ເຕັກນິກການປູກຖົ່ວຂຽວ
ຖົ່ວຂຽວ (Vigna radiata) ແມ່ນພືດຕະກຸນຖົ່ວທີ່ເປັນແຫ່ຼງອາຫານທີ່ສໍາຄັນ ສາມາດນາໍໃຊ້ໄດ້ຫຼາຍຢ່າງ ເຊັ່ນ: ຖົ່ວງອກ, ໃຊ້ເຮັດແປ້ງຖົ່ວຂຽວ (ເຮັດເສັ້ນລ້ອນ) ແລະ ສາມາດເຮັດເປັນເຂົ້າໜົມຕ່າງໆ.ຖົ່ວຂຽວດິບເປັນແຫ່ຼງຂອງໂປຣຕີນ ແລະ ຄາໂບໄຮເດດທີ່ເປັນປະໂຫຍດ ສາມາດນໍາມາຕົ້ມກັບນໍ້າຕານເພື່ອໃຫ້ພະລັງງານແກ່ຮ່າງກາຍ .
ປັດໃຈຕ່າງໆທີ່ມີຜົນກະທົບກັບການຜະລິດຖົ່ວຂຽວ
1. ສະພາບແວດລ້ອມທີ່ເໝາະສົມໃນການປູກຖົ່ວຂຽວ
ລັກສະນະຂອງດິນ : ຖົ່ວຂຽວສ່ວນຫຼາຍແມ່ນສາມາດປູກໄດ້ໃນດິນເກືອບທຸກຊະນິດ ເພາະຖົ່ວຂຽວດູດເອົາທາດໄນໂຕ ເຈນໃນອາກາດມາໃຊ້. ສ່ວນທາດຟົດສະຟໍຣ ແລະ ໂປຣຕາຊຽມແມ່ນບໍ່ສາມາດດູດໄດ້ເຮົາຕ້ອງໃສ່ຝຸ່ນໃຫ້. ຖົ່ວຂຽວເປັນພືດຊະນິດໜຶ່ງຕ້ອງມີຄ່າ pH ຂອງດິນລະຫວ່າງ 6 – 6,5 ແລະ ດິນທີ່ເໝາະສົມໃນການປູກຖົ່ວຂຽວແມ່ນດິນຊາຍແກບຕົມເພາະມີທາດກາລໍລີຫຼາຍ.
ສະພາບພູມອາກາດ:ຖົ່ວຂຽວມັກອາກາດຮ້ອນອົບເອົ້າອຸນຫະພູມທີ່ເໝາະສົມໃນການຈະເລີນເຕີບໂຕລະຫວ່າງ 20-30 ອົງສາ ແລະ ປະລິມານນໍ້າຝົນ 600 – 1,500 ມິລີລິດ /ປີ, ຖ້າອາກາດໜາວໂພດຈະເຮັດໃຫ້ຖົ່ວຂຽວຢຸດສະງັດການ ຈະເລີນເຕີບໂຕສົ່ງຜົນສະທ້ອນເຖີງການຜະລິດ
ແສງສະຫວ່າງ: ຖົ່ວຂຽວຕ້ອງການແສງສະຫວ່າງຫຼາຍສົມຄວນ ແຕ່ຖ້າປູກຢູ່ບ່ອນຮົ່ມແມ່ນຈະເຮັດໃຫ້ດູດທາດໄນໂຕ ເຈນມີຫຼາຍ ແລະ ທາດດັ່ງກ່າວນີ້ຈັດຢູ່ລຸ່ມ ແຕ່ທາດແປ້ງຢູ່ໃນແກ່ນຈະຫຼຸດລົງ , ນໍ້າຕານກໍ່ເຊັ່ນດຽວກັນແມ່ນປັດໃຈທີ່ ສໍາຄັນຄື: ກາງເວັນຄວາມຍາວຂອງແສງອາດມີຫຼາຍເຊິ່ງເຮັດໃຫ້ຖົ່ວຂຽວ ສາມາດສັງເຄາະແສງໄດ້ຢ່າງສົມບູນ ແຕ່ສະເພາະກາງຄືນພືດຈະບໍ່ຕ້ອງການແສງເຊິ່ງແມ່ນຂອດໜຶ່ງທີ່ສໍາຄັນເຮັດໃຫ້ພືດມີການປຽ່ນແປງເປັນທາດນໍ້າຕານ, ທາດນໍ້າຕານດັ່ງກ່າວຖຶກສົ່ງໄປລ້ຽງພາກສ່ວນຕ່າງໆຂອງພືດ
ລະດູການປູກ: ລະດູການປູກຖົ່ວຂຽວທົ່ວໄປແມ່ນແບ່ງອອກເປັນ 2 ລະດູການຄື: ລະດູແລ້ງ ແລະ ລະດູຝົນ,ລະດູແລ້ງແມ່ນຫຼັງຈາກເກັບກູ້ຜົນຜະລິດເຂົ້ານາປີສໍາເລັດກໍ່ຈະເລີ່ມຫ່າງຫາກະກຽມພື້ນທີ່ສືບຕໍ່ປູກຖົ່ວຂຽວໃນລະຫວ່າງເດືອນ ພະຈິກ ຫຼື ເດືອນທົນວາເປັນຕົ້ນໄປ ໃນໄລຍະນີ້ຖົ່ວຂຽວຈະເລີນເຕີບໂຕໄດ້ດີ ແລະ ໃຫ້ຜົນຜະລິດສູງ. ລະດູຝົນແມ່ນ ສ່ວນຫຼາຍຈະປູກຢູ່ບ່ອນພື້ນທີ່ສູງບ່ອນທີ່ນໍ້າບໍ່ຖ້ວມຂງັ. ຈະເລີ່ມປູກແຕ່ເດືອນກໍລະກົດເປັນຕົ້ນໄປຫາເດືອນສິງຫາ ຫຼື ອາດຈະຂື້ນກັບແນວພັນຕື່ມອີກວ່າໃນຊວ່ງໄລຍະເວລາເກັບກ່ຽວແມ່ນໃຫ້ຖືກໃນຊ່ວງຝົນໝົດພໍດີຈຶ່ງເຮັດໃຫ້ໄດ້ເມັດຖົ່ວຂຽວທີ່ງາມເປັນທີ່ຕ້ອງການຂອງຕະຫຼາດ.
2. ການຄົດເລືອກແນວພັນຖົ່ວຂຽວ
ຄຸນລັກຊະນະຂອງແນວພັນທີ່ຈະຕ້ອງເອົາໃຈໃສຄື: ອາຍຸເກັບກ່ຽວ , ຄວາມສູງ , ເໝາະກັບດິນ , ທົນແລ້ງ ຫຼື ທົນນໍ້າຖ້ວມ , ຕ້ານທານພະຍາດ ແລະ ແມງໄມ້ , ຂະຫນາດຂອງເມັດ, ຜົນຜະລິດ
3. ການກຽມດິນ
ຄວນປັບໃຫ້ດິນມີຄວາມສະໝໍ່າສະເໝີເພື່ອປ້ອງກັນບໍ່ໃຫ້ນໍ້າຖ້ວມຂັງເພາະຖົ່ວຂຽວເປັນພືດທີ່ບໍ່
ທົນຕໍ່ ສະພາບນໍ້າຖ້ວມຂັງ, ຖ້ານໍ້າຖ້ວມຂັງຈະເຮັດໃຫ້ໃບປ່ຽນເປັນສີເຫຼືອງ ໃນການກຽມດິນໃນລະດູຝົນ ແລະ ລະດູແລ້ງກໍ່ຄ້າຍຄືກັນກັບພືດຊະນິດອື່ນຄື: ໄຖພວນດິນ 1-2 ຄັ້ງຂື້ນຢູ່ກັບສະພາບຂອງດິນ ແລະ ວັດສະພືດໃນແຕ່ລະທ້ອງຖິ່ນ ແຕ່ ສິ່ງສໍາຄັນຕ້ອງກຽມຮ່ອງລະບາຍນໍ້າເຂົ້າ-ອອກໃຫ້ສະດວກຮ່ອງເລິກປະມານ 30 cm ເພື່ອປ້ອງກັນນໍ້າຖ້ວມຂັງໃນແປງປູກ.
4. ການກຽມເມັດພັນ
ເມັດພັນທີ່ມີຄວາມບໍລຸສຸດ, ແຂງແຮງ ແລະ ສາມາດໃຫ້ຜົນຜະລິດສູງ ດັ່ງນັ້ນ ການກະກຽມເມັດພັນແມ່ນມີຄວາມສໍາຄັນ ແລະ ຕ້ອງເອົາໃຈໃສ່ຄື: ບໍ່ມີສີ່ງເຈືອປົນເຊັ່ນ:
– ເມັດຫຍ້າ,ຊາກພືດຕ່າງໆ…
– ປາສະຈາກພະຍາດ ແລະ ແມງໄມ້ສັດຕູພືດ.
– ເມັດຕ້ອງບໍ່ແຕກຫັກ
– ເມັດພັນຕ້ອງບໍ່ປຽກນໍ້າ
– ອາຍຸເກັບຮັກສາບໍ່ເກີນສອງລະດູ.
– ມີີເປີເຊັນການແຕກງອກສູງ (ສູງກວ່າ 85%)
5. ວິທີ່ການປູກ
ສໍາລັບການປູກຖົ່ວຂຽວສ່ວນຫຼາຍນິຍົມປູກຢູ່ 2 ແບບຄື: ການປູກເປັນແຖວ ແລະ ການປູກແບບຫວ່ານ
1. ການປູກແບບຫວ່ານ. ໃນກໍລະນີດິນມີຄວາມຊູ່ມ, ຫວ່ານເມັດໃນອັດຕາ 5 – 7 ກິໂລກຼາມຕໍ່ໄລ່ ແລ້ວພວນດິນກັບທັນ ທີ່. ກໍລະນີດິນບໍ່ມີຄວາມຊຸ່ມຊື້ນໃຫ້ຫົດນໍ້າກ່ອນ, ຫຼັງຈາກນັ້ນໄຖພວນ ແລະ ຫວ່ານເມັດແລ້ວພວນດິນກັບ .
ການປູກແບບສັກເປັນແຖວ ຫຼື ເຄື່ອງຢອດ. ໄລຍະປູກແມ່ນ 50 × 20 ຊັງຕີແມັດ , ຍອດເມັດ 2 – 3 ເມັດຕໍ່
ຂຸມ, ເມື່ອຖົ່ວຂຽວມີອາຍຸໄດ້ 7 – 10 ວັນ , ຖອນແຍກໃຫ້ເຫຼືອ 2 ຕົ້ນຕໍ່ຂຸມ. ປູກໂດຍນໍາໃຊ້ເຄື່ອງຈັກຢອດເມັດເປັນແຖວໄລຍະຫ່າງລະຫວ່າງຕົ້ນຕໍ່ແຖວ 15 Cm x 40 Cm ຂຸມລະ 1 – 2 ເມັດ
6. ການໃສ່ຝຸ່ນ
ຖ້າດິນມີອິນຊີວັດຖຸສູງກວ່າ 1.5%, ຟອສຟໍຣັສ ໌(P) ທີ່ເປັນປະໂຫຍດຫຼາຍກວ່າ 10 ມີລິກຼາມຕໍ່ກິໂລກຼາມ ແລະ ໂພແທສຊຽມ (K) ທີ່ແລກປ່ຽນໄດ້ຫຼາຍກວ່າ 60 ມິລີກຼາມຕໍ່ກິໂລກຼາມບໍ່ຈາໍເປັນຕ້ອງໃສ່ຝຸ່ນ. ໃນພື້ນທີ່ທົ່ວໄປຈະມີການໃສ່ຝຸ່ນວິທະຍາສາດສູດ 12–24–12 ອັດຕາ 30-40 ກິໂລ/ໄລ່ ຫຼື 15–15–15 ອັດຕາ 20 – 30 ກິໂລ/ໄລ່ , ໃສ່ຮອງກົ້ນຂຸມ ຫຼື ໂຮຍໃສ່ຂ້າງແຖວຫຼັງຈາກປູກຖົ່ວໄດ້ 10 – 15 ວັນ ແລ້ວພວນດິນກົບ , ໃນກໍລະນີປູກແບບຫວ່ານ ແມ່ນຫວ່ານພ້ອມກັບການກຽມດິນ .
7. ການໃຫ້ນໍ້າຖົ່ວຂຽວ
ສ່ວນໃຫ່ຍແຫຼ່ງປູກຖົ່ວຂຽວແມ່ນອາໃສ່ນໍ້າຝົນເພື່ອໃຫ້ຮັບປະກັນຜົນຜະລິດຄວນມີແຫຼ່ງນໍ້າສໍາຮອງເຊັ່ນ: ນໍ້າຫ້ວຍຮ່ອງ ຫຼື ບໍ່ເກັບນໍ້າ ການປູກເຂດຊົນລະປະທານ (ຫຼັງເກັບກ່ຽວເຂົ້ານາປີ) ແມ່ນຈະອີງໃສ່ສະພາບຂອງຄວາມຊຸ່ມຕົວຈິງພາຍໃນແປງປູກ. ວິທີການໃຫ້ແມ່ນປ່ອຍເຂົ້າໃຫ້ຖ້ວມແປງແລ້ວເປັ່ງອອກ ຫຼື ເຂດມີເງື່ອນໄຂແມ່ນໃຊ້ສະບົບນໍ້າສະປີງເກີ (ຈະປະຫຍັດກວ່າແບບໃຫ້ຖ້ວມໝົດແປງ).
ການໃຫ້ນໍ້າແກ່ຖົ່ວຂຽວ ພາຍຫຼັງປູກແມ່ນມີຄວາມສໍາຄັນຫຼາຍດິນຈະຕ້ອງມີຄວາມຊຸ່ມທີ່ພໍດີເໝາະສົມພຽງພໍທີ່ຈະໃຫ້ເມັດຖົ່ວຂຽວດູດໄປໃຊ້ການໃຫ້ນໍ້າຈະໃຫ້ 2-3 ມື /ຄັ້ງ, ອາດຈະຫຼາຍກວ່ານັ້ນຂື້ນກັບປະເພດດິນ ແລະ ສະພາບພູມອາກາດໄລຍະຝັກອ່ອນ ແລະ ເມັດພັດທະນາເປັນໄລຍະທີ່ສໍາຄັນບໍ່ໃຫ້ດິນຂາດຄວາມຊຸ່ມຄວນຈະໃຫ້ 1-2 ມື/ຄັ້ງ. ເມື່ອຖົ່ວຝັກແກ່ປ່ຽນຈາກສີຂຽວເປັນສີດໍາ ຫຼື ນໍ້າຕານເຂັ້ມແມ່ນໃຫ້ຢຸດນໍ້າ.
8. ພະຍາດ ແລະ ແມງໄມ້
ພະຍາດ ແລະ ແມງໄມ້ທີ່ມັກເກີດຂື້ນກັບພືດຕະກຸນຖົ່ວໂດຍສະເພາະແມ່ນຖົ່ວຂຽວມີຫຼາຍຊະນິດທີ່ມີລັກສະນະການລະບາດ ແລະ ການທໍາລາຍແຕກຕ່າງກັນດັ່ງມີລາຍລະອຽດລຸ່ມນີ້
1, ພະຍາດໃບດ່າງເຫຼືອງຂອງຖົ່ວຂຽວ (Mung bean Yellow Mosaic Virus) ເກີດຈາກເຊື້ອໄວຣັດຕະກຸນ Geminiviridae ສາມາດລະບາດກັບພືດຕະກຸນຖົ່ວຫຼາຍຊະນິດ. ອາການເລີ່ມເປັນທໍາອິດສ່ວນຫຼາຍ ແມ່ນຈະປະກົດ ເປັນສີເຫຼືອງ, ພາຫະນໍາເຊື້ອແມ່ນຈາກແມງຫວີ່ຂາວ (Bemisia tabaci) ຖ້າເກີດພະຍາດແມ່ນບໍ່ສາມາດຮັກສາໄດ້ຕ້ອງປ້ອງກັນບໍ່ຫົ້ແມງຫວີ່ຂາວລະບາດ. ຄວບຄຸມແມງຫວີ່ຂາວດ້ວຍຢາຂ້າແມງໄມ້,ແຕ່ຕ້ອງຮູ້ໄວ້ວ່າໃຊ້ໄດ້ສະເພາະໃນຊ່ວງຕົ້ນລະດູການເທົ່ານັ້ນ, ສີດ Imidachloprid (Imitaf 20 SL) 0.5 ml/l ຫຼື Admire 200 SL (Imidachlorpid) 0.25 ml/l, 2 – 3 ຄັ້ງ, 7 – 10 ວັນສີດທາງໃບ, ໃນໄລຍະທໍາອິດກ່ອນຖົ່ວອອກດອກ, ຢານີ້ມີ ສານຜິດສູງຕໍ່ເຜີ້ງ ແລະ ແມງທີ່ເປັນປະໂຫຍດອື່ນໆ, ຫ້າມນໍາໃຊ້ໃກ້ເວລາຖົ່ວຈະອອກດອກ ຫຼື ສີດນໍ້າສະກັດແກ່ນຂົມ ກະເດົາບົດ 50 ກຼາມ/ລິດ .
2, ພະຍາດລານໍ້າຄ້າງ ຫຼື ລາແປ້ງ (Downy mildew) ເກີດຈາກເຊື້ອລາ Oidium sp. ມັກເກີດໄລຍະຝົນຕົກ ຫຼື ມ້ອກ ຫຼາຍ, ອາກາດເຢັນການສະແດງອາການແມ່ນເປັນຝຸ່ນສີຂາວຢູ່ເທີງໃບ. ການປ້ອງກັນ ແລະ ກໍາຈັດໃຫ້ເລືອກແນວພັນທີ່ ຕ້ານທານພະຍາດ. ຫວ່ານ ແລະ ປູກພືດເມື່ອໝັ້ນໃຈວ່າອຸນຫະພູມຈະສູງກວ່າ 26 ℃. ໃຫ້ໝັ່ນສໍາຫຼວດພື້ນທີ່ການຜະລິດ. ກໍາຈັດວັດສະພືດທີ່ຕິດເຊື້ອອອກຈາກສວນ. ຖ້າພົບເຫັນລາແປ້ງລະບາດຫຼາຍໃຫ້ສີດຢາຂ້າເຊື້ອລາ, ສີດ (2 – 3 ຄັ້ງ) Tilt 250 EC (0.05% ຫຼື 0.5 ml/l) ຫຼື Thiovit 80 WP (0.2% ຄື 2 g/l) ທຸກໆ 2 – 3 ອາທິດ .
3, ພະຍາດໃບຈຸດສີນໍ້າຕານຂອງຖົ່ວ (Leaf spot Disease) ເກີດຈາກເຊື້ອ: Cercosporacroenta ມັກເກີດໄລຍະ ຝົນເປັນຈູດສີນໍ້າຕານຕາມໃບ ແລະ ເກີດຕັ້ງແຕ່ໄລຍະຕົ້ນອ່ອນ ແລະ ຈະ ລະບາດໜັກໄລຍະເກັບກ່ຽວ. ການປ້ອງກັນແມ່ນ ປູກແນວພັນຕ້ານທານ, ຫຼືກລ້ຽງປູກໄລຍະຝົນຕົກຫຼາຍ ຖ້າລະບາດໃຫ້ໃຊ້ຢາເບໂນມິວ 50%, ໄທໂອຟາເນດ-ເມທີວ 70% ອັດຕາ 15-20 ກຼາມ/ນໍ້າ 20 ລິດ
8. ແມງໄມ້ສັດຕູພີດທີ່ສໍາຄັນຂອງຖົ່ວຂຽວ
1. ເພ້ຍອອ່ນ (Aphis craccivora Koch) ຈະທໍາລາຍຖົ່ວຂຽວຕັ້ງແຕ່ເປັນຕົ້ນອ່ອນຈົນຕິດຝັກ, ມັກຈະ
ດູດນໍ້າລ້ຽງໃນສ່ວນຕ່າງໆຂອງພີດໃບ, ດອກ , ບໍລິເວນຍອດອ່ອນ ແລະ ໝາກອ່ອນ. ຖ້າທໍາລາຍຫຼາຍຈະເຮັດໃຫ້ຕົ້ນຢຸດຂະຫຍາຍຕົວ ຖ້າລະບາດໄລຍະຝັກອ່ອນເຮັດໃຫ້ເມັດລີບ .ການປ້ອງກັນໝັ້ນຕິດຕາມ ຖ້າລະບາດຫຼາຍແມ່ນສີດຄາຣ໌ໂບຊັລແຟນອັດ ຕາ 20% EC 50 ມິນລີລິດ /ນໍ້າ 20 ລິດ ຄວນສີດ 1 – 2 ຄັ້ງ, ຫ່າງກັນ 7 – 10 ວັນ .
2. ເພ້ຍໄຟ (Frankliniella williamsi ແລະ Megalurothrips usitatus) ຈະທໍາລາຍຖົ່ວຂຽວຕັ້ງແຕ່
ເປັນຕົ້ນອ່ອນຈົນຕິດຝັກ, ມັກຈະດູດນໍ້າລ້ຽງຍອດອ່ອນ, ໃບອ່ອນເຮັດໃຫ້ໃບຫຍໍ້ເຂົ້າ ແລະ ງໍ ,ຕົ້ນຈະເຕັ້ຍ, ໃບຜິດຮູບ. ເຂດທີ່ຖກືທໍາລາຍຮຸນແຮງຜົນຜະລິດເສຍຫາຍເຖີງ 80% ຖ້າລະບາດຫຼາຍແມ່ນສີດຄາຣ໌ໂບຊັລແຟນ 20% EC ອັດຕາ 50 ມິນລີລດ /ນໍ້າ 20 ລິດ ຄວນສີດ 1 – 2 ຄັ້ງ, ຫ່າງກັນ 7 – 10 ວັນ
3. ບົ້ງຮາໍໃບ (Leaf roller) ເກີດຈາກ ແມງກະເບື້ອກາງຄືນຈະກັດກິນໃບ, ດອກ ແລະ ເຈາະຝັກ ເພື່ອທໍາລາຍ
ເມັດພາຍໃນມັກລະບາດຮຸນແຮງໄລຍະຕົ້ນອ່ອນ , ອອກດອກ ແລະ ຝັກອ່ອນເຮັດໃຫ້ຜົນຜະລິດເສຍຫາຍຫຼາຍ. ການປ້ອງກັນຮັກ ສາແມ່ນຖ້າລະບາດຫຼາຍແມ່ນສີດຄາຣ໌ໂບຊັລແຟນ 20% EC ອັດຕາ 50 ມິນລີລິດ /ນໍ້າ 20 ລິດຄວນສີດ 1 – 2 ຄັ້ງ, ຫ່າງກັນ 7 – 10 ວັນ
4. ໜອນເຈາະຝັກ ແມງກະເບື້ອກາງຄືນເຂົ້າທໍາລາຍຊ່ວງອອກດອກ ແລະ ຕິດຝັກ. ໃຊ້ສານເຄມີໄຕຣອະໂຊຟອສ (40% EC) ອັດຕາ 50 ມິນລີລິດ/ນໍ້າ 20 ລິດ , ສີດໃນໄລຍະຖົ່ວອອກດອກຈົນເຖິງຕິດຝັກ.
10. ການເກັບກ່ຽວ ແລະ ວິທະຍາການຫຼັງການເກັບກ່ຽວ
ຖົ່ວຂຽວເປັນພືດທີ່ຝັກສຸກແກ່ບໍ່ພ້ອມກັນ, ຕ້ອງໄດ້ເກັບກ່ຽວ 2 ຄັ້ງ, ຄັ້ງທໍາອິດເມື່ອຖົ່ວຂຽວຝັກສຸກແກ່ 80% ແລະ ຄັ້ງ ທີ່ 2 ຫຼັງຈາກເກັບກ່ຽວຄັ້ງທໍາອິດໄດ້ 14 ວັນ . ຖ້າປູກແບບຫວ່ານ ແມ່ນຈະສາມາດເກັບໄດ້ຄັ້ງດ່ຽວເນື່ອງຈາກບໍ່ເປັນຖັນແຖວເວລາເຂົ້າເກັບຈະຢຽບຕົ້ນເຮັດໃຫ້ບໍ່ສາມາດເກັບໄດ້ຕື່ມ,
ຫຼັຈາກເກັບນໍາຝັກຖົ່ວຂຽວໄປຕາກແດດ, ເພື່ອຫຼຸດຄວາມຊຸ່ມຂອງຝັກ ແລະ ເມັດຫຼຸດລົງເຫຼືອ 11 – 13%, ນໍາຝັກຖົ່ວຂຽວໃສ່ເຄື່ອງແກະເມັດທີ່ມີຄວາມໄວໃນການໝູນ 550 ຮອບຕໍ່ນາທີ, ນາໍເມັດທີ່ໄດ້ມາທໍາຄວາມສະອາດດ້ວຍວິທີ ຮ່ອນ ແລະ ຝັດ, ແລ້ວນໍາໄປຕາກແດດເພື່ອຫຼຸດຄວາມຊຸ່ມໃຫ້ເຫຼືອປະມານ 11 – 12% ແລ້ວບັນຈເຸມັດໃສ່ເປົາປ່ານທີ່ ສະອາດ. ການເກັບຮັກສາຕ້ອງເກັບໃນສະຖານທີ່ສະອາດ, ອາກາດຖ່າຍເທໄດ້ດີ, ປາສະຈາກສັດຮາວີ ເຊັ່ນ: ໜູ, ມອດ, ມັດ…, ຮອງເປົາເມັດພັນໃຫ້ຂື້ນດ້ວຍໄມ້ ຫຼື ພາແລດ ຫຼີກລ້ຽງບໍ່ໃຫ້ເປົາຕິດກັບພື້ນ.
ແຫຼ່ງຂໍ້ມູນ: ເຕັກນິກການຜະລິດຖົ່ວຂຽວ, ສູນຄົ້ນຄວ້າພືດຜັກ ແລະ ພືດເສດຖະກິດ