ໄມ້ເຮ້ຍ

ຊື່ສາມັນ:  ໄມ້ເຮ້ຍ

ຊື່ວິທະຍາສາດ:  Schizostachyum virgatum (Munro) Naitham.

ຊື່ພາສາອັງກິດ:

ລັກສະນະພັນພືດ:  ໄຜ່ປະເພດເຫົ້ງາກໍມີຂະໜາດນ້ອຍເຖິ່ງຂະໜາດກາງ ສູງ 1-12 ແມັດ, ລໍາຊື່ອັດກັນເປັນກໍແໜ້ນ ຫຼື ຫຼົມ, ເສັ້ນຜ່ານສູນກາງລໍາ 3,5-8 ຊັງຕີແມັດ, ປ້ອງຍາວ 40-70 ຊັງຕີແມັດ, ເນື້ອບາງ 3-5 ມິນລີແມັດ, ລໍາອ່ອນມີຂົນປົກຄຸມບາງໆເຫັນດີບໍລິເວນລຸ່ມຂໍ້, ລໍາແກ່ຈະມີສີຂຽວແກ່, ແຕກກິ່ງຕາມລໍາຂື້ນໄປ, ແຕ່ລະກິ່ງມີຈໍານວນຫຼາຍ, ແຕ່ລະກິ່ງບາງນ້ອຍ ແລະ ມີຂະໜາດໄລ່ເລ່ຍກັນ, ໃບແຖບກ້ວາງ 2-4 ຊັງຕີແມັດ, ຍາວ 10-30 ຊັງຕີແມັດ , ກາບຫຸ້ມເປັນສີເຫຼືອງອົມຂຽວ, ປົກຫຸ້ມດ້ວຍສີຂາວ, ຂອບຂອງກາບຈະບາງ ແລະ ແຫ້ງໄວກ່ວາສ່ວນອື່ນໆ, ໃບຍອດກາບຂອງມັນມ້ວນຂື້ນທາງເທິງ ແລະ ພັບລົງ.

ສະພາບແວດລ້ອມ:  ພົບໃນປະເທດອິນເດຍ ແລະ ປະເທດອິນໂດເນເຊຍ.

ການນຳໃຊ້:  ລໍາໃຊ້ໄວ້ເຮັດຝາບ້ານ, ຫັດຖະກໍາຈັກສານ, ນໍາມາເຮັດອາຫານ.

ແຫຼ່ງທີ່ມາ:

ຂໍ້ມູນເພີມຕື່ມ:

ຂໍ້ມູນເຕັກນິກ:

ວີດີໂອ:

ຕິດຕໍ່: ສູນຄົ້ນຄົ້ນວິທະຍາສາດປ່າໄມ້ ບ້ານໂພນທອງ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ

Tel: (856) 21 770094

Fax: (856) 21 770892

Email: vongvilay7566@gmail.com