ເຕັກນິກການຜະລິດກະສິກຳ

ຜົນກະທົບຂອງພະຍາດຕໍ່ການລ້ຽງສັດປີກ

ພະຍາດສັດໝາຍເຖິງການປ່ຽນແປງຂອງຮ່າງກາຍສັດ ທີ່ຜິດຈາກປົກກະຕິ, ການປ່ຽນແປງດັ່ງກ່າວແມ່ນ ຍ້ອນມີຄວາມ ຜິດປົກກະຕິທາງດ້ານອະໄວຍະວະ ແລະ ໜ້າທີ່ຂອງມັນຄວາມ ຜິດປົກກະຕິຂອງອະໄວຍະວະ ໄດ້ແກ່: ມີນໍ້າລາຍໄຫຼ, ເປັນ ບາດແຜ, ໃຄ່ບວມ ຫຼື ມີເລືອດໄຫຼອອກຈາກປາກ ແລະ ດັງ ຫຼື ອະໄວຍະວະເພດ. ສ່ວນຄວາມຜິດປົກກະຕິດ້ານໜ້າທີ່ຂອງ ມັນໄດ້ແກ່: ໄຂ້ຂື້ນສູງ, ຫັນໃຈຝືດ, ເຫງົາ, ເບັນທ້ອງ, ບໍ່ກິນ ອາຫານ ຄວາມຜິດປົກກະຕິດັ່ງກ່າວເອີ້ນວ່າ: ອາການ 1 ...
Read More

ພະຍາດໝາກເນົ່າຂອງໝາກບວບ

1. ລັກສະນະການທຳລາຍ: ຈະທຳລາຍແຕ່ໝາກມີຈຳ ພວກໝາກບວບ, ໝາກຈອງ, ໝາກຄາຍ, ຕະກຸນໝາກແຕງ, ໝາກໄມ້ທີ່ມີອັດຕາຄວາມຫວານສູງ ແລະ ມັກພົບເຫັນທົ່ວໄປ ໃນສາງເກັບມ້ຽນຜະລິດຕະພັນ. ໝາກໄມ້ ທີ່ຢູ່ໜ້າດິນແມ່ນຕິດ ງ່າຍອາການເລີ່ມຕົ້ນແມ່ນຈະບໍ່ສະແດງອາການມີການປ່ຽນແປງ, ຫຼັງຈາກຕິດພະຍາດໆ ນັ້ນກໍ່ຈະຂະຫຍາຍພື້ນທີ່ເນົາອອກ ແລະ ປ່ອຍກົດ acidic ອອກມາ, ບ່ອນທີ່ເປັນພະຍາດກໍ່ຈະມີ ເຊື້ອຣາເປັນກຸ່ມສີຂາວ ພົ້ນຂື້ນເທີ່ງຜິວຂອງໝາກ, ຫຼັງຈາກນັ້ນໍ່ດົນກຸ່ມເຊື້ອຣາສີຂາວເຫຼົ່ານັ້ນກໍຈະໆເລີນເຕີບໂຕເປັນກຸ່ມ ໃຫຍ່ກາຍເປັນເສັ້ນໄຍທີມີລັກສະນະສີສີຟ້າປົນດຳ ແລະ ເຮັດ ໃຫ້ໝາກສືບຕໍ່ເນົາໄປເລື້ອຍໆ. 2. ເຊື້ອສາເຫດ ...
Read More

ການທຳລາຍຂອງພະຍາດ Anthracnose ຕົ້ນໝາກມ່ວງ

ພະຍາດນີ້ເກີດຈາກເຊື້ອຣາ Colletotrichum gloeosporiodes Penz ຈັດເປັນພະຍາດ ທີ່ແພ່ລະບາດຢ່າງກວ້າງຂວາງ ແລະ ເຮັດໃຫ້ມີຄວາມເສຍຫາຍໃຫ້ກັບໝາກມ່ວງໃນທຸກບ່ອນ ທີ່ມີການປູກໝາກມ່ວງ, ໂດຍສະເພາະແມ່ນບ່ອນທີ່ມີຄວາມ ຊຸ່ມ ສູງຈະລະບາດຢ່າງຮ້າຍແຮງ. ເຊື້ອຣາຊະນິດນີ້ແພ່ລະ ບາດ ໄດ້ດີໃນສະພາບອາກາດຮ້ອນຊຸ່ມ ແລະ ມີຝົນຕົກແຮງ ຫຼື ມີໝອກລົງແຮງ. ນອກຈາກນີ້ມີຕົ້ນໄມ້ທີ່ເປັນແຫຼ່ງຢູ່ອາຂອງ ເຊື້ອຣາຍັງ ດຳລົງຊີວິດ ຢູ່ນຳເສດຊາກພຶດທີ່ຕາຍແລ້ວ ເມື່ອສະພາບແວດ ລ້ອມທີ່ເໝາະສົມຈະແພ່ລະບາດຈາກຕົ້ນນີ້ສູ່ຕົ້ນໝາກມ່ວງອື່ນ ໄດ້. ເຊື້ອຣາຈະຂະຫຍາຍພັນ ທີ່ໂດຍສ້າງສ່ວນເອີ້ນວ່າສະປໍ, ເຊີ່ງມີລັກສະນະເປັນນໍ້າສີເຫຼືອງສົ້ມ ມີຢ່າງຫຼວງຫຼາຍເຖີງພຶດ ...
Read More

ເຕັກນິກການປູກສາລີປະສົມປະສານຖົ່ວດຳ ແລະ ໝາກມ່ວງໃນເຂດພື້ນຕໍ່າ

ສາລີ, ຖົ່ວດຳ ແລະ ໝາກມ່ວງ ແລະ ໝາກມ່ວງເປັນພືດເສດຖະກິດທີ່ສຳຄັນຊະນິດໜຶ່ງຂອງປະເທດລາວ ແລະ ນອນຢູ່ໃນຍຸດທະສາດຂອງກະຊວງກະສິກຳ ແລະ ປ່າໄມ້ ໃນການສົ່ງເສີມຜະລິດປ້ອນໂຮງງານອຸດສະຫະກຳແປຮູບຂາຍສົ່ງພາຍໃນ ແລະ ພາຍນອກ. ເປັນພືດທີ່ຈະເລີນເຕີບໂຕໄດ້ດີໃນເກືອທຸກສະພາບ ນິຍົມປູກກັນຫຼາຍໃນທຸກພາກໃນລະດູຝົນ. ສ່ວນລະດູແລ້ງປູກຢູ່ພາກເໜືອ ແລະ ນິຍົມປູກຫຼາຍກວ່າພາກອື່ນໆ ແມ່ນປູກຢູ່ພາກກາງ(ເປັນພື້ນທີ່ທົ່ງພຽງ) ແລະ ທີ່ມີລະບົບນໍ້າຊົນລະປະທານ. ເຕັກນິກການປູກສາລີປະສົມກັບຖົ່ວກໍ່ເປັນວິທີການໜຶ່ງທີ່ສາມາດເພີ່ມລາຍໄດ້ໃຫ້ແກ່ຊາວກະສິກອນໄດ້ ເນື່ອງຈາກການນຳໃຊ້ພື້ນທີ່ໃຫ້ເກີດປະໂຫຍດຫຼາຍທີ່ສຸດ. 1. ການກຽມພື້ນທີ່ ລະດູຝົນຕົກ 1 -2 ຄັ້ງແລ້ວຄວນໄຖດິນ 1- ...
Read More

ພະຍາດລາແປ້ງ

1. ສາເຫດທີ່ພາໃຫ້ເກີດພະຍາດ ພະຍາດນີ້ເກີດຈາກເຊື້ອ: Phyllactinia (pers) Karst, ອັນດັບ Eoysiphales ຊັ້ນAscomycetes ຈະເຂົ້າທຳລາຍທາງ ໃບ (Stomata) ໂດຍສາມາດເຂົ້າທໍາລາຍໂດຍສະເພາະດ້ານ ລຸ່ມຂອງໃບ (ກ້ອງໃບ) ເທົ່ານັ້ນພະຍາດນີ້ສາມາດລະບາດໄດ້ ໂດຍປິວໄປຕາມລົມ, ສະພາບທີ່ເໝາະສົມຕໍ່ການແຜ່ລະບາດ ແມ່ນອຸນນະພູມ 22-24Co , ຄວາມຊຸ່ມ70-80 ເປີເຊັນ. ພັນມ ອນທີ່ມີໂຄງສ້າງໃບແຂງຈະມີຄວາມອ່ອນແອຕໍ່ພະຍາດນີ້ຫຼາຍ 2. ລັກສະນະການເຂົ້າທຳລາຍ: ພະຍາດນີ້ຈະເກີດຮອຍ ດ່າງສີຂາວ ກ້ອງໃບຈະຂະຫຍາຍລຸກລາມ ...
Read More

ເຕັກນິກການລ້ຽງປາຄ້າວ

ປາຄ້າວ ຊື້ວິທະຍາສາດ Wallagonia attu (Bloch) ປາຄ້າວມີ 2 ຊະນິດຄື: ປາຄ້າວຂາວ ແລະ ປາຄ້າວດໍາ. ເປັນປາເນື້ອອ່ອນທີ່ເຫັນໄດ້ຫຼາຍຕາມແມ່ນໍ້າ ປະຈຸບັນເປັນປາທີ່ເລີ່ມຫາຍາກຫຼາຍຂື້ນ ເນື່ອຈາກມີການຈັບມາຮັບປະທານຫຼາຍຂື້ນ ເພາະເນື້ອປາມີຄວາມນຸ່ມ ໃຫ້ຊີ້ນຫຼາຍ, ຊີ້ນບໍ່ມີກ້າງ ໂດຍສະເພາະປາຄ້າວຂາວ ເປັນຊະນິດທີ່ນິຍົມຈັບມາຮັບປະທານ, ສ່ວນປາຄ້າວດຳມັກລ້ຽງເປັນປາສວຍງາມ. 1. ການເພາະພັນປາຄ້າວ ປາຄ້າວທີ່ໃຊ້ສຳລັບການເພາະພັນມາຈາກທຳມະຊາດ ແລະ ປ່ອຍລ້ຽງໃນໜອງໃນໄລຍະໜຶ່ງກ່ອນ. ກ່ອນຈະນຳແມ່ພັນປາມາສັກຮໍໂມນຄັ້ງທຳອິດດ້ວຍ suprefact ຂະນາດ 5 ໄມໂຄຣກຼາມ/ນໍ້າໜັກປາ ...
Read More

ເຕັກນິກການລ້ຽງອື່ງໃນອ່າງຊີເມັນ

1. ລັກສະນະອ່າງລ້ຽງອື່ງ - ອ່າງຊີເມັນຂະໜາດ 2x4x1 ແມັດ ຂອບອ່າງລຽບ - ພື້ນອ່າງເປັນຊາຍລະອຽດໜາ 50 ຊັງຕີແມັດ, ອີກຝັ່ງ ໜື່ງເຮັດເປັນອ່າງນ້ຳຂອບອ່າງສະເໝີກັນກັບພື້ນດິນຊາຍ. - ຫຼັງຄາຄຸມດ້ວຍຜ້າກັນແສງ 80%. - ຂອບອ່າງດ້ານເທີງວາງແຜ່ນສັງກະສີ ໃຫ້ດ້ານໜື່ງ ຂອງສັງກະສີເລີຍເຂົ້າມາໃນອ່າງປະມານ 38 ຊັງຕີແມັດ ເພື່ອ ກັນອື່ງໜີອອກຈາກອ່າງ. - ຕິດຕັ້ງສະປີງເກີ ແລະ ດອກໄຟຟ້າໃນອ່າງ 1 ຈຸດ ...
Read More

ເຕັກນິກການລ້ຽງແມງດາ

1. ການເລືອກສະຖານທີ ຄວນເລືອກສະຖານທີ່ທີ່ມີຄວາມສະຫງົບງຽບ ຂຸດເປັນ ໜອງ 4 ຫຼ່ຽມຂະໜາດພໍປະມານຂື້ນ ຢູ່ກັບຄວາມຕ້ອງກາວ່າ ຈະລ້ຽງຫຼາຍ ຫຼື ໜ້ອຍ, ຈາກນັ້ນປ່ອຍນໍ້າແຊ່ໄວ້ປະມານ 30 ຊັງ ຕີແມັດ ຫຼື ລ້ຽງໃນຖັງພາລາສະຕິກຂະໜາດ 1.000 ລິດກໍ່ໄດ້. ປົກຄຸມໜອງດ້ວຍຕາໜ່າງ ເພື່ອປ້ອງກັນແມງດາຫຼົບໜີ. 2. ການກິນອາຫານຂອງແມງດາ ວິທີຈັບເຫຍື່ອກິນຂອງແມງດາ ຈະເກາະຕາມກໍຫຍ້າບໍ່ ເໜັງຕິງໂດຍປ່ອຍໃຫ້ເຫຍື່ອບໍ່ວ່າຈະເປັນ: ລູກຮວກ, ລູກກຸ້ງ ຫຼື ລູກປາ ...
Read More

ເຕັກນິກການເຮັດກ້ອນແຮ່ທາດອາຫານ

ແຫຼ່ງອາຫານທີ່ສໍາຄັນສໍາລັບການລ້ຽງສັດ ໃນບ້ານເຮົາ ແມ່ນທົ່ງຫຍ້າທໍາມະຊາດ ແລະ ເຟືອງ, ໂດຍສະເພາະໃນລະ ດູແລ້ງອາຫານຕົ້ນຕໍຂອງ ງົວ-ຄວາຍ ຈະມີແຕ່ໃບໄມ້, ຫຍ້າ ແຫ້ງ, ເຟືອງແຫ້ງ, ຊຶ່ງອາຫານເລົ່ານີ້ລ້ວນແຕ່ເປັນອາຫານທີ່ມີຄຸນນະພາບຕໍ່າ ເມື່ອສັດກິນເຂົ້າໄປກໍ່ບໍ່ສາມາດ ຍ່ອຍອາຫານ ເລົ່ານີ້ໄດ້ດີ, ບໍ່ສາມາດນໍາໄປເປັນປະໂຫຍດໄດ້ດີ, ບໍ່ສາມາດ ຕອບສະໜອງພະລັງງານ ແລະ ປະໂຣຕິນພຽງພໍ ໃຫ້ແກ່ຮ່າງ ກາຍຂອງສັດ ຊຶ່ງເປັນສາຍເຫດເຮັກໃຫ້ສັດຈ່ອຍ, ນໍ້າໝັກຫຼຸດ ສັດທີ່ໃຊ້ເປັນແຮງງານລາກແກ່ມີສະພາບທາງດ້ານສຸຂະພາບ ບໍ່ສົມບູນ ແລະ ກໍ່ບໍ່ພຽບພ້ອມໃນການອອກແຮງງານໃນລະດູ ການຜະລິດ ...
Read More

ເພັ້ຍຈັກຈັ່ນ

ເພັ້ຍຈັກຈັ່ນ ຊື່ວິທະຍາສາດ (IdioscopusclyperlisLeth) ຕະກຸນ: Cicadellidae ເປັນແມງໄມ້ສັດຕູໝາກມ່ວງ ທີ່ຮ້າຍແຮງລະບາດໃນ ສວນໝາກມ່ວງທົ່ວໄປລັກສະນະຕົວເຕັມໄວມີຂະໜາດ ນ້ອຍລຳຕົວຍາວປະມານ 3.5-4 ມມ, ສີນໍ້າຕານອົມເທົາມີຈຸດ ນ້ອຍໆສີດຳ ແລະ ເຫຼືອງທົ່ວຕົວ, ສາມາດເຕັ້ນ ແລະ ບິນໄດ້ ຢ່າງວ່ອງໄວ, ປາກຍາວເປັນທໍ່ໃຊ້ເຈາະດູດກິນ ນໍ້າລ້ຽງຈາກດອກ, ໝາກ, ໃບອ່ອນຂອງໝາກມ່ວງຕົວແມ່ ມັກຈະວາງໄຂ່ເປັນ ໜ່ວຍດ່ຽວ ສີເຫຼືອງອ່ອນຢູ່ກາງໃບ, ກ້ານຊໍ່ດອກ ແລະ ບໍລິ ເວນສ່ວນອ່ອນໄລຍະໄຂ່ ...
Read More
Loading...