ເຕັກນິກການປູກພືດປ້ອງກັນການເຊາະເຈືື່ອນ

ພູມສັນຖານຂອງປະເທດເຮົາ , ພືຶ້ນທີື່ສ່ວນໃຫ່ຍເປັນພູເຂົາສູງ ຊັນກວມເນືຶ້ອທີື່ ປະມານ 80% ໃນຂອບເຂດທົ່ວປະເທດ, ໃນເຂດພູດອຍປະຊາຊົນສ່ວນໃຫຍ່ແມ່ນເຮັດໄຮ່ດ້ວຍວິທີ ການຖາງປ່າໄມ້ ແລະ ຈູດ ໃນແຕ່ລະປີໄປຕາມຮອບວຽນຂອງປ່າເລົ່າແຕ່ 4 ຫາ 8 ປີ ຈຶ່ງກັບມາເຮັດຢູ່ບ່ອນເກົ່າ, ມັນໄດ້ສ້າງຄວາມເສຍຫາຍໃຫ້ແກ່ຊັບພະຍາກອນປ່າໄມ້, ຕາມວິທີດັ່ງເດີມທີ່ເຄີຍເຮັດກັນມາ.

ບາງເຂດການເຮັດສວນປູກພືດຕໍ່ເນືື່ອງໃນແຕ່ລະປີແມ່ນໃຊ້ລົດກຽມດິນໃນເຂດຄ້ອຍຊັນທີ່ບໍ່ນໍາໃຊ້ເຕັກນິກປ້ອງກັນການເຊາະເຈືື່ອນຂອງດິນໄຖດິນແຕ່ເທິງລົງລຸ່ມ. (ຄວາມຄ້ອຍຊັນຫຼາຍກວ່າ 25%) ເວລາຝົນຕົກລົງມາເຮັດໃຫ້ຊັ້ນດິນປູກຝັງທີ່ມີຄວາມອຸດົມສົມບຸນໄຫຼເຊາະເຈືື່ອນລົງຫາພືຶ້ນທີ່ຕໍ່າສາຍນໍ້າມີຄວາມຕື້ນເຂີນຂື້ນ (ຮູບ 1).

1. ບັນຫາຂອງການນໍາໃຊ້ດິນຄ້ອຍຊັນ.

1 ມີການທໍາລາຍປ່າໄມ້ມາປູກພືດແບບບໍ່ໃຊ້ເຕັກນິກ.
2 ເກີດມີການເຊາະເຈືື່ອນເຮັດໃຫ້ເກີດການໄຫຼບ່າຂອງນໍ້າ.
3 ດິນເຊືື່ອມຄຸນນະພາບໄວ.
4 ດິນຊັ້ນໜ້າຖືກເຊາະລ້າງໄປທີ່ຕໍ່າ.
5 ການໄຖດິນໂດຍຄໍານຶງແຕ່ການປູກພືດບໍ່ຄໍານຶງເຖິງການສູນເສຍການເຊືື່ອມຄຸນຂອງດິນ.

6 ບໍ່ນໍາໃຊ້ເຕັກນິກການປັບປຸງດິນ.
7 ບໍານໍາໃຊ້ເຕັກນິກການປ້ອງກັນການເຊາະເຈືື່ອນຂອງດິນ


3. ເຕັກນິກສໍາລັບການແກ້ໄຂບັນຫາຂອງດິນໃນເຂດຄ້ອຍຊັນ.
3.1. ເຕັກນິກກະສິກໍາ-ປ່າໄມ້ (Agro forestry).

ເປັນເຕັກນິກທີື່ປູກພືດອາຍຸສັ້ນ ປະສົມກັບການປູກໄມ້ໃນປີທໍາອິດ ແລະ ປີທີ 2-3 ຍັງສາມາດປູກເຂົ້າ-ສາລີ ຫຼື ຖົ່ວໃສ່ຫວ່າງຕົ້ນໄມ້ທີ່ປູກ, ເປັນການບົວລະບັດຮັກສາທັງ 2 ພືດທີ່ປູກໃສ່ພື້ນທີ່ດຽວກັນ, ພາຍຫຼັງ 3-4 ປີ, ເມືື່ອຕົ້ນໄມ້ໃຫຍ່ແລ້ວຈຶ່ງຮັກສາໄມ້ໄວ້.

ໃນສະພາບພື້ນທີ່ຖ້າຄ້ອຍຊັນສູງເຖິງ 40% ຂື້ນໄປຊາວກະສີກອນ ມີພື້ນດິນພຽງພໍສາມາດປູກພືດໄຮ່ປະສົມກັບໄມ້ຕ່າງໆຄື:ໄມ້ສັກ, ໄມ້ດູ, ໄມ້ແດງ, ຕາມຄວາມຕ້ອງການຊົມໃຊ້ການປູກຮ່ວມກັນໄດ້ພຽງໄລຍະ 3 -4 ປີ, ດິນທີ່ນໍາໃຊ້ກາຍເປັນປ່າ ການປູກແບບນີ້ເປັນການເພີ່ມເນື້ອທີ່ປ່າໄມ້, ມີໄມ້ຊົມໃຊ້ໃນອານາຄົດ, ມີປະສິດທິພາບໃນການນໍາໃຊ້ທີ່ດິນ, ປັບ ປຸງສະພາບແວດລ້ອມ, ທີ່ດິນກະສິກໍາທີ່ມີຄວາມເຊື່ອມໂຊມກັບຄືນມາດີຂື້ນທາງດ້ານເສດຖະກິດ. ນອກຈາກສິ່ງທີ່ກ່າວມາ ຊາວກະສິກອນຍັງມີລາຍຮັບຜົນຜະລິດຂອງພືດ ໃນ 2-3 ປີ ທໍາອິດ, ເມື່ອຕົ້ນໄມ້ໃຫຍ່ແລ້ວກໍ່ໄດ້ຂາຍໄມ້ອີກ.

3.2. ການປູກພືດສະຫຼັບເປັນແຖບ.

ການປູກພືດແບບເປັນແຖບມນີ 2-3 ພືດສັບກັນຢ່າງເປັນລະບົບ ຕັດຕາມຄວາມຄ້ອຍຊັນປູກພືດຕະກຸນຖົ່ວຄື: ຖົ່ວດິນ, ຖົ່ວເຫຼືອງ, ຖົ່ວຂຽວ, ຖົ່ວອືື່ນ. ສະຫຼັບສາລີ, ເຂົ້າໄຮ່ຕາມລໍາດັບສາມາດຊ່ວຍໃຫ້ຜົນຜະລິດເພີ່ມຂື້ນ ທັງເປັນການປັບປຸງດິນມີຄວາມອຸດົມສົມບູນ ພືດຕະກຸນຖົ່ວເຮັດໃຫ້ການດຶງດູດໄນໂຕເຈນຈາກອາກາດ ສ່ວນລໍາຕົນໃບສາມາດເຮັດຝຸ່ນຂຽວ ແລະ ຝຸ່ນບົມໄດ້

+ ຜົນດີຂອງການປູກພືດສະຫຼັບເປັນແຖບ.

– ຊ່ວຍລຸດຄວາມໄວຂອງກະແສນໍ້າໄຫຼບ່າໜ້າດິນໃນພື້ນທີ່ປູກ.
– ຊ່ວຍເພີ່ມການຊືມຊັບນໍ້າລົງໃນດິນໄດ້ດີຂື້ນ, ເຮັດໃຫ້ດິນມີຄວາມຊຸ່ມຊື່ນທີ່ຈະເປັນປະໂຫຍດຕ່່ພືດປູກ.
– ເຮັດໃຫ້ນໍ້າໄຫຼບ່າໜ້າດິນ ກະຈາຍຢ່າງສະໝໍ່າສະເໜີໄປທົ່ວພື້ນທີ່, ຊຶ່ງຈະຊ່ວຍລຸດຜ່ອນຄວາມແຮງຂອງການກັດເຊາະໜ້າດິນລົງ.
– ເປັນຄັນຮອງຮັບຕະກອນດິນ

3.3. ການປູກພືດເປັນແລວຕ້ານເຈືື່ອນ (ຄັນພືດ ແລະ ຄັນດີນ).

ວິທີນີ້ເໝາະສົມກັບຄວາມຄ້ອຍຊັນແຕ່ 30% ໂດຍໃຊ້ພືດຕະກຸນຖົ່ວທີ່ມີຮາກແກ້ວເລີກ ແລະ ຮາກຫຼາຍ ເປັນຄັນປອງກັນເຊາະເຈືື່ອນໄດ້ດີ. ການປູກເປັນແລວຄັນພືດປູກໃນຕົ້ນເດືອນພືດສະພາດິນມີຄວາມຊຸ່ມດ້ວຍວິທີຂຸດຮ່ອງຕາມເສັ້ນທີ່ໝາຍໄວເປັນແຖວຄູໄລຍະຫາງລະຫວາງແຖວ 50 ຊມ ເລີກ 5-8 ຊມ ໂຮຍແກ່ນຄັນພືດຕາມຮ່ອງທີຂຸດໃນປະລິມານ 15-20 ແກ່ນ/10ຊມ. ເອົາດິນປົກບາງໆ ຕິດຕາມເບິ່ງໃນ 1 ອາທິດ ບ່ອນໃດບໍ່ເກີດດີໃຫ້ສາມຄືນໃຫ້ພືດໃຫຍ່ທັນກັນ.

+ ຜົນດີຂອງການປູກພືດເປັນແລວຕ້ານເຈືື່ອນ (ຮູບ 3).

– ຊ່ວຍປ້ອງກັນການເຊາະລ້າງພັງທະລາຍຂອງດິນໄດ້ດີ.
– ຊ່ວຍປັບປຸງຄຸນນະພາບຂອງດິນໃຫ້ດີຂື້ນ ເຮັດໃຫ້ຊາວກະສິກອນນໍາໃຊ້ພື້ນທີ່ໄດ້ຢ່າງຖາວອນຕະຫຼອດໄປ.
– ຊ່ວຍເພີ່ມຜົນຜະລິດ ແລະ ລາຍໄດ້ໃນໄລຍະສັ້ນ ແລະ ໄລຍະຍາວ ເພື່ອຊ່ວຍປັບປຸງສະພາບສິ່ງແວດລ້ອມໃຫ້ດີຂື້ນ.
– ນໍາໃຊ້ຕົ້ນທຶນຕໍ່າ ແລະ ລົດຄວາມສຽງ.

ຕາຕະລາງ: ໄລຍະຫ່າງລະຫວ່າງແນວຄັນພືດ ແລະ ດິນທີື່ເໜາະສົມ ແມ່ນ ອິງໃສ່ຄວາມຄ້ອຍຊັນຂອງພື້ນທີ່

ລ/ດ %ຄວາມຄ້ອຍຊັນ ໄລຍະຫ່າງຂອງຄັນພືດ/ຄັນດິນ ຄວາມເໝາະສົມ ຄວາມເໝາະສົມ
ສຳລັບຄັນພືດ ສຳລັບຄັນດິນ
1 10-15 16-18 ເໝາະສົມ ບໍເໝາະສົມ
2 16-20 15 ເໝາະສົມບໍ ບໍ່ເໝາະສົມ
3 21-25 12 ເໝາະສົມ ບໍ່ເໝາະສົມ
4 26-30 10 ເໝາະສົມ ບໍ່ເໝາສົມ
5 31-35 8 ບໍ່ເໝາະສົມ ເໝາະສົມ
6 36-40 7 ບໍ່ເໝາະສົມ ເໝາະສົມ
7 41-45 6 ບໍເໝາະສົມ ເໝາະສົມ
8 46-50 5 ບໍ່ເໝາະສົມ ເໝາະສົມ
9 51-55 4 ບໍ່ເໝາະສົມ ເໝາະສົມ
  • ການປະກອບສ້າງໄມ້ໂຕເອ (A-Flame)

ໄມ້ໂຕເອ ສາມາດເຮັດໄດ້ ໂດຍການນໍາເອົາໄມ້ໄຜ່ ຫຼື ໄມ້ກົມທໍາມະດາທີ່ມີໃນທ້ອງຖິ່ນໂດຍໃຊ້ໄມ້ສອງລໍາທີ່ມີຄວາມຍາວ 2.10 m, ມັດປາຍໄມ້ຕິດກັນ ແລະ ໃຊ້ໄມ້ທີ່ມີຄວາມຍາວ 1.10 m, ມັດຕິດຂວາງເຄິ່ງກາງ ປະກອບເປັນຮູບຕົວເອ (A), ຊຶ່ງສູງຈາກໜ້າດິນ 1 m, ແລ້ວໃຊ້ມີດບາກເຄິ່ງກາງ ເພືື່ອເປັນເຄືື່ອງໜາຍທີ່ແນ່ນອນ ແລະ ໃຊ້ເຊືອກຜູກກ້ອນຫີນມັດຕິດຍອດສາມຫຼ່ຽມຂອງໄມ້ໂຕເອເພື່ອເປັນລູກ ດືງຖ່ວງນໍ້າໜັກ. (ຮູບ 4)

 ການວັດແທກເສັ້ນແລວລະດັບ

ການວາງເສັ້ນລະດັບໃຫ້ສະໝໍ່າສະເໝີເໝາະສົມກັບຄັນປູກພືດ ຫຼື ຂຸດຄັນດິນຈະວາງເສັ້ນລະດັບຕາມໜ້າຄ້ອຍ ດ້ວຍການນໍາໃຊ້ໄມ້ໂຕເອ A ວັດແທກ ວິທີປະຕິບັດເລີ່ມວາງຂາທັງສອງຂ້າງຂອງໄມ້ໂຕເອ A ໃຫ້ສະເໝີກັນ ໂດຍສັງເກດລູກລິ້ງໃຫ້ຕັ້ງສາກ 90 ອົງສາ ແລ້ວປັກຫຼັກໄມ້ໝາຍໄວ້ທີ່ຂາຂວາຂອງໄມ້ໂຕເອ A ຈາກນັ້ນຈຶ່ງຍ້າຍຂາຊາຍໄປແທນຈຸດ ບ່ອນວາງຂາຂວາຂອງໄມ້ໂຕເອ A ເຮັດໄປເລື້ອຍໆ ຈະໄດ້ເສັ້ນແລວລະດັບຕັດຕາມໜ້າຄ້ອຍສໍາເລັດເສັ້ນທີນຶ່ງແລ້ວເຮັດເສັ້ນທີສອງຕໍ່ໆໄປທົ່ວຜືນໄຮ່. ແລ້ວຈຶ່ງຂຸດໄປຕາມແລວທີ່ໝາຍໄວ້ (ຮູບ 5).

ແຫຼ່ງຂໍ້ມູນ: ເຕັກນິກການປູກພືດປ້ອງກັນການເຊາະເຈືື່ອນ,ສູນພັດທະນາທີື່ດິນ ແລະ ຄຸ້ມຄອງການນໍາໃຊ້ຝຸ່ນ, ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ