ໄມ້ຊ່າງ

ຊື່ສາມັນ:  ໄມ້ຊ່າງ

ຊື່ວິທະຍາສາດ:  Dendrocalamus membranaceus Munro.

ຊື່ພາສາອັງກິດ:

ລັກສະນະພັນພືດ:  ໄຜ່ປະເພດເຫງົ້າກໍ່ມີຂະໜາດກາງ ເຖີງະໜາດໃຫຍ່ສູງ 10-25 ແມັດ ເປັນລໍາຕົງຢູ່ຮ່ວມກັນເປັນກໍຂ້ອນຂ້າງແໜ້ນ ມີເສັ້ນຜ່າສູນກາງລໍາ 5-12 ຊັງຕີແມັດ, ປ້ອງຍາວ 20-45 ຊັງຕີແມັດ ເນື້ອໄມ້ໜາ 0.7-1.5 ຊັງຕີແມັດ ລໍາອ່ອນມີນວນສີຂາວປົກຄຸມໜາແໜ້ນ ລໍາແກ່ສີຂຽວອ່ອນ, ປ້ອງລຸ່ມບໍ່ມີຂົນແຕກກິ່ງຕະຫຼອດລໍາ ໂດຍຂໍ້ລຸ່ມຂອງກິ່ງັກບໍ່ມີໃບ ຫຼື ຂະໜາດນ້ອຍ ກ່ວາປົກກະຕິ , ມັກມີແຕ່ຂໍ້ລະກິ່ງໜື່ງກິ່ງທີ່ມີຂະໜາດທໍາມະດາແມ່ນເລີ່ມຈາກກິ່ງກາງລົງໄປ ແຕ່ລລະຂໍ້ມີຫຼາຍກິ່ງ, ມີກິ່ງກາງທີ່ເດັ່ນ 1 ກິ່ງ ແລະ ກິ່ງທີ່ສໍາຮອງເດັ່ນມີ 2 ກິ່ງ ທີ່ເຫຼືອມີຂະໜາດໄລ່ເລ່ຍກັນ, ຮູບແຖບກ້ວາງ 1-2 ຊັງຕີແມັດ, ຍາວ 10-20 ຊັງຕີແມັດ ກາບຫຸ້ມລໍາສີສົ້ມ, ສີເຫຼືອງ ຫຼື ສີນໍ້າຕານອົມຂຽວ, ມີຂົນສີນໍ້າຕານເຂັ້ມຈົນເຖິງສີດໍາ ແລະ ມີນວນສີຂາວປົກຄຸມ. ບາງຄັ້ງກາບຂ້ອນຂ້າງກ້ຽວ, ກາບໃບຮູບຫອກ ສີມ່ວງແດງ ຫຼື ຂຽວອົມມ່ວງ ກົ່ງລົງຫູກາບເປັນພູເຕ້ຍໆ ພັບໄປມາ ຫຼື ເປັນຄື້ນ ມີຂົນແຂງປົກຄຸມ, ຊໍ່ດອກຍ່ອຍຍາວປະມານ 1 ຊັງຕີແມັດດອກຍ່ອຍສົມບູນ 2-3 ດອກ, ເກສອນຜູ້ມີ 6 ອັນ, ກ້ານເກສອນຜູ້ແຍກກັນ, ກ້ານເກສອນແມ່ 1 ອັນ.

ສະພາບແວດລ້ອມ:   ພົບເຫັນຕັ້ງແຕ່ ອິນເດຍ, ອິນໂດຈີນ,ມັກພົບເຫັນຕາມປ່າປະສົມທົ່ວໄປ.

ການນຳໃຊ້:  ມີການນໍາໃຊ້ປະໂຫຍດຢ່າງກ້ວາງຂວາງທາງດ້ານການກໍ່ສ້າງ, ອຸດສາຫະກໍາຈັກສານ, ເຮັດເຈ້ຍກະດາດ, ໜໍ່ກິນໄດ້, ເປັນໄມ້ໄຜ່ທໍາມະຊາດທີ່ມີການໃຊ້ປະໂຫຍດຢ່າງຫຼາຍທີ່ສຸດ.

             

ແຫຼ່ງທີ່ມາ:

ຂໍ້ມູນເພີມຕື່ມ:

ຂໍ້ມູນເຕັກນິກ:

ວີດີໂອ:

ຕິດຕໍ່: ສູນຄົ້ນຄົ້ນວິທະຍາສາດປ່າໄມ້ ບ້ານໂພນທອງ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ

Tel: (856) 21 770094

Fax: (856) 21 770892

Email: vongvilay7566@gmail.com