ຂີງດໍາ

ຊື່ສາມັນ:   ຂີງດໍາ

ຊື່ວິທະຍາສາດ:  Kaempferia parviflora Wallich ex Baker.

ຊື່ພາສາອັງກິດ:  Thai gingen.

ລັກສະນະພັນພືດ:  ພືດລົ້ມລຸກ, ມີອາຍຸຫຼາຍປີ, ມີເຫົ້ງາຢູ່ພື້ນດິນ, ສີມ່ວງດໍາ, ລັກສະນະໃບດ່ຽວຮູບໄຂ່ກ້ວາງປະມານ 5-10 ຊັງຕີແມັດ, ດອກອອກເປັນຊໍ່ແຊກຕາມລໍາກາບໃບ, ກ້ານຊໍ່ຍາວ 5-6 ຊັງຕີແມັດ.
ເປັນພືດທີ່ມີຫົວ ຫຼື ເຫງົ້າຢູ່ໃຕ້ດິນ, ມີສີມ່ວງເຂັ້ມ ຫຼື ເກືອບເປັນສີດຳ, ມີຮາກສະສົມອາຫານເປັນກະຈຸກກົມ, ລຳຕົ້ນເໜືອດິນສູງ 6-10 ຊັງຕີແມັດ, ໃບມີ 2-8 ໃບ, ຈັບຮຽງແບບລະນາບດຽວ, ກາບໃບຍາວ ທີ່ໂຄນຢູ່ຕິດໆກັນ, ແຜ່ນໃບຮູບໄຂ່ ຫຼື ຮູບຮີ, ກວ້າງ 4-7 ຊັງຕີແມັດ, ຍາວ 7-11 ຊັງຕີແມັດ, ປາຍແຫຼມ ຫຼື ມີຕິ່ງແຫຼມ, ໂຄນຮຽວແຫຼມ ຫຼື ເຄິ່ງຮູບຫົວໃຈ, ຂອບໃບລຽບ, ຜີວໃບດ້ານເທິງກ້ຽງ, ດ້ານລຸ່ມມີຂົນ, ກ້ານໃບຍາວປະມານ 15 ຊັງຕີແມັດ, ຫູໃບຮູບສາມຫຼ່ຽມ, ຍາວປະມານ 2 ມິນລີແມັດ, ລີ້ນໃບຮູບສາມຫ່ຼຽມ, ຍາວປະມານ 2 ມິນລີແມັດ, ຊໍ່ດອກກ້ານຊື່ດຽວໆ, ເກີດຈາກລະຫວ່າງຊອກໃບທັ້ງສອງ, ກ້ານຊໍ່ດອກຍາວ 4-7 ຊັງຕີແມັດ, ດອກສີຂາວປົນສີມ່ວງອ່ອນ, ກາບດອກຍາວ 1,8-2 ຊັງຕີແມັດ, ໂຄນເຊື່ອມຕິດກັນເປັນຫຼອດ ປາຍແຍກເປັນແສກເລິກດ້ານດຽວ, ກີບດອກໂຄນເຊື່ອມຕິດກັນເປັນຫຼອດຍາວ 3-3,2 ຊັງຕີແມັດ, ປາຍແຍກເປັນສາມແສກຮູບແຖບ, ກວ້າງປະມານ 2,5 ມິນລີແມັດ, ຍາວປະມານ 1,2 ຊັງຕີແມັດ, ປາຍມົນ, ກີບປາກສີຂາວ ແລະ ມີລາຍແຖບສີມ່ວງ ເກືອບທົ່ວກີບ, ຮູບໄຂ່ກັບກວ້າງ, ກວ້າງ 0,8-1 ຊັງຕີແມັດ, ຍາວ 1,2-1,6 ຊັງຕິແມັດ, ກີບຄູ່ຂ້າງທີ່ເກີດຈາກເກສອນຜູ້ທີ່ເປັນໜັນຮູບຂອບຂະໜານ ກວ້າງປະມານ 3 ມິນລີແມັດ, ຍາວ 1-1,3 ຊັງຕີແມັດ ມີສີຂາວ, ເກສອນຜູ້ຍາວປະມານ 3,5 ມິນລີແມັດ, ປາຍສຸດມີສັນຮູບກົມເປ້, ເຕົ້າໄຂ່ຍາວປະມານ 2 ມິນລີແມັດ, ໃບປະດັບຮູບຂອບຂະໜານ, ກວ້າງປະມານ 6 ມິນລີແມັດ ຍາວ 1,8-2,5 ຊັງຕີແມັດປາຍມົນ, ໃບປະດັບຍ່ອຍຮູບແຖບ, ກວ້າງ 1-2 ມິນລີແມັດ, ຍາວ 0,6-1,2 ຊັງຕີແມັດ, ປາຍມົນ.

ສະພາບແວດລ້ອມ:   
ການນຳໃຊ້:  ເປັນພືດທີ່ມີສັບພະຄຸນເປັນຢາສະໝຸນໄພ ສານສະກັດຈາກຂີງດຳມີປະສິດທິພາບໃນການຕ້ານເຊື້ອມາເລເຣຍ, ເຊື້ອຣາ ແລະ ໄມໂຄແບັກທີເຣຍ, ຕ້ານການເກີດພະຍາດພູມແພ້ ແລະ ຕ້ານການເກີດບາດແຜໃນກະເພາະອາຫານ, ເອົາຫົວມາຜະລິດເປັນຢາຮັກສາພະຍາດ, ບຳລຸງຮ່າງກາຍ ແລະ ເຄື່ອງດື່ມ ໂດຍສະເພາະໃນກຸ່ມຜະລິດຕະພັນໂອທອບ ເປັນພືດທີ່ນິຍົມນຳມາປູກຕາມຄວາມເຊືອຂອງຊາວບ້ານເຜົ້າມົ້ງຖືວ່າຂີງດຳເປັນສະໝູນໄພປະຈຳເຜົ່າ ເຂົາເຈົ້ານຳໃສ່ຖົງຕິດຕົວຕະຫຼອດເວລາເມື່ອມີການເດີນທາງໄປໄກບ້ານ, ເມື່ອຍທາງດ້ານການຂື້ນພູ ຫຼື ໄປເຮັດວຽກເມື່ອຍເພື່ອເພີ່ມພະລັງງານ, ຂັບນ້ຳປັດສະວະ, ແກ້ພະຍາດກະເພາະ ແລະ ປວດທ້ອງ.
ສັບພະຄຸນໃນການຮັກສາພະຍາດມີດັ່ງນີ້: 1. ຊ່ວຍບຳລຸງຮ່າງກາຍຕົ້ມໃສ່ໄກ່, 2. ແກ້ປວດເມື່ອຍ ແລະ ຮັກສາອາການເມື່ອຍລ້າ, 3. ຊ່ວຍກະຕຸ້ນສະມັດຕະພາບທາງເພດ, 4. ຊ່ວຍຂັບລົມໃນກະເພາະອາຫານ, 5. ແກ້ຈຸກສຽບປວດທ້ອງ, 6. ຂັບນ້ຳປັດສະວະ, 7. ບ໋ອງເຫຼົ້າເພື່ອດື່ມແກ້ມົດລູກພີການ ຫຼື ມົດລູກຢ່ອນ, 8. ຕົ້ມດື່ມແກ້ພະຍາດຕາແດງ, 9. ກະຕຸ້ນລະບົບປະສາດ, 10. ຮັກສາສົມດຸນຄວາມດັນເລືອດ, 11. ຊ່ວຍຂະຫຍາຍຫຼອດເລືອດຫົວໃຈ, 12. ພະຍາດເກົ້າ, 13. ຊ່ວຍຮັກສາພະຍາດກະເພາະອາຫານ, 14. ຊ່ວຍຮັກສາລະບົບການຍ່ອຍອາຫານໃຫ້ເກີດສົມດຸນ, 15. ຮັກສາຜູ້ເປັນພະຍາດເບົາຫວານ ລົດລະດັບນ້ຳຕານໃນເລືອດ.

             

ແຫຼ່ງທີ່ມາ:

ຂໍ້ມູນເພີມຕື່ມ:

ຂໍ້ມູນເຕັກນິກ:

ວີດີໂອ:

ຕິດຕໍ່: ສູນຄົ້ນຄົ້ນວິທະຍາສາດປ່າໄມ້ ບ້ານໂພນທອງ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ

Tel: (856) 21 770094

Fax: (856) 21 770892

Email: vongvilay7566@gmail.com