ໄມ້ບົງຫວານ

ຊື່ສາມັນ:   ໄມ້ບົງຫວານ

ຊື່ວິທະຍາສາດ:   Bambusac F.burmanica Camble.

ຊື່ພາສາອັງກິດ:

ລັກສະນະພັນພືດ:   ເປັນປະເພດກໍເຫງົ້າມີຂະນາດນ້ອຍເຖີງຂະໜາດກາງສູງ 7-15 ແມັດ, ເປັນລໍາລຽນກັນຢູ່ເປັນຫ່າງໆ , ເສັ້ນຜ່ານສູນກາງລໍາ 3,5-10 ຊັງຕີແມັດ, ປ້ອງຍາວ 20-30 ຊັງຕີແມັດ, ເນື້ອໄມ້ໜາ 1-2 ຊັງຕີແມັດ, ບາງລໍາຕົ້ນກໍ່ຕັນ, ລໍາອ່ອນມີສີນວນຂາວປົກຄຸມ, ແຕກກິ່ງຢູ່ທາງລຸ່ມ ຫຼື ກາງລໍາຂື້ນໄປ, ແຕ່ລະຂ້າງມີລາຍຢູ່ກິ່ງ ໂດຍສ່ວນຫຼາຍກິ່ງຢູ່ກາງຈະເດັ່ນ, ຮູບແຖບ 2,5- 4,5 ຊັງຕີແມັດ, 20-30 ຊັງຕີແມັດ, ກາບຫຸ້ມລໍາຈະມີສີຂຽວອົມເທົາ, ມີຂົນສີນໍ້າຕານ ແລະ ນວນສີຂາວປົກຄຸມ, ມັກມີແຖບສີຂາວ ຫຼື ສີເຫຼືອງຕິດຕາມຄວາມຍາວກາບ, ກາບຫູເປັນພູຄືໃບຫູ, ຂະໜາດເບື້ອງຊ້າຍ ແລະ ຂວາຈະບໍ່ສະເໝີກັນ, ລຽບ ຫຼື ເປັນຄື້ນ.

ສະພາບແວດລ້ອມ:  ເປັນໄຜ່ພື້ນເມືອງໃນປະເທດອິນດູຈີນ.

ການນຳໃຊ້:  ໃຊ້ໄວ້ເຮັດອາຫານ.

             

ແຫຼ່ງທີ່ມາ:

ຂໍ້ມູນເພີມຕື່ມ:

ຂໍ້ມູນເຕັກນິກ:

ວີດີໂອ:

ຕິດຕໍ່: ສູນຄົ້ນຄົ້ນວິທະຍາສາດປ່າໄມ້ ບ້ານໂພນທອງ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ

Tel: (856) 21 770094

Fax: (856) 21 770892

Email: vongvilay7566@gmail.com