ເຕັກນິກການປູກຜັກຫວານປ່າ

   ເຕັກນິກການປູກຜັກຫວານປ່າ

ການຂະຫຍາຍພັນຜັກຫວານປ່າດ້ວຍເແກ່ນ ມີປະສິດທິພາບຫຼາຍກວ່າວິທີປູກດ້ວຍການຂຸດເອົາມາເພາະວ່າການຂູດເອົາມາຈາກປ່າສາມາດເຕີບໂຕໄດ້ປະມານ 2-3 ປີກໍຈະຕາຍ ເພາະລຳຕົ້ນທີ່ຂຸດມາບໍ່ມີຮາກແກ້ວ,ການປູກດ້ວຍແກ່ນນັ້ນຈະຕ້ອງມີການກຽມພື້ນທີ່ ທີ່ມີຕົ້ນໄມ້ຢືນຕົ້ນເສຍກ່ອນເພື່ອເປັນຮົ່ມເງົາ ເພາະຕົ້ນຜັກຫວານປ່າບໍ່ມັກແສງແດດປານໃດ ໂດຍການປູກໄມ້ທີ່ເຕີບໂຕໄດ້ໄວເຊັ່ນ: ຕົ້ນໝາກຂາມສົ້ມ, ຜັກອີ້ຮຸມ, ຕົ້ນໝາກຂາມເທດ ສຳລັບການປູກດ້ວຍເມັດຈະສາມາດນຳມາຮັບປະທານໄດ້ເມື່ອອາຍຸ 3 ປີຂຶ້ນໄປ.

ການເລືອກ ແລະ ການກ້າແກ່ນ: ຄວນເລືອກເອົາໝາກທີ່ສຸກດີ ແລະ ສົດໃໝ່ເທົ່ານັ້ນ ຫຼັງຈາກນັ້ນໃຫ້ນຳເປືອກຫຸ້ມແກ່ນອອກ ແລ້ວລ້າງແກ່ນໃຫ້ສະອາດ,ໃນຂະນະທີ່ລ້າງຄວນໃນຖົງມື ເນື່ອງຈາກເປືອກທີ່ຫຸ້ມແກ່ນມີສານທີ່ເຮັດໃຫ້ເກີດມາອາການຄັນ. ວີທີການຄັດເລືອກເມັດພັນຄວນນຳມາແຊ່ນ້ຳພ້ອມຄັດເອົາເມັດທີ່ຟູນ້ຳອອກໃຫ້ໝົດ ນຳເອົາເມັດທີ່ຈົມນ້ຳຂຶ້ນມາປະໄວ້ໃຫ້ສະເດັດນ້ຳແລ້ວນຳເອົາຢາກັນເຊື້ອລາມາປະສົມ ແລ້ວນຳມາວາງໃສ່ດົ້ງ ຫຼື ຕາໜ່າງ ຄວາມໜາບໍ່ເກີນ 1 ນີ້ວ ຕໍ່ມາໃຫ້ນຳກະສອບປ່ານທີ່ຊຸ່ມນ້ຳພໍປະມານມາປົກຄຸມໄວ້ ຈາກນັ້ນຈຶ່ງນຳໄປປະໄວ້ບ່ອນຮົ່ມປະມານ 7-10 ວັນ ແກ່ນຈະແຕກໜໍ່.

  • ໃຫ້ຕິດຕາມແລະກວດເບິ່ງຖ້າເຫັນແກ່ນງອກແລະມີຮາກອອກປະມານ 2-3 ຊັງຕີແມັດ ແມ່ນໃຫ້ນຳໄປກ້າໃສ່ຖົງທີ່ມີຄວາມເລິກປະມານ 20 ຊັງຕີແມັດ .
  • ການກ້າແກ່ນແມ່ນໃຫ້ໃຊ້ນີ້ວມືກົດແກ່ນລົງໄປໃຫ້ສະເໝີກັບດິນ ຫຼື ໃຫ້ກ່ນພົ້ນດິນເລັກນ້ອຍ ຫຼັງຈາກນັ້ນໃຫ້ນຳໄປໄວ້ບ່ອນຮົ່ມທີ່ມີແສງແດດປະມານ 40-50 ເປີເຊັນ

ການກຽມຂຸມປູກ: ໃຫ້ຂຸດຂຸມກ້ວາງປະມານ 50 x 50 ຊມ ຫຼັງຈາກນັ້ນໃຫ້ໃສ່ຝູ່ນຄອກ ຫຼື ຝຸ່ນໝັກຮອງພື້ນຂຸມ ແລ້ວປະໄວ້ປະມານ 2-3 ອາທິດ. ໃນຂະນະດຽວກັນນັ້ນກໍເລີ່ມເຮັດໃຫ້ເບ້ຍແຂງແຮງກ່ອນການຍ້າຍໄປປູກລົງຂຸມແທ້ ໂດຍໃຫ້ນ້ຳໜ້ອຍລົງ ແລະ ໃຫ້ຖືກແສງແດດຫຼາຍຂຶ້ນ  ພ້ອມທັງລະລາຍປຸ໋ຍ ສູດ 15-15-15 ດ້ວຍຄວາມເຂັ້ມບໍ່ເກີນ 2 ເປີເຊັນ ( 1 ກະລາມ / ນ້ຳ 50 ລີດ) ເພື່ອຫົດເບ້ຍກ່ອນນຳໄປປູກ 2 ອາທິດ ພ້ອມທັງຢຸດໃຫ້ນ້ຳ 1ມື້ກ່ອນນຳໄປປູກ.

ການບົວລະບັດຮັກສາ:ເມື່ອປູກໄລຍະທໍາອິດຄວນຫົດນໍ້າທຸກໆມື້ເພື່ອໃຫ້ດິນມີຄວາມຊຸ່ມຊື່ນຕະຫຼອດເວລາ,ເມື່ອຜັກຫວານຕັ້ງຕົວໄດ້ແລ້ວຄວນຫົດນ້ໍາ 1-3 ຄັ້ງຕໍ່ອາທິດ, ຄວນໃສ່ຝຸ່ນຄອກປີລະ 2 ຄັ້ງ, ຄັ້ງທໍາອິດແມ່ນໃສ່ໃນຊ່ວງລະດູຝົນເຊິ່ງເປັນຊ່ວງກ່ອນຜັກຫວານຈະແຕກຍອດ ແລະ ອອກດອກ, ເຊິ່ງເຮັດໃຫ້ຕົ້ນແຂງແຮງໃຫ້ຜະລິດຍອດໄດ້ຍາວໃນລະດູແລ້ງ. ຄັ້ງທີ 2 ແມ່ນຫຼັງຈາກການເກັບຍອດແລ້ວ, ເພື່ອບໍາລຸງຕົ້ນໃຫ້ສົມບູນສໍາຫຼັບລະດູການຕໍ່ໄປ.

ການກໍາຈັດວັດຊະພືດ:ວິທີການການເສຍຫຍ້າບໍ່ຄວນກໍາຈັດຈົນກ້ຽງເກີນໄປ ເພາະຜັກຫວານອາໄສພືດ ຫຼື ຫຍ້າບາງຊະນິດເປັນພືດຢູ່ຮ່ວມກັນເພື່ອສ້າງອາຫານ, ການ ກໍາຈັດຫຍ້າຄວນຕັດຫຍ້າດີກວ່າເສຍຫຍ້າໃຫ້ກ້ຽງ. ຕັດຫຍ້າອອກມາຄວນເອົາປົກຄຸມບໍລິເວນຕົ້ນຜັກຫວານ.

ການປ້ອງກັນພະຍາດ ແລະ ແມງໄມ້:ຜັກຫວານປ່າເປັນພືດທີ່ມີພະຍາດ ແລະ ແມງໄມ້ລົບກວນໜ້ອຍ, ແຕ່ສັດຕູທີ່ສໍາຄັນແມ່ນຫອຍທາກ, ແມງເຕົ່າທອງ, ໄຮແດງ ແລະ ຂີ້ກະເດືອນຝອຍ, ວິທີການປ້ອງກັນ ແລະ ກໍາຈັດ ຄວນໃຊ້ສານສະກັດຈາກທໍາມະຊາດ ເຊັ່ນ: ກະເດົາ…., ເພື່ອບໍ່ໃຫ້ສານພິດຕົກຄ້າງໃນຜັກຫວານທີ່ ່ຈະນໍາໄປບໍລິໂພກ, ຄວນຕິດຕາມ ແລະ ກວດກາຢູ່ຢ່າງສະໜ່ຳສະເໝີ ເມື່ອເຫັນພະຍາດ ຫຼື ແມງໄມ້ຄວນກໍາຈັດທັນທີ.

ການເກັບກູ້ຍອດອ່ອນ:ຜັກຫວານປ່າເມື່ອອາຍຸໄດ້ 3 ປີ ກໍ່ເລີ່ມເກັບກູ້ຍອດອ່ອນໄດ້ແລ້ວ, ອາດຈະໄດ້ຫນ້ອຍ, ແຕ່ປີຕໍ່ໄປອາດຈະໄດ້ຫຼາຍຂຶ້ນໄປເລື້ອຍໆ, ຕາມອາຍຸ ແລະ ຂະຫນາດຂອງຊົງພຸ່ມຂອງຜັກຫວານປ່າທີ່ເພີ່ມຫຼາຍຂຶ້ນ, ໃນການເກັບຍອດອ່ອນສາມາດຕັດຍອດອ່ອນຜັກຫວານປ່າທີ່ແຕກອອກມາຍາວປະມານ 15-25 ຊັງຕິແມັດ, ເພື່ອນໍາມາບໍລິໂພກ ແລະ ຂາຍ, ແຕ່ຄວນລະມັດລະວັງ ຢ່າເກັບຍອດຜັກຫວານປ່າທີ່ຕົ້ນອາຍຸບໍ່ເຖິງ 3 ປີ, ເພາະຈະເຮັດໃຫ້ຕົ້ນຜັກຫວານຕາຍໄດ້ ຫຼື ຢຸດການຈະເລີນເຕີບໂຕ, ປະລິມານການເກັບຍອດອ່ອນນອກຈາກຈະຂຶ້ນກັບອາຍຸແລ້ວ ຍັງຂຶ້ນກັບຈໍານວນຄັ້ງທີ່ເກັບກູ້ໃນແຕ່ລະປີ. ເວລາທີ່ມີການເກັບກູ້ຄວນເກັບກູ້ໃນຊ່ວງຕອນເຊົ້າຂອງທຸກໆວັນ ເພາະຕອນເຊົ້າຍອດຈະສົດຊື່ນດີ ແລະ ບໍ່ຫົດງໍ, ຈະຕ້ອງເກັບຍອດທີ່ຍາວປະມານ 15-25 ຊັງຕິແມັດ ແລະ ຕັດຍອດຈະຊ່ວຍກະຕຸ້ນກິ້ງໃຫ້ແຕກຍອດອອກມາໃຫມ່.

ການກະຕຸ້ນໃຫ້ຜັກຫວານແຕກຍອດອ່ອນ:ຜັກຫວານປ່າເມື່ອອາຍຸພ້ອມທີ່ຈະເກັບຍອດອ່ອນແລ້ວ ກໍ່ເລີ່ມມີການຕັດແຕ່ງກິ່ງງ່າ, ຕັດກີ່ງງ່ານ້ອຍອອກໃຫ້ເຫຼືອປະມານ 15-20 ຊັງຕິແມັດ. ຕັດໃບແກ່ບາງສ່ວນອອກໃຫ້ ເຫຼືອປະມານ 3-4 ໃບ, ແລະຫົດນ້ໍາໃຫ້ພຽງພໍ, ຈາກນັ້ນກີ່ງງ່ານ້ອຍກໍ່ເລີ່ມແຕກຍອດຍາວປະມານ 15-20 ຊັງຕິແມັດ, ກໍສາມາດເກັບຍອດອ່ອນໄດ້ເລີຍ. ເມື່ອເກັບກູ້ແລ້ວຄວນໃຫ້ຝຸ່ນ ແລະ ນ້ໍາປົກກະຕິແລະສະຫມໍ່າສະເໝີ.

 ເຕັກນິກການເຮັດໃຫ້ຜັກຫວານແຕກຍອດນອກລະດູ:ຜັກຫວານປ່າສາມາດເຮັດໃຫ້ອອກຍອດນອກລະດູໄດ້ ອາດຈະເຮັດໃຫ້ອອກກ່ອນລະດູການ ຫຼື ຫຼັງລະດູການ. ແຕ່ກ່ອນຈະຕັດກິ່ງງ່າເພື່ອໃຫ້ອອກຍອດ ຄວນໃສ່ຝຸ່ນກ່ອນ ປະມານຫນື່ງເດືອນ, ໂດຍກໍານົດວັນທີ່ຈະເຮັດໃຫ້ຍອດຜັກຫວານເກັບຍອດໄດ້, ໂດຍການຕັດກິ່ງງ່າຜັກຫວານທັງຕົ້ນ ເພື່ອກະຕຸ້ນ, ຕັດໃບອອກເກືອບຫມົດ, ຈົ່ງໄວ້ເລັກນ້ອຍ. ຈາກນັ້ນໃຫ້ຫັກກີ່ງອອກເຄີ່ງຫນື່ງຂອງຄວາມຍາວກີ່ງງ່າ, ຖ້າຫັກກິ່ງໄວ້ຍາວເກີນໄປຈະເຮັດໃຫ້ຍອດອ່ອນບໍ່ງາມ, ແລະຄວນຫົດນໍ້າໃຫ້ຫົດນ້ໍາ 3-5 ຄັ້ງຕໍ່ອາທິດ. ຜັກຫວານກໍສາມາດເກັບຍອດອ່ອນໄດ້ປະມານ 3-4 ຄັ້ງ, ໂດຍແຕ່ລະຄັ້ງຈະຫ່າງກັນປະມານ 7 ມື້. ດັ່ງນັ້ນຖ້າຈະຂາຍຜັກຫວານໃນຊ່ວງປີໃຫມ່ສາກົນກໍ ຕ້ອງໄດ້ຕັດແຕ່ງກິ່ງປະມານເດືອນພະຈິກ-ທັນວາ, ເມື່ອເກັບຜັກຫວານປ່າຫມົດຍອດແລ້ວ ຕ້ອງໃຫ້ຕົ້ນຜັກຫວານພັກໄລຍະໜື່ງ ແລະ ບໍາລຸງຕົ້ນໃຫ້ແຂງແຮງ.

ວິຊາ: ເຕັກນິກການສື່ສານ

ສອນໂດຍ: ຮສ.​ ອຈ ຟອງສະໝຸດ ສຸທໍາມະວົງ

ຮຽບຮຽງໂດຍ: ນາງ ແສດມະນີ ພົມພັກດີ

ນັກສຶກສາປະລິນຍາໂທ, ສາຂາການຄຸ້ມຄອງຊັບພະຍາກອນກະສິກຳແບບຍືນຍົງ ຮຸ່ນທີ 11

ເອກະສານອ້າງອີງ:

https://www.phakhaolao.la

https://hukased.blogspot.com/2020/11/melientha.html