ເຕັກນິກການກ້າແກ່ນຊາ

ເຕັກນິກການກ້າແກ່ນຊາ

ຊື້ວິທະຍາສາດ: Camellia sinensis var. assamica

 

 

 

 

 

1. ການເກັບແກ່ນຊາ

1.1 . ລະດູການທ່ີ່ເໝາະສົມທີ່ສຸດໃນການເກັບແກ່ນຊາແມ່ນຢູ່ລະຫວ່າງທ້າຍເດືອນ ກັນຍາ ຫາຕົ້ນເດືອນ ພະຈິກ, ເພາະວ່າໃນໄລຍະນີ້ ແກ່ນຊາແມ່ນສຸກດີ ສັງເກດເບິ່ງ ໝາກຊາຕ້ອງເປັນໝາກທີ່ແກ່ດີ, ເວລາເຮົາແກະເປືອກນອກອອກແລ້ວ ຈະສັງເກດເຫັນແກ່ນຊາທີ່ຢູ່ທາງໃນເປັນສີນໍ້າຕານເຂັ້ມແມ່ນສາມາດເກັບມາກ້າແກ່ນໄດ້.

1.2. ຖ້າໝາກເປັນສີຂຽວ, ສີນໍ້າຕານຍັງບໍ່ເຂົ້າເຕັມໝົດ ຫຼື ເຂົ້າເຄິ່ງໜຶ່ງຍັງບໍ່ເຖິງຂວັ້ນເຮົາຕ້ອງປະໄວ້ກ່ອນ.

2. ການປອກເປືອກໝາກຊາ

2.1 ແບບແກະເອົາແກ່ນ:

ພາຍຫຼັງເກັບໝາກຊາມາແລ້ວ ແມ່ນນໍາເອົາໝາກຊາມາແກະເອົາແກ່ນໂດຍກົງ

2.2 ແບບຕາກແດດ:

ນໍາເອົາໝາກຊາທີ່ເກັບມາໄດ້ ແລ້ວນໍາມາໃສ່ກະດົ້ງ ໄປຕາກແດດ 1 ມື້ ເພື່ອໃຫ້ເປືອກຊາແຕກ, ຫຼັງຈາກນັ້ນ ຈຶ່ງນໍາມາແກະເອົາແກ່ນຊາ, ເຊິ່ງວິທີນີ້ ຈະສະດວກໃນການແກະເອົາແກ່ນ.

 

 

 

 

 

 

 

 

 

3. ການຮັກສາແກ່ນຊາ

ວິທີທີ 1: ນໍາເອົາໝາກຊາທີ່ແກ່ດີ ຍັງບໍ່ທັນໄດ້ແກະເປືອກ ມາບັນຈຸໃສ່ເປົ໋າ ຫຼື ກະຕ່າ ແລ້ວເກັບປະໄວ້ ໄລຍະ 1 ເດືອນ ກໍ່ສາມາດນໍາໄປແກະເອົາແກ່ນຊາໄດ້.

ວິທີທີ 2: ແກ່ນຊາຈະບໍ່ຄືກັບແກ່ນພືດທົ່ວໄປ ເພາະບໍ່ສາມາດເກັບຮັກສາໄວ້ດົນ, ພາຍຫຼັງທີ່ແກະເອົາແກ່ນແລ້ວ ບໍ່ຄວນປະໄວ້ເກີນ 2 ມື້, ຫ້າມບໍ່ໃຫ້ຕາກແດດ, ຕ້ອງປະໄວ້ບ່ອນຮົ່ມເທົ່ານັ້ນ, ເພື່ອຮັກສາໃຫ້ແກ່ນຊາໄວ້ໄດ້ດົນ ແມ່ນໃຫ້ນໍາໄປຝັງໃນດິນໄວ້ ເຊິ່ງວິທີນີ້ສາມາດເກັບຮັກສາແກ່ນຊາໄດ້ສູງສຸດ 3 ອາທິດ.

ວິທີຝັງດິນ  ພາຍຫຼັງແກະແກ່ນຊາບໍ່ເກີນ​ 2 ມື້ ໃຫ້ນໍາເອົາແກ່ນຊາ ມາບັນຈຸໃນເປົາທີ່ລະບາຍອາກາດໄດ້ດີ ແລ້ວມັດປາກເປົາໃຫ້ດີ ເພື່ອຮັກສາຄວາມຊຸ່ມຂອງເນື້ອເຍື່ອໃນແກ່ນຊາ

ຂຸດຂຸມໃຫ້ມີຂະໜາດເທົ່າເປົາຊາ ແລະ ເລິກປະມານ 15-20 ຊັງຕີແມັດ.

ນໍາເອົາແກ່ນຊາທີ່ໄດ້ບັນຈຸໃນເປົ໋າໄວ້ແລ້ວ ມາລົງຂຸມ ຫຼັງຈາກນັ້ນກໍເອົາດິນຖົມປະໄວ້

 

 

 

 

 

4. ການຄັດເລືອກແກ່ນຊາ

ກ່ອນກ້າແກ່ນຊາ ແມ່ນນໍາເອົາແກ່ນຊາ ໄປເທລົງໃນຊາມນໍ້າທີ່ກຽມປະໄວ້, ໃຫ້ຄັດເລືອກເອົາສະເພາະແກ່ນຊາທີ່ຈົມນໍ້າ  ສ່ວນແກ່ນໃດທີ່ຟູຂຶ້ນໜ້ານໍ້າ ແມ່ນໃຫ້ຕັກອອກ, ເມື່ອໄດ້ແກ່ນທີ່ຈົມ ແລ້ວແຊ່ນໍ້າປະໄວ້ 24-48 ຊົ່ວໂມງ (1ມື້ 1ຄືນ ຫຼື 2 ມື້ ແຕ່ບໍ່ໃຫ້ຫຼຸດ 24 ຊົ່ວໂມງ) ແລ້ວຈຶ່ງນໍາໄປລົງໃສ່ໜານ ຫຼື ເບົ້າ.

 

 

 

 

 

 

5. ການກຽມກ້າແກ່ນຊາ

ການກຽມໜານ: ນໍາດິນຊາຍ 1 ເປົາ, ແກບເຜົາ ເຄິ່ງເປົາ ແລະ ດິນປູກຝັງ ມາປະສົມເຂົ້າກັນ ເພື່ອນໍາມາເຮັດໜານກ້າ, ສ່ວນຂະໜາດຂອງໜານກ້າ ລວງກວ້າງ 1 ແມັດ, ລວງຍາວ 2 ແມັດ ແລະ ສູງປະມານ 12- 15 ຊັງຕີແມັດ.

 

 

 

 

 

ການກຽມເບົ້າ: ກະກຽມດິນ ໂດຍນໍາດິນປູກຝັງ 3 ຄຸ, ດິນຊາຍ 2 ຄຸ (ຖ້າມີ) ແລະ ແກບເຜົາ 1 ຄຸ ປະສົມເຂົ້າກັນ ແລ້ວນໍາໄປຮ່າຍໃສ່ເບົ້າ, ຖົງເບົ້າ ຄວນເອົາຂະໜາດ 6X20 ຊັງຕີແມັດ

ພາຍຫຼັງທີ່ກະກຽມໜານ ແລະ ເບົ້າແລ້ວ ແມ່ນໃຫ້ຫົດນໍ້າໃສ່ ເພື່ອໃຫ້ມີຄວາມຊຸ່ມ ແລ້ວຈຶ່ງນໍາເອົາແກ່ນຊາລົງກ້າໄດ້, ການເອົາແກ່ນລົງກ້າ ໃຫ້ເອົາເບື້ອງທີ່ມີຕາ ລົງໃນດິນໃຫ້ໄດ້ລະດັບ 4/5 ຂອງແກ່ນ.

 

 

 

 

 

 

ຫຼັງຈາກນັ້ນ, ໃຫ້ນໍາເອົາຝຸ່ນມາຖົມບາງໆ ແລະ ນໍາເຟືອງມາປົກອີກຄັ້ງໜຶ່ງ ແລ້ວຫົດນໍ້າໃຫ້ຊຸ່ມ

 

 

 

 

 

6. ການບົວລະບັດຮັກສາ

ໃນໄລຍະ 3 ອາທິດ ທໍາອິດ ຕ້ອງຫົດນໍ້າ ທຸກໆຕອນແລງ (ບໍ່ຄວນຫົດຕອນເຊົ້າ), ອາທິດ ທີ 4-5 ແມ່ນໃຫ້ຫົດນໍ້າ ເວັ້ນມື້, ພາຍຫຼັງ 5 ອາທິດຂຶ້ນໄປ ແມ່ນໃຫ້ນໍ້າ ເວັ້ນໄລຍະ 2​ ມື້ ຫົດເທື່ອໜຶ່ງ ເຮັດແບບນີ້ໄປຈົນຮອດມື້ນໍາໄປປູກ, ຄວນໝັ່ນຕິດຕາມຫຼົກຫຍ້າໃນໜານກ້າ ແລະ ເບົ້າ ເປັນປະຈໍາ.

 

 

 

 

 

ແຫຼ່ງຂໍ້ມູນ:​ ຈາກກຸ່ມຜະລິດຊາຍອດປ່ຽນ, ແຂວງ ຊຽງຂວາງ

ການສົ່ງເສີມວັນນີ້, ກົມສົ່ງເສີມເຕັກນິກ ແລະ ສະຫະກອນ, ສະບັບທີ 13, 2020

ຮຽບຮຽງໂດຍ: ວິໄນທອງ ນາກະວົງ

ນັກສຶກສາປະລິຍາໂທ, ສາຂາ: ການຄຸ້ມຄອງຊັບພະຍາກອນກະສິກຳແບບຍືນຍົງ ຮຸ່ນທີ 11, ຄະນະກະເສດສາດ, ມະຫາວິທະຍາໄລແຫ່ງຊາດ