ເຕັກນິກການລ້ຽງອື່ງໃນອ່າງຊີເມັນ

1. ລັກສະນະອ່າງລ້ຽງອື່ງ
– ອ່າງຊີເມັນຂະໜາດ 2x4x1 ແມັດ ຂອບອ່າງລຽບ
– ພື້ນອ່າງເປັນຊາຍລະອຽດໜາ 50 ຊັງຕີແມັດ, ອີກຝັ່ງ ໜື່ງເຮັດເປັນອ່າງນ້ຳຂອບອ່າງສະເໝີກັນກັບພື້ນດິນຊາຍ.
– ຫຼັງຄາຄຸມດ້ວຍຜ້າກັນແສງ 80%.
– ຂອບອ່າງດ້ານເທີງວາງແຜ່ນສັງກະສີ ໃຫ້ດ້ານໜື່ງ ຂອງສັງກະສີເລີຍເຂົ້າມາໃນອ່າງປະມານ 38 ຊັງຕີແມັດ ເພື່ອ ກັນອື່ງໜີອອກຈາກອ່າງ.
– ຕິດຕັ້ງສະປີງເກີ ແລະ ດອກໄຟຟ້າໃນອ່າງ 1 ຈຸດ


2. ການຄັດເລືອກພໍ່ແມ່ພັນອື່ງ
ການຄັດເລືອກພໍ່ແມ່ພັນອື່ງ ສາມາດລວບລວມຈາກ ທຳມະຊາດ ບໍລິເວນປ່າໂລ່ງໃນຊ່ວງ ເດືອນພຶດສະພາ ເຖີງເດືອນມິຖຸນາ (ພົບເຫັນຫຼາຍໃນຊ່ວງຝົນຕົກໜັກຄັ້ງທຳອິດ ຂອງ ລະດູ) ເມື່ອລວບລວມມາໄດ້ແລ້ວໃຫ້ຄັດເລືອກພໍ່ແມ່ພັນດັ່ງນີ້:
 ອື່ງເພດຜູ້
– ລຳໂຕມີສີດຳເຂັ້ມຂ້າງໂຕມີລາຍດຳຈຸດຂາວ.
– ລຳໂຕນ້ອຍ ແລະ ຍາວກວ່າເພດແມ່.


 ອື່ງເພດແມ່
– ລຳໂຕສັ້ນ ແລະ ໃຫຍ່ກວ່າເພດຜູ້.
– ຂ້າງໂຕມີລາຍຈຸດຂາວອົມເຫຼືອງ, ໜັງທ້ອງບາງສາ ມາດເບິ່ງເຫັນໄຂ່.
– ໂຕແມ່ທີ່ມີໄຂ່ເຕັມທ້ອງເມື່ອຫງາຍທ້ອງເບິ່ງ ຈະເຫັນ ໄຂ່ລັກສະນະສີດຳ.


3. ການລ້ຽງອື່ງ
ປ່ອຍພໍ່ແມ່ພັນອື່ງຈຳນວນ 1-2 ຄູ່ ຕໍ່ອ່າງ, ໃສ່ນ້ຳເຄິ່ງ ອ່າງເມື່ອເຫັນໄຂ່ຟູເຕັມອ່າງພາຍໃນ 11-22 ຊັງຕີແມັດ ໃຫ້ ແຍກພໍ່ແມ່ພັນອອກຈາກອ່າງ (ແມ່ພັນ 1 ໂຕໃຫ້ໄຂ່ 8.000 – 10.000 ໜ່ວຍ) ໄຂ່ຈະແຕກອອກເປັນໂຕພາຍໃນ 24 ຊົ່ວ ໂມງ.


4. ການໃຫ້ອາຫານອື່ງ
ການລ້ຽງອື່ງໃນ 3 ມື້ທຳອິກຮວກຈະບໍ່ກິນອາຫານ, ເມື່ອຮວກອາຍຸ 4 ວັນ ເລີ່ມໃຫ້ໄຂ່ແດງຕົ້ມສຸກບົດລະອຽດວັນລະ 1 ຄັ້ງໃນ ຕອນເຊົ້າ ¼ ໜ່ວຍຕໍ່ອ່າງ. ເມື່ອໂຕຮວກອາຍຸປະມານ 7 ວັນ ເລີ່ມໃຫ້ອາຫານປາດຸກນ້ອຍໂປຣຕິນ 32% 100 ກຼາມຕໍ່ອ່າງ, ໃຫ້ມື້ 1 ຄັ້ງຈົນອາໂຕຮວກອາຍຸປະມານ 45 ວັນ, ຫາງຈະ ເລີ່ມຫຼຸດ. ຫຼັງຈາກໂຕຮວກຫາງຫຼຸດ ອື່ງຈະພັດທະນາຄືໂຕ ເຕັມໄວ ແລະ ຈະອອກຈາກອ່າງລົງພື້ນຊາຍໃນອ່າງປະມານ 3 ວັນ ອື່ງຈະຝັງໂຕໃນຊາຍທີ່ຢູ່ພື້ນອ່າງ. ກໍລະນີໃຫ້ອາຫານ ເສີມເຊັ່ນ: ປວກ ແລະ ແມງໄມ້ ໃຫ້ເປີດສະປີງເກີມື້ລະ 1 ຄັ້ງ ແລະ ເປີດໄຟລໍ້ແມງໄມ້ໃນຕອນກາງຄືນໃນອ່າງ.


5. ວິທີການຈັບອື່ງໃນອ່າງ
– ນຳແຜ່ນສັງກະສີທີ່ວາງເທີງຫຼັງຄາທີ່ຄຸມດ້ວຍຜ້າກັນ ແສງແລ້ວໃຊ້ນ້ຳສີດແຜ່ນສັງກະສີເປັນການຮຽນແບບຝົນຕົກ. ອື່ງທີ່ຝັງໂຕຢູ່ໃນຊາຍຈະອອກມາ
– ປ່ອຍໃຫ້ນ້ຳຖ້ວມພື້ນອ່າງອື່ງ ຈະຂື້ນມາບໍລິເວນໜ້ານໍ້າ ສາມາດຄັດຂະໜາດໄດ້ຕາມຕ້ອງການ.

ແຫຼ່ງຂໍ້ມູນ: https://www.kasetsanjorn.com/573/

file:///D:/2019/August_df.pdf

http://www.xn--72cce6b3a1eudnccb5n3d.com/article/3/การเพาะเลี้ยงอึ่งเผ้าในบ่อซีเมนต์