ເຕັກນິກການປູກມັນຕົ້ນ

ມັນຕົ້ນມີຊື່ວິທະຍາສາດວ່າ Manihot esculenta Crantz ແລະ ມີຕົ້ນກໍາເນີດຈາກເຂດຮ້ອນໃນທະວີບອາເມລິກາໃຕ້ ຕັ້ງແຕ່ພາກເໜືອຂອງອາກຊັງຕີນເຖິງພາກໃຕ້ຂອງສະຫະລັດອາເມລິກາ. ມັນຕົ້ນເປັນໄມ້ຢື້ືນຕົ້ນຂະໜາດນ້ອຍທີ່ຂະຫຍາຍພັນດ້ວຍລໍາຕົ້ນ ຫຼື ແກ່ນ , ເປັນພືດທີ່ມີອາຍຸຫຼາຍປີ ມີທ່າແຮງໃນການໃຫ້ຜົນຜະລິດທາດແປ້ງສູງທີ່ສຸດ ແລະ ສາມາດປູກໄດ້ເກືອບທຸກພືື້ນທີ່ທັງເຂດທົ່ງພຽງ ແລະ ພູດອຍ. ໂດຍສະເພາະໃນພືື້ນທີ່ທີ່ດິນບໍ່ ມີຄວາມອຸດົມສົມບູນ , ດິນທີ່ເປັນອາຊິດປານກາງ pH ຢູ່ໃນລະດັບ 4.5-7 ແລະ ມີປະລິມານນໍ້າຝົນທີ່ຕໍ່າ ຫຼື ຝົນຕົກ ບໍ່ຕົກປົກກະຕິ ແລະ ປູກພືດອື່ນໆບໍ່ໄດ້ຮັບຜົນ . ເຖິງວ່າມັນຕົ້ນຈະທົນໄດ້ດີກ່ວາພືດອື່ນໆ ໃນດິນທີ່ເປັນສົ້ມ ແລະ ດິນທີ່ບໍ່ມີຄວາມອຸດົມສົມບູນ ແລະ ຄວາມແຫ້ງແລ້ງແຕ່ມັນຕົ້ນກໍ່ຕ້ອງການຝຸ່ນຄືກັບພືດອື່ນໆ.ມັນຕົ້ນມີການຈະເລີນເຕີບໂຕໄດ້ດີໃນອຸນຫະພູມຢູ່ລະຫວ່າງ 25-29°C ແລະ ສາມາດທົນທານຕໍ່ອຸນຫະພູມທີ່ຂື້ນສູງເຖິງ 38°C, ແຕ່ວ່າຈະຢຸດການຈະເລີນເຕີບໂຕເວລາອຸນຫະພູມຕໍ່າກວ່າ 15°C. ຖ້າອຸນຫະພູມຕໍ່າກວ່າ 0°C ລໍາຕົ້ນ ແລະ ຫົ ຂອງມັນຕົ້ນຈະຕາຍ.

ມັນຕົ້ນເປັນພືດທີ່ປູກງ່າຍ ແລະ ສາມາດຈະເລີນເຕີບໂຕໄດ້ໃນດິນຫຼາຍປະເພດຍົກເວັ້ນດິນອີ່ມນໍ້າ ແລະ ນໍ້າ ຂັງ. ແຕ່ການປູກມັນຕົ້ນໃຫ້ໄດ້ຮັບຜົນຜະລິດສູງ ແລະ ມີຄວາມຍືນຍົງນັ້ນແມ່ນບໍ່ງ່າຍ. ຊາວກະສິກອນຈໍາເປັນຕ້ອງມີຄວາມຮູ້ດ້ານເຕັກນິກການຜະລິດ ແລະ ການຈັດການສວນປູກມັນຕົ້ນທີ່ຖືກຕ້ອງເພື່ອໃຫ້ສາມາດປູກມັນຕົ້ນໄດ້ຕະຫຼອດໄປ.
1 . ການກະກຽມເພື່ອປູກມັນຕົ້ນ
1.1 ການຄັດເລືອກພືື້ນທີ່
ມັນຕົ້ນສາມາດຈະເລີນເຕີບໂຕໄດ້ດີໃນປະເພດດິນຕົມແກມຊາຍ ແລະ ດິນໜຽວ. ທົນທານຕໍ່ຄວາມແຫ້ງແລ້ງ ແຕ່ບໍ່ສາມາດຈະເລີນເຕີບໂຕໄດ້ໃນດິນອົມນໍ້າ ຫຼື ນໍ້າຂັງ. ສະນັ້ນ, ການຄັດເລືອກພືື້ນທີ່ຄວນເປັນດິນໂນນ ຫຼື ບ່ອນທີ່ບໍ່ມີນໍ້າຂັງເພື່ອປູກມັນຕົ້ນຈຶ່ງໄດ້ຮັບຜົນດີ.

1.2 ວິທິການກະກຽມດິນ
ໂດຍທົ່ວໄປແລ້ວການກຽມດິນສາມາດເຮັດໄດ້ດ້ວຍແຮງງານຄົນ ຫຼື ລົດໄຖ. ການກຽມດິນດ້ວຍການໃຊ້ຈົກ ຂຸດຸຂຸມປູກໃນເນື້ອທີ່ບໍ່ກວ້າງ, ຜົນຜະລິດອາດຈະຕໍ່າກວ່າຖ້າເປັນພືື້ນທີ່ດິນຄ້ອຍຊັນການເຊາະເຈື່ອນຂອງດິນກໍ່ໜ້ອຍກວ່າ . ການນໍາໃຊ້ລົດໄຖໃຫ່ຍກຽມດິນແມ່ນເໝາະສົມກັບໃນເນື້ອທີ່ກ້ວາງ, ການຈະເລີນເຕີບດີ ແລະ ຜົນຜະລິດຈະສູງກວ່າ . ສາມາດໄຖກົບເສດພືດທີ່ຕົກຄ້າງຢູ່ເທິງໜ້າດິນ . ຄວນໄຖເລິກ 20-30 ຊມ ເພື່ອຖົມໃຫ້ເສດພືດຕ່າງໆເນົ່າເປື່ອຍເປັນຝຸ່ນ . ການໄຖຄັ້ງທໍາອິດຖ້າເປັນດິນບຸກເບີກໃໝ່ໃຫ້ນໍາໃຊ້ໄຖ 3 ຈານ, ແລ້ວຕາກດິນໄວ້ປະມານ 7 ວັນ ຫຼັງຈາກນັ້ນໃຫ້ໃຊ້ໄຖ 7 ຈານ ໄຖຄັ້ງທີ 2. ຫຼັງຈາກຍົກຄູແລ້ວປູກໄປເລີຍບໍ່ຄວນປະໄວ້ດົນເພາະດິນຈະແໜ້ນຄືນ.

ຕາຕະລາງ 1. ຜົນການທົດລອງມັນຕົ້ນຮ່ວມກັບຊາວກະສິກອນໃນ 3 ແຂວງ, ປີ 2011 ແລະ 2015