ຂໍ້ແນະນຳການໃສ່ຝຸ່ນຢາງພາລາ(ສຳລັບຊາວກະສິກອນ)

ເນື່ອງຈາກວ່າດິນໃນແຕ່ລະພື້ນທີ່ ມີຄວາມອຸດົມສົມບູນແຕກຕ່າງກັນ ດັ່ງນັ້ນຈຶ່ງຈຳເປັນຕ້ອງນຳຝຸ່ນມາໃສ່ເພື່ອໃຫ້ຕົ້ນຢາງມີການຈະເລີນເຕີບໂຕ ແລະ ສາມາດໃຫ້ນໍ້າຢາງດີ ມີຄຸນນະພາບສາມາດປາດຢາງໄດ້ໃນໄລຍະເວລາ 5-6 ປີ.

  • ການໃສ່ຝຸ່ນ ຕ້ອງໃຫ້ຫ່າງຈາກຕົ້ນຢາງປະມານ 10-15 ຊັງຕີແມັດ

1. ການໃສ່ປຸ໋ຍກ່ອນປາດຢາງ

– ຄວນໃສ່ປຸ໋ຍຕາມອັດຕາ ແລະ ອາຍຸຂອງຕົ້ນຢາງ(ຕາຕະລາງ1)
– ສຳລັບພື້ນທີ່ຄ້ອຍຊັນ ຄວນໃສ່ປຸ໋ຍໂດຍວິທີຂຸດຂຸມ 2-3 ຂຸມຕາມແລວຊົງຟຸ່ມຂອງຕົ້ນຢາງ ແລະ ເອົາດິນຖົມ ເພື່ອປ້ອງກັນບໍ່ໃຫ້ຖືກເຊາະລ້າງຈາກນໍ້າຝົນ.
– ຄວນໃສ່ປຸ໋ຍໃນເວລາດິນມີຄວາມຊຸ່ມຊື່ນແຕ່ບໍ່ຄວນໃສ່ໃນລະດູແລ້ງ ຫຼື ມີຝົນຕົກລິນຕິດຕໍ່ກັນເປັນເວລາຫຼາຍວັນ

ຕາຕະລາງ 1: ເວລາ ແລະ ອັດຕາປຸ໋ຍທີ່ໃຊ້ກັບຕົ້ນຢາງກ່ອນໄລຍະປາດຢາງ

ປີທີ ອາຍຸຕົ້ນຢາງ(ເດືອນ) ອັດຕາປຸ໋ຍ(20-10-12)(ກຼາມ/ຕົ້ນ) ອັດຕາຝຸ່ນອິນຊີ(ກຼາມ/ຕົ້ນ)
1 2 60 1
5 80 1
11 100 1
2 14 110 2
16 110 2
23 110 2
3 28 180 2
36 180 2
4 40 180 2
47 180 2
5 52 200 2
59 200 2
6 64 200 2
71 200 2

2. ການໃສ່ຝຸ່ນຫຼັງການປາດຢາງ

ເຮັດໂດຍວິທີການຂຸດຂຸມຂະໜາດ 40X 40 ຊັວງຕີແມັດ ໃນບໍລິເວນລະຫວ່າງແຖວຕໍ່ແຖວຄວນໃສ່ຝຸ່ນບົ່ມໃນເວລາດິນມີຄວາມຊຸ່ມພຽງພໍ ແລະ ໃສ່ກ່ອນປຸ໋ຍປະມານ 15 ຫາ 20 ວັນ

3. ວິທີເຮັດຝຸ່ນບົ່ມເປັນກອງ

ດິນທີ່ປູກຢາງພາລາສ່ວນໃຫ່ຍ ເປນທີ່ດິນທີ່ມີຄວາມອຸດົມສົມບູນຕໍ່າການເພີ່ມອິນຊີໃນດິນທີ່ເໝາະສົມນັ້ນ ຄືການໃສ່ຝຸ່ນບົ່ມເພື່ອເພີ່ມຜົນຜະລິດຕໍ່ຢາງພາລາ ແລະ ຊ່ວຍຫຼຸດຜ່ອນປະລິມານການໃສ່ປຸ໋ຍລົງໄດ້ເຖິງ 25-50%

 

  • ປະເພດຝຸ່ນແບ່ງອອກເປັນ 3 ປະເພດຄື:

1 ຝຸ່ນຄອກຂີ້ງົວ, ຂີ້ຄວາຍ, ຂີ້ໝູ
2 ຝຸ່ນພືດສົດ: ພືດທີ່ຍັງບໍ່ຕາຍ, ເນົ່າເປື່ອຍໄດ້ງ່າຍ
3 ຝຸ່ນບົ່ມຫຼືຝຸ່ນໝັກ: ມີສ່ວນປະສົມດັ່ງນີ້:

ຕາຕະລາງ 2: ວັດສະດຸສຳລັບເຮັດຝຸ່ນບົ່ມ ຫຼື ໝັກ

ລາຍການ ຈຳນວນຝຸ່ນ ຫົວໜ່ວຍ
ເສດພືດ 1,000 ກິໂລກຼາມ
ຂີ້ສັດ 200 ກິໂລກຼາມ
ຝຸ່ນເລັ່ງ(ຍູເຮັຍ) 2 ກິໂລກຼາມ
ສານເລັ່ງຢາງ 150 ກິໂລກຼາມ
ນໍ້າ 20 ລິດ

 ຂັ້ນຕອນການເຮັດຝຸ່ນ

ເອົາເສດພືດເຊັ່ນ: ເຟືອງ, ກາກອ້ອຍ, ແກບ, ຫຍ້າຄາ, ຕົ້ນສາລີ, ຕົ້ນອ້ອຍ, ຜັກຕົບ, ຕົ້ນຫຍ້າກັບພືດທີ່ມີຢູ່ແລ້ວຢຽດໃຫ້ແໜ້ນພ້ອມທັງຫົດນໍ້າໃຫ້ປຽກ, ຈາກນັ້ນແບ່ງມູນສັດ, ສານເລັ່ງ ແລະ ປຸ໋ຍເລັ່ງໂຮຍໃສ່ເທິງໃຫ້ທົ່ວເຮັດແບບນີ້ຈົນກວ່າກອງຝຸ່ນຈະສູງ 1-1,5 ແມັດ. ຊັ້ນເທິງສຸດໃຊ້ດິນທີ່ມີຄວາມອຸດົມສົມບູນປົກໃຫ້ມີຄວາມໜາ 1-3ຊັງຕີແມັດ ເພື່ອປ້ອງກັນຄວາມຊຸ່ມ. ການປະຕິບັດງານ ແລະ ບົວລະບັດກອງຝຸ່ນອິນຊີນີ້ເຮັດໄດ້ໂດຍການໝັ້ນຫົດກອງຝຸ່ນໃຫ້ສະໝໍ່າສະເໝີໃຫ້ມີຄວາມຊຸ່ມໃນກອງ 5060% ໂດຍສັງເກດເບິ່ງກອງຝຸ່ນອິນຊີບໍ່ໃຫ້ແຫ້ງເກີນໄປ ຫຼື ປຽກຫຼາຍ ເພາະຈະເປັນການກະທົບຕໍ່ການຍ່ອຍສະຫຼາຍຂອງຈຸລິນຊີ. ພາຍຫຼັງໄດ້ 7-10 ວັນຕ້ອງປິ້ນກອ້ງຝຸ່ນເພື່ອລະບາຍອາກາດ ແລະ ຄວາມຮ້ອນພາຍໃນກອງ ແລະ ວັດສະດຸປະສົມເຂົ້າກັນ.

 ຝຸ່ນບົ່ມຕ້ອງສັງເກດເບິ່ງດັ່ງນີ້

1. ສີຂອງຝຸ່ນຈະເປັນສີນໍ້າຕານເຂັ້ມ
2. ເມືອຈັບເບິ່ງຈະອ່ອນ ແລະ ນຸ້ມດີ
3. ໃນກອງຝຸ່ນຈະປະກົດມີຫຍ້າເກີດຂື້ນ
4. ອຸນຫະພູມໃນກອງຝຸ່ນຈະໃກ້ຄຽງກັບອຸນຫະພູມຂ້າງນອກ

 ການນຳໃຊ້ຝຸ່ນບົ່ມໄປໃສ່ສວນຢາງພາລາ

ເມືອໄດ້ຝຸ່ນບົ່ມແລ້ວຊາວກະສິກອນ ກໍ່ສາມາດນຳເອົາຝຸ່ນໄປໃຊ້ໃນຕົ້ນຢາງພາລາໂດຍການຂຸດເປັນຂຸມທຳມະດາແລ້ວກໍ່ເອົາຝຸ່ນລົງໃສ່ຂຸມຕາມອັດຕາທີ່ໄດ້ແນະນຳຂ້າງເທິງ

ແຫຼ່ງຂໍ້ມູນ: ຂໍ້ແນະນຳການໃສ່ຝຸ່ນຢາງພາລາ, ຂະແໜງສົ່ງເສີມກະສິກຳ-ປ່າໄມ້ ແຂວງຫຼວງນໍ້າທາ