ໄມ້ຮວກ

ຊື່ສາມັນ:  ໄມ້ຮວກ

ຊື່ວິທະຍາສາດ:  Thyrsotachys simensis Gamble.

ຊື່ພາສາອັງກິດ:

ລັກສະນະພັນພືດ:  ໄມ້ປະເພດເຫງົ້າສູງປະມານ 3-10 ແມັດ, ລໍາຊື່ອັດກັນເປັນກໍໜາແໜ້ນຫຼາຍ, ກາບຫຸ້ມລໍາຕິດທົນທານ ແລະ ຫຼຸດໄປຂະໜາດທີ່ຍັງຕິດກັບລໍາ, ເສັ້ນຜ່ານສູງກາງລໍາ 2-5 ຊັງຕີແມັດ ປ້ອງຍາວ 10-30 ຊັງຕີແມັດ, ເນື້ອໄມ້ໜາ ແລະ ມັກຕັນບໍລິເວນໂຄນລໍາ, ລໍາແກ່ມີສີຂຽວອົມເທົາ, ແຕກກິ່ງຕັ້ງແຕ່ກາງລໍາຂື້ນໄປມີຂໍ້ 3-5 ກິ່ງ, ກິ່ງທີ່ເດັ່ນ 1 ກິ່ງຢູ່ເທິງກາງ ແລະ ສໍາຮອງສອງກິ່ງ, ກິ່ງທີ່ເຫຼື່ອມມີຂະໜາດໄລ່ສະເລ່ຍກັນໃບຮູບແຖບກ້ວາງ 5-8 ຊັງຕີແມັດ ຍາວ 5-15 ຊັງຕີແມັດ, ກາບຫຸ້ມລໍາເປັນສີນໍ້າຕານອ່ອນ ຫຼື ອົມມ່ວງ ມັກມີລາຍສີ້ມຂວ່າຍກັນໄປມາ , ມີຂົນສີຂາວ ຫຼື ສີເທົາປົກຄຸ້ມກາບໃບສາມຫຼ່ຽມ ຫຼື ຮູບຫອກ, ຕັ້ງຊື່ ຫຼື ກ່າງ ອອກເຫຼັກໜ້ອຍ, ກາບຂອງມັນບໍ່ມີຫູ ຫຼື ຊໍ່ດອກສົມບູນຍາວ 1-1,5 ຊັງຕີແມັດ, ກຸ່ມ 1-2 ອັນ ດອກຍ່ອຍສົມບູນ 2 ດອກແກມຊໍ່ດອກສັ້ນ ແລະ ຫຼຸດອອກເປັນທ່ອນໄດ້, ເກນສອນຜູ້ແຍກອອກຈາກກັນ ເກສອນແມ່ມີ 1 ອັນ.

ສະພາບແວດລ້ອມ:  ເຫັນໃນປ່າປະສົມ ແລະ ພາກເໜືອ, ພາກຕາເວັນຕົກ ແລະ ພາກຕາເວັນອອກສ່ຽງເໜືອ.

ການນຳໃຊ້:  ເປັນໄມ້ໄຜ່ ທີ່ນໍາໃຊ້ນິຍົມຫຼາຍບໍ່ວ່າຈະເປັນໜໍ່ ຫຼື ລໍາ, ລໍາໃຊ້ໃນການກໍ່ສ້າງ, ໃຊ້ໄວ້ເປັນຄັງໃນການປູກພືດຕະກູນຖົ່ວ ຫຼື ເປັນເຄືອ ແລະ ຫັດຖະກໍາຕ່າງໆ.

          

ແຫຼ່ງທີ່ມາ:

ຂໍ້ມູນເພີມຕື່ມ:

ຂໍ້ມູນເຕັກນິກ:

ວີດີໂອ:

ຕິດຕໍ່: ສູນຄົ້ນຄົ້ນວິທະຍາສາດປ່າໄມ້ ບ້ານໂພນທອງ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ

Tel: (856) 21 770094

Fax: (856) 21 770892

Email: vongvilay7566@gmail.com