວາ. ບໍ່ມີຄວາມໝັ້ນຄົງໃນການນຳໃຊ້ພື້ນທີ່ດິນ, ເປັນສາເຫດເຮັດໃຫ້ມີຄວາມຕ້ອງການພື້ນທີ່ໃໝ່ສຳລັບການຜະລິດເພີ່ມຂື້ນ ຫຼື ເວົ້າວ່າອາຊີບເຮັດໄຮ່ແບບເລື່ອນລອຍ. ສະນັ້ນ, ການປູກພືດແບບປະສົມປະສານເປັນທາງເລືອກໜຶ່ງສຳລັບຊາວກະສິກອນເຂດດັ່ງກ່າວ ທີ່ຈະຊ່ວຍປັບປຸງບຳລຸງດິນ, ຫຼຸດຜ່ອນການສູນເສຍດິນຈາກການເຊາະເຈື່ອນ ແລະ ເພີ່ມສະມັດຕະພາບການຜະລິດ ແລະ ສ້າງລາຍໄດ້ແກ່ຊາວກະສິກອນ.
(ສະພາບການຜະລິດໃນເຂດພື້ນທີ່ຄ້ອນຊັນ)
1. ຜົນປະໂຫຍດຂອງລະບົບການປູກພືດປະສົມປະສານ
– ໄດ້ຫຼາກຫຼາຍຜົນຜະລິດພືດໃນພື້ນທີ່ດຽວ
– ຫຼຸດຜ່ອນການເຊາະເຈື່ອນດິນຊັ້ນໜ້າຈາກນໍ້າຝົນໃນພື້ນທີ່ຄ້ອຍຊັນ
– ຮັກສາສະພາບໜ້າດິນ ແລະ ປັບປຸງໃຫ້ດິນຄ່ອຍໆດີຂື້ນ
– ເຮັດໃຫ້ຊາວກະສິກອນມີອາຊີບຄົງທີ່ ແລະ ສະມັດຕະພາບການຜະລິດຄ່ອຍເພີ່ມສູງຂື້ນ
– ຄວບຄຸມວັດຊະພືດໄດ້ດີ ແລະ ຫຼຸດຜ່ອນການເກີດພະຍາດ ແລະ ແມງໄມ້ສັດຕູພືດ
– ຫຼຸດຜ່ອນການລົງທຶນຊື້ຝຸ່ນວິທະຍາສາດ ແລະ ຢາປາບສັດຕູພືດຈາກຕ່າງປະເພດ
2. ວິທີການປູກພືດປະສົມປະສານໃນເຂດພື້ນທີ່ຄ່ອຍຊັນ
2.1 ວິທີການປູກສາລີປະສົມກັບພືດຕະກຸນຖົ່ວ
ວິທີທີ່ 1 ປູກພືດໝູນວຽນ: ແມ່ນການພັດປ່ຽນກັນປູກ 2 ພືດຂື້ນໄປໃນພື້ນທີ່ດຽວກັນ ຕົວຢ່າງ: ປູກສາລີກ່ອນໃນລະດູນີ້ ລະດູຕໍ່ໄປປູກພືດຕະກຸນຖົ່ວໃນພື້ນທີ່ດັ່ງກ່າວ
(ການປູກສາລີໜູນວຽນກັບພືດຕະກຸນຖົ່ວ)
ວິທີການປູກສາລີ: ໄລຍະຫ່າງຂອງການປູກສາລີແມ່ນ 70 x 30 ຊັງຕີແມັດ, ໃສ່ 2 ເມັດ/ຂຸມ ປະລິມານແນວພັນສາລີທີ່ໃຊ້ 18-20 ກິໂລ/ເຮັກຕາ
ການໃສ່ຝຸ່ນສາລີ: ໃສ່ຢູ່ 3 ໄລຍະ (ໃສ່ຮອງພື້ນພ້ອມປູກຝຸ່ນສູດ 15-15-15 ຫຼື 16-8-8 ໃນອັດຕາ 100 ກິໂລ/ເຮັກຕາ, ຫຼັງປູກ 30-35 ວັນ ແລະ ຫຼັງປູກ 55-60 ວັນ ຝຸ່ນສູດ 46-00-00 ໃນອັດຕາ 100 ກິໂລ/ເຮັກຕາ) ສຳລັບວິທີການໃສ່ແມ່ນເຮັດເປັນຮ່ອງ ຫຼື ເປັນຂຸມ ຫຼັງຈາກທີ່ໃສ່ຝຸ່ນລົງໄປແລ້ວໃຫ້ພວນດິນປົກ ຫຼື ຖົມ
ວິທີການປູກພືດຕະກຖນຖົ່ວ: ໄລຍະຫ່າງລະຫວ່າງແຖວ ແລະ ຕົ້ນ 50 x 30 ຊັງຕີແມັດ ຫຼື 40 x 40 ຊັງຕີແມັດ ຂື້ນກັບຄວາມເໝາະສົມຂອງພືດຕະກຸນຖົ່ວແຕ່ລະຊະນິດ, ໃສ່ຂຸມລະ 3-5 ແກ່ນ, ຊື່ງໃຊ້ອັດຕາແນວພັນ 25-30 ກິໂລ/ເຮັກຕາ
ວິທີ 2 : ປູກພືດແບບຕໍ່ເນື່ອງ: ທັງສອງພືດຈະປູກພືດໃນພື້ນທີ່ດຽວກັນແຕ່ຕ່າງເວລາປູກ, ປູກສາລີ ເມື່ອອາຍຸສາລີໄດ້ 75-80 ວັນ ຈຶ່ງປູກຖົ່ວສັບຫວ່າງສາລີ, ຄວນເລືອກພືດຕະກຸນຖົ່ວທີ່ຕ້ອງການແສງໜ້ອຍ. ເມືອເກັບກູ້ສາລີແລ້ວຕັດຫຼືລົ້ມຕົ້ນສາລີລົງຈະເປັນສວນຖົ່ວ, ເມື່ອເກັບກູ້ຜົນຜະລິດຖົ່ວອອກແລ້ວປູກສາລີໃສ່ເຮັດຕໍ່ເນື່ອງກັນໄປເລື້ອຍໆ
2.2 ການປູກພືດສະຫຼັບເປັນແຖບ
ການປູດພືດແບບສະລັບເປັນແຖບແມ່ນການປູກ 2-3 ພືດສັບກັນຢ່າງເປັນລະບົບຕັດຕາມຄວາມຄ້ອຍຊັນຂອງພື້ນທີ່ ເຊັ່ນ: ຖົ່ວດິນ, ຖົ່ວເຫຼືອງ, ຖົ່ວຂຽວ, ຖົ່ວອື່ນໆ. ສະຫຼັບສາລີ ແລະ ເຂົ້າໄຮ່ສາມາດຊ່ວຍໃຫ້ຜົນຜະລິດເພີ່ມຂື້ນ ທັງເປັນການປັບປຸງດິນມີຄວາມອຸດົມສົມບຸນ(ຫຼັງເກັບກ່ຽວຫ້າມຈູດເສດພືດຕ່າງໆ)
(ການປູກພືດເປັນແຖບໃນພື້ນທີ່ຄ້ອຍຊັນ)
ຜົນດີຂອງການປູກພືດສະຫຼັບເປັນແຖບ
– ຊ່ວຍຫຼຸດຜ່ອນຄວາມໄວຂອງນໍ້າໄຫຼບ່າໃນພື້ນທີ່ປູກພືດ
– ຊ່ວຍເພີ່ມການຊຶມຊັບນໍ້າລົງໃນດິນໄດ້ດີຂຶ້ນ, ເຮັດໃຫ້ດິນມີຄວາມຊຸມເປັນປະໂຫຍດຕໍ່ພືດປູກ
– ເຮັດໃຫ້ນໍ້າໄຫຼບ່າໜ້າດິນກະຈາຍຢ່າງສະໝໍ່າສະເໝີໄປທົ່ວພື້ນທີ່, ຊຶ່ງຈະຊ່ວຍຫຼຸດຜ່ອນຄວາມແຮງຂອງການກັດເຊາະໜ້າດິນລົງ
– ເປັນຄັນຮອງຮັບຕະກອນດິນທີ່ໄຫຼລົງມາ
3 ການປູກສາລີປະສົມຫຍ້າອາຫານສັດເປັນແລວກັນເຈື່ອນ(ຄັນພືດ)
ເປັນວິທີທີ່ເໝາະສົມກັບຄວາມຄ້ອນຊັນແຕ່ 30% ຂື້ນໄປ ໂດຍໃຊ້ຫຍ້າອາຫານສັດທີ່ມີຮາກເລີກ ແລະ ຮາກຫຼາຍ ປູກເປັນຄັນປ້ອງກັນເຊາະເຈື່ອນ. ການປູກເປັນແລວຄວນປູກໃນຕົ້ນເດືອນພືດສະພາຊ່ວງດິນມີຄວາມຊຸ່ມ ໄລຍະຫ່າງຂອງແປງສາລີແມ່ນຂື້ນກັບລະດັບຄວາມຄ້ອນຊັນຂອງພື້ນທີ່ ສຳລັບຄວາມກວ້າງຂອງຫຍ້າອາຫານສັດ (ຄັນພືດ) ແມ່ນ 1 ແມັດ
(ການປູກສາລີປະສົມກັບຫຍ້າອາຫານສັດ)
ຜົນດີຂອງການປູກພືດເປັນແລວຕ້ານເຈື່ອນ
– ຫຼຸດຜ່ອນຄວາມແຮງຂອງນໍ້າໄຫຼບ່າໜ້າດິນ
– ຊ່ວຍປ້ອງກັນການເຊາະເຈື່ອນຂອງດິນປູກຝັງໄດ້ດີ
– ຊ່ວຍສະສົມທາດອາຫານຂອງພືດຕາມແລວຄັນພືດ, ຕະພັກດິນ, ປັບປຸງຄຸນນະພາບຂອງດິນໃຫ້ດີຂື້ນ ເຮັດໃຫ້ຊາວກະສິກອນນຳໃຊ້ພື້ນທີ່ໄດ້ຍາວນານ
– ຊ່ວຍເພີ່ມຜົນຜະລິດ ແລະ ລາຍໄດ້ໃນໄລຍະສັ້ນ ແລະ ໄລຍະຍາວ
– ຫຍ້າອາຫານສັດທີ່ປູກເປັນແລວກັນເຈື່ອນສາມາດຕັດໄປລ້ຽງສັດເຮັດໃຫ້ຊາວກະສິກອນມີລາຍຮັບເພີ່ມ
4 ການປູກສາລີປະສົມໄມ້ໃຫ້ໝາກ
ໄມ້ໃຫ້ໝາກເປັນພືດທີ່ຕ້ອງໃຊ້ເວລາ 3 ປີຂື້ນໄປຈຶ່ງໄດ້ເກັບກູ້ຜົນຜະລິດ. ສະນັ້ນ, ເພື່ອເປັນການນຳໃຊ້ພື້ນທີ່ໃຫ້ເກີດປະໂຫຍດ ແລະ ສາມາດສ້າງລາຍຮັບໃຫ້ແກ່ຊາວກະສິກອນ. ຄຽງຄູ່ກັບການປູກສາລີອາດຈະປູກສາລີໄປພ້ອມກັນໃນພື້ນທີ່ນັ້ນ. ໄລຍະຫ່າງຂອງການປູກໄມ້ໃຫ້ໝາກຂື້ນກັບແຕ່ລະປະເພດ. ໄລຍະຫ່າງຂອງຕົ້ນສາລີແມ່ນ 70 x 30 ຊັງຕີແມັດ ສະນັ້ນ, ປູກສາລີຕາມຫວ່າງຂອງໄມ້ໃຫ້ໝາກຕໍ່ເນື່ອງ 2-3 ປີ ຈົນກວ່າໄມ້ໃຫ້ໝາກຈະໃຫຍ່ ຫຼື ອີກວິທີໜຶ່ງແມ່ນປູກໄມ້ໃຫ້ໝາກຕາມຕະພັກດິນເປັນຄູກັນເຈື່ອນສາມາດໄດ້ຜົນຜະລິດທັງ 2 ຢ່າງໃນພື້ນທີ່ດຽວກັນ
(ການປູກໄມ້ໃຫ້ໝາກໃສ່ຄັນພືດປ້ອງກັນດິນເຊາະເຈື່ອນ)
ຜົນດີຂອງຄັນພືດ
– ປ້ອງກັນການເຊາະເຈື່ອນຂອງດິນໄດ້ດີ
– ຮັກສາຄວາມຊຸ່ມຂອງດິນ, ຊ່ວຍເຮັດໃຫ້ຕົ້ນໄມ້ຈະເລີນເຕີບໂຕໄດ້ດີ
– ເຮັດໃຫ້ຊາວກະສິກອນມີລາຍຮັບຈາກສາລີ ແລະ ໄມ້ໃຫ້ໝາກຕໍ່ຫົວໜ່ວຍພື້ນທີ່ສູງຂື້ນ
– ຟຸ່ມໄມ້ໃຫ້ໝາກສາມາດເປັນທີ່ກຳບັງເວລາມີຝົນ ຫຼື ລົມພັດແຮງປ້ອງກັນບໍ່ໃຫ້ຕົ້ນສາລີຫັກລົ້ມໄດ້ງ່າຍ
ເປັນການນຳໃຊ້ພື້ນທີ່ຢ່າງມີປະສິດທິຜົນ
ແຫຼ່ງຂໍ້ມູນ: ການປູກພືດແບບປະສົມປະສານໃນພື້ນທີ່ຄ້ອຍຊັນ, ສູນພັດທະນາທີ່ດິນ ແລະ ຄຸ້ມຄອງການນຳໃຊ້ຝຸ່ນ, ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ