ຄູ່ມືແນະນຳ ການລ້ຽງປາແບບປະສົມປະສານ
ປະຊາຊົນລາວ ເຄີຍມີມູນເຊື້ອມາແຕ່ດົນນານ ໃນການຜະລິດກະສິກຳແບບປະສົມປະສານ ເຊັ່ນ: ປູກຝັງ-ລ້ຽງສັດ-ລ້ຽງປາ…, ເຊິ່ງມັນແມ່ນກິດຈະກຳໜຶ່ງທີ່ສຳຄັນໃນການດຳລົງຊີວິດປະຈຳວັນ ແລະ ເປັນການເຄື່ອນໄຫວທາງດ້ານເສດຖະກິດຄອບຄົວໃນຊົນນະບົດ ເພື່ອສ້າງລາຍຮັບ ແລະ ປັບປຸງຊີວິດການເປັນຢູ່ໃຫ້ດີຂຶ້ນ. ປາທີ່ຊາວກະສິກອນນິຍົມກັນລ້ຽງສ່ວນໃຫ່ຍແມ່ນປານິນ, ປາປາກ ແລະ ປາໃນ, ເນື່ອງຈາກປາເປັນແຫຼ່ງສະໜອງໂປຣຕີນທີ່ມີລາຄາຖືກ ແລະ ສາມາດຂາຍໄດ້. ນອກຈາກນີ້, ປາຍັງສາມາດປຸງແຕ່ງ ເພື່ອເພີ່ມມູນຄ່າ ສົ່ງຂາຍຕາມຕະຫຼອດ, ຊຶ່ງຖືເປັນສັດນໍ້າທີ່ມີຄວາມສຳຄັນທາງດ້ານເສດຖະກິດ.
ໃນການນຳໃຊ້ຊັບພະຍາກອນທຳມະຊາດ ເພື່ອຜະລິດອາຫານ, ຜະລິດເປັນສິນຄ້າ ສ້າງລາຍຮັບໃຫ້ແກ່ຄອບຄົວ ແລະ ຊີວິດການເປັນຢູ່ໄດ້ຮັບການປັບປຸງໃຫ້ດີຂື້ນ. ສະນັ້ນ, ເພື່ອໃຫ້ຜູ້ທີ່ສົນໃຈ ໄດ້ປັບປ່ຽນແນວຄວາມຄິດຂອງຕົນເອງມາເປັນຊາວກະສິກອນ, ເປັນຕົວແບບ ດ້ວຍການຜະລິດ “ກະສິກຳແບບປະສົມປະສານ’ ໃຫ້ສາມາດກ້າວຫັນຕາມຍຸກສະໄໝໃນປະຈຸບັນ.
1. ກະສິກຳແບບປະສົມປະສານ
ແມ່ນລະບົບກະສິກຳທີ່ມີການປູກຝັງ-ລ້ຽງສັດ-ລ້ຽງປາ ໃນພື້ນທີ່ດຽວກັນ ໂດຍມີການເຄື່ອກູນເຊິ່ງກັນ ແລະ ກັນຢ່າງມີປະສິດຕິພາບສູງ ຖດຍອາໃສຫຼັກການຢູ່ຮ່ວມກັນລະຫວ່າງການປູກພືດ, ລ້ຽງສັດ ແລະ ລ້ຽງປາໃນພື້ນທີ່ນັ້ນໆ ຊຶ່ງຈະຢູ່ໃນຮູບຄວາມສຳພັນລະຫວ່າງພືດກັບສັດ ແລະ ສັດນໍ້າ. ລະບົບກະສິກຳປະສົມປະສານຈະໄດ້ຮັບຜົນສຳເລັດກໍ່ຕໍ່ເມືອມີການວາງແຜນ ແລະ ໃຫ້ຄວາມສຳຄັນຕໍ່ກັບກິດຈະກຳໃຫ້ເໝາະສົມກັບສະພາບແວດລ້ອມ, ເສດຖະກິດ-ສັງຄົມ, ແຮງງານ, ທີ່ດິນ ແລະ ທຶນ ປັດໃຈການຜະລິດຈະໄດ້ຮັບຜົນຜະລິດສູງກໍ່ຕໍ່ເມືອຮູ້ຈັກນຳໃຊ້ສິ່ງເສດເຫຼືອຈາກການຜະລິດຊະນິດໜຶ່ງ ຫຼື ຫຼາຍຊະນິດໃນພື້ນທີ່ດຽວກັນ.
2. ວິທີການດຳເນີນງານ
ໃນພື້ນທີ່ໃດໜຶ່ງຈະແບ່ງຕາມຄວາມເໝາະສົມໃນການແບ່ງກິດຈະກຳໃຫ້ເໝາະສົມໃນພື້ນທີ່ນັ້ນໆ,
3. ການລ້ຽງປາໃນໜອງພລາສະຕິກ
ເປັນການລ້ຽງປາແບບເສດຖະກິດຄອບຄົວ, ສາມາດມີປາໄວ້ບໍລິໂພກ ແລະ ຂາຍເພື່ອເປັນລາຍຮັບເພີ່ມຂອງ
ຄອບຄົວ. ວິທີສ້າງໜອງແບບງ່າຍດາຍ, ໃຊ້ຕົ້ນທຶນຕໍ່າ ແລະ ປະຫຍັດພື້ນທີ່ໃນການລ້ຽງ, ສາມາດລ້ຽງປາໄດ້ຫຼາຍຊະນິດເໝາະກັບຜູ້ທີ່ສົນໃຈ ແລະ ຄວາມຕ້ອງການລ້ຽງປາໃນພື້ນທີ່ຂອງຕົນເອງ.
4. ການສ້າງໜອງລ້ຽງປາພາລາສະຕິກຮ່ວມກັບການປູກພືດ
– ເນື້ອທີ່ໜອງກວ້າງ 2 ແມັດ, ຍາວ 6 ແມັດ ແລະ ເລີກ 80 ຊັງຕິແມັດ
– ຜ້າຢາງດຳ 4 x 16 ແມັດ
– ໃຊ້ນໍ້າປະປາ ຫຼື ນໍ້າບາດານ ໂດຍປັບສະພາບດ້ວຍນໍ້າ EM , ກາກນໍ້າຕານ ຫຼື ຕົ້ນກວ້ຍທີ່ຫາໄດ້
– ຄວນສ້າງຫ່ວງໂສ້ອາຫານເຕີມ ດ້ວຍການໃຊ້ຝຸ່ນຄອກ, ປຸຍໝັກ ໝັ້ນເປັນກ້ອນແລ້ວແຊ່ນໍ້າປະໄວ້ 2-3 ວັນ ກ່ອນປ່ອຍປາ ເພື່ອສ້າງໄຮນໍ້າທຳມະຊາດ
– ປ່ອຍປາໃນອັດຕາ 40-100 ໂຕ/ຕາແມັດ, ບໍ່ຄວນປ່ອຍໜາແໜ້ນເກີນໄປຈະເຮັດໃຫ້ປາມີການຈະເລີນເຕີບໂຕຊ້າ.
5. ການໃຫ້ອາຫານປາ
– ການໃຫ້ອາຫານວັນລະ 2 ຄັງ, ດ້ວຍການນຳໃຊ້ອາຫານຈາກທຳມະຊາດເຊັ່ນ: ໄຮນໍ້າພືດ: ໄຮນໍ້າສັດ, ເສດຜັກ, ພືດ, ຫຍ້າ ແລະ ອື່ນໆ
– ການໃຫ້ອາຫານແຕ່ລະຄັ້ງຄວນສັງເກດເບິ່ງອາຫານທີ່ໃຫ້ປາກິນໝົດ ຫຼື ບໍ່, ຖ້າປາກິນໝົດຄວນເພີ່ມເທື່ອລະໜ້ອຍ
– ກໍລະນີເຫັນເສດຜັກ, , ພືດທີ່ໃຫ້ຍັງເຫຼືອຄວນເກັບອອກ ແລະ ຫຼູດປະລິມານໃຫ້ລົງ (ເພາະສິ່ງເສດເຫຼືອຈະພາໃຫ້ນໍ້າໜອງເປື້ອຍ, ມີກິ່ນເໝັນ ແລະ ຈະເຮັດໃຫ້ປາຕາຍໄດ້)
– ຄວນເພີ່ມຝຸ່ນຄອກອາທິດລະຄັ້ງ ເພື່ອສ້າງນໍ້າຂຽວ(ໄຮນໍ້າ, ພືດ, ໄຮນໍ້າສັດ) ໃນປະລິມານທີ່ເໝາະສົມຄື: ຖ້າໃສ່ຂີ້ງົວ, ຂີ້ຄວາຍແຫ້ງໃຫ້ໃສ່ 1,5 ກິໂລ/ຄັ້ງ, ຖ້າໃສ່ຂີ້ໝູ ຫຼື ຂີ້ໄກ່ແຫ້ງຕ້ອງໃສ່ປະມານ 0,7 ກິໂລ/ຄັ້ງ
ປາ ,ອາຍຸ/ວັນ | ຫົວໜ່ວຍ(ກຼາມ) |
50 | 200 |
90 | 500 |
120 | 1,000 |
150 | 1,300 |
180 | 1,400 |
6. ການລ້ຽງປາຮ່ວມກັບການປູກພືດ
ໂດຍທົ່ວໄປປະຊາຊົນໃນເຂດຊົນນະບົດ ຈະນຳໃຊ້ດິນແຄມຝນອງ ຊຶ່ງນອກຈາກປູກກ້ວຍແລ້ວ ຍັງນິຍົມກັນປູດພືດຜັກ ທີ່ສາທາດເກັບມາບໍລິໂພກປະຈຳວັນເຊັານ: ຜັກກາດ, ຜັກສະຫຼັດ, ຜັກຫົວບົວແດງ, ໝາກຖົ່ວ, ໝາກແຕງ ແລະ ຜັກອື່ນໆ…
ການລ້ຽງປາໃນໜອງພາລາສະຕິກ ກໍ່ແມ່ນວິທີໜຶ່ງທີ່ເກັບກັກນໍ້າ ເພື່ອມາປູກຜັກສວນຄົວ, ຊຶ່ງເປັນການນຳໃຊ້ປະໂຫຍດຮ່ວມກັນ ໂດຍນຳໃຊ້ນໍ້າຈາກໜອງມາຫົດຜັກ, ສ່ວນເສດຜັກສາມາດນຳໄປເປັນອາຫານຂອງປາໄດ້, ຈະເຮັດໃຫ້ຫຼຸດຜ່ອນຄ່າໃຊ້ຈ່າຍສຳລັບອາຫານປາເປັນຈຳນວນຫຼາຍ ຫຼື ເກືອບຈະບໍ່ສິ້ນເປືອງເລີຍ.
ຂຽນ ແລະ ຮຽບຮຽງໂດຍ: ສີວິໄລ ອິນທະວົງ: ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້
ແຫຼ່ງຂໍ້ມູນ: ຄູ່ມືແນະນຳການລ້ຽງປາແບບປະສົມປະສານ, ກົມລ້ຽງສັດ ແລະ ການປະມົງ