ເຕັກນິກການລ້ຽງປາຄ້າວ

ປາຄ້າວ ຊື້ວິທະຍາສາດ Wallagonia attu (Bloch) ປາຄ້າວມີ 2 ຊະນິດຄື: ປາຄ້າວຂາວ ແລະ ປາຄ້າວດໍາ. ເປັນປາເນື້ອອ່ອນທີ່ເຫັນໄດ້ຫຼາຍຕາມແມ່ນໍ້າ ປະຈຸບັນເປັນປາທີ່ເລີ່ມຫາຍາກຫຼາຍຂື້ນ ເນື່ອຈາກມີການຈັບມາຮັບປະທານຫຼາຍຂື້ນ ເພາະເນື້ອປາມີຄວາມນຸ່ມ ໃຫ້ຊີ້ນຫຼາຍ, ຊີ້ນບໍ່ມີກ້າງ ໂດຍສະເພາະປາຄ້າວຂາວ ເປັນຊະນິດທີ່ນິຍົມຈັບມາຮັບປະທານ, ສ່ວນປາຄ້າວດຳມັກລ້ຽງເປັນປາສວຍງາມ.
1. ການເພາະພັນປາຄ້າວ
ປາຄ້າວທີ່ໃຊ້ສຳລັບການເພາະພັນມາຈາກທຳມະຊາດ ແລະ ປ່ອຍລ້ຽງໃນໜອງໃນໄລຍະໜຶ່ງກ່ອນ. ກ່ອນຈະນຳແມ່ພັນປາມາສັກຮໍໂມນຄັ້ງທຳອິດດ້ວຍ suprefact ຂະນາດ 5 ໄມໂຄຣກຼາມ/ນໍ້າໜັກປາ 1 ກິໂລກຼາມ ແລະ Motiliuim 5 ມິລິກຼາມ ຫຼັງຈາກນັ້ນອີກ 6 ຊົ່ວໂມງ ໃຫ້ສັກຄັ້ງທີ່ 2 ດ້ວຍ suprefact ຂະນາດ 5 ໄມໂຄຣກຼາມ/ນໍ້າໜັກປາ 1 ກິໂລກຼາມ ແລະ Motiliuim 5 ມິລິກຼາມ .
ສຳລັບພໍ່ພັນປາໃຫ້ສັກຮໍໂມນພຽງເທື່ອດຽວຄືກັນກັບການສັກຄັ້ງທຳອິດຂອງແມ່ພັນປາຄ້າວ ແລະ ໃຫ້ສັກຫຼັງຈາກສັກແມ່ພັນແລ້ວ 4 ຊົ່ວໂມງ.
ຫຼັງຈາກສັກຄັ້ງທີ່ 2 ແລ້ວ 4-6 ຊົ່ວໂມງໃຫ້ຮີດໄຂ່ປາລົງໃນຊາມ ແລະ ຮິດນໍ້າເຊື້ອຈາກພໍ່ພັນອອກມາປະສົມກັບນໍ້າເກືອເຂັ້ມຂຸນ 0,6% ກ່ອນຈະນຳລົງຄຸປະສົມກັບໄຂ່ປາໃນຊາມດ້ວຍການໃຊ້ຂົນໄກ່ກ້ວນປະສົມ 3-5 ນາທີ ກ່ອນຈະນຳໄຂ່ມາລ້າງນໍ້າ ແລະ ປ່ອຍໃນໜອງອານຸບານທີ່ເປັນອ່າງສີເມັນ ຊຶ່ງໄຂ່ຈະຝັກເປັນລູກປາພາຍໃນ 28-32 ຊົ່ວໂມງ ອັດຕາການຟັກເປັນຕົວປະມານ 40-50% ແລະ ອາດຈະຫຼາຍກວ່ານັ້ນເມື່ອລູກປາມີຄວາມສົມບູນ

2. ການອານຸບານລູກປາຄ້າວ
ການອະນຸບານລູກປາຄ້າວໃນໄລຍະທຳອິດຈະເຮັດໄຮແດງເປັນອາຫານ ຕໍ່ມາໃນໄລຍະ 15-20 ວັນ ຈຶ່ງໃຫ້ປາບົດລວມກັບໄຮແດງ ແລະ ອາຫານປາດຸກເມັດນ້ອຍ ຫຼັງຈາກນັ້ນ ຈຶ່ງຄ່ອຍປ່ຽນເປັນອາຫານປ່ດຸກ ພ້ອມເສີມດ້ວຍລູກປາຂະໜາດນ້ອຍ ການໃຫ້ອາຫານ 2 ຄັ້ງ/ວັນ ເຊົ້າ ແລະ ແລງ
3. ການລ້ຽງປາຄ້າວຮຸ້ນ
ຫຼັງຈາກອານຸບານລູກປາຄ້າວຈົນໄດ້ລຳຕົວຍາວປະມານ 4-6 ນີ້ວແລ້ວ ຈຶ່ງນຳລົງລ້ຽງໃນກະຊັງ ຫຼື ປ່ອຍລ້ຽງໃນບໍດິນຕໍ່ໃນອັດຕາການປ່ອຍສຳລັບກະຊັງທີ່ 400-500 ໂຕ/ກະຊັງ (ກະຊັງ 5 x 5 ແມັດ) ແລະ ອັດຕາໃນການປ່ອຍສຳລັບໜອງດິນແມ່ນ 3000-4000 ໂຕ/ໄລ່ ສ່ວນອາຫານແມ່ນໃຫ້ອາຫານປາດຸກເມັດນ້ອຍ ແລະ ເສີມກ້ວຍອາຫານຈາກທຳມະຊາດ ເຊັ່ນ: ລູກປານ້ອຍ, ປວກ ຫຼື ແມງໄມ້ຕ່າງໆ ສ່ວນການໃຫ້ອາຫານຈະຄືກັບການອານຸບານລູປປາ ແລະ ຄວນເນັ່ງໃຫ້ໃນຕອນແລງຫຼາຍກວ່າຕອນກາງເວັນ.
ປາຄ້າວເມື່ອລ້ຽງໄດ້ປະມານ 8 ເດືອນກໍ່ສາມາດຈັບຂາຍໄດ້ ນໍ້າໜັກໂຕຈະຢູ່ປະມານ 0,5-0,8 ກິໂລ/ໂຕ ແລະ ຫາກລ້ຽງດົນກວ່າ 10 ເດືອນ ຈະໄດ້ນໍ້າໜັກ 1 ກິໂລ/ໂຕ ແລະ ການລ້ຽງໃນກະຊັງມັກໄດ້ນໍ້າໜັກໂຕຫຼາຍກວ່າການລ້ຽງໃນໜອງດິນ.

ແຫຼ່ງຂໍ້ມູນ: https://pasusat.com/ปลาเค้า/

https://th.wikipedia.org/wiki/ปลาค้าวดำ