ເຕັກນິກການເຮັດນາຫວ່ານແຫ້ງ
I. ສະພາບລວມ
1.1 ເຕັກນິກການຫວ່ານນາແຫ້ງ ແມ່ນເຕັກນິກໜຶ່ງທີ່ຊາວກະສິກອນໃນເຂດພາກກາງຫາພາກໃຕ້ໄດ້ນິຍົມນຳໃຊ້ ຍ້ອນບໍ່ມີຫຼາຍຂັ້ນຕອນ, ໃຊ້ແຮງງານຄົນໜ້ອຍ, ຕົ້ນທຶນການຜະລິດຕໍ່າ, ຢອດເປັນແຖວ ສະດວກສະບາຍໃນການບົວລະບັດຮັກສາ.
1.2 ເໝາະສົມກັບພື້ນທີ່ນາທີ່ຮາບພຽງ ແລະ ສາມາດລະບາຍນໍ້າອອກໄດ້ງ່າຍ, ຖ້ານາມີຄອງຊົນລະປະທານ ທີ່ສາມາດລະບາຍນໍ້າເຂົ້າ-ອອກໄດ້ໃນເວລາທີ່ຕ້ອງການຈະເປັນການດີ, ບໍ່ສາມາດເຮັດໄດ້ກັບນາທີ່ລະບາຍນໍ້າອອກບໍ່ໄດ້.
1.3 ການເຮັດນາຫວ່ານແບບແຫ້ງ ແມ່ນວິທີການໜຶ່ງ ທີ່ສາມາດຫຼຸດຜ່ອນຄວາມສ່ຽງຕໍ່ໄພແຫ້ງແລ້ງ, ຝົນນານຕົກ, ຝົນຂາດຊ່ວງ ແລະ ເຂດທີ່ມັກເກີດນໍ້າຖ້ວມ, ເຂດທີ່ນໍ້າມັກຂັງພາຍຫຼັງຝົນຕົກ.
1.4 ການກຽມດິນຕ້ອງໄດ້ນຳໃຊ້ລົດໄຖໃຫຍ່ ເພາະວ່າຕ້ອງໄດ້ໄຖ ແລະ ຄາດດິນແຫ້ງ ຊຶ່ງລົດໄຖນາເດີນຕາມບໍ່ສາມາດໄຖໄດ້.
1.5 ເຕັກນິກນີ້ສາມາດເຮັດໄດ້ທັງ 2 ລະດູການຄື: ລະດູນາປີ ແລະ ນາແຊງ( 1 ລະດູນາປີ: ແມ່ນຕົ້ນເດືອນພືດສະພາ ຫາ ຕົ້ນເດືອນມິຖຸນາ ເພາະວ່າຊ່ວງເວລານີ້ແມ່ນຝົນຈະເລີ່ມຕົກໃໝ່ເຮັດໃຫ້ດິນມີຄວາມຊຸ່ມ ແລະ ອຸນຫະພູມຢູ່ໃນດິນກໍ່ມີຄວາມເໝາະສົມໃຫ້ແກ່ເຂົ້າມີຄວາມງອກ; 2 ລະດູນາແຊງ, ແມ່ນເຮັດຊ່ວງກາງເດືອນພະຈິກ ຫາ ຕົ້ນເດືອນທັນວາ).
II. ການຢອດ ແລະ ການບົວລະບັດຮັກສາ
2.1 ການກະກຽມແກ່ນພັນ
– ເມັດພັນເຂົ້າທີ່ຈະນຳມາຫວ່ານຕ້ອງມີຄວາມງອກສູງກວ່າ 80% ນຳໃຊ້ອັດຕາເມັດພັນແມ່ນ 60-70 ກິໂລ/ເຮັກຕາ, ນຳໃຊ້ໄດ້ທັງແນວພັນເຂົ້າດໍ ຫຼື ເຂົ້າງັນກໍ່ໄດ້ ຂື້ນກັບພື້ນທີ່ໆຈະເຮັດ, ຖ້າແມ່ນເຂດພື້ນທີ່ນາທາມ ແມ່ນແນະນຳໃຫ້ໃຊ້ແນວພັນເຂົ້າງັນ, ຖ້າແມ່ນເຂດນາໂນນແນະນຳໃຫ້ໃຊ້ແນວພັນເຂົ້າກາງ ຫຼື ແນວພັນເຂົ້າດໍ ເພາະຕ້ອງຄິດໄລ່ໃສ່ເວລາເຂົ້າສຸກແກ່ບໍ່ໃຫ້ຖືກຊ່ວງຝົນຕົກຫຼາຍ ແລະ ສະດວກໃນການເກັບກ່ຽວ.
– ເມັດພັນເຂົ້າທີ່ກຽມໄວ້ ຕ້ອງເອົາໄປຕາກແດດກ່ອນປະມານ 1-2 ແດດ ຈຶ່ງນຳເມັດພັນໄປຫວ່ານ, ການເອົາເມັດພັນຕາກແດດ ແມ່ນເພື່ອເປັນການກະຕຸ້ນໃຫ້ເມັດພັນງອກດີ.
2.2 ການກຽມດິນ
ໄຖດິນເລີກປະມານ 15-20 ຊັງຕີແມັດ, ຕາກແດດປະມານ 7-10 ວັນ, ເພື່ອເຮັດໃຫ້ວັດສະພືດ, ໄຂ່ແມງໄມ້ ແລະ ເຊື້ອພະຍາດບາງຊະນິດທີ່ຢູ່ໃນດິນຕາຍ ຫຼັງຈາກນັ້ນໃຫ້ປັ່ນ ຫຼື ຄາດໃຫ້ລະອຽດແລ້ວຈຶ່ງຫວ່ານ
2.3 ການຫວ່ານ
– ການຫວ່ານແມ່ນມີ 2 ວິທີຄື: ໃຊ້ແຮງງານຄົນຫວ່ານ ແລະ ໃຊ້ຈັກພົ່ນ
– ໄຖປະໄວ້ປະມານ 10-15 ວັນ ແລ້ວຈຶ່ງຫວ່ານ ຫຼື ພົ່ນເມັດເຂົ້າໃສ່ໃຫ້ທົ່ວແລ້ວປັ່ນ ຫຼື ຄາດດິນໃຫ້ລະອຽດ, ວິທີດັ່ງກ່າວນີ້ແມ່ນປະຍັດຕົ້ນທືນ, ແຮງງານ ແຕ່ມີຄວາມສ່ຽງໃນການເກີດຫຍ້າ
– ໄຖປະໄວປະມານ 20-30 ວັນ, ປັ່ນ ຫຼື ຄາດດິນປະໄວ້ປະມານ 5-7 ວັນ ແລ້ວຈຶ່ງຫວ່ານ ຫຼື ພົ່ນເມັດເຂົ້າໃສ່ໃຫ້ທົ່ວແລ້ວປັ່ນ ຫຼື ຄາດດິນໃຫ້ລະອຽດ, ວິທີດັ່ງກ່າວນີ້ແມ່ນໃຊ້ຕົ້ນທືນ, ແຮງງານເພີ່ມ ແຕ່ມີຄວາມສ່ຽງໃນການເກີດຫຍ້າໜ້ອຍ
2.4 ການໃຫ້ນໍ້າ
– ເຂດທີ່ມີຊົນລະປະທານ ຫຼັງຈາກຫວ່ານ ຫຼື ພົ່ນແລ້ວໃຫ້ເອົານໍ້າເຂົ້າໄຮ່ນາປະໄວ້ 1 ຄືນ (12 ຊົ່ວໂມງ) ແລ້ວລະບາຍນໍ້າອອກໃຫ້ໝົດ, ຫຼັງຈາກເຂົ້າງອກໄດ້ປະມານ 10-15 ວັນ ໃຫ້ລະບາຍນໍ້າເຂົ້າໄຮ່ນາໃຫ້ທົ່ວແລ້ວຂັງນໍ້າໄວ້ແຕ່ບໍ່ໃຫ້ນໍ້າຖ້ວມຍອດເຂົ້າ.
– ເຂດທີ່ບໍ່ມີຊົນລະປະທານ ຫຼັງຈາກຫວ່ານ ຫຼື ພົ່ນແລ້ວຖ້າມີຝົນຕົກຕ້ອງໄດ້ລະບາຍນໍ້າອອກໃຫ້ໝົດ ຫຼັງຈາກເຂົ້າງອກໄດ້ປະມານ 10-15 ວັນ ໃຫ້ລະບາຍນໍ້າເຂົ້າໄຮ່ນາໃຫ້ທົ່ວແລ້ວຂັງນໍ້າໄວ້ ແຕ່ບໍ່ໃຫ້ນໍ້າຖ້ວມຍອດເຂົ້າ.
2.5 ການກຳຈັດວັດສະພືດ
ການກຳຈັດວັດສະພືດ ພາຍຫຼັງຫຍ້າເກີດແມ່ນມີຫຼາຍວິທີຄື:
1 ໃຊ້ແຮງງານຄົນຫຼົກແຕ່ມີຄວາມຫຍຸງຍາກໃນການຫຼົກ ຍ້ອນວ່າຕົ້ນເຂົ້າ ແລະ ຫຍ້າເກີດປົນກັນ
2 ໃຊ້ສານເຄມີກຳຈັດໃນກໍລະນີທີ່ມີຫຍ້າເກີດຂື້ນຫຼາຍ ບໍ່ສາມາດໃຊ້ແຮງງານຄົນຫຼົກໄດ້ ແຕ່ຕ້ອງໄດ້ໃຊ້ຢາຂ້າຫຍ້າ, ການໃຊ້ແມ່ນໄດ້ສັງເກດເບິ່ງຊະນິດຫຍ້າທີ່ມີໃນນາເຂົ້າ ເພື່ອເລືອກຊະນິດຢາໃຫ້ຖືກກັບຫຍ້າທີ່ເກີດ, ສິ່ງທີ່ສຳຄັນຢາທີ່ໃຊ້ຕ້ອງແມ່ນຢາທີ່ໄດ້ຮັບອະນຸຍາດໃຫ້ນຳໃຊ້, ຫ້າມໃຊ້ຢາເກີນ 2 ຊະນີດຮ່ວມກັນ ແລະ ຕ້ອງເບິ່ງຄຳແນະນຳຢູ່ສະຫຼາກຂ້າງກ່ອງຢາ
2.6 ການໃສ່ຝຸ່ນ
ໃນການໃສ່ຝຸ່ນແມ່ນແບ່ງເປັນ 2 ໄລຍະຄື:
ກ. ໃສ່ຮອງພື້ນ
– ໃສ່ຝຸ່ນຄອກ ຫຼ ຝຸ່ນບົ່ມ ກ່ອນກຽມດິນໃສ່ປະມານ 3-5 ໂຕນ/ເຮັກຕາ.
– ໃສ່ຝຸ່ນວິທະຍາສາດ ແມ່ນໃສ່ຫຼັງເຂົ້າງອກໄດ້ 15-20 ວັນ, ນາຕ້ອງມີນໍ້າຂັງປະມານ 3-5 ຊັງຕີແມັດ
ຂ. ໃສ່ຝຸ່ນວິທະຍາສາດ
– ປະເພດດິນຊາຍ ແລະ ດິນຕົມ: ແມ່ນແນະນຳໃຫ້ໃສ່ສູດ 15-15-15 ຫຼື 16-16-16 ຫຼື 16-8-8 ຮອງພື້ນໃນອັດຕາ 100-150 ກິໂລ/ເຮັກຕາ, ດິນຊາຍ ແລະ ດິນຕົມ ສ່ວນຫຼາຍແມ່ນຂາດທາດໂປດຕັດຊຽມ (K) , ເພື່ອຊ່ວຍໃຫ້ເຂົ້າມີການແຕກກໍຫຼາຍ.
– ຖ້າດິນປະເພດດິນໜຽວ ແມ່ນແນະນຳໃຫ້ໃສ່ຝຸ່ນເຄມີສູດ 16-20-00 ຫຼື 18-20-00 ເປັນຝຸ່ນຮອງພື້ນໃສ່ໃນອັດຕາ 100-150 ໂຕນ/ເຮັກຕາ, ດິນໜຽວສ່ວນຫຼາຍແມ່ນມີທາດໂປດຕັດຊຽມ (K) ຢູ່ແລ້ວ.
ຄ. ໃສ່ເລັ່ງ
– ຄັ້ງທີ່ 1: ໃສ່ຫຼັງຈາກເຂົ້າມີອາຍຸໄດ້ 40-45 ວັນ, ໃຫ້ໃສ່ຝຸ່ນເຄມີສູດ 46-00-00 ໃສ່ຝຸ່ນເລັ່ງໃນອັດຕາ 40-60 ກິໂລ/ເຮັກຕາ, ເພື່ອຊ່ວຍໃຫ້ເຂົ້າຈະເລີນເຕີບໂຕໄດ້ດີ
– ຄັ້ງທີ່ 2: ໃສ່ຫຼັງຈາກເຂົ້າມີອາຍຸໄດ້ 60-65 ວັນ, ໃຫ້ໃສ່ຝຸ່ນເຄມີສູດ 46-00-00 ເປປັນຝຸ່ນເັ່ງໃນອັດຕາ 30-50 ກິໂລ/ເຮັກຕາ, ຖ້າແມ່ນເຂົ້າພື້ນເມືອງທີ່ມີອາຍຸຍາວ 150 ວັນ ຂື້ນໄປຄວນໃສ່ຝຸ່ນເລັ່ງຄັ້ງທີ່ 2 ກ່ອນເຂົ້າຖືພາມານ, ເພື່ອໃຫ້ຊ່ວຍໃຫ້ເຂົ້າຮ່ວງໃຫຍ່, ເມັດຫຼາຍ
ແຫຼ່ງຂໍ້ມູນ: ເຕັກນິກການເຮັດນາຫວ່ານແຫ້ງ, ໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກຳເປັນສິ່ງຄ້າທີ່ເປັນມິດຕໍ່ສິ່ງແວດລ້ອມ