ເຕັກນິກການຜະລິດເມັດພັນສາລີລູກປະສົມ LVN10
ແນວພັນສາລີລູກປະສົມ LVN10 ເປັນທີ່ຮູ້ຈັກກັນຢ່າງກວ້າງຂວາງໃນກຸ່ມຂອງຊາວກະສິກອນຜູ້ຜະລິດສາລີ.ແນວພັນນີ້ແມ່ນ ສະຖາບັນຄົ້ນຄວ້າສາລີຂອງວຽດນາມ ໄດ້ທຳການສຶກສາຄົ້ນຄວ້າເປັນເວລາ 28 ປີ ຈຶ່ງສຳເລັດ. ປະຈຸບັນນີ້ປະເທດວຽດນາມ ໄດ້ຜະລິດເມັດສາລີ LVN10 ສົ່ງອອກຂາຍໄປຍັງປະເທດຕ່າງໆໃນທະວີບ ແລະ ເຂດແຄວ້ນ. ສຳລັບປະເທດເຮົາໃນປະຈຸບັນ ການຜະລິດສາລີແມ່ນມີທ່າອ່ຽງເພີ່ມຂື້ນຢ່າງຕໍ່ເນື່ອງ. ຄວາມຮຽກຮ້ອງຕ້ອງການ ທາງດ້ານແນວພັນກໍ່ຫຼາຍຂື້ນ ຈຳເປັນຕ້ອງໄດ້ຊື້ແນວພັນ ທີ່ນຳເຂົ້າມາຈາກຕ່າງປະເທດເຊັ່ນ: ປະເທດໄທ ແລະ ຫວຽດນາມເປັນຕົ້ນ.
1. ວິທີການ
1.1 ການຄັດເລືອກສະຖານທີ່
ສະຖານທີ່ ຜະລິດເມັດພັນສາລີ ຄວນເປັນບ່ອນທີ່ດິນມີຄວາມອຸດົມສົມບູນ ບໍ່ເປັນແຫຼ່ງທີ່ສະສົມພະຍາດ ແລະ ແມງໄມ້, ເປັນບ່ອນທີ່ຫ່າງຈາກພື້ນທີ່ປູກສາລີພັນອື່ນຢ່າງນ້ອຍ 800 ແມັດ ຫຼື ໄລຍະຫ່າງທາງດ້ານເວລາຂອງການປູກສາລີພັນອື່ນ 21 ວັນເປັນຢ່າງໜ້ອຍ.
2.1 ການກຽມພື້ນທີ່
ພື້ນທີ່ຕ້ອງຖາງ, ອະນາໄມໃຫ້ລະອຽດ, ໄຖຕາກແດດປະໄວ້ 7-10 ວັນ ແລ້ວຈຶ່ງມາໄຖຄົ້ນຄືນ. ເມືອໄຖສຳເລັດແລ້ວກໍ່ເອົາຝຸ່ນຄອກມາໃສ່ໃນອັດຕາ 4 ໂຕນ/ເຮັກຕາ. ຈາກນັ້ນຈຶ່ງຄາດ ແລະ ຍົກຮ່ອງທີ່ມີໄລຍະຫ່າງກັນຂອງຮ່ອງ 60 ຊັງຕີແມັດ, ຄວາມກວ້າງຂອງຮ່ອງແມ່ນ 20 ຊັງຕີແມັດ.
2.3 ການກະກຽມເມັດພັນ
ເມັດເປັນສາຍພັນ ແມ່ນມີ 2 ຊະນິດ ຄື: ພັນຜູ້(ເມັດຜູ້) ແລະ ພັນແມ່(ເມັດແມ່) ຕ້ອງແຊ່ເມັດຜູ້ກ່ອນ 8 ຊົ່ວໂມງແລ້ວຈຶ່ງແຊ່ເມັດແມ່(ໃຊ້ເວລາແຊ່ນໍ້າ 8 ຊົ່ວໂມງ, ເມັດຜູ້ ແລະ ແມ່ຫ້າມປົນກັນ) ຈາກນັ້ນກໍ່ເອົາມາບົ່ມໃສ່ຂີ້ຊາຍ ຮອງດ້ວຍພາສະນະປະໄວ້ໜຶ່ງຕືນຈຶ່ງນຳໄປປູກ
2.4 ວິທີການປູກ
ອັດຕາການປູກ ລະຫວ່າງເມັດພັນຜູ້ກັບເມັດແມ່ ແມ່ນ1/4 ໝາຍຄວາມວ່າ 1 ແຖວຜູ້ຕໍ່ 4 ແຖວແມ່. ໄລຍະຫ່າງຂອງການປູກແມ່ນ 25×75 ຊັງຕີແມັດ ອັດຕາການປູກແມ່ນ 2 ເມັດ/ຂຸມ ເມື່ອງອກຂື້ນມາຈຶ່ງຖອກແຍກອອກເຫຼືອໄວ້ 1 ຕົ້ນ/ຂຸມ(ແຖວຜູ້ ແລະ ແມ່ນແມ່ນເຮັດຄືກັນ).
ແຜນຜັງການປູກ
Xxxxxxxxxxxxxxxxxxxxxxxxxxxxxxxxxxxxxxxxxxxxxxxx Xyyyyyyyyyyyyyyyyyyyyyyyyyyyyyyyyyyyyyyyyyyyyx Xyyyyyyyyyyyyyyyyyyyyyyyyyyyyyyyyyyyyyyyyyyyyx Xyyyyyyyyyyyyyyyyyyyyyyyyyyyyyyyyyyyyyyyyyyyyx Xyyyyyyyyyyyyyyyyyyyyyyyyyyyyyyyyyyyyyyyyyyyyx Xxxxxxxxxxxxxxxxxxxxxxxxxxxxxxxxxxxxxxxxxxxxxxxx Xyyyyyyyyyyyyyyyyyyyyyyyyyyyyyyyyyyyyyyyyyyyyx |
ໝາຍເຫດ: X ແມ່ນແຖວທີ່ປູກໂຕຜູ້; y ແມ່ນແຖວທີ່ປູກໂຕແມ່
2.5 ການກຳຈັດຕົ້ນປົນ
ເມືອສາລີງອກຂື້ນມາໄດ້ 10-15 ວັນກໍ່ຖອກແຍກອອກ ແລະ ກຳຈັດຕົ້ນປົນ ເຮົາສັງເກດເບິ່ງຫາກເຫັນວ່າ ມີຕົ້ນທີ່ຜິດປົກກະຕິ ຫຼື ແຕກຕ່າງຈາກໝູ່ໃຫ້ທຳລາຍຖຶ້ມ. ການກຳຈັດຕົ້ນປົນແມ່ນໄດ້ປະຕິບັດຕະຫຼອດລະດູການຜະລິດ.
2.6 ການໃສ່ຝຸ່ນ
ອັດຕາຝຸ່ນທີ່ກຳນົດແມ່ນ 60-30-30 ໂດຍແບ່ງໃສ່ແຕ່ລະໄລຍະດັ່ງນີ້໊:
– ເລັ່ງຄັ້ງທີ່ 1 ເມື່ອສາລີມີ 2-3 ໃບແທ້ໃສ່ 1/3 ຢູເລຍ (N) ແລະ ½ ຂອງກາລີ (K)
– ເລັ້ງຄັ້ງທີ່ 2 ເມືອສາລີມີ 5-7 ໃບແທ້ໃສ່ 1/3 ຢູເລຍ (N) ແລະ1 ສ່ວນຂອງກາລີ (K)
– ເລັ້ງຄັ້ງທີ່ 3 ເມື່ອສາລີມີ 9-10 ໃບແທ້ແມ່ນໃສ່ສ່ວນທີ່ຍັງເຫຼືອໃຫ້ໝົດ
2.7 ການຖອດດອກຜູ້ຂອງຕົ້ນແມ່
ເມື່ອສາລີແມ່ພັນເລີ່ມຕົ້ນອອກດອກ(ອາດ ຫຼື ຊໍ່ດອກຜູ້) ກໍ່ຖອດຖີ້ມໃຫ້ໝົດທຸກແໜງ ແລະ ທຸກຕົ້ນ ກ່ອນທີ່ມັນຈະກະຈາຍເກສອນ. ແຕ່ການຖອດດອກຕ້ອງລະມັດລະວັງຢ່າໃຫ້ໃບວີ ຫຼື ໃບສຸດອອກນຳ, ຕ້ອງປະຕິບັດທຸກມື້ຈົນກວ່າດອກຈະອອກໝົດທຖກຕົ້ນ.
2.8 ການເອົາເກສອນຜູ້(ຕົ້ນຜູ້)
ເມື່ອເຫັນວ່າ ດອກຜູ້ຂອງຕົ້ນຜູ້ບານເຕັມທີ່ ແລະ ພ້ອມທີ່ຈະກະຈາຍເກສອນນຳເອົາອຸປະກອນທີ່ເປັນປຼາດສະຕິເຊັ່ນ: ຊາມ, ຄູ…..ມາຮອງຮັບເອົາເກສອນ ເຮົາຄ່ອຍໆໂນ້ມແຊງດອກລົງໃສ່ຊາມ ແລ້ວເຄາະຄ່ອຍໆເພື່ອເອົາເກສອນ. ການເຄາະເກສອນຄວນລະວັງຢ່າໃຫ້ຊໍ່ດອກຫັກ.
2.9 ການປະສົມພັນ
ຫຼັງຈາກທີ່ກຽມເກສອນແລ້ວ ກໍ່ເລີ່ມລົງມືປະສົມພັນໄດ້ເມືອດອກແມ່ (ໄໝ) ຍາວປະມານ 3 ຊັງຕີແມັດຂື້ນໄປ. ການປະສົມພັນແມ່ນໃຊ້ອຸປະກອນທີ່ຫາງ່າຍເຊັ່ນ: ກ້ອງແປ້ງ, ຂົນໄກ່, ຍອງຝ້າຍມາຕັກ ຫຼື ຈຸບເອົາເກສອນໄປໃສ່ດອກແມ່ ແລະ ຄວນປະຕິບັດທຸກເຊົ້າແຕ່ເວລາ 8-10 ໂມງ ແລະ ຕອນແລງ 3-5 ໂມງ. ອຸນນະພູມ 23-28 ອົງສາ ແລະ ຄວາມຊຸ່ມ 80-90% ແມ່ນເໝາະສົມທີ່ສຸດ. ຫຼັງທີ່ປະສົມພັນສຳເລັດແລ້ວ ຫຼື ລະອອງເກສອນຜູ້ກະຈາຍໝົດແລ້ວໃຫ້ຕັດຕົ້ນຜູ້ຖີ່ມ.
2.10 ການເກັບກູ້
ເມືອເຫັນວ່າສາລີສຸກແກ່ເຄັມທີ່ກໍ່ເກັບກູ້ໂລດ, ຫຼັງຈາກເກັບມາແລ້ວໃຫ້ຕາກຝັກຢ່າງນ້ອຍ 4 ແດດຈຶ່ງນຳໄປແກະເມັດແລ້ວຕາກອີກ 8 ແດດຈົນກວ່າຄວາມຊຸ່ມເຫຼືອ 12% ຈຶ່ງນຳໄປຄັດເມັດ, ຈັດເກດ ແລະ ກຸກສີຈຶ່ງນຳໄປບັນຈຸໃສ່ຖົງຫຸ້ມຫໍ່ລະອຽດ
2. ຜົນໄດ້ຮັບຈາກການຜະລິດ
– ມີແນວພັນໄດ້ປູກໃນປີຕໍ່ໄປ
– ມີລາຍຮັບຈາກການຂາຍແນວພັນ ແລະ ຜົນຜະລິດໃນລະດູຖັດໄປ
– ສາມາດຫຼຸດຜ່ອນການນຳເຂົ້າເມັດພັນຈາກຕ່າງປະເທດ
3. ຂໍ້ແນະນຳ
ການຜະລິດເມັດພັນສາລີລູກປະສົມຄວນເອົາໃຈໃສ່ດັ່ງນີ້:
1. ຕ້ອງຕິດຕາມຂໍ້ມູນອຸຕຸ ເພື່ອຮັບປະກັນໄລຍະປະສົມພັນບໍ່ໃຫ້ຖືກຊ່ວງທີ່ມີຝົນຕົກຫຼາຍ ແລະ ສະພາບອາກາດທີ່ເໝາະສົມ
2. ການກຳຈັດຕົ້ນປົນ, ດັດດອກຜູ້ຂອງຕົ້ນແມ່ ແລະ ປະສົມພັນຄວນເອົາໃຈໃສ່ເປັນພີເສດ
3. ເມືອເຄາະເອົາເກສອນໄດ້ແລ້ວກໍ່ປະສົມພັນໂລດ ບໍ່ຄວນປະໄວ້ດົນເກີນ 12 ຊົ່ວໂມງ ເພາະເປີເຊັນການຕິດຈະຫຼຸດລົງ