ເຕັກນິກການເຮັດກ້ອນແຮ່ທາດອາຫານ

ແຫຼ່ງອາຫານທີ່ສໍາຄັນສໍາລັບການລ້ຽງສັດ ໃນບ້ານເຮົາ ແມ່ນທົ່ງຫຍ້າທໍາມະຊາດ ແລະ ເຟືອງ, ໂດຍສະເພາະໃນລະ ດູແລ້ງອາຫານຕົ້ນຕໍຂອງ ງົວ-ຄວາຍ ຈະມີແຕ່ໃບໄມ້, ຫຍ້າ ແຫ້ງ, ເຟືອງແຫ້ງ, ຊຶ່ງອາຫານເລົ່ານີ້ລ້ວນແຕ່ເປັນອາຫານທີ່ມີຄຸນນະພາບຕໍ່າ ເມື່ອສັດກິນເຂົ້າໄປກໍ່ບໍ່ສາມາດ ຍ່ອຍອາຫານ ເລົ່ານີ້ໄດ້ດີ, ບໍ່ສາມາດນໍາໄປເປັນປະໂຫຍດໄດ້ດີ, ບໍ່ສາມາດ ຕອບສະໜອງພະລັງງານ ແລະ ປະໂຣຕິນພຽງພໍ ໃຫ້ແກ່ຮ່າງ ກາຍຂອງສັດ ຊຶ່ງເປັນສາຍເຫດເຮັກໃຫ້ສັດຈ່ອຍ, ນໍ້າໝັກຫຼຸດ ສັດທີ່ໃຊ້ເປັນແຮງງານລາກແກ່ມີສະພາບທາງດ້ານສຸຂະພາບ ບໍ່ສົມບູນ ແລະ ກໍ່ບໍ່ພຽບພ້ອມໃນການອອກແຮງງານໃນລະດູ ການຜະລິດ.

  1. ວີທີການຜະລິດ

ສ່ວນປະກອບທີ່ສໍາຄັນ ໃນການຜະລິດກ້ອນແຮ່ທາດ ອາຫານເສີມມີ: ປຸຍຍູເຣຍ (46-0-0), ເກືອ, ກະດູກປົ່ນ, ການ ນໍ້າຕານ, ປູນຂາວ, ຊີເມັນ ແລະ ດິນໜຽວ (ດິນດາກ). ອຸປະກອນຮັບໃຊ້ການຜະລິດ: ອ່າງສໍາລັບໃຊ້ຄົນ, ຄາດ, ວານ, ຊິງຊັ່ງນໍ້າໝາກ ແລະ ໄມ້ແບບ.

ສ່ວນປະກອບ ສູດ(%)
1 2 3 4 5
ຮຳ 40 30 45 40 50
ກາກນໍ້າຕານ 5 10 0 0 0
ຍູເຣຍ 10 10 10 10 10
ເກືອ 5 5 5 5 5
ກະດູກປົ່ນ 5 10 5 10 0
ປູນຂາວ 5 5 5 5 5
ຊີເມັນ 10 10 10 10 10
ດິນໜຽວ 20 20 20 20 20
ລວມ 100 10 100 100 100
ນໍ້າ 18-20 18-20 25-30 25-30 30-35

ອີງຕາມເງື້ອນໄຂທີ່ສາມາດ ຈັດຫາສ່ວນປະກອນຕ່າງໆ ໃນແຕ່ລະທ້ອງຖີ່ນ ແລະ ສະພາບການຂາດແຄນ ທາງດ້ານ ອາຫານສັດໃນແຕ່ລະເຂດ, ຈຶ່ງໄດ້ແນະນໍາຫຼາຍສູດ ເພື່ອໃຫ້ປະຊາຊົນຜູ້ທີ່ຈະຜະລິດສາມາດ ນໍາໃຊ້ໄດ້ເລືອກສູດທີ່ເໝາະ ສົມກັບສະພາບ ແລະ ເງື່ອນໄຂ. ໃນການຜະລິດກ້ອນ ແຮ່ທາດ ອາຫານເສີມ, ຊາວນາສາມາດຜະລິດເອງໄດ້, ຊຶ່ງມີຂັ້ນຕອນ ການຜະລິດແບບງ່າຍໆດັ່ງນີ້:
ກ. ແຊ່ດິນໜຽວ ແລະ ປູນຂາວໄວ້ກ່ອນໝື່ງຄືນ, ຖ້າຫາ ກວ່າເປັນດິນແຫ້ງໃຊ້ນໍ້າໃນປະລິມານເທົ່າກັບເຄີ່ງໝື່ງຂອງ ດິນ, ຖ້າຫາກເປັນດິນປຽກໃຊ້ນໍ້າໝື່ງສ່ວນສີ່ຂອງນໍ້າໝັກດິນ.
• ຕົວຢ່າງ: + ດິນແຫ້ງ 20 ກລ + ນໍ້າ 10 ລິດ.
• ດິນປຽກ 20 ກລ + ນໍ້າ 5 ລິດ.

ຂ. ໃນມື້ຕໍ່ມາເອົາກາກນໍ້າຕານ ແລະ ນໍ້າຈໍານວນທີ່ຍັງ ເຫຼືອເຫຼົງອ່າງສໍາລັບຄົນ (ການໃຊ້ນໍ້າຄວນໃຊ້ ໃນປະລິມານ ໝ້ອຍຫາຫຼາຍ) ແລ້ວຍູເຣຍ ແລະ ເກືອລະລາຍດີແລ້ວເຕີມ ດ້ວຍນໍ້າທີ່ແຊ່ດິນດາກ ແລະ ປູນຂາວໄວ້ກ່ອນນັ້ນລົງຄົນເຂົ້າ ກັນໃຫ້ເປັນເນື້ອດຽວ ແລ້ວຄ່ອຍໆເຫຼົງກອງຮໍາ ທີ່ເຮັດເປັນກອງ ໂດຍທາງກາງກອງເຮັດເປັນຫລູບໝ້ອຍໝຶ່ງຄົນຮໍາກັບນໍ້າທີ່ ເປັນສ່ວນປະກອບມາແລ້ວ ນັ້ນໃຫ້ເປັນເນື້ອດຽວ (ຖ້າໃຊ້ສູດ ທີ່ບໍ່ມີກາກນໍ້າຕານກໍ່ເອົານໍ້າປົນກັບຍູເຣຍ, ເກືອ ແລະ ສ່ວນ ປະກອບອື່ນໆ ເລີຍ).

ຄ. ເອົາສ່ວນທີ່ເຮົາປະສົມ ຈົນໄດ້ເນື້ອດຽວແລ້ວນັ້ນໄປ ໃສ່ໃນໄມ້ແມ່ແບບທີ່ມີຂະໝາດ 20×20 ຊມ. ເພື່ອຈະເຮັດເປັນ ກ້ອນ ຫຼື ຈະໃຊ້ ວັດຖຸອື່ນໆ. ທີ່ຫາໄດ້ໃນທ້ອງຖີ່ນເປັນແມ່ແບບ ກໍ່ໄດ້, ຫຼັງຈາກນັ້ນອັດ ແລະ ຕໍາໃຫ້ແໝ້ນ.

ງ. ການຖອດແມ່ແບບ ແລະ ຕາກ. ຫຼັງຈາກທີ່ອັດ ແລະ ຕໍາແໝ້ນດີແລ້ວ ກໍ່ທໍາການຖອດ ແມ່ ແບບອອກເລີຍ ແລະ ອັດກ້ອນຕໍ່ໄປຈົນໝົດ.

  • ການຕາກ. ບໍ່ຄວນຕາກແດດໂດຍກົງຈະເຮັດໃຫ້ເສື່ອມຄຸນະ ພາບ, ຄວນຕາກໃນຮົ່ມ, ມີລົມພັດຜ່ານຕາກ 3-5 ວັນ.
  • ການນໍາໃຊ້ໃຫ້ສັດກິນ

ໃນກ້ອນແຮ່ທາດມີຍູເຮຍເປັນສ່ວນປະກອບ 10% ສະ ນັ້ນ, ການເຮັດໃຫ້ສັດມີຄວາມລື້ງເຄີຍກັບການກິນ (ເລຍ) ກ້ອນແຮ່ທາດຈື່ງມີຄວາມຈໍາເປັນ ໃນໄລຍະຕົ້ນຄວນເອົາກ້ອນ ແຮ່ທາດໃຫ້ສັດເລຍມື້ໝື່ງປະມານ 1-2 ຊົ່ວໂມງ. ໃນໄລຍະ 10 ມື້. ຫຼັງຈາກນັ້ນຈື່ງປ່ອຍໃຫ້ສັດເລຍຕາມໃຈ, ບໍ່ຄວນໃຫ້ສັດທີ່ ກໍາລັງຫີວເພາະສັດຈະກິນໄດ້ຫຼາຍ ໂພດຈະເຮັດໃຫ້ສັດໄດ້ຮັບ ຍູເຣຍເກີນຄວາມຕ້ອງການ ແລະ ກາຍເປັນທາດເບື່ອຊື່ງເປັນ ອັນຕະລາຍຕໍ່ຮ່າງກາຍສັດ.ຈາກການສັງເກດໃນການນໍາໃຊ້ກ້ອນແຮ່ທາດອາຫານເສີມ, ເຫັນວ່າສັດຈະກິນໄດ້ໂດຍສະເລ່ຍປະມານ 200-300 ກຣາມ/ ມື້/ໂຕ, ໝື່ງກ້ອນມີນໍ້າໝັກ 10 ກຼ. ຈະກຸ້ມໄດ້ 1 ເດືອນ.

  1. ຜົນປະໂຫຍດ.
  • ສັດຈະກິນອາຫານດີຂື້ນ ແລະ ກິນຫ້ຍາໄດ້ດີ.
  • ສັດຈະກິນນໍ້າ ແລະ ເຟືອງຫຼາຍຂື້ນເມື່ອສົມທຽບກັບ ຕອນທີ່ບໍ່ໄດ້ເລຍກ້ອນແຮ່ທາດ.
  • ອາຫານສັດທີ່ກິນເຂົ້າໄປກໍ່ສາມາດນໍາໃຊ້ໄປເປັນປະ ໂຫຍດຕໍ່ຮ່າງກາຍເພີ່ມຂື້ນ.
  • ສັດບໍ່ຈ່ອຍ, ສຸຂະພາບສົມບູນດີ ແລະ ໃນເວລາການ ນໍາໃຊ້ແຮງງານກໍ່ຍັງສາມາດຮັກສາສຸກຂະພາບທາງດ້ານຮ່າງ ກາຍສົມບູນດີພ້ອມທັງທົນທານ ແລະ ເຮັດວຽກ ໝັກໄດ້ດີ.
  • ສັດມີປະກົດການຂາຫ້ານ, ຫຼັງກົ່ງທີ່ເນື່ອງມາຈາກ ຂາດແຮ່ທາດເມື່ອໄດ້ເລຍກ້ອນແຮ່ທາດອາຫານເສີມ ເປັນປະ ຈໍາແລ້ວສັດກໍ່ຈະບໍ່ມີປະກົດການດັ່ງກ່າວອີກ.
  • ແຫຼ່ງຂໍ້ມູນ: file:///D:/2022/January_df.pdf

    https://www.rakbankerd.com/agriculture/print.php?id=1043&s=tblanimal

    https://www.nestle.co.th/th/nhw/3e/eat/important-mineral