ຂໍ້ແນະນຳກ່ຽວກັບເຕັກນິກການເຮັດນາຢອດແຫ້ງ

ເຕັກນິກການເຮັດນາຢອດແຫ້ງ ແມ່ນເຕັກນິກໜຶ່ງທີ່ຊາວກະສິກອນໃນເຂດພາກກາງຫາພາກໃຕ້ໄດ້ນິຍົມນຳໃຊ້ ຍ້ອນບໍ່ມີຫຼາຍຂັ້ນຕອນ, ໃຊ້ແຮງງານຄົນໜ້ອຍ, ຕົ້ນທຶນການຜະລິດຕໍ່າ. ຢອດເປັນແຖວ ສະດວກສະບາຍໃນການບົວລະບັດຮັກສາ.
ການເຮັດນາຢອດແບບແຫ້ງແມ່ນວິທີການໜຶ່ງ ທີ່ສາມາດຫຼຸດຜ່ອນຄວາມສ່ຽງຕໍ່ໄພແຫ້ງແລ້ງ, ຝົນນານຕົກ, ຝົນຂາດຊ່ວງ ແລະ ເຂດທີ່ມັກເກີດນໍ້າຖ້ວມ, ເຂດທີ່ນໍ້າມັກຂັງພາຍຫຼັງຝົນຕົກ.
ເຕັກນິກການເຮັດນາຢອດແຫ້ງ ແມ່ນເຕັກນິກທີ່ສາມາດເຮັດໄດ້ທັງ 2 ລະດູການຄື: ລະດູນາປີ ແລະ ນາແຊງ.

1. ການກຽມເມັດພັນ
1.1 ເມັດພັນເຂົ້າທີ່ຈະນຳມາຢອດຕ້ອງມີຄວາມງອກສູງກວ່າ 80% ນຳໃຊ້ອັດຕາເມັດພັນແມ່ນ 5060 ກິໂລ/ເຮັກຕາ
ນຳໃຊ້ໄດ້ທັງແນວພັນເຂົ້າດໍ ຫຼື ເຂົ້າງັນກໍ່ໄດ້ ຂື້ນກັບພື້ນທີ່ໆຈະເຮັດ, ຖ້າແມ່ນເຂດພື້ນທີ່ນາທາມແມ່ນແນະນຳໃຫ້ໃຊ້ແນວພັນເຂົ້າເຂົ້າງັນ, ຖ້າແມ່ນເຂດນາໂນນແນະນຳໃຫ້ໃຊ້ແນວພັນເຂົ້າກາງ ຫຼື ແນວພັນເຂົ້າດໍ ເພາະຕ້ອງຄິດໄລ່ໃສ່ເວລາເຂົ້າສຸກແກ່ບໍ່ໃຫ້ຖືກຊ່ວງຝົນຕົກຫຼາຍ ແລະ ສະດວກໃນເວລາເກັບກ່ຽວ.
1.2 ນຳເມັດພັນເຂົ້າໄປຕາກແດດປະມານ 1-2 ແດດ ຈຶ່ງນຳເມັດພັນໄປຢອດ, ການເອົາເມັດພັນໄປຕາກແດດແມ່ນເພື່ອເປັນການກະຕຸ້ນໃຫ້ເມັດພັນງອອກດີ

2. ການກຽມດິນ
2.1 ການກຽມດິນຕ້ອງໄດ້ນຳໃຊ້ລົດໄຖນາໃຫຍ່ ເພາະວ່າຕ້ອງໄດ້ໄຖ ແລະ ຄາດດິນແຫ້ງ ຊຶ່ງລົດໄຖນາເດີນຕາມບໍ່ສາມາດໄຖໄດ້.
2.2 ການກຽມດິນ ແມ່ນໃຫ້ເລິກປະມານ 15-20 ຊັງຕີແມັດ, ຫຼັງຈາກນັ້ນ ຕາກແດດ 7-10 ວັນ, ເພື່ອເຮັດໃຫ້ວັດ
ສະພືດ, ໄຂ່ແມງໄມ້ ແລະ ເຊື້ອພະຍາດບາງຊະນິດຕາຍຂາກນັ້ນ ກໍ່ປັ່ນ ຫຼື ຄາດໃຫ້ລະອຽດຈຶ່ງທຳການຢອດເມັດພັນເຂົ້າ.

3. ການຢອດເຂົ້າ
– ກ່ອນຈະຢອດຕ້ອງກວດກາ ຄວາມພ້ອມຂອງເຄື່ອງຢອດວ່າຢູ່ໃນສະພາບພ້ອມໃຊ້ງານບໍ່, ເພື່ອຮັບປະກັນບໍ່ໃຫ້ເສຍເວລາໃນຕອນໃຊ້ງານຢູ່ພື້ນທີ່.
– ນຳເອົາເມັດພັນເຂົ້າໃສ່ຖັງບັນຈຸເມັດພັນໃນເຄື່ອງຢອດ, ການເອົາເມັດພັນເຂົ້າໃສ່ລົງໃນຖັງ ຄວນກວດກາໃຫ້ລະອຽດວ່າບໍ່ມີສິ່ງອື່ນໆ ປົນຢູ່ໃນຖັງຢອດ.
– ການຢອດຄວນປັບເຄື່ອງຢອດລົງໃນດິນເລີກປະມານ 45 ຊັງຕີແມັດ.
– ການຢອດແມ່ນເບິ່ງຕາມລວງຍາວຂອງໄຮ່ນາ, ດີແທ້ຕ້ອງຢອດໄປຕາມລວງຂອງຕາເວັນຂື້ນ, ຕາເວັນຕົກເພື່ອເຮັດໃຫ້ແສງແດດສ່ອງຜ່ານລົງດິນໄດ້ສະໝໍ່າສະເໝີ.

4. ການໃຫ້ນໍ້າ
4.1 ສຳລັບເຂດຊົນລະປະທານ ຫຼັງຈາກຢອດສຳເລັດແລ້ວໃຫ້ເອົານໍ້າເຂົ້າໃຫ້ນາປະໄວ້ 1 ຄືນ (12 ຊົ່ວໂມງ) ແລ້ວ
ລະບາຍນໍ້າອອກໃຫ້ໝົດ, ຫຼັງຈາກເຂົ້າງອກໄດ້ປະມານ 10-15 ວັນ, ໃຫ້ລະບາຍນໍ້າເຂົ້າໄຮ່ນາໃຫ້ທົ່ວ ແລ້ວຂັງນໍ້າໄວ້ແຕ່ບໍ່ໃຫ້ນໍ້າຖ້ວມຍອດເຂົ້າ
4.2 ສຳລັບເຂດທີ່ບໍ່ມີຊົນລະປະທານ ຫຼັງຈາກຢອດແລ້ວຖ້າມີຝົນຕົກຕ້ອງໄດ້ລະບາຍນໍ້າອອກໃຫ້ໝົດ ຫຼັງຈາກເຂົ້າງອກໄດ້ປະມານ 10-15 ວັນ ໃຫ້ລະບາຍນໍ້າເຂົ້າໄຮ່ນາໃຫ້ທົ່ວແລ້ວຂັງນໍ້າໄວ້ແຕ່ບໍ່ໃຫ້ນໍ້າຖ້ວມຍອດເຂົ້າ

5. ການກຳຈັດວັດຊະພືດ
ໃຊ້ແຮງງານຄົນຫຼົກ ຫຼື ໃຊ້ເຄື່ອງພວນດິນຕາມຫວ່າງຄົ້ນເຂົ້າທີ່ມີວັດສະພືດເກີດ ແລະ ໃຊ້ສານເຄມີກຳຈັດ ໃນກໍລະນີທີ່ມີວັດສະພືດເກີດຂື້ນຫຼາຍ ບໍ່ສາມາດໃຊ້ແຮງງານຄົນຫຼົກໄດ້ແຕ່ຕ້ອງໄດ້ໃຊ້ສານເຄມີເພື່ອຊ່ວຍກຳຈັດ. ການໃຊ້ແມ່ນໃຫ້ສັງເກດເບິ່ງຊະນິດວັດສະພືດທີ່ມີໃນນາເຂົ້າ ເພື່ອເລືອກຊະນິດຢາໃຫ້ຖືກກັບວັດສະພືດເກີດ, ສິ່ງທີ່ສຳຄັນຢາທີ່ໃຊ້ຕ້ອງແມ່ນຢາທີ່ໄດ້ຮັບອານຸຍາດໃຫ້ນຳໃຊ້, ຫ້າມໃຊ້ຢາ 2 ຊະນິດຮ່ວມກັນ ແລະ ຕ້ອງເບິ່ງຄຳແນະນຳຢູ່ສະຫຼາກຂ້າງກ່ອງຢາ.

6. ການໃສ່ຝຸ່ນ
ການໃສ່ຝຸ່ນໃຫ້ຕົ້ນເຂົ້າພາຍຫຼັງການປັກດຳ ແມ່ນແບ່ງອອກເປັນ 2 ໄລຍະຄື: ໃສ່ຮອງພື້ນກ່ອນປັກດຳ ແລະ ໃສ່ພາຍຫຼັງການປັກດຳ ໂດຍທົ່ວໄປແມ່ນໃສ່ດັ່ງນີ້:
6.1 ໃສ່ຝຸ່ນຄອກ ຫຼື ຝຸ່ນບົ່ມ ກ່ອນກຽມດິນໃສ່ປະມານ 3-5 ໂຕນ/ເຮັກຕາ ເພື່ອເຮັດໃຫ້ດິນມີການປັບປຸງໂຕ ແລະ ເຮັດໃຫ້ຄຸນນະພາບຂອງດິນດີຂື້ນ
6.2 ໃສ່ຝຸ່ນວິທະຍາສາດ ແມ່ນໃສ່ຫຼັງປັກດຳ 5-7 ວັນ, ນາຕ້ອງມີນໍ້າຂັງປະມານ 3-5 ຊັງຕີແມັດ ເພື່ອເພີ່ມອັດຕາການຂະຫຍາຍໂຕຂອງຕົ້ນເຂົ້າ.
6.3 ໃສ່ຝຸ່ນວິທະຍາສາດ ປະເພດດິນຊາຍ ແລະ ດິນຕົມແມ່ນແນະນຳໃຫ້ໃສ່ສູດ 15-15-15 ຮອງພື້ນໃນອັດຕາ 100-
150 ກິໂລກຼາມ/ເຮັກຕາ, ດິນຊາຍ ແລະ ດິນຕົມສ່ວນຫຼາຍແມ່ນຂາດທາດໂປຕັດຊຽມ (K) ເພື່ອຊ່ວຍໃຫ້ເຂົ້າມີການແຕກກໍຫຼາຍ

7. ການເກັບກ່ຽວ

7.1 ສັງເກດກ່ອນການເກັບກ່ຽວ ຫຼັງຈາກເຂົ້າອອກດອກໄດ້ 50% ປະມານ 25-30 ວັນ ສາມາດກ່ຽວໄດ້ ຖ້າກ່ຽວໄລຍະນີ້ ແມ່ນຈະເຮັດໃຫ້ເຂົ້າເສຍຫາຍໜ້ອຍ ແລະ ມີຄຸນນະພາບດີ.
7.2 ໃຊ້ເຄື່ອງວັດແທກຄວາມຊຸ່ມຂອງເມັດເຂົ້າໃນຮວງ ຖ້າມີຄວາມຊຸ່ມປະມານ 20-23% ແມ່ນກ່ຽວໄດ້.
7.3 ການເກັບກ່ຽວເຂົ້າບໍ່ຄວນແກ່ຍາວເວລາ ເພາະຈະເຮັດໃຫ້ຜົນຜະລິດເສຍຫາຍ ແລະ ຄຸນນະພາບຕໍ່າ.
7.4 ຖ້າໄຮ່ນາມີນໍ້າຂັງ ຕ້ອງລະບາຍນໍ້າອອກກ່ອນປະມານ 10 ວັນຈຶ່ງກ່ຽວ (ກໍ່ລະນີສາມາດປ່ອຍນໍ້າອອກໄດ້) ຖ້າໃນຊ່ວງທີ່ເໝາະສົມໃນການເກັບກ່ຽວເຂົ້າ ແຕ່ມີຝົນຕົກຄວນປະໄວ້ໃຫ້ຕົ້ນເຂົ້າແຫ້ງແລ້ວຈຶ່ງເກັບກ່ຽວ.

ຂຽນ ແລະ ຮຽບຮຽໂດຍ: ສີວິໄລ ອິນທະວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້
ແຫຼ່ງຂໍ້ມູນ: ຂໍ້ແນະນຳກ່ຽວກັບເຕັກນິກການເຮັດນາຢອດແຫ້ງ, ໂຄງການຜະລິດກະສິກຳເປັນສິນຄ້າ ຢູ່ ສປປ ລາວ