ການປູກໝາກເຂືອເປຣາະ

ການປູກໝາກເຂືອເປຣາະ


ໝາກເຂືອເປຣາະເປັນຜັກທີ່ປູກງ່າຍໃຫ່ຍໄວໃຫ້ຜົນຕອບແທນໄວ້ ແລະ ສາມາດເກັບກ່ຽວຜົນຜະລິດໄດ້ດົນ

1. ການກຽມດິນ
ໄຖດິນໃຫ້ເລີກປະມານ 30-40 ຊມ ຕາກດິນປະໄວ້ 7-10 ວັນ ຄາດດິນໃຫ້ລະອຽດຫວ່ານປູກຂາວໃນປະລິມານ 100-200 ກິໂລ/ໄລ່ ພ້ອມໃສ່ຝຸ່ນໝັກຫຼືຝຸ່ນຄອກໃນປະລິມານ 2,000 ກິໂລ/ໄລ່ ແລະ ປຸ໋ຍສູດ 15-15-15 ປະລິມານ 30-50 ກິໂລ/ໄລ່ ແລ້ວຍົກໜານປູກສູງປະມານ 10-15 ຊມ ກວ້າງ 120 ຊມ ແລ້ວຫົດນໍ້າ ແລະ ປົກດ້ວຍເຟືອງແຫ້ງເພື່ອຮັກສາຄວາມຊຸ່ມ
– ການກຽມໜານກ້າ
ໃສ່ດິນປະສົມລົງໃນພາສະ(ດິນທີ່ຮ່ອນແລ້ວ 3 ສ່ວນ ຝຸ່ນຄອກ 1 ສ່ວນ ຊາຍຫຼືແກບ 1 ສ່ວນ)ຫົດນໍ້າ ແລ້ວຫວ່ານແກ່ນລົງຫົດນໍ້າເຊົ້າ-ແລ້ງ

2. ການປູກ
ລະຍະປູກລະຫວ່າງເບ້ຍ 70-80 ຊມ ລະຫວ່າງແຖວ 90-100 ຊມ ຂຸດຂຸມຕາມລະຍະປູກນໍາເບ້ຍໝາກເຂືອເປຣາະທີ່ມີອາຍຸ 15 ວັນ ຫຼືມີໃບແທ້ 3-4 ໃບ ມາປູກຕາມຂຸມທີ່ກຳນົດຖົມດິນແລ້ວຫົດນໍ້າ


3. ການບົວລະບັດ
– ການຫົດນໍ້າ ຕ້ອງຫົດນໍ້າໃຫ້ສະໝໍ່າສະເໝີຫຼັງຍ້າຍເບ້ຍທຸກເຊົ້າ-ແລງເມື່ອເບ້ຍຕັ້ງໂຕດີແລ້ວຈຶ່ງຫົດນໍ້າມື້ລະເທື່ອ
– ການໃສ່ຝຸ່ນ ຫຼັງຈາກປູກໄດ້ປະມານ 7-10 ວັນໃສ່ປຸ໋ຍສູດ 46-0-0 ໃນປະລິມານ 30 ກິໂລ/ໄລ່ ເພື່ອເລັ່ງການຈະເລີນເຕີບໂຕ, ໃສ່ປຸ໋ຍສູດ 8-24-24 ໃນປະລິມານ 50-100 ກິໂລ/ໄລ່ໂດຍທະຍອຍແບ່ງໃສ່ໃນຊ່ວງອອກດອກ ແລະ ອອກໝາກທຸກໆ 20 ວັນ

4. ການປ້ອງກັນ ແລະ ກຳຈັດສັດຕູພືດ
– ວັດສະພືດ ກຳຈັດວັດສະພືດທຸກຄັ້ງທີ່ມີການໃສ່ປຸ໋ຍ ຫຼື ເມື່ອວັດສະພືດເກີດຂື້ນ
– ພະຍາດ ພະຍາດໝາກເນົ່າແຫ້ງສີດຳຫຼືປາຍໝາກດຳປ້ອງກັນ ແລະ ກຳຈັດໂດຍໃສ່ປູນຂາວຮອງພື້ນຂຸມໆລະ 1-2 ບ່ວງແກງ/ຂຸມ ຊີດພົ່ນທາດແຄນຊຽມໃນຊ່ວງລະຍະອອກ
ໝາກໄປຈົນເຖີງການເກັບກ່ຽວ
ພະຍາດໃບແຫ້ງ ພະຍາດໃບຈຸດປ້ອງກັນ ແລະ ກຳຈັດໂດຍໃຊ້ສານປ້ອງກັນເຊື້ອຮຣາເຊັ່ນ ກຳມພຖັນຊະນິດລະລາຍນໍ້າ ຄາລາເບນ ສຳລັບກຳມະຖັນຄວນຊີດພົ່ນແຕ່ເຊົ້າໆຫຼືມີອາກາດເຢັນ
5. ການເກັບກ່ຽວ
ຫຼັງຈາກດອກບານ 7-10 ວັນຈະສາມາດເກັບຜົນຜະລິດໄດ້ ໂດຍການເກັບຜົນຜະລິດໄດ້ທີ່ມີຂະໜາດພໍດີບໍ່ອ່ອນຫຼືແກ່ເກີນໄປ ໂດຍການເກັບກ່ຽວໃຫ້ມີຂັ້ວໝາກເຂືອຕິດມາກັບໝາກດ້ວຍຜົນຜະລິດ 8,000-1,000 ກິໂລ/ໄລ່


ຮຽບລຽງໂດຍ: ສີວິໄລ ອິນທະວົງ
ແຫຼ່ງຂໍ້ມູນ: ອະພິຊາດ ສີສະອາດ ປື້ມຄູ່ມືການປູກຜັກສວນຄົວ ແລະ ຜັກພື້ນບ້ານ (ໜ້າທີ 72-73)
ໝວດໝູ່: ການປູກພືດ
ຂໍ້ມູນເພີ່ມເຕີມ:
ຂໍ້ມູນເຕັກນິກ:
ວີດີໂອ:

<iframe width=”560″ height=”315″ src=”https://www.youtube.com/embed/yijs3UTZlOA” frameborder=”0″ allow=”accelerometer; autoplay; encrypted-media; gyroscope; picture-in-picture” allowfullscreen></iframe>