ເຕັກນິການປູກຫຍ້າລູຊີ ເພື່ອ ລ້ຽງງົວ, ຄວາຍ ແລະ ແບ້ ເປັນສິນຄ້າ

ເຕັກນິການປູກຫຍ້າລູຊີ ເພື່ອ ລ້ຽງງົວ, ຄວາຍ ແລະ ແບ້ ເປັນສິນຄ້າ

ການປູກພືດສຳລັບການລ້ຽງງົວ, ຄວາຍ ແລະ ແບ້ ແມ່ນມີຫຼາຍຊະນິດທີ່ແຕກຕ່າງກັນທີ່ນິຍົມປູກໃນປັດຈຸບັນ ມື້ນີ້ພວກເຮົາຈະແນະນຳໃຫ້ທ່ານຮູ້ຈັກພືດຊະນິດໜຶ່ງທີ່ດີ ສຳລັບເປັນອາຫານສັດລ້ຽງຂອງທ່ານ ພ້ອມກັບຄຸນປະໂຫຍດ ແລະ ວິທີການປູກມາຝາກກັນນັ້ນກໍຄື ຫຍ້າລູ່ຊີ່.

ເປັນຫຍັງ? ທ່ານຈຶ່ງຄວນປູກຫຍ້າລູ່ຊີ່ ເພື່ອເປັນອາຫານແກ່ສັດລ້ຽງຂອງທ່ານ.

  1. ເປັນຫຍ້າທີ່ມີຄຸນຄ່າທາງໂພຊະນາການສູງ ຈຶ່ງເໝາະສຳລັບເປັນອາຫານຂອງງົວ, ຄວາຍ, ແບ້…
  2. ລຳຕົ້ນ ແລະ ໃບມີລັກສະນະອ່ອນນຸ້ມ ແລະ ລຳຕົ້ນບໍ່ແຂງເກີນໄປຈຶ່ງກາຍເປັນສຸດຍອດອາຫານຂອງງົວ, ຄວາຍ.
  3. ລຳຕົ້ນມີເຫງົ້າສັ້ນ ຈຶ່ງສາມາດເກັບກ່ຽວໄດ້ໃນລະດັບຕ່ຳ.
  4. ທົນທານຕໍ່ການຢຽບຢ່ຳ ແລະ ການເລັມຂອງສັດໄດ້ດີ.
  5. ລຳຕົ້ນສາມາດແຕກກໍ ແລະ ເຕີບໂຕໄດ້ດີຈຶ່ງສາມາດໃຫ້ຜົນຜະລິດ ໄດ້ໃນປະລິມານຫຼາຍ.
  6. ທົນທານຕໍ່ສະພາບແຫ້ງແລ້ງໄດ້ດີ ແຕ່ບໍ່ທົນທານຕໍ່ສະພາບນ້ຳຂັງໄດ້.
  7. ສາມາດຈະເລີນເຕີບໂຕໄດ້ໃນທຸກສະພາບດິນ.
  8. ບໍ່ເກີດພະຍາດ ຫຼື ສັດຕູພືດທຳລາຍ.
  • ຄຸນ​ລັກ​ສະ​ນະ​ທົ່ວ​ໄປ

ຫຍ້າ​ລູ​ຊີ້ (Brachiaria ruziziensis) ເປັນ​ຫຍ້າ​ເຂດ​ຮ້ອນ  ມີ​ລັກ​ສະ​ນະ​ການ​ຈະ​ເລີນ​ເຕີບ​ໂຕ ແບບ​ລຳ​ຕົ້ນ​ຕັ້ງ, ​ລຳ​ຕົ້ນ​ເລືອ​ດິນ ສູງ 60-100 ຊັງ​ຕີ​ແມັດ. ລຳ​ຕົ້ນ​ກົມບໍ່​ມີ​ຂົນ ມີ​ຮາກແຕກ​ຂະ​ແໜງ​ຢູ່​ລຳ​ຕົ້​ນ ໃບ​ສີ​ຂຽວ​ອ່ອນ​ນຸ້ມ ມີ​ຂົນ​ລະ​ອຽດ​ຄຸມ​ທັງ​ດ້ານ​ໜ້າ ແລະ ຫຼັງ​ໃບ ໃບ​ຍາວ 13-15 ຊັງ​ຕີ​ແມັດ ກວ້າງ 0,8-2,5 ຊັງ​ຕີ​ແມັດ ມັກຈະ​ເລີນ​ເຕີບ​ໂຕ ໃນ​​ເຂດ ​ທີ່ມີ​ຝົນ​ຕົກຫຼາຍ ແລະ ໃນ​ດິນ​ທີ່​ມີ​ຄວາມ​ອຸ​ດົມ​ສົມ​ບູນ ແຕ່ບໍ່​ສາ​ມາດ​ຂຶ້ນ​ໄດ້​ໃນ​ບໍ​ລິ​ເວນ​ດິນ​ມີ​ຄວາມ​ອຸ​ດົມ​ສົມ​ບູນ​ຕ່ຳ. ເປັນ​ພືດ​ທີ່​ທົນ​ແລ້ງ​ພໍ​ສົມ​ຄວນ ບໍ່​ທົນ​ຕໍ່​ສະ​ພາບ​ພື້ນ​ທີ່​ນ້ຳ​ຂັງ ແລະ ທົນ​ທານ​ຕໍ່​ການ​ຢຽບ​ຢໍ່າ​ຂອງ​ສັດ. ມີ​ຄຸນ​ຄ່າ​ທາງ​ອາ​ຫານ​ສູງ ແລະ ສັດ​ມັກ​ກິນ, ລັກ​ສະ​ນະ​ເດັ່ນ​ຂອງ​ຫຍ້າ​ລູ​ຊີ ຄື ສາ​ມາດ​ຜະ​ລິດ​ເມັດ​ໄດ້ຫຼາຍ ແລະ ເມັດ​ມີ​ອັດຕາຄວາມງອກ​ສູງ ເຮັດ​ໃຫ້​ສະ​ດວກ​ຕໍ່​ການ​ຂະ​ຫຍາຍ​ພັນ.

  • ໄລ​ຍະເວ​ລາ​ໃນ​ການ​ປູກ

ຄວນ​ປູກ​ໃນ​ຊ່ວງ​ຕົ້ນ​ລະ​ດູ​ຝົນ ປະ​ມານ ເດືອນ​​ພຶດ​ສະ​ພາ ຫາ ກໍ​ລະ​ກົດ. ຖ້າ​ປູກ​​ຊ້າຫຼັງ​ ເດືອນ​ກໍ​ລະ​ກົດ ​ ການ​ຈະ​ເລີນ​ເຕີບ​ໂຕບໍ່ໄດ້ດີ ລະ​ບົບ​ຮາກກໍບໍ່​ແຂງ​ແຮງ.

  • ການ​ກຽມ​ດິນ

ເລີ່ມ​ກຽມ​ດິນ​ເມື່ອ​ຝົນ​ຕົກ​ຄັ້ງ​ແລກ ໃນ​ຊ່ວງ​ຕົ້ນ​ລະ​ດູ​ຝົນ ປະ​ມານ ເດືອນ ເມ​ສາ  ໃນ​ເມື່ອ​ດິນ​ມີ​ຄວາມ​ຊຸມ​ເໝາະ​ສົມ ແລ້ວ​ໄຖ​ບຸກ​ເບີກ ເພື່ອ​ກົບໜ້າ​ດິນ ແລະ ກຳ​ຈັດ​ວັດ​ສະ​ພືດ ປ່ອຍ​ປະ​ໄວ້ 3-4ອາ​ທິດ.  ຫຼັງ​ຈາກນັ້ນ ໄຖ​ພວນ​ດິນ​ອີກ 1-2 ຄັ້ງ ເພື່ອ​ກຳ​ຈັດ​ວັດ​ສະ​ພືດ​ຄືນ​ໃໝ່ ແລະ ປັບ​ສະ​ພາບ​ແປງ​ໃຫ້​ຮາບ​ພຽງ ພ້ອມ​ທັງ​ເຮັດ​ໃຫ້​ດິນ​ມີ​ຄວາມ​ລະ​ອຽດ ແລະ ພ້ອມ​ກັນ​ນັ້ນ ເພື່ອກຽມຫວ່ານໃນເດືອນຕໍ່​ໄປ ແມ່ນໃຫ້ຫວ່ານຝຸ່ນຄອກໃນອັດຕາ 2-3 ໂຕນ/ໄລ່ ພ້ອມທັງໃຊ້ປຸ໋ຍສູດ 15-15-15 ໃນປະລິມານ 20 ກິໂລ/ໄລ່. ກໍ​ລະ​ນີ​ການ​ປັບ​ປຸງ​ແປງ​ເກົ່າ ຂອງ​ຫຍ້າ​ລູ​ຊີ້ ຄວນ​ໄຖ​ພວນ​ທຸກ 3 ປີ.

  • ການ​ປູກ

ສາ​ມາດ​ປູກ​ດ້ວຍ​ເມັດ ຫຼື ໜໍ່ ແຕ່​ສ່ວນຫຼາຍ​ນິ​ຍົມ​ປູກ​ດ້ວຍ​ເມັດ ເນື່ອງ​ຈາກ​ສະ​ດວກ, ການ​ປູກ​ດ້ວຍ​ເມັດ​ສາ​ມາດ​ປູກ​ໂດຍ​ການ​ຫວ່ານ ຫຼື ປູກເປັນ​ແຖວ ໄລ​ຍະ​ຫວ່າງ​ແຖວ 50 ຊັງ​ຕີ​ແມັດ ໃຊ້​ອັດ​ຕາ​ເມັດ 2 ກິ​ໂລກຣາມ​ຕໍ່​ໄລ່. ການ​ປູກ​ເປັນ​ແຖວ ຈະ​ສະ​ດວກ​ໃນ​ການ​ກຳ​ຈັດ​ວັດ​ສະ​ພືດ ຫຼາຍກວ່າ​ການ​ປູກ​ແບບ​ຫວ່ານ ສຳລັບການປູກດ້ວຍໜໍ່ແມ່ນປູກໃນໄລຍະຫ່າງ 50×50 ຊັງຕີແມັດ.

  • ການ​ໃສ່​ປຸຍ

ສຳລັບການໃສ່ປຸຍແມ່ນເລີ່ມແຕ່ຂັ້ນຕອນການກະກຽມດິນ ຫຼັງຈາກທີ່ແກ່ນເລີ່ມງອກແລ້ວປະມານ 1 ເດືອນ ແມ່ນໃຫ້ຫວ່ານຝູ່ນຄອກ ແລະ ປຸຍສູດ 15-15-15 ໃນ​ອັດ​ຕາ 50-100 ກິ​ໂລ​ກຣາມ​ຕໍ່​ໄລ່ ແລະ ອາດ​ໃສ່​ຝຸ່ນ​ຄອກ​​ປະ​ສົມ​ນຳ​ເພື່ອເພີ່ມ​ອິນ​ຊີ​ວັດ​ຖຸ​ໃນ​ດິນ ຫຼັງ​ຈາກນັ້ນ ຕ້ອງ​ໃສ່​ປຸຍສູດ 46-0-0 ຫຼັງ​ຕັດ​ທຸກ​ຄັ້ງ​ໃນ​ອັດ​ຕາ 10-20 ກິ​ໂລກຣາມ​ຕໍ່​ໄລ່. ໃນ​ປີ​ຕໍ່​ໄປ​ຄວນ​ໃສ່​ປຸຍ​ອັດ​ຕາແບບດຽວກັນ​ກັບ​ປີ​ທຳ​ອິດ ໂດຍ​ໃສ່​ປຸຍ​ສູດ 15-15-15 ໃນ​ຊ່ວງ​ຕົ້ນ​ລະ​ດູ​ຝົນ.

  • ການ​ກຳ​ຈັດ​ວັດ​ສະ​ພືດ

ໃນ​ໄລ​ຍະ​ແລກ​ຂອງ​ການ​ປູກ​ຖ້າ​ມີ​ວັດ​ສະ​ພືດຫຼາຍ ຄວນ​ມີ​ການ​ກຳ​ຈັດ​ພືດ ຫຼັງ​ປູກ​ຫຍ້າ 2-4 ອາ​ທິດ ໃນ​ແປງ​​ຄວນ​ປ່ອຍ​ສັດ​ລົງກິນ​ຫຍ້າ ເຊິ່ງສັດ​ຈະ​ເລືອກ​ກິນ​ຫຍ້າ​ລູ​ຊີ. ຖ້າ​​ໃນກໍ​ລະນີ ວັດ​ສະ​ພືດຫຼາຍ ​ຈະຕ້ອງມີ​​ການ​ກຳ​ຈັດໂດຍ​ການ​ຕັດ ຫຼັງ​ປ່ອຍ​ສັດ​ລົງ​ກິນ.

  • ການເກັບກ່ຽວຫຍ້າ:

ຫຼັງຈາກທີ່ແກ່ນຫຍ້າລູ່ຊີ່ເລີ່ມງອກໄດ້ ປະມານ 35 – 45 ມື້ກໍສາມາດຕັດເພື່ອໄປໃຫ້ສັດລ້ຽງໄດ້, ​ການ​ຕັດ​ອາດ​ຈະ​ໃຊ້​ກ່ຽວ ຫຼື ເຄື່ອງ​ຕັດ​ແບບ​ພາຍ ການຕັດແມ່ນໃຫ້ເຫຼືອຕົ້ນສູງຫາໜ້າດິນປະມານ 10 ຊັງຕີແມັດ. ໃນໄລຍະການຈະເລິນເຕີບໂຕເລີ່ມຕົ້ນນີ້ ຄວນຫຼີກລ້ຽງຫ້າມບໍ່ໃຫ້ປ່ອຍສັດເຂົ້້າມາກິນ ເພາະວ່າຫຍ້າຍັງເປັນຕົ້ນອ່ອນ ເຊິ່ງຖ້າສັດເຂົ້າມາຢຽບຢໍ່າຫຼາຍອາດຈະເຮັດໃຫ້ຫຍ້າຕາຍໄດ້. ການ​ປູກຫຍ້າລູຊີຈະໃຫ້ຜົນຜະລິດຫຍ້າສົດປະມານ 10 – 18 ໂຕນ/ໄລ່ ແລະ ຜົນຜະລິດແຫ້ງປະມານ 2-2,5 ໂຕນ/ໄລ່.

ແຫຼ່ງຂໍ້ມູນ

ຮຽບຮຽງໂດຍ  ທ້າວ ກໍ​ລະ​ກົດ ວົງ​ສຸ​ທິ

ນັກສຶກສາປະລິນຍາໂທ ສາຂາ:ຄຸ້ມຄອງຊັບພະຍາກອນກະສິກໍາແບບຍືນຍົງ ລຸ້ນ 11, ຄະນະກະເສດສາດ, ມະຫາວິທະຍາໄລ ແຫ່ງຊາດ ສົກປີ 2022-2023.