ເຕັກນິກການປູກມັນຕົ້ນ

ມັນຕົ້ນມີຊື່ວິທະຍາສາດວ່າ Manihot esculenta Crantz ແລະ ມີຕົ້ນກໍາເນີດຈາກເຂດຮ້ອນໃນທະວີບອາເມລິກາໃຕ້ ຕັ້ງແຕ່ພາກເໜືອຂອງອາກຊັງຕີນເຖິງພາກໃຕ້ຂອງສະຫະລັດອາເມລິກາ. ມັນຕົ້ນເປັນໄມ້ຢື້ືນຕົ້ນຂະໜາດນ້ອຍທີ່ຂະຫຍາຍພັນດ້ວຍລໍາຕົ້ນ ຫຼື ແກ່ນ , ເປັນພືດທີ່ມີອາຍຸຫຼາຍປີ ມີທ່າແຮງໃນການໃຫ້ຜົນຜະລິດທາດແປ້ງສູງທີ່ສຸດ ແລະ ສາມາດປູກໄດ້ເກືອບທຸກພືື້ນທີ່ທັງເຂດທົ່ງພຽງ ແລະ ພູດອຍ. ໂດຍສະເພາະໃນພືື້ນທີ່ທີ່ດິນບໍ່ ມີຄວາມອຸດົມສົມບູນ , ດິນທີ່ເປັນອາຊິດປານກາງ pH ຢູ່ໃນລະດັບ 4.5-7 ແລະ ມີປະລິມານນໍ້າຝົນທີ່ຕໍ່າ ຫຼື ຝົນຕົກ ບໍ່ຕົກປົກກະຕິ ແລະ ປູກພືດອື່ນໆບໍ່ໄດ້ຮັບຜົນ . ເຖິງວ່າມັນຕົ້ນຈະທົນໄດ້ດີກ່ວາພືດອື່ນໆ ໃນດິນທີ່ເປັນສົ້ມ ແລະ ດິນທີ່ບໍ່ມີຄວາມອຸດົມສົມບູນ ແລະ ຄວາມແຫ້ງແລ້ງແຕ່ມັນຕົ້ນກໍ່ຕ້ອງການຝຸ່ນຄືກັບພືດອື່ນໆ.ມັນຕົ້ນມີການຈະເລີນເຕີບໂຕໄດ້ດີໃນອຸນຫະພູມຢູ່ລະຫວ່າງ 25-29°C ແລະ ສາມາດທົນທານຕໍ່ອຸນຫະພູມທີ່ຂື້ນສູງເຖິງ 38°C, ແຕ່ວ່າຈະຢຸດການຈະເລີນເຕີບໂຕເວລາອຸນຫະພູມຕໍ່າກວ່າ 15°C. ຖ້າອຸນຫະພູມຕໍ່າກວ່າ 0°C ລໍາຕົ້ນ ແລະ ຫົ ຂອງມັນຕົ້ນຈະຕາຍ.

ມັນຕົ້ນເປັນພືດທີ່ປູກງ່າຍ ແລະ ສາມາດຈະເລີນເຕີບໂຕໄດ້ໃນດິນຫຼາຍປະເພດຍົກເວັ້ນດິນອີ່ມນໍ້າ ແລະ ນໍ້າ ຂັງ. ແຕ່ການປູກມັນຕົ້ນໃຫ້ໄດ້ຮັບຜົນຜະລິດສູງ ແລະ ມີຄວາມຍືນຍົງນັ້ນແມ່ນບໍ່ງ່າຍ. ຊາວກະສິກອນຈໍາເປັນຕ້ອງມີຄວາມຮູ້ດ້ານເຕັກນິກການຜະລິດ ແລະ ການຈັດການສວນປູກມັນຕົ້ນທີ່ຖືກຕ້ອງເພື່ອໃຫ້ສາມາດປູກມັນຕົ້ນໄດ້ຕະຫຼອດໄປ.

1 . ການກະກຽມເພື່ອປູກມັນຕົ້ນ
1.1 ການຄັດເລືອກພືື້ນທີ່
ມັນຕົ້ນສາມາດຈະເລີນເຕີບໂຕໄດ້ດີໃນປະເພດດິນຕົມແກມຊາຍ ແລະ ດິນໜຽວ. ທົນທານຕໍ່ຄວາມແຫ້ງແລ້ງ ແຕ່ບໍ່ສາມາດຈະເລີນເຕີບໂຕໄດ້ໃນດິນອົມນໍ້າ ຫຼື ນໍ້າຂັງ. ສະນັ້ນ, ການຄັດເລືອກພືື້ນທີ່ຄວນເປັນດິນໂນນ ຫຼື ບ່ອນທີ່ບໍ່ມີນໍ້າຂັງເພື່ອປູກມັນຕົ້ນຈຶ່ງໄດ້ຮັບຜົນດີ.

1.2 ວິທິການກະກຽມດິນ
ໂດຍທົ່ວໄປແລ້ວການກຽມດິນສາມາດເຮັດໄດ້ດ້ວຍແຮງງານຄົນ ຫຼື ລົດໄຖ. ການກຽມດິນດ້ວຍການໃຊ້ຈົກ ຂຸດຸຂຸມປູກໃນເນື້ອທີ່ບໍ່ກວ້າງ, ຜົນຜະລິດອາດຈະຕໍ່າກວ່າຖ້າເປັນພືື້ນທີ່ດິນຄ້ອຍຊັນການເຊາະເຈື່ອນຂອງດິນກໍ່ໜ້ອຍກວ່າ . ການນໍາໃຊ້ລົດໄຖໃຫ່ຍກຽມດິນແມ່ນເໝາະສົມກັບໃນເນື້ອທີ່ກ້ວາງ, ການຈະເລີນເຕີບດີ ແລະ ຜົນຜະລິດຈະສູງກວ່າ . ສາມາດໄຖກົບເສດພືດທີ່ຕົກຄ້າງຢູ່ເທິງໜ້າດິນ . ຄວນໄຖເລິກ 20-30 ຊມ ເພື່ອຖົມໃຫ້ເສດພືດຕ່າງໆເນົ່າເປື່ອຍເປັນຝຸ່ນ . ການໄຖຄັ້ງທໍາອິດຖ້າເປັນດິນບຸກເບີກໃໝ່ໃຫ້ນໍາໃຊ້ໄຖ 3 ຈານ, ແລ້ວຕາກດິນໄວ້ປະມານ 7 ວັນ ຫຼັງຈາກນັ້ນໃຫ້ໃຊ້ໄຖ 7 ຈານ ໄຖຄັ້ງທີ 2. ຫຼັງຈາກຍົກຄູແລ້ວປູກໄປເລີຍບໍ່ຄວນປະໄວ້ດົນເພາະດິນຈະແໜ້ນຄືນ.

1.3 ຮບ ແບບການກຽມດນ
ການກຽມດິນໄດ້ແບ່ງອອກເປັນ 3 ວິທີຫຼັກຄື: (1) ວິທິກຽມແບບບໍ່ຍົກຄູ, (2) ວິທິກຽມແບບຍົກຄູ ແລະ (3) ແບບເຮັດເປັນຮ່ອງ. ໂດຍຂື້ນກັບສະພາບຂອງພືື້ນທີ່: ສ່ວນດິນຄ້ອຍຊັນ ແລະ ດິນໂນນສາມາດໃຊ້ວິທີ່ກຽມດິນ ແບບພຽງໂດຍບໍ່ຈໍາເປັນຍົກຄູ ຫຼື ຍົກຄູກໍ່ໄດ້; ດິນພຽງ (ເຂດຮ່ອມພູ) ມີຄວາມສ່ຽງຕໍ່ນໍ້າຂັງຄວນຈະກຽມດິນ ໂດຍຍົກເປັນຄູເພື່ອໃຫ້ມີລະດັບສູງກວ່າພືື້ນດິນປູກກະຕິ ຫຼື ມີເງື່ອນໄຂສາມາດເຮັດເປັນຮ່ອງເພື່ຶຫຼຸດຜ່ອນຄວາມສ່ຽງກ່ຽວກັບບັນຫານໍ້າຂັງ. ຍົກຄູໃຫ້ມີໄລຍະຫ່າງລະຫວ່າງແຕ່ລະຄູ 1 – 1.2 ແມັດ.

1.4 ແນວພັນມັນຕົ້ນ
ມັນຕົ້ນແມ່ນມີຫຼາຍແນວພັນ ການເລືອກແນວພັນທີ່ເໝາະສົມແມ່ນມີຄວາມສໍາຄັນ. ໃນໄລຍະຫຼາຍ ປີຜ່ານມາສູນຄົ້ນຄວ້າກະສິກໍາເຂດຮ້ອນສາກົນ ແລະ ຄູ່ຮ່ວມງານໄດ້ເຮັດການທົດລອງຮ່ວມກັບຊາວກະສິກອນ ແລະ ສູນຄົ້ນຄວ້າທົດລອງເຫັນວ່າມີຫຼາຍແນວພັນທີ່ໃຫ້ຜົນຜະລິດສູງເຊັ່ນ: ລະຢອງ 11, ລະ ຢອງ 72, ກະເສດສາດ 50 (KU 50) ຈາກປະເທດໄທ ແລະ KM 98-1, KM 140 ຈາກຫວຽດນາມ ແນວພັນເຫຼົ່ານີ້ໃຫ້ຜົນຜະລິດ ແລະ ທາດແປ້ງສູງກວ່າແນວພັນພືື້ນເມືອງ ເຊັ່ນ: ແນວພັນຜະລິດຕະພາບຫົວສົດແມ່ນຢູ່ລະຫວ່າງ 21-39 ໂຕນ/ຮຕ/ປີ, ຂື້ນກັບຄວາມອຸດົມສົມບູນຂອງດິນ .

ຕາຕະລາງ 1. ຜົນການທົດລອງມັນຕົ້ນຮ່ວມກັບຊາວກະສິກອນໃນ 3 ແຂວງ, ປີ 2011 ແລະ 2015

 

ແນວພັນ ຈຳປາສັກ2015 ຊຽງຂວາງ 2011 ຫຼວງພະບາງ2011
ຜະລິດຕະພາບ(ໂຕນ/ຮຕ) ທາດແປ້ງ(ບັນຈຸ%) ຜະລິດຕະພາບ(ໂຕນ/ຮຕ) ທາດແປ້ງ(ບັນຈຸ%) ຜະລິດຕະພາບ(ໂຕນ/ຮຕ) ທາດແປ້ງ(ບັນຈຸ%)
KM 140 21 29
KU 50 28 31 31 30 39 27
Rayong 72 36 3 38 39 38 26
Rayong 11 30 30
ພັນພືື້ນເມືອງ 27 22 19 22

1.5 ການຄັດເລືອກທ່ອນພັນ
ມັນຕົ້ນເປັນພືດທີ່ປູກດ້ວຍທ່ອນພັນ, ການຄັດເລືອກທ່ອນພັນທີ່ດີຈຶ່ງມີຄວາມສໍາຄັນຫຼາຍ. ທ່ອນພັນທີ່ຈະຄັດເລືອກໄວ້ປູກຄວນມີອາຍຸລະຫວ່າງ 8-18 ເດືອນ ແຕ່ທ່ອນພັນທີ່ເໝາະສົມທີ່ສຸດແມ່ນມີອາຍຸລະຫວ່າງ 10-12 ເດືອນ. ທ່ອນພັນທີ່ມີຄຸນນະພາບດີກໍ່ຈະເຮັດໃຫ້ມີຄວາມງອກທີ່ດີ, ມີຮາກຫຼາຍ ແລະ ຮາກຈະພັດທະນາເປັນຫົວ ມັນຈະສົ່ງຜົນໃຫ້ມີຜົນຜະລິດທີສູງຕາມມາ. ທ່ອນພັນທີ່ມີຄຸນນະພາບດີຄື: ທ່ອນພັນທີ່ໃຫ່ຍແຂງແຮງຕາ ຫຼື ຂໍ້ບໍ່ຫ່າງ ແລະ ບໍ່ຖືເກີນໄປ, ຕັດໃໝ່ໆ ແລະ ເປັນທ່ອນພັນທີ່ປອດພະຍາດ ແລະ ແມງໄມ້ສັດຕູພືດ. ການຕັດລໍາທີ່ຈະນໍາ ມາເປັນພັນໃຫ້ຕັດສູງຈາກໜ້າດິນປະມານ 20 ຊມ.

1.6 ການເກັບຮັກສາທ່ອນພັນ
ທ່ອນພັນມີຄວາມສໍາຄັນຫຼາຍສໍາລັບເກັບໄວ້ເພື່ອໃຊ້ປູກໃນລະດູການຕໍ່ໄປ, ການເກັບຮັກສາກໍ່ຕ້ອງຮູ້ວິທິ ເກັບ ແລະ ໄລຍະເວລາ ໃນການເກັບຮັກສາໄວ້.ຖ້າເກັບທ່ອນພັນໄວ້ດິນ ທ່ອນພັນດັ່ງກ່າວຈະອອກຮາກ ແລະ ຍອດຫຼາຍ, ແລະ ລໍາແຫ້ງ. ເວລານໍາໄປປູກຄວາມງອກຂອງທ່ອນພັນຈະຫຼຸດລົງ . ໂດຍທົ່ວໄປແລ້ວ , ຫຼັງຈາກເກັບກູ້ບໍຄວນເກັບຮັກສາທ່ອນພັນໄວ້ດິນກວ່າ 2 ເດືອນ, ດີທີ່ສຸດ ແມ່ນເກັບໄວ້ປະມານ 1 ຫາ 2 ອາທິດ.

ວິທິເກັບທ່ອນພັນແມ່ນ ມັດເປັນລໍາຍາວ, ແຕ່ລະມັດຄວນມີປະມານ 20 ລໍາ ແລະ ເອົາໄປຕັ້ງເປັນລວມກັນ ໄວ້ເປັນຈຸ້ມແຕ່ລະຈູ້ມຄວນມີປະມານ 5-6 ມັດບໍ່ຕ້ອງຕັ້ງຕິດກັນເພື່ອໃຫ້ລົມສາມາດລ່ວງໄດ້,ຖ້າຈຸ້ມໃຫ່ຍຫຼາຍລົມ ບໍ່ລ່ວງຈະເກີດເຊື້ອືລາ ຫຼື ເພ້ຍແປ້ງ. ທ່ອນພັນຖ້າຖືກແດດຫຼາຍຈະແຫ້ງໄວ ຖ້າຮົ່ມຫຼາຍກໍ່ຈະເກີດເຊື້ອລາ ແລະ ເພ້ຍແປ້ງຄືກັນ, ຄວນເກັບໄວ້ຢູ່ກ້ອງຕົ້ນໄມ້ໃຫ້ມີແສງແດດສ່ອງໃສ່ . ຖ້າບໍ່ມີກ້ອງຕົ້ນໄມ້ໃຫ້ເອົາຕັ້ງເປັນກອງໄວ້ຢູ່ ກາງສວນກໍ່ໄດ້ແຕ່ກໍ່ບໍ່ໃຫ້ຫຼາຍກວ່າ 6 ມັດ ພ້ອມຖົມດິນໃສ່ບ່ອນທີ່ລໍາມັນຕິດດິນປະມານ 5-10 ຊມ.
ການເກັບຮັກສາອີກວິທິໜຶ່ງແມ່ນ ເກັບໄວ້ຢູ່ສ່ວນເມື່ອຕ້ອງການປູກຈຶ່ງຕັດໄປປູກໄດ້ເລີຍ.

1.7 ການກະກຽມທ່ອນພັນ
ທ່ອນພັນແມ່ນຕ້ອງໄດ້ກຽມກ່ອນປູກສ່ວນຫຼາຍແມ່ນ ໃຊ້ເລື່ອຍຕັດເພື່ອຫຼີກເວັ່ນບໍ່ໃຫ້ທ່ອນພັນຖືກ ກະທົບ ແລະ ແຕກການຕັດແມ່ນຕັດຊື່ ຫຼື ພຽງຈະໃຫ້ຜົນຜະລິດດີກ່ວາ . ຄວນໃຊ້ສ່ວນທາງກົກ ຫາ ສ່ວນກາງຂອງລໍາເທົ່ານັ້ນ. ຄວາມຍາວຂອງທ່ອນພັນທີ່ຈະປູກແມ່ນ 20-25 ຊມ (ມີຕາບໍ່ຕໍ່າກວ່າ 5 ຕາ). ທ່ອນ ພັນມັນຕົ້ນມີຕາຢາຍຕາມຂໍ້ຂອງທ່ອນພັນຊຶ່ງຕາເປັນບ່ອນແຕກງອກອອກເປັນລໍາມັນຕົ້ນ. ຖ້າໃຊ້ທ່ອນພັນນ້ອຍ ຫຼື ສັ້ນທາດອາຫານທີ່ມີຢູ່ໃນທ່ອນພັນຈະມີໜ້ອຍບໍ່ພຽງພໍ ຕົ້ນອອກມາກຈະນ້ອຍ ແລະ ບໍ່ແຂງແຮງ. ອີກບັນຫາໜຶ່ງທ່ອນພັນນ້ອຍ ຫຼື ສັ້ນຈະແຫ້ງຕາຍງ່າຍ. ສະນັ້ນ ຄວນໃຊ້ທ່ອນພັນທີ່ເໝາະສົມ ແລະ ມີຈໍານວນຕາປະມານ 5-7 ຕາ.

1.8. ວິທິການປູກ
ໂດຍທົ່ວໄປແລ້ວມັນຕົ້ນເຄີຍປູກດ້ວຍ 3 ວິທິຄື : ປູກນອນ, ປກເນີ້ງ ແລະ ປູກຕັ້ງ.

ວິທີປູກແບບນອນ: ແມ່ນຂຸດເປັນຂຸມເອົາທ່ອນພັນລົງໃສ່ແລ້ວຖົມດິນ ຫຼື ເຮັດເປັນຮ່ອງເລີກປະມານ 10 ຊມ, ວາງທ່ອນພັນລົງລວງນອນແລ້ວຖົມດິນິໃສ່ . ວິທິການປູກແບບນອນນີ້ຈະເປັນຫົວຢູ່ຕົ້ນກວ່າການປູກແບບເນີ້ງ ແລະ ແບບຕັ້ງ. ແຕ່ການປູກແບບນອນໃຊ້ແຮງງານ ແລະ ເວລາຫຼາຍກວ່າ .
ວິທິປູກແບບເນີ້ງ: ປັກທ່ອນພັນລົງໄປໃນດິນ 2/3 (2 ສ່ວນລົງໄປໃນດິນ ແລະ ເຫຼືອ 1 ສ່ວນຢູ່ເທີ່ງໜ້າດິນ ) ແລະ ອຽງໄປເບື້ອງໜຶ່ງ. ສ່ວນຫຼາຍມັນເປັນຫົວຢູ່ເບືື້ອງດຽວ ຖ້າມີລົມພັດແຮງຕົ້ນມັກລົ້ມລົງ .
ວິທິປູກແບບຕັ້ງ: ປັກັທ່ອນພັນລົງໄປໃນດິນປະມານເຄິ່ງໜຶ່ງ. ການປູກວິທິນີ້ຈະງອກໄວ, ເປັນຫົວຫຼາຍ ແລະ ເລີກກວ່າວິທິປູກນອນ ແລະ ປູກເນີ້ງ.
*ໝາຍເຫດ: (1). ການປູກແບບຕັ້ງ ແລະ ເນີ້ງໃຫ້ສັງເກດເບິ່ງຕາ, ບໍ່ຄວນປູກກັບດ້ານ; (2). ຖ້າທ່ອນພັນມີເພ້ຍແປ້ງບ່ອນທີ່ມີເງື່ອນໄຂສາມາດຊອກຊື່ຢາຂ້າເພ້ຍແປ້ງໃຫ້ແຊ່ຢາຂ້າເພ້ຍກ່ອນປູກ ; (3). ຍົກຄູແລ້ວປູກເລີຍດິນຈຶ່ງບໍ່ແໜ້ນ ; (4). ຖ້າຝົນຕົກຫຼາຍບໍ່ຕ້ອງປູກເພາະທ່ອນພັນຈະເນົ່າ.

ແຫຼ່ງຂໍ້ມູນ:ປື້ມຄູ່ມກ່ຽວກັບເຕັກນິກ ການປູກມັນຕົ້ນ, ສູນຄົ້ນຄວ້າກະສິກໍາເຂດຮ້ອນສາກົນ (CIAT)