Monthly Archives: September 2023
ເຕັກນິກການຜະລິດຝຸ່ນອົງຄະທາດ
ຝຸ່ນອົງຄະທາດ: ແມ່ນຝຸ່ນທີ່ໃຊ້ວັດຖຸດີບບາງຢ່າງໃນທໍາມະຊາດມາປະສົມເຂົ້າກັນໃຫ້ມີລະດັບທາດອາຫານໃດໜຶ່ງຕາມຂໍ້ກໍານົດຂອງກົມປູກຝັງ, ການເຮັດເປັນຝຸ່ນອົງຄະທາດໄດ້ມາຈາກ : ຝຸ່ນຄອກ (ຂີ້ສົດຊະນິດຕ່າງໆ ), ແກບເຜົາ, ຮໍາອ່ອນປູນຂາວ , ນໍ້າສະກັດຊີວະພາບຕ່າງໆເປັນຕົ້ນ, ມາປະສົມເຂົ້າກັນໃນອັດຕາສ່ວນທີ່ເໝາະສົມໃຊ້ເວລາບົ່ມທີ່ເໝາະສົມ ໂດຍຜ່ານການຍ່ອຍສະລາຍຂອງຈຸລິນຊີອິນຊີວັດຖຸ , ພືດຈິ່ງສາມາດດູດຊືມເປັນທາດອາຫານໃຫ້ແກ່ພືດໄດ້
1. ອຸປະກອນ ແລະ ວິທີ ການຜະລິດຝຸ່ນອົງຄະທາດ
1.1 ອຸປະກອນທີ່ນໍາໃຊ້
1.2 ສະຖານທີ່: ສະຖານ ທີ່ເຮັດຝຸ່ນອົງຄະທາດ ແມ່ນບ່ອນທີ່ໃກ້ແຫຼ່ງນໍ້າ, ເປັນບ່ອນຮົ່ມ ແລະ ບໍ່ມີນໍ້າຂັງ
2. ວັດຖຸທີ່ນໍາໃຊ້ໃນການເຮັດຝຸ່ນອົງຄະທາດ
ວັດຖຸທີ່ນໍາໃຊ້ໃນການເຮັດຝຸ່ນອົງຄະທາດປະກອບມີດັ່ງລຸ່ມນີ້:
– ແກບທີ່ເຜົາແລ້ວບໍ່ມີສິ່ງເຈືອປົນ.
– ຝຸ່ນຄອກ (ຂີ້ງົວ, ຂີ້ຄວາຍ ) ທີ່ຜ່ານຂະບວນການບົດ ແລະ ຮ່ອນລະອຽດບໍ່ມີສິ່ງເຈືອປົນ.
– ດິນແຄມນໍ້າ ຫຼື ດິນກິນໜອງທີ່ຜານຂະບວນການບົດ ແລະ ຮ່ອນລະອຽດບໍ່ມີສິ່ງເຈືອປົນ.
– ນອກຈາກນັ້ນ, ຍັງໄດ້ນໍາໃຊ້ວັດຖຸດີບເສີ່ມຕື່ມເຊິ່ງປະກອບມີ: ຮໍາອ່ອນ + ປູນຂາວຮອນລະອຽດ + ນໍ້າ BE ທີ່ ສະກັດຈາກຫອຍ ຫຼື ໝາກໄມ້ + ນໍ້າຊີ້ແກບ + ນໍ້າສະອາດ.
3. ວິທີການເຮັດຝຸ່ນອົງຄະທາດ:
1. ເບື້ອງຕົ້ນເຮົາຕ້ອງເຜົາແກບທີ່ນາມາຈາກໂຮງສີເຂົ້າ ການເຜົາແກບແມ່ນໃຫ້ໄໝ້ປະມານ 70% ຈາກນັ້ນກໍ່ມອດໄຟປະໄວ້ໃຫ້ແກບເຢັນ ແລະ ແຫ້ງ (ເອີ້ນວ່າຖ່ານແກບ).
2. ນໍາເອົາດິນກົ້ນໜອງ ແລະ ຝຸ່ນຄອກມາບົດດ້ວຍເຄື່ອງຕີດິນໃຫ້ມຸ້ນ (ຖ້າຫາກວ່າບໍ່ມີເຄື່ອງຕີດິນສາມາດໃຊ້ໄມ້ທຸບໃຫ້ ມຸ້ນໄດ້). ຈາກນັ້ນນໍາວັດຖຸດີບທີ່ກຽມໄວ້ມາຮ່ອນໃຫ້ລະອຽດ (ຜ່ານຕານ່າງຂະໜາດ 0.5 cm).
4. ວິທີການປະສົມ:
ນໍາເອົາວັດຖຸດີບທີ່ກະກຽມໄວ້ມາປະສົມເຂົ້າກັນໃນເຄື່ອງປະສົມຝຸ່່ນໃນອັດຕາສ່ວນທີ່ກໍານົດໄວ້ 5:3:2 (ແກບເຜົາ 50 ກິໂລ + ຝຸ່ນຄອກ 30 ກິໂລ + ດິນກົ້ນໜອງ 20 ກິໂລ ) ນອກຈາກນັ້ນ, ຍັງໄດ້ນໍາໃຊ້ວັດຖຸດີບເສີມຕື່ມເຊິ່ງປະກອບ ມີ: ຮໍາອ່ອນ (5-10 ກິໂລ + ປູນຂາວຮ່ອນລະອຽດ (3-5 ກິໂລ ) + ນໍ້າ BE ທີ່ສະກັດຈາກຫອຍ ຫຼື ໝາກໄມ້(50 ຊີ ຊີີ)+ນໍ້າຊີແກບ (100 ຊີຊີ) + ນໍ້າສະອາດ (20-30 ລິດ). ໃນເວລາປະສົມນັ້ນໃຫ້ມີການຫົດນໍ້າເພື່ອເພີ້ມຄວາມຊຸ່ມໃຫ້ ຝຸ່ນເຮັດໃຫ້ຈຸລິນຊີສາມາດຢູ່ໄດ້ແຕ່ບໍ່ໃຫ້ປຽກເກີນໄປ ໂດຍທົ່ວໄປແລ້ວຄວາມຊຸ່ມຈະຢູ່ໃນລະດັບ 40% ເຮົາສາມາດກວດຄວາມຊຸ່ມດ້ວຍການປີ້ນຝຸ່ນເບີ່ງ ຖ້າເຫັນວ່າຝຸ່ນເປັນກ້ອນແຕ່ບໍ່ໃຫ້ມີນໍ້າຍ້ອຍອອກງ່າມມືເຮົາກໍ່ສະແດງວ່າຄວາມຊຸ່ມນັ້ນພຽງພໍແລວ້ . ພາຍຫຼັງປະສົມຝຸ່ນແລ້ວກໍ່ນໍາເອົາໄປບົ່ມໄວ້ອ່າງທີ່ກຽມໄວ້ (ບົ່ມໄດ້ 1 ອາທິດ ແລ້ວປີ້ນກອງຝຸ່ນບົ່ມົ) ຈາກນັ້ນບົ່ມຝຸ່ນປະໄວ້ 1 ອາທິດ ກໍ່ສາມາດນໍາຝຸ່ນມາໃຊ້ໄດ້ .
5. ການບົວລະບັດຮັກສາ:
ໄລຍະຂອງ ການບົ່ມຝຸ່ນແມ່ນໃຊ້ເວລາ 2 ອາທິດ ໃນການບົ່ມໄລຍະ 1-2 ວັນທໍາອິດຄວນກວດເບິ່ງຄວາມຮ້ອນໃນ ກອງຝຸ່ນໂດຍໃຊ້ມືຈີກເຂົ້າໄປທາງໃນກອງດັ່ງກ່າວ . ຖ້າມີຄວາມຮ້ອນສູງ >70 ອົງສາ ເຮົາຄວນເປີດສິ່ງທີ່ປົກຫຸ້ມອອກ ປະມານ 2-3 ຊົ່ວໂມງ (ຫຼືດີແທ້ແມ່ນໃສ່ທີ່ລະບາຍຄວາມຮ້ອນ ) ເມື່ອຮອດຄົບ 14 ວັນ ຈຶ່ງສາມາດນໍາເອົາຝຸ່ນໄປໃຊ້ເລີຍ.
6. ຄຸນປະໂຫຍດ ແລະ ການນໍາໃຊ້
– ຊ່ວຍປັບປຸງໂຄງສ້າງຂອງດິນ, ເຮັດໃຫ້ດິນມີຄຸນນະພາບດີຂື້ນ, ດິນຜຸຜຸ້ຍ, ຖືກນໍາໃຊ້ໄດ້ຍາວນານ
– ເພີ່ມທາດອາຫານໃນດິນທີ່ພືດຕ້ອງການ ແລະ ສາມາດຫຼຸດຜ່ອນການນໍາໃຊ້ຝຸ່ນເຄມີ
– ສາມາດດູດຊືມນໍ້າໄດີດີເໝາະສົມກັບການປູກພືດທຸກຊະນິດເຊັ່ນ: ຕົ້ນໄມ້ໃຫ້ໝາກ, ສວນຜັກ, ຕາກ້, ນາເຂົ້າ, ດອກ ໄມ້ປະດັບ ແລະ ອື່ນໆ
• ການນໍາໃຊ້ຝຸ່ນອົງຄະທາດ
ຂໍ້ແນະນຳການໃຊ້
ລ/ດ | ປະເພດການນຳໃຊ້ | ອັດຕາການນຳໃຊ້ | ວິທີການນຳໃຊ້ | |
1 | ໂຖດອກໄມ້ | 1 kg/20kg ດິນ | ໃສ່ປົນລົງໂຖດອກໄມ້ກ່ອນການປູກ | |
2 | ສວນຜັກ | 1 kg/1 m2 | ໃສ່ຮອງພື້ນກ່ອນການຫວ່ານ ຫຼື ປູກ | |
3 | ຕາກ້າ | 0,5-1 kg/1 m2 | ໃສ່ຮອງພື້ນກ່ອນການຫວ່ານກ້າ (ໄຖກົບ) | |
4 | ເຂົ້ານາ | 0,5-1 kg/1 m2 | ໃສ່ຮອງພື້ນກ່ອນການປູກດໍາ | |
5 | ໄມ້ກິນໝາກ | 10-20 kg/ຕົ້ນ | ໃສ່ຕາມຮ່ອງທີ່ຂຸດອ້ອມຂອບຊົງພຸ່ມ |
ແຫຼ່ງຂໍ້ມູນ: https://www.rakbankerd.com/agriculture/print.php?id=8319&s=tblplant
http://web.sut.ac.th/csu/new/add/trainning/p1.pdf
file:///C:/Users/HP/Downloads/ແຜ່ນພັບການຜະລິດຝຸ່ນອົງຄະທາດ.pdf
ເຕັກນິກວິທີການເຜົາ ແລະ ການນຳໃຊຖ່ານແກບ
ແກບ ແມ່ນສິ່ງເສດເຫຼືອທາງການກະສິກໍາຫຼັງຈາກການສີເຂົ້າ ການນໍາໃຊ້ແກບເພື່ອການປູກພືດຂອງຊາວນາ, ຊາວສວນສວ່ນໃຫ່ຍມັກຈະຂົນແກບຈາກໂຮງສີເຂົ້າໄປໃສ່ລົງໄຮ່ນາໂດຍກົງເພື່ອປະສົມລົງດິນແລ້ວປູກພືດ ຫຼື ປົກໜານຜັກທີ່ຂຸດ ແລ້ວ ແລະ ຈູດໃຫ້ເປັນຂີ້ເທົ່າ.
ການໃສ່ແກບດິບລົງໃນດິນ ແກບຈະມີຄຸນສົມບັດໃນການປັບປຸງບໍາລຸງດິນຕໍ່າ ໃຫ້ປະສິດທິຜົນົຕໍ່າ ແລະ ຊ້າ, ເນື່ອງຈາກ ແກບເປັນວັດຖຸທີ່ນານເປື່ອຍ. ການປ່ຽນຮູບມາເປັນອິນຊີວັດຖຸເພື່ອໃຫ້ປະໂຫຍດແກ່ພືດຕ້ອງໃຊ້ເວລາເຖິງ 1-2 ປີ ໂດຍຜ່ານຂະບວນການຍ່ອຍສະລາຍ, ຖ້າເຮົານໍາໃຊ້ຖ່ານແກບ,ຂີ້ເຖົ້າຈະປ່ຽນຮູບມາເປັນອິນຊີວັດຖຸເພື່ອໃຫ້ຜົນປະໂຫຍດແກ່ພືດ,ປະຕິກິລິຍາທາງຈຸລິນຊີໃນດິນໄດ້ໄວກ່ວາ,ແກບດິບ.
ແກບເຜົາແມ່ນ ນິຍົມກັນໃຊ້ເຂົ້າໃນການກະສິກໍາ ແລະ ໃຊ້ໃນຫຼາຍປະເທດ. ເນື່ອງຈາກວ່າຖ່ານແກບເຕັມໄປດ້ວຍກາບອນ (75-80%), ຊີລີເກດ ແລະ ທາດອາຫານອື່ນໆ ທີ່ມີຄົນລັກສະນະໜາທີ່ທີ່ເປັນປະໂຫຍດຫຼາຍຢ່າງຕໍ່ດິນ ແລະ ພືດ, ຊຶ່ງຊາວກະສິກອນຍີ່ປຸ່ນໄດ້ນໍາໃຊ້ເຂົ້າໃນການປັບປຸງດິນມາດົນນານແລ້ວ.
ຖ່ານແກບ ເປັນວັດຖຸປັບປຸງດິນທີ່ມີປະສິດທິພາບສູງ , ມີຄ່າ pH ເປັນດ່າງຊຶ່ງເໝາະສົມກັບດິນເປັນກົດ (Ishii & Kodoya, 1990). Antunes & Cardoso. 1991 ຄົ້ນຄວ້າພົບວ່າ ຖ່ານແກບຊ່ວຍເພີ່ມການລະລາຍຟົສຟໍຣັດທີ່ບໍ່ເປັນປະໂຫຍດຢູ່ໃນດິນໃຫ້ກາຍເປັນປະໂຫຍດແກ່ພືດ, ກະຕຸ້ນຈຸລິນຊີໃນດິນໃຫ້ຂະຫຍາຍຕົວດຂື້ນ, ເກັບກັກທາດອາຫານພືດໄວ້ໃນດິນ ແລະ ເພີ່ມລະດັບການແລກປ່ຽນທາດໂປຕາຊຽມ (K), ແມັກນິຊຽມ (Mg) ໃນດິນ. ຊ່ວຍໃຫ້ໂຄງສ້າງຂອງດິນໜຽວຜຸຜຸ່ຍດີ,ຮັກສາຄວາມຊຸ່ມໃນດິນຊາຍໄວ້ໄດ້ດົນ.
1. ວັດຖຸທີ່ເປັນສ່ວນປະກອບຂອງບັ້ງເຜົາແກບ
– ທໍ່ຈູດໄຟ, ທໍ່ເຫັກຟີ 125, ຍາວ 60 ຊມ ເຈາະຮູຂ້າງທໍ່ 40-60 ຮູ.
– ທໍ່ອູ້ມຄັວນທໍ່ເຫັກຟີ 65, ຍາວ 90 ຊມ.
– ທໍ່ທົບສອກທໍ່ເຫັກຟີ 65, ຍາວ 25 ຊມ.
– ທໍ່ສົ່ງຄວັນ/ລະບາຍນໍ້າຂີ້ແກບທໍ່ເຫັກຟີ 65, ຍາວ 85 ຊມ.
– ຂາຄໍ້າ (3ອັນ) ໃຫ້ທໍ່ສູງຈາກໜ້າດິນ 10 ຊມ, ຄູ່ໂຕ່ງນໍ້າຂີ້ແກບ
2. ວິທີການເຜົາແກບເຂົົ້າ
ກ່ອນອື່ນນໍາເອົາໄມ້ແຫ້ງ ຫຼື ເສດຫຍ້າແຫົ້ງມາກອງແລ້ວຈູດໄຟໃຫ້ໄໝ່ ປະໄວ້ປະມານ 10- 15 ນາທີ,ແລ້ວນໍາເອົາບັງເຜົາແກບມາວາງໃສ່ເຄິ່ງກາງກອງໄຟ.ຫຼັງຈາກນັ້ນ ຈຶ່ງເລີ່ມເອົາແກບມາຖອກລົງໃສ່ປົກຫຸ້ມໃຫ້ຖ້ວມບັ້ງເຜົາແກບໃຫ້ພໍດີໃນ . ໄຟຈະໄໝ້ແກບຄອ່ຍໆຢູ່ທາງໃນອອກມາຫາທາງຂ້າງນອກໃຊ້ເວລາ 10- 12 ຊົ່ວໂມງ
ເມື່ອໄຟຊອດອອກມາຂ້າງນອກເກືອບໝົດທົ່ວບໍລິເວນກອງແກບແລ້ວໃຫ້ຍົກບັ້ງເຜົາແກບອອກ, ຈາກນັ້ນຊະກອງແກບອອກເປັນວົງ (ຊ້ວນເອົາແກບສວ່ນກາງທີ່ໄຟໄໝ້ປົກສວ່ນທີ່ຍັງໄໝ້ບໍ່ທັນໝົດ, ປະໄວ້ 30 ນາທີ ຈຶ່ງໃຊ້ນໍ້າຫົດມອດໄຟ. ການເຜົາໜຶ່ງຄັ້ງຈະໄດຖ່ານແກບປະມານ 200-300 ກລ, ໄດ້ນໍ້າຂີ້ແກບ 0.7-3 ລິດ (ຂື້ນກັບຄວາມຊຸ່ມຂອງແກບທີ່ນໍາມາເຜົາ).
3. ວິທີການນໍາໃຊ້ຖ່ານແກບເຂົົ້າ ແລະ ນໍ້າຂີ້ແກບ
ນໍາໃຊ້ຖ່ານແກບ ປະສົມກັບຝຸ່ນຄອກ ທີ່ຜ່ານການບົດໃຫ້ລະອຽດ ແລະ ດິນກົ້ນໜອງ (ແຫົ້ງ) ໃນອັດຕາສວ່ນ: 5:3:2= 2,5 %,1,5% ສວ່ນປະກອບ (ແກບເຜົາ 5 ສວ່ນ, ຝຸ່ນຄອກ 3 ສວ່ນ, ດິນກົ້ນໜອງ 2 ສວ່ນ), ຫົດນໍ້າໃຫ້ຊຸ່ມແລ້ວບົ່ມໄວ້ເປັນເວລາ 15-20 ວັນ ແລ້ວນໍາໄປຫວ່ານໃຫ້ທົ່ວພື້ນທີ່ທີ່ຈະປູກພືດໃນອັດຕາ 5-10 ໂຕນ/ຮຕ ຫຼື 0.5-1 ກິໂລ/ມ 2 . ໄຖ່ກົບຝຸ່ນລົງດິນ (ເລີກ 10-15 ຊມ). ໃຊ້ນໍ້າຂີ້ແກບສີດປ້ອງກັນສັດຕູພືດທໍາລາຍພືດຜັກ,ເຂົ້ານາ ໂດຍປະສົມກັບນໍ້າໃນອດັຕາສວ່ນ 1:10 (ນໍ້າຂີ້ແກບ 1 ລິດ ປະສົມກັບນໍ້າ 10 ລິດ ) ປະສົມກັບແຟບ ແລະ ນໍ້າມັນພືດຢ່າງລະ 1 ບ່ວງ. ໃຊ້ນໍ້າຂີ້ແກບປະສົມນໍ້າໃນອັດຕາສ່ວນ 2:1 (ນໍ້າຂີ້ແກບ 2 ລິດ ປະສົມກັບນໍ້າ 1 ລິດ ) ບວກກັບແຟບ ແລະ ນໍ້າມັນພືດຢ່າງລະ 1 ບ່ວງ ເພື່ອຊິດຂ້າຫຍ້າ.
ແຫຼ່ງຂໍ້ມູນ: file:///C:/Users/HP/Downloads/ແຜ່ນພັບວິທີການເຜົາ-ແລະ-ການນຳໃຊ້ຖ່ານແກບ.pdf
https://puechkaset.com/แกลบ/
https://www.charcoal.snmcenter.com/charcoalthai/husk.php
ການລ້ຽງ ແລະ ການປະສົມພັນປາເກັດແລບ
ປາເກັດແລບເປັນປາທີ່ລ້ຽງງ່າຍ, ໃຫ່ຍໄວ, ທົນຕໍ່ສະພາບແວດລ້ອມ ຫຼື ໜອງທີ່ບໍ່ມີຄວາມອຸດົມສົມບູນດ້ວຍອາຫານທຳມະຊາດໄດ້. ປັດຈຸບັນຄວາມຕ້ອງການຂອງຕະຫຼາດມີຫຼາຍສົມຄວນເພື່ອນຳໄປປຸງແຕ່ງເປັນອາຫານ, ເປັນອາຫານທີ່ເກັບໄວ້ເຊັ່ນ: ການເຮັດເປັນສົ້ມປາ, ປາແດກ, ປາແຫ້ງ ແລະ ອື່ນໆ ສາມາດສົ່ງຂາຍຕະຫຼາດນຳລາຍໄດ້ໃຫ້ແກ່ຄອບຄົວ.
1. ສະຖາທີ່ເໝາະສົມໃນການລ້ຽງປາເກັດແລບ
1.1 ສະຖາທີ່
– ສະພາບຄວາມເປັນກົດເປັນດ່າງຂອງນໍ້າມີຄ່າເທົ່າກັບ 6,5-7,5
– ອຸນຫະພູມລະຫວ່າງ 26-32 ອົງສາເຊ
– ເປັນເຂດທີ່ບໍ່ມີນໍ້າອອກບໍ່
– ໜອງຕ້ອງມີຄວາມອຸດົມສົມບູນດ້ວຍທຳມະຊາດ(ພື້ນໜອງຕ້ອງເປັນຕົມ)
– ປາເກັດແລບສາມາດລ້ຽງໃສ່ໜອງ ແລະ ລ້ຽງໃສ່ກະຊັງໄດ້
1.2 ວິທີການສ້າງໜອງລ້ຽງ
ການສ້າງໜອງລ້ຽງ
– ໜອງຕ້ອງມີຂະໜາດແຕ່ 400 ແມັດ-1 ເຮັກຕາ
– ຄວາມເລີກຂອງໜອງຕ້ອງ 1-1,50 ແມັດ
– ຄວາມເນີນຂອງໜອງຢູ່ລະຫວ່າງ 1: 1,50 ແມັດ(ແບບກົ້ນໝໍ້ຂາງ)
ວິທີລ້ຽງໃນກະຊັງ
– ກະຊັງຕ້ອງມີຂະໜາດ 4*4 ແມັດ ແລະ ເລີກ 2-2,50 ແມັດ
– ກາງກະຊັງຈຸ່ມລົງນໍ້າສອງສ່ວນ ແລະ ພົ້ນນໍ້ານຶ່ງສ່ວນ
– ກາງກະຊັງໃສ່ໃນໜອງ ຫຼື ໃນແມ່ນໍ້າລຳເຊບ່ອນທີ່ມີນໍ້າໄຫຼຊ້າ
– ມັດກະຊັງໃຫ້ເຄັ່ງ ແລະ ແໜ້ນ. ພື້ນກະຊັງບໍ່ໃຫ້ຈຸພື້ນນໍ້າ
– ນຳລູກປາທີ່ມີຄວາມຍາວ 5-10 ຊັງຕີແມັດ, ປ່ອຍລົງໃນກະຊັງເວລາອາກາດເຢັນ(ຕອນເຊົ້າ ຫຼື ຕອນແລງ) ໃນຈຳນວນ 1,000 ໂຕ/ກະຊັງ
2. ເຕັກນິກການປະສົມພັນ
ການປະສົມພັນປາເກັດແລບເຮັດໄດ້ 2 ວິທີຄື:
– ແບບປະສົມພັນເຄິ່ງທຽມ
– ແບບປະສົມພັນທຽມ
2.1 ອຸປະກອນທີ່ຈຳເປັນໃນການປະສົມພັນ
– ກະຊັງນິລົງຂາວ ແລະ ກະຊັງແພແຍ່ງຂຽວຂະໜາດ 4*4 ແມັດ
– ແອປໍ້າ, ກະຕ່ອງ
– ຊະແລ 100 ໄມໂຄກລາມ ແລະ ເຂັມເບີ້ 22 ຫຼື 24
– ຄົກ ແລະ ສາກເພື່ອປົນຢາ
– ຢາກະຕຸ້ນ(ຊຸບເປີເຟັກ ຫຼື ຕ່ອມໃຕ້ສະໜອງປາ, ໂມທີລຽນ, ນໍ້າກັ່ນ)
– ຊິງຊັ່ງນໍ້າໜັກ, ຄຸ, ຊາມ, ແພເຊັດ
– ຖ້ວຍ, ຂົນປີກໄກ່
– ນໍ້າສະອາດ
– ຄົກ ແລະ ສາກບົດຢາສະແລງ 100 ໄມໂຄກລາມ
– ຖ້າການປະສົມພັນໃຊ້ຕ່ອມເປັນຢາກະຕຸ້ນຕ້ອງມີພ້າ, ເຫຼົ້າ 90
2.2 ວິທີປະສົມພັນເຄິ່ງທຽມ
– ຄັດເລືອກພໍ່ແມ່ພັນທີ່ມີອາຍຸ 1 ປີຂື້ນໄປ, ມີນໍ້າໜັກຂະໜາດ 2-3 ກິໂລກຼາມມາຂັງໄວ້ໃນອ່າງ ຫຼື ກະຊັງ 6-12 ຊົ່ວໂມງໂດຍບໍ່ໃຫ້ອາຫານ
– ລ້າງອ່າງຂ້າເຊື້ອປະໄວ້ປະມານ 1 ວັນ ຈຳນວນ 2 ອ່າງແລ້ວຈຶ່ງເອົານໍ້າໃສ່ໃຫ້ໄດ້ 40-50 ຊັງຕີແມັດ. ກາງກະຊັງນິລົງຂາວ ແລະ ກະຊັງຜ້າແຍ່ງຂຽວໃສ່ອ່າງທີ່ 1
– ເຮັດຝົນທຽມ ຫຼື ເປີດນໍ້າໂຕນໃສ່ເພື່ອກະຕຸ້ນພໍ່ແມ່ພັນ
– ຈັບປາພໍ່ແມ່ພັນມາຊັ່ງນໍ້າໜັກແລ້ວຄິດໄລ່ຢາໃຫ້ພໍ່ແມ່ພັນແຕ່ລະໂຕແລ້ວປ່ອຍພໍ່ແມ່ພັນໃສ່ອ່າງປະສົມພັນປະໃຫ້ພໍ່ແມ່ພັນປະສົມພັນກັນເອງໃນອັດຕາສ່ວນແມ່ 1/ຕົວຜູ້ 2 ຕົວ.ແລ້ວກໍ່ເປີດແອປໍ້າໃສ່ ຫຼື ເຮັດນໍ້າໂຕນໃສ່ຕະຫຼອດເວລາ
2.3 ວິທີການປະສົມພັນທຽມ
ຫຼັງຈາກກຽມພ້ອມພໍ່ແມ່ພັນ, ອ່າງ ແລະ ສັກຢາໃຫ້ພໍ່ແມ່ພັນແລ້ວກໍ່ປ່ອຍພໍ່ແມ່ພັນໄວ້ໃນອ່າງແຕ່ຕ້ອງແຍກຈາກກັນລະຫວ່າງຕົວຜູ້ ແລະ ຕົວແມ່(ແມ່ໜຶ່ງ/ຕົວຜູ້ 1 ຕົວ) ປະໄວ້ 10-12 ຊມ(ການຄິດໄລ່ຢາເພື່ອສັກກະຕຸ້ນພໍ່ແມ່ພັນເຊັ່ງຕ່ອມ ແລະ ຊຸບເປີເຟັກແມ່ນຄ້າຍຄືປາທົ່ວໄປ). ເມື່ອສັງເກດເຫັນປາແມ່ກະວົນກະວາຍລອຍນໍ້າໄລ່ກັນ ຫຼື ຂື້ນສູບອາກາດເທິງໜ້ານໍ້າຈຶ່ງຈັບປາແມ່ມາປີບທ້ອງເມື່ອເຫັນໄຂ່ສີຂຽວໄຫຼອອກມາແບບງ່າຍໆຈຶ່ງຈັບປາແມ່ມາເຊັດໃຫ້ແຫ້ງ, ແລ້ວກໍ່ຮີບໄຂ່ປາໃສ່ຖ້ວຍທີ່ລ້າງສະອາດລ້າງໄຂ່ 2 ຄັ້ງຈາກນັ້ນຈຶ່ງນຳໄປຟັກ.
3. ການຟັກໄຂ່
– ນຳໄຂ່ໄປຟັກໃນຈາວຍທີ່ເຮັດດ້ວຍແພນິລົງຂາວມີເສັ້ນຜ່ານກາງ 40-60 ຊມ , ຈ່ວຍໜຶ່ງສາມາດໃສ່ໄດ້ 30,000-50,000 ໜ່ວຍ ຫຼື ອາດຈະຟັກໄວ້ກະຊັງທີ່ກາງໄວ້ໃນອ່າງ
– ເປີດແອປໍ້າ ຫຼື ເຮັດນໍ້າໂຕນໃສ່ອ່າງຟັກຕະຫຼອດເວລາເພື່ອຊ່ວຍໃຫ້ເປີເຊັນຂອງການເບາະຂອງໄຂ່ຫຼາຍຂື້ນ
– ໄຂ່ປາເກັດແລບເປັນໄຂ່ເຄິ່ວຈົມເຄິ່ງລອຍໃຊ້ເວລາຟັກ 20-24 ຊົ່ວໂມງ. ໃນອຸນຫະພູມປະມານ 28-32 ອົງສາເຊ
4. ການອານຸບານລູກປາ
-ລູກປາເກັດແລບຫຼັງຈາກແຕກໄດດ້ 2-3 ວັນກໍ່ເລີ່ມໃຫ້ອາຫານ, ອາຫານໄລຍະ 2-3 ວັນທຳອິດແມ່ນໄຮແດງ ແລະ ມອນໄຂ່ທີ່ຕັົ້ມສຸກດີແລ້ວລະລາຍໃສ່ນໍ້າໃຫ້ລູກປາກິນວັນລະ 2-3 ຄັ້ງ. ມື້ທີ່ 5-6 ຕ້ອງຍ້າຍລູກປາໄປອະນຸບານໃສ່ບ່ອນທີ່ກຽມໄວ້, ຖ້າບໍ່ດັ່ງນັ້ນລູກປ່າຍຈະຕາຍ. ໜອງທີ່ຈະຍ້າຍລູກປາໄປອະນຸບານຕ້ອງມີການກຽມ ແລະ ຂ້າເຊື້ອເປັນຢາງດີເຊັ່ນ: ຕ້ອງໃສ່ປູນຂາວ, ຝຸ່ນຄອກ, ປະໃຫ້ນໍ້າຂຽວ 3-4 ວັນ ຈຶ່ງນຳເອົາລູກປາລົງອະນຸບານໃນອັດຕາສ່ວນ 1,000-4,500 ໂຕ/ແມັດ
– ໃຫ້ອາຫານວັນລະ 2-3 ຄັ້ງໂດຍໃຫ້ອາຫານໝູ ແລະ ອາຫານໄກ່, ອາຫານປາດຸກແຊ່ນໍ້າ, ປັ້ນໃຫ້ເປັນກ້ອນຖິ່ມປະໄວ້ແຄມໜອງໃຫ້ລູກປາກິນ, ລູກປາຈະອະນຸບານໃນໜອງປະມານ 45-60 ວັນ 45-61 ວັນ ຈຶ່ງສາມາດນຳອອກໄປລ້ຽງໃສ່ໜອງ, ກະຊັງ ຫຼື ໄປຈຳໜ່າຍໄດ້
5. ເຕັກນິກການລ້ຽງປາແກັດແລບ
5.1 ການລ້ຽງປາລຸ້ນ ຫຼື ປາຮາມ
ໜອງທີ່ເໝາະມີຂະໜາດ 1-2 ໄລ່(1,600 ຕາແມັດ – 3,200 ຕາແມັດ)
ກ. ການກຽມ
* ໜອງຂຸດ
– ເອົາປູນຂາວໂຮຍ 1 ກິໂລກຼາມ/ 10 ຕາແມັດ. ໃຫ້ທົ່ວແລ້ວເອົາຝຸ່ນເທທັບລົງໄປ 1 ກິໂລກຼາມຕໍ່ 10 ຕາແມັດໃຫ້ທົ່ວ.
– ເອົານໍ້າໃສ່ໜອງ 30 ຊັງຕີແມັດ. ປະໄວ້ 3-4 ວັນ. ນໍ້າຂຽວຈຶ່ງເຕີມໃສ່ປະມານ 70 ຊັງຕີແມັດ ຈຶ່ງເອົາລູກປາລົງປ່ອຍໃນອັດຕາສ່ວນ 12-15 ໂຕ/ 1 ຕາແມັດ
* ໜອງເກົ່າ
– ເປັ່ງນໍ້າອອກໃຫ້ໝົດ
– ຕາກໜອງປະໄວ້ 1 ອາທິດແລ້ວຈຶ່ງເອົາປູນຂາວ ແລະ ຝຸ່ນຄອກໂຮຍເອົານໍ້າໃສ່ 30 ຊມ ແລ້ວປະໄວ້ 3-4 ວັນ. ນໍ້າຂຽວແລ້ວຈຶ່ງຄ່ອຍເຕີມນໍ້າໃສ່ໃຫ້ໄດ້ 70 ຊມ ຈຶ່ງນຳປາມາປ່ອຍ 12-15 ໂຕ/1 ຕາແມັດ
ຂ. ການໃຫ້ອາຫານ
ອາຫານປາຮາມ ຫຼື ປາລຸ້ນໄລຍະນີ້ໄດ້ແກ່ຮຳອ່ອນ, ກາກຖົ່ວເຫຼືອງ ແລະ ແໜຫາງເຫີຟັກມຸ້ນໆປະສົມກັນ ຫຼື ອາດປະສົມກັບອາຫານໄກ່ໃຫ້ປາກິນທຸກເຊົ້າ-ແລງ ໃນອັດຕາສ່ວນ 2-3% ຕໍ່ນໍ້າໜັກປາ/ວັນພ້ອມກັນນັ້ນ 2 ອາທິດ ຫາ 1 ເດືອນ ຄວນເຕີມຝຸ່ນຄອກລົງໃນອັດຕາສ່ວນເທົ່າເຄິ່ງໜຶ່ງຂອງທຳອິດ. ແຕ່ລະອາທິດເພີ່ມລະດັບນໍ້າຂື້ນອາທິດລະ 10 ຊມ ຈົນໄດ້ຕາມຄວາມຕ້ອງການ. ເມື້ອລ້ຽງໄດ້ 2 ເດືອນ ຫາ 2 ເດືອນເຄິ່ງລູກປາຈະມີຂະໜາດ 10-15 ຊມ ຈຶ່ງນຳໄປລ້ຽງເປັນປາຊີ້ນ(ປາໃຫ່ຍ ຫຼື ປາທີ່ຕະຫຼາດຕ້ອງການ)
5.2 ການລ້ຽງປາໃຫ່ຍ
– ໜອງທີ່ເໝາະສົມລ້ຽງປາໃຫ່ຍຕ້ອງມີຂະໜາດແຕ່ 1 ໄລ່ຫາ 1 ເຮັກຕາ ຕາມຄວາມເລີກ 11,5 ແມັດ(ເລີກສຸດບໍ່ຄວນໃຫ້ເກີນ 2 ແມັດ)
– ເອົາປາຮາມລົງປ່ອຍລ້ຽງໃນອັດຕາສ່ວນ 3-5 ໂຕ/ 1ຕາແມັດ
– ໃຫ້ອາຫານວັນລະ 1-2 ຄັ້ງ ດ້ວຍອາຫານເສີມປະສົມກັບອາຫານສຳເລັດຮູບຄື: ຮຳ, ເຂົ້າປຽນ ແລະ ພືດຜັກຕ່າງໆ, ອາຫານສຳເລັດຮູບໃນອັດຕາສ່ວນ 2-3%ຕໍ່ນໍ້າໜັກປາ/ວັນ. ໃຊ້ເວລາການລ້ຽງ 9-10 ເດືອນ ກໍ່ສາມາດອອກມາຈຳໜ່າຍໄດ້
– ຕະຫຼອດໄລຍະເວລາການລ້ຽງຄວນໃສ່ຝຸ່ນຄອກເດືອນລະຄັ້ງໃນອັດຕາ 0,5 ກິໂລ/10 ຕາແມັດ ແລະ ໃຊ້ນໍ້າຈຸລິນຊີ(EM) ຫຼື ນໍ້າສະກັດຊີວະພາບປະສົມ 20 ຊີຊີ ປະສົມນໍ້າ 1 ຄຸຫົດສາດໃສ່ຕາມແຄມໜອງເພື່ອປ້ອງກັນບໍ່ໃຫ້ນໍ້າເນົ່າເສຍ
ແຫຼ່ງຂໍ້ມູນ: https://www.facebook.com/photo?fbid=185420486319515&set=pcb.185420599652837
https://th.wikipedia.org/wiki/ปลาลิ่น
https://fishingthai.com/silver-carp-hypophthalmichthys-molitrix/
ການປູກເຂົ້າດ້ວຍວິທີປະຢັດນໍ້າ
ການປູກເຂົ້າແບບດັັ່ງເດີມທີີ່ມີການຂັງນໍ້າ ໂດຍສະເພາະໃນນາແຊງ ພົບວ່າຊາວນາໄດ້ຈ່າຍຄ່ານໍ້າຊົນລະປະທານໃນລາຄາທີີ່ແພງ ເຊິີ່ງສົ່ງຜົນໃຫ້ຕົ້ນທືນການຜະລິດເຂົ້າໃນລະດູແລ້ງເພີີ່ມຂື້ນ ແລະ ເປັນສາຍເຫດໜຶ່ງທີີ່ເຮັດໃຫ້ຊາວນາບໍ່ນິຍົມເຮັດການຜະລິດເຂົ້ານາແຊງ.ການຂັງນໍ້າໄວ້ຕະຫຼອດໄລຍະການປູກເຂົ້ານັ້ນຍັງມີການກ່ຽວພັນກັນກັບການປ່ອຍອາຍ ກາດມີແທນ (CH4) ສູ່ຊັ້ນບັນຍາກາດ ເຊິີ່ງເປັນສາຍເຫດທີີ່ເຮັດໃຫ້ເກີດບັນຫາໂລກຮ້ອນ. ການລູດຜ່ອນການປ່ອຍອາຍກາດມີແທນ (CH4) ຈາກການປູກເຂົ້າສູ່ຊັ້ນບັນຍາກາດເຮັດໄດ້ຢູ່ 4 ວິທີ ເຊິີ່ງສາມາດລູດຜ່ອນໄດ້ເຖິງ 65%
1. ວິທີການສຶກສາ
– ສາທິດການປູກເຂົ້າແບບປະຢັດນໍ້າ ໄດ້ຈັດຕັ້ງປະຕິບັດໃນລະດູແລ້ງ ປີ2022-2023 ຢູ່ 5 ແຂວງຄື: ໄຊຍະບູລີ, ວຽງຈັນ, ນະຄອນຫຼວງວຽງຈັນ, ບໍລິຄໍາໄຊ ແລະ ຄໍາ ມ່ວນ.
– ແປງສາທິດເຮັດຮ່ວມມືກັບຊາວນາຈໍານວນ 67 ຄ ນ ໃນເນື້ອທີ 50.7 ເຮັກຕາ. ນໍາໃຊ້ແນວພັນເຂົ້າຫອມທ່າດອກຄໍາ8, ປູກດວ້ຍການປັກດໍາ, ໃສຝຸນເຄມີສູດປະສົມ 15- 15-15 ຈໍານວນ 200 ກລ/ຮຕ, ຝຸ່ນເລັງສູດ 46% ຈໍານວນ 120 ກລ/ຮຕ.
– ນໍາໄຊ້ທີ່ມີໜ້າຕັດ 15 X ຍາວ 30 ຊມ, ເຈາະຮູດ້ານຂ້າງທໍ່ແລ້ວຝັງລົງດີນໃນຄວາມເລີກ 20 ຊມ ຈົ່ງໄວ້ເທິງໜ້າດີນ 10 ຊມ (ຮູບ1).
– ເອົານໍ້າເຂົ້າແປງສາທິດ ເວລາສັງເກດເຫັນວ່ານໍ້າໃນທໍ່ທີ່ຝັງນັ້ນແຫ້ງ. ເກັບຂໍ້ມູນການໃຫ້ນໍ້າ ແລະ ຜົນຜະລິດເຂົ້າ ໃນແປງສາທິດແບບປຽກສະລັບແຫ້ງ (AWD) ແລະ ໃນແປງ ປູກເຂົ້າທີີ່ໃຫ້ນໍ້າຂັງ (CF).
2. ຜົນການສືກສາ ແລະ ແນະນໍາ
– ຜົນຜະລິດເຂົ້າຢູ່ແປງສາທິດ ທີີ່ນໍາໄຊ້ເຕັກນິກການປູກເຂົ້າແບບປະຢັດນໍ້າໃຫ້ຜົນຜະລິດສະເລ່ຍ 3,284 ກລ/ຮຕ ສູງກ່ອນຜົນຜະລິດໃນແປງສາທິດທີີ່ປູກເຂົ້າແບບຂັງນໍ້າຈໍານວນ 12.8% ທີີ່ໃຫ້ຜົນຜະລິດສະເລ່ຍ 2,909 ກລ/ຮຕ
– ແປງສາທິດທີີ່ມີການປູກແບບປະຍັດນໍ້າ ນໍາໃຊ້ນໍ້າພຽງ 4,583 ແມັດກ້ອນ/ ຮຕ ເຊິີ່ງສາມາດປະຢັດນໍ້າໄດ້ເຖິງ 54.3% ເມືອປຽບທຽບກັບແປງທີີ່ມີການນໍາໃຊ້ນໍ້າແບບປົກກະຕິທີີ່ນໍາໃຊ້ນໍ້າທັງໝົດ 8,432 ແມັດກ້ອນ.
– ການຜະລິດເຂົ້າທີີ່ນໍາໃຊ້ເຕັກນິກແບບປະຢັດນໍ້າ (AWD) ເປັນເຕັກນິກທີີ່ດີເຊິີ່ງຊາວນາຈະເປັນຜູ້ໄດ້ຮັບຜົນປະໂຫຍດ ໂດຍກົງ ສາມາດລຸດຜ່ອນຕົ້ນທືນການຜະລິດເຂົ້າໄດ້ໂດຍສະເພາະລູດຄ່ານໍ້າຊົນລະປະທານໄດ້ເຖິງ 54% ແລະ ໃຫ້ຜົນຜະລິດດີລືີ່ນ 12.8%, ສາມາດລູດການປ່ອຍອາຍແກດເຮືອນແກ້ວ (CH4) ໄດ້2.5-5 ໂຕນ/ເຮັກຕາ
ແຂວງ | ເມືອງ | ບ້ານ | ເນື້ອທີ່(ຮ/ຕ) | ຈຳນວນຊາວນາ
(ຄອບຄົວ) |
ຜົນຜະລິດ(ກລ/ຮຕ) | ປະລິມານການນຳໃຊ້ນໍ້າ(ແມັດກ້ອນ/ຮຕ) | ||
ປະຫຍັດນໍ້າ(AWD) | ຊາວນາ (CF) |
ປະຫຍັດນໍ້າ | ຊາວນາ | |||||
ໄຊຍະບູລີ | ໄຊຍະບູລີ | ນາຍາວ | 10,1 | 13 | 3,796 | 3,407 | 1,036 | 2,540 |
ວຽງຈັນ | ທຸລະຄົມ | ນາຄອງ | 5,0 | 5 | 3,033 | 2,698 | 6,851 | 12,869 |
ນະຄອນຫຼວງວຽງຈັນ | ປາກງື່ມ | ທ່າເດືອສິງຫອມ | 10,4 | 11 | 3,325 | 2,724 | 5,705 | 10,521 |
ບໍລິຄຳໄຊ | ທ່າພະບາດ | ຜາໂປງ | 10,2 | 18 | 3,005 | 2,750 | 3,989 | 6,255 |
ຄຳມ່ວນ | ຍົມມະລາດ | ໂພນແສດ | 3,5 | 6 | 3,307 | 2,877 | 4,534 | 8,643 |
ສະເລ່ຍ/ລວມ | 50,8 | 67 | 3,284 | 2,909 | 4,583 | 8,432 |
ແຫຼ່ງຂໍ້ມູນ: file:///C:/Users/HP/Downloads/ເຕັກນິກການປູກເຂົ້າແບບປະຫຍັດນ້ຳ.pdf
http://www.aecth.org/Article/Detail/138197
https://d.dailynews.co.th/agriculture/339905/
ເພັດມະນີແສງ ຊ້າງໄຊຍະສານ ແລະ ດວງສະຫວັນ ລໍວັນໄຊ ສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ, ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກະຊວງກະສິກໍາ ແລະ ປ່າໄມ
ເຕັກນິກການລ້ຽງ ແລະ ການປະສົມພັນປານິນ
ປານິນເປັນປາທີ່ລ້ຽງງ່າຍ, ແຜ່ຂະຫຍາຍພັນໄວ ແລະ ເພາະພັນໄດ້ເອງໃນທຳມະຊາດ, ເປັນປາທີ່ນິຍົມກັນລ້ຽງ, ຕະຫຼາດຕ້ອງການ, ລາຄາດີ, ເປັນປາທີ່ມີຄວາມທົນທານຕໍ່ສະພາບອາກາດໃນປະເທດເຮົາໄດ້ດີ ສະນັ້ນ, ປານິນຈິ່ງລ້ຽງໄດ້ທຸກພາກໃນປະເທດເຮົາ, ເປັນປາທີ່ນິຍົມກັນບໍລິໂພກທັງພາຍໃນຄອບຄົວ ແລະ ໃນງານລ້ຽງສ້າງສັນຕ່າງໆ. ຊີ້ນປາມີລົດຊາດແຊບ, ກິນງ່າຍ, ລະລາຍດີ ຊີ້ນປາພຸພ່ອຍດີບໍ່ມີໄຂ່ມັນທີ່ເປັນອັນຕະລາຍຕໍ່ຜູ້ບໍລິໂພກ, ຖ້າມີບ່ອນລ້ຽງທີ່ເໝາະສົມ ແລະ ຮູ້ຈັກວິທີການລ້ຽງທີ່ດີຈະສາມາດຕອບສະໜອງອາຫານໃຫ້ຄອບຄົວໄດ້ພຽງພໍ, ລ້ຽງຫຼາຍສາມາດຂາຍສ້າງລາຍໄດ້ໃຫ້ແກ່ຄອບຄົວອີກດ້ວຍ.
1. ສະຖານທີ່ເໝາະສົມ
– ມີແຫຼ່ງນໍ້າທີ່ສະອາດ, ນໍ້າມີຄ່າຄວາມເປັນກົດເປັນດ່າງ 605-8,5 PH
– ອຸນຫະພູມລະຫວ່າງ 24-35 ອົງສາເຊ
– ດິນຕ້ອງອຸດົມສົມບູນຄືດິນປູກພືດ
– ມີແຫຼ່ງອາຫານພຽງພໍ
– ມີຕະຫຼາດຈຳໜ່າຍ, ຂາຍໄດ້ລາຄາດີ
– ປານິນສາມາດລ້ຽງໄດ້ໃນກະຊັງ, ຄອກ, ອ່າງ, ໜອງ
2. ການສ້າງສະຖານທີ່ບ່ອນລ້ຽງປານິນ
2.1 ການລ້ຽງໃສ່ໜອງ
ໜອງລ້ຽງປານິນທີ່ເໝາະສົມຄວນມີຂະໜາດ 20×20 ແມັດ ຫຼື ມີເນື້ອທີ່ແຕ່ 400 ຕາແມັດຂື້ນໄປ, ຄວາມເລີກຂອງໜອງ 1 ແມັດ, ຄວາມເນີນຂອງຄັນໜອງ 1,5 ຫາ 2 ແມັດ. ປານິນເປັນປາກິນພືດໄດ້ດີ ສະນັ້ນຖ້າເຮັດໜອງເລີກເກີນໄປ, ແສງແດດບໍ່ສ່ອງເຖິງພື້ນໜອງພືດນໍ້າຕ່າງໆທີ່ເປັນອາຫານທຳມະຊາດຂອງປາກໍ່ຈະບໍ່ຂື້ນໄດ້.
ຖ້າໜອງໃຫ່ຍຂະໜາດ 2 ໄລ່ ຫາ 1 ເຮັກຕາ, ພື້ນໜອງຫາຄັນໜອງຕ້ອງເປັນລັກສະນະກົ້ນໝໍ້ຂາງ ຫຼື ເປັນພັກ ເພາະວ່າປານິນເປັນປາທີ່ຂະຫຍາຍພັນເອົາເອງ ສະນັ້ນເມື່ອປາປະສົມພັນ ແລະ ລ້ຽງລູກທີ່ແຕກໃໝ່ຈະຢູ່ບ່ອນນໍ້າຕື້ນ ຫຼື ເປັນບ່ອນໃຫ້ປາຂື້ນມາພັກ ແລະ ຫາກິນ.
2.2 ການລ້ຽງໃສ່ກະຊັງ ຫຼື ຄອກ
– ລ້ຽງໃນກະຊັງ ແລະ ຄອກເໝາະສົມສຳລັບຜູ້ທີ່ຢູ່ໃກ້ຽອງໃຫ່ຍ, ນໍ້າໃຫ່ຍສາມາດກາງກະຊັງ ຫຼື ຄອກທີ່ເຮັດດ້ວຍຕາໜ່າງຢາງຕີຂອບໃຫ້ແໜ້ນໜາຈຸ່ມຄອກລົງເລີກ 1 ແມັດ. ບໍ່ໃຫ້ນໍ້າຖ້ວມຄອກ ແຕ່ຖ້າຈະລ້ຽງໃສ່ກະຊັງກໍ່ກາງກະຊັງໃສ່ບ່ອນລ້ຽງທີ່ເຫັນວ່າເໝາະສົມ, ບໍ່ຄວນໃຫ້ພື້ນກະຊັງຈົມພື້ນ ແລະ ຕ້ອງມີການປ້ອງກັນສັດທີ່ຈະເຈາະກະຊັງລ້ຽງປາ ເຊັ່ນ: ນາກນໍ້າ, ງູ….ຂະໜາດຂອງກະຊັງແຕ່ລະອັນເໝາະສົມແມ່ນ 2×4 ແມັດ ຫຼື 4×4 ແມັດ, ຄວາມເລີກແຕ່ 1-1,5 ແມັດ.
– ເມື່ອເອົາປາອອກໝົດແລ້ວແຕ່ລະຄັ້ງຕ້ອງເອົາກະຊັງຂື້ນຕາກແດດປະໄວ້ 5-7 ວັນ ເພື່່ອເປັນການຂ້າເຊື້ອ ແລະ ຄາບອາຫານ, ຂີ້ປາທີ່ຕິດກະຊັງອອກ.
3. ເຕັກນິກການປະສົມພັນ
1. ພໍ່ແມ່ພັນ: ຕ້ອງມີອາຍຸ 4-6 ເດືອນ, ມີນໍ້າໜັກຢ່າງໜ້ອຍ 150-200 ກຼາມ ມີຄວາມຍາວ 15-20 ຊັງຕີແມັດ.
2. ການປະສົມພັນ: ປານິນສາມາດປະສົມພັນໄດ້ທຸກລະດູການແຕ່ເໝາະສົມ ແລະ ອານຸບານປານິນໄດ້ດີແມ່ນແຕ່ເດືອນ 3-ເດືອນ 8. ການປະສົມພັນສາມາດປະສົມພັນໃສ່ສະຖານທີ່ຕ່າງໆດັ່ງນີ້:
– ປະສົມໃສ່ປະຊັງ: ໜອງຂະໜາດ 5×8 ແມັດ ສູງ 2 ແມັດ. ກາງສະຊັງໃຫ້ພື້ນຫ່າງຈາກພື້ນ 1 ແມັດ, ປ່ອຍປາພໍ່ແມ່ພັນໃນອັດຕາ 1 ຕົວ/4ຕາແມັດ. ຕາມອັດຕາສ່ວນປາຜູ້ 2 ໂຕ/ປາແມ່ 3 ໂຕ ຫຼື ຜູ້ 1 ໂຕ/ປາແມ່ 3-5 ໂຕ
– ປະສົມໃນອ່າງ: ອ່າງຂະໜາດ 4×4 ແມັດ ຂື້ນໄປນໍ້າເລີກ 1 ແມັດ ແລະ ຕ້ອງມີເຄື່ອງປໍ້າລົມຕະຫຼອດເວລາ
– ຖ້າອຸນຫະພູມ 27 ອົງສາເຊຂື້ນໄປ ແມ່ປານິນຈະອົມໄຂ່ນານເຖິງ 8 ວັນ. ຈຶ່ງແຕກເປັນໂຕໃນໄລຍະ 3 ອາທິດລົງມາລູກປານິນຈະລອຍຢູ່ກັບແມ່ ແລະ ເຂົ້າລີ້ໃນປາກແມ່ເມື່ອມີສັດຕູ, ອາຍຸ 3 ອາທິດຂື້ນໄປລູກປານິນຈະອອກຈາກແມ່ໄປຕາມລຳພັງ ແລະ ເມື່ອເຖິງ 3-4 ອາທິດເຮົາກໍ່ສາມາດເອົາລູກປານິນໄປລ້ຽງໃສ່ບ່ອນຕ່າງໆໄດ້. ໃຫ້ອາຫານວັນລະ 2-3 ຄັ້ງ ໂດຍແມ່ນອາຫານທີ່ມີໂປຼຕີນສູງປະມານ 3-4% ຕໍ່ນໍ້າໜັກປາ/ວັນ.ດີແທ້ໄລຍະເບື້ອງຕົ້ນຄວນອານຸບານໃສ່ກະຊັງຝຶກແອບໃຫ້ປາກິນອາຫານຕາມທີ່ເຮົາຕ້ອງການ ແລະ ໃຫ້ປາໃຫ່ຍພໍກຸ້ມໂຕເອງຈິ່ງປ່ອຍອອກໃນໜອງ
3. ເຕັກນິກການລ້ຽງ
1. ການກຽມໜອງ
1.1 ໜອງຂຸດໃໝ່
– ເຮັດຮົ້ວອ້ອມໜອງໃຫ້ດີ, ຕັດຕົ້ນໄມ້ທີ່ເປັນພິດຕໍ່ປາຢູ່ໃກ້ແຄມໜອງອອກໃຫ້ໝົດເຊັ່ນ: ຕົ້ນວິກ, ຕົ້ນໄມ້ນໍ້າມັນຕ່າງໆ
– ຫວ່ານປູນຂາວຂ້າເຊື້ອໃນອັດຕາ 10 ຕາແມັດ/ 1 ກິໂລກຼາມ. ຫວ່ານໃຫ້ທົ່ວປະໄວ້ 5-7 ວັນ, ຫວ່ານຝຸ່ນຄອກທັບໃສ່ປູນຂາວໃນອັດຕາສ່ວນ 400 ກິໂລ/ໄລ1ໄລ່ ຫຼື ເທົ່າກັບ 2,5 ກີໂລກຼາມ/10 ຕາແມັດ
– ສ້າງຄອກອາຫານທຳມະຊາດໃສ່ໃນໜອງ ຫຼື ແຈໜອງຂະນາດ 2×2 ແມັດ, ສູງ 2 ແມັດ ເອົາເຟືອງ ລື ໃບໄມ້ແຫ້ງ ແລະ ຝຸ່ນຄອກໃສ່ລົງໄປໃຫ້ຈົນເຕັມ.
– ເອົານໍ້າໃສ່ໜອງໃຫ້ໄດ້ 30-50 ຊັງຕີແມັດ. ປະໄວ້ 5-7 ວັນ ຫຼັງຈາກນັ້ນຈຶ່ງຂ້າສັດຕູຂອງລູກປາທີ່ເກີດໃນໜອງດ້ວຍຢາດີເຕີແລກສ(Dipterex) ໃນອັດຕາສ່ວນ 0,25 ກຼາມ/ນໍ້າ 1 ແມັດກ້ອນ, ຕອນທ່ຽງມື້ຕໍມາຈຶ່ງເອົານໍ້າມັນກະຊວນ ຫຼື ນໍ້າມັນພືດລົງໃສ່ໜອງ 3-5 ລິດ/ເນື້ອທີ່)ໜອງ 1 ໄລ່ ແລະ ຕອນແລງຈຶ່ງເອົາຮໍາອ່ອນໂຮຍໃສ່ນ້ານໍ້າໃຫ້ນໍ້າມັນຈັບຕົວກັນກັບຮໍາຈິ່ງກວາດ ຫຼື ຕັກອອກແລ້ວເຕີມນໍ້າໃສ່ຕາມຕ້ອງການມື້ຕໍ່ມາຈຶ່ງເອົາລູກປາລົງປ່ອຍ. ຖ້າບໍ່ມີຢາດີເຕີແລກສ(Dipterex) ເພື່ອຂ້າສັດຕູປານ້ອຍກໍ່ອານຸບານລູກປາໄວ້ໃນກະຊັງໃຫ້ໃຫ່ຍສາກ່ອນຈຶ່ງປ່ອຍອອກໃນໜອງ.
1.2 ນອງເກົ່າທີ່ເຄີຍລ້ຽງປາມາແລ້ວ
– ເປັ່ງນໍ້າອອກ ຫຼື ດູດນໍ້າອອກຈົນແຫ້ງ, ອານາໄມພື້ນ ແລະ ແຄມນອງໃຫ້ສະອາດປະໄວ້ 1 ອາທິດ. ຫຼັງຈາກນັ້ນຈິ່ງດຳເນີນຕາມທຸກຂັ້ນຕອນຄືໜອງຂຸດໃໝ່.
2. ການປ່ອຍປາລົງລ້ຽງ
ຫຼັງຈາກກຽມໜອງແລ້ວເອົາປານິນທີ່ມີອາຍຸ 45-60 ວັນ ແລະ ມີຂະໜາດ 2-3 ຊັງຕີແມັດ. ລົງລ້ຽງໃນອັດຕາ 2-3 ໂຕ/ຕາແມັດ ຫຼື ປະມານ 5,000 ໂຕ/ໄລ່ ໄລຍະການລ້ຽງຕ້ອງໃສ່ຝຸ່ນຄອກ 200 ກິໂລ/ເດືອນ/ໄລ່ ແລະ ໃສ່ຈຸລິຊີ (EM) ຫຼື ນໍ້າສະກັດຊີວະພາບໃນໜອງລ້ຽງປາ
– ໜອງລ້ຽງປານິນນິຍົມໜອງທີ່ມີຂະໜາດ 400 ຕາແມັດ ຫາ 1 ເຮັກຕາ, ລະດັບນໍ້າ 1 ແມັດ, ຖ້າເລີກໄປກວ່ານີ້ຄວາມດັນຂອງນໍ້າຈະສູງການລ້ຽງປາບໍ່ໄດ້ດີ
– ມີລະບົບນໍ້າເຂົ້າອອກເພື່ອສະດວກຕໍ່ການເກັບກູ້, ການອະນາໄມ ແລະ ກຽມໜອງ
– ຄວນຕັດຕົ້ນໄມ້ໃຫ່ຍອ້ອມໜອງອອກເພື່ອບໍ່ໃຫ້ເປັນຮົ່ມບັງເພາະໜອງຈະບໍ່ໄດ້ຮັບແສງແດດພຽງພໍ
– ອັດຕາການປ່ອຍລ້ຽງ 3-5 ໂຕ/ແມັດກ້ອນ
• ການລ້ຽງໄລຍະຕົ້ນ
– ຮັກສາລະດັບນໍ້າ 40-50 ຊັງຕີແມັດ. ແລ້ວເພີ່ມລະດັບນໍ້າຂື້ນອາທິດລະ 10 ຊັງຕີແມັດ.
– ເອົາລູກປາທີ່ມີອາຍຸ 45-50 ວັນ ປ່ອຍລ້ຽງ
– ເດືອນທີ່ 2 ໃຫ້ອາຫານ 2 ຄັ້ງ/ວັນ, ອາຫານໝູ ຫຼື ອາຫານໄກ່ນ້ອຍ 2 ສ່ວນ+ຮໍາອ່ອນ 1 ສ່ວນ
– ຕິດຕາມສະພາບນໍ້າໃຫ້ສະອາດ(ບໍ່ໃຫ້ເກີດນໍ້າເນົ່າເໜັນ), ນໍ້າຈຸລິນຊີ(EM) ຫຼື ນໍ້າສະກັດຊີວະພາບຫົດໜອງປາ 7-10 ວັນ/ຄັ້ງຕາມມາດຕາສ່ວນ (EM) 1 ລິດ ປະສົມນໍ້າ 10 ລິດຫົດໜອງລ້ຽງປາໃຫ້ທົ່ວ ຫຼື (EM) 1 ລິດ + ນໍ້າ 10 ລິດ/ນໍ້າໃນໜອງ 10 ແມັດກ້ອນ
• ໃນໄລຍະເດືອນທີ່ 2 -3: ຄວນໃສ່ຝຸ່ນຄອກເພື່ອເພີ່ມອາຫານທຳຊາດ, ປັບປຸງສະພາບນໍ້າໃນບ່ອນລ້ຽງໃນອັດຕາສ່ວນ 150-200 ກິໂລກຼາມ/ 1 ໄລ່, ເມື່ອລ້ຽງຄົບ 5 ເດືອນປາຈະມີນໍ້າໜັກ 300 ກຼາມ/ໂຕ ແລ້ວເດືອນທີ່ 6 ຈຶ່ງໃຫ້ອາຫານເມັດທີ່ມີໂປຼຕີນ 25% ເພື່ອເລັ່ງການເຕີບໂຕຂອງປາ.
4 ອາຫານ ແລະ ການໃຫ້ອາຫານ
ອາຫານທີ່ດີຂອງປານິນຄື: ອາຫານທຳມະຊາດເປັນຕົ້ນພືດທີ່ເກີດໃນໜອງ, ໄຮ່ນໍ້າໜອນນໍ້າທີ່ເກີດເມື່ອເຮົາໃສ່ຝຸ່ນຄອງລົງໄປ, ອາຫານສົມທົບມີ: ຮໍາອ່ອນ, ປາປົ່ນ, ເຂົ້າປຽນ, ພືດຜັກຕ່າງໆ, ກາກຖົ່ວ, ກາກໝາກພ້າວ ແຕ່ເມືອລ້ຽງຮອດເດືອນທີ່ 4-5 ຄວນໃຫ້ອາຫານຊະນິດເມັດຢ່າງໜ້ອຍ 1 ເດືອນປະມານ 3% ຂອງນໍ້າໜັກປາ/ວັນ, ໃຫ້ອາຫານວັນລະ 2 ຄັ້ງ. ໃຊ້ເວລາການລ້ຽງ 6-7 ເດືອນ, ປາຈະມີນໍ້າໜັກ 2-3 ໂຕ/ກິໂລ. ສະນັ້ນໝາຍວ່າໃນນອງ 1 ໄລ່ປ່ອຍປາ 5,000 ໂຕຈະໄດ້ປາ 1,3-2 ໂຕນ/ຊຸດໜຶ່ງ
• ການລ້ຽງປານິນໜັນໃນກະຊັງ
– ສະຖານທີ່ບ່ອນລ້ຽງເປັນບ່ອນນໍເາໄຫຼ ຫຼື ໜອງກວ້າງ, ມີອົກຊພຽງພໍ
– ກະຊັງຂະໜາດຍາວ 6 ແມັດ, ກວ້າງ 4 ແມັດ, ສູງ 2 ແມັດ
– ປ່ອຍປາລົງລ້ຽງໃນອັດຕາ 83-84 ໂຕ/ 1 ຕາແມັດ (ປະມານ 2,000 ໂຕ/ກະຊັງ)
– ໃຊ້ເວລາລ້ຽງ 5 ເດືອນ
– ອາຫານສຳເລັດຮູບເມັດລອຍນໍ້າ(ອາຫານປາດຸກ)
ແຫຼ່ງຂໍ້ມູນ: file:///C:/Users/HP/Downloads/1U4ETqJSWIJ2GtYv%20(1).pdf
https://www.facebook.com/photo?fbid=181812620013635&set=pcb.181812793346951
https://nbdcthailand.com/2018/09/13/วิธีการเลี้ยงปลานิล/
ເຕັກນິກການປູກຫວາຍຕະບອງ
ການປກເພື່ອຕັດຍອດ ແລະ ເກັບເສັ້ນເນື່ອງຈາກວາຫວາຍຕະບອງເປັນຫວາຍທີ່ເກີດເປັນສຸມ ເໝາະສົມຕໍ່ການປູກເພື່ອຕດຍອດ ແລະ ຕັດເສັ້ນຫວາຍຊະນິດນີ້ເປັນຫວາຍທີ່ໃຫຍ່ໄວ, ເສັ້ນຫວາຍຈັດຢູ່ໃນປະເພດຫວາຍເສັ້ນໃຫຍ່ຄືກັບຫວາຍທູນໜ້າຕ້າງແຕ່ 3 -4 ຊມ ແລະ ຫວາຍຊະນິດນີ້ ໂຮງານປຸງແຕ່ງໄດ້ນຳເອົາມາເຮັດເປັນໂຄງຮ່າງຂອງຕັ່ງ, ໂຕະຕຽງ ແລະ ອື່ນໆແຕ່ປັດຈຸບັນເສັ້ນຫວາຍໄດ້ມີຈຳນວນໜວຍ ຈິ່ງໄດ້ນຳເອົາເສັ້ນຫວາຍທູນ ແລະ ເສັ້ນຫວາຍແອຊິດມາໃຊ້ແທນເສັ້ນຂອງຫວາຍຕະບອງ. ຫວາຍຕະບອງໄດ້ຖືກຈັດຢູ່ໃນອັບດັບ 1 ຂອງຫວາຍເສັ້ນໃຫຍ່, ສະນັ້ນການປູກຫວາຍຊະນິດດນີ້ງ່າຍກວ່າກາປູກຫວາຍທູນທີ່ເປັນຫວາຍເສັ້ນໃຫຍ່ຄືກັນແຕ່ຫວາຍທູນເປັນຫວາຍທີ່ເກີດດ່ຽວແລະ ໃຫຍ່ຊ້າກວ່າຫວາຍຕະບອງຫວາຍຊະນິດນີ້ເກີດເປັນສຸມໃຫຍ່ ແລະ ຖ້າຈະປູກເອົາເສັ້ນຕ້ອງມີຕົ້ນໄມ້ເພື່ອໃຫ້ຫວາຍປີນປ່າຍ.ຫວາຍຕະບອງຈະພົບເຫັນຢູ່ພາກກາງ.ແຕ່ຜ່ານການປູກເພື່ອລວມພັນຢູ່ທີ່ສູນຄົ້ນຄວ້າປ່າໄມ້ໃນປີ 1997 ເຫັນວ່າມີການຈະເລີນເຕີບໂຕດ້ານຄວາມຍາວດີ ແລະ ຍັງບໍ່ມີໃຜນຳເອົາຫວາຍຊະນິດດນີ້ມາປູກໃນ ສປປ ລາວ.
1. ປັດໃຈທີ່ຄວນເລືອກ
– ເນື້ອທີ່ສວນປູກຈະຕ້ອງເປັນເນື້ອທີ່ປ່າເລົ່າແກ່ ຫຼື ປ່າປະສົມທີ່ມີແສງສະຫວ່າງຜ່ານລົງປະມານ 50 – 70 %
ຈືງສາມາດຈະເລີນເຕີບໂຕໄດ້.
– ລັກສະນະຂອງດິນຊາຍແກມຕົມ
– ມີຕົ້ນໄມ້ສຳລັບປີນປ່າຍ.
2. ເຕັກນິກການປູກ
• ແນວພນ ແລະ ລະດູການ:
– ແນວພັນຕ້ອງມີອາຍຸ 9 – 12 ເດືອນ
– ລະດູການທເໝາະສົມຕໍ່ການເພາະປູກແມ່ນເດືອນ 5(ພຶດສະພາ)
• ໄລຍະຫ່າງການປູກ:
– ໄລຍະຫ່າງຂອງຖັນ ແລະ ແຖວ 2X3 ແມັດ
• ການຂຸດຂຸມ ແລະ ປູກ
– ຂະໜາດຂອງຂຸມ 30X30X30 ຊັງຕີແມັດ.
– ຫົດນໍ້າຫຼັງຈາກປູກແລ້ວ 1 – 2 ຄັງ ຕໍ່ອາທິດ (ຖ້າຝົນບໍ່ຕົກ)
2• ການບົວລະບັດຮັກສາ:
ພາຍຫຼັງປູກຫວາຍແລ້ວ 3 ເດືອນ ໃຫ້ເອົາຝຸ່ນຄອກໃສ່ໃນອັດຕາສ່ວນ 1 ກກ / ຕົ້ນ ຫຼື ຝຸ່ນເຄມີໃສ່ອີກ 1 ຄັ້ງ ຫຼື 200 ກຼານ / ຕົ້ນ (ສູດ15- 15-15 ຫຼື 18- 64- 00)ພ້ອມທັງອະນາໄມບ່ອນທີ່ຢູ່ໃກ້ກັບຕົ້ນຫວາຍນັ້ນອອກ,ຫວາຍຕະບອງເມື່ອປູກໄດ້ 4 ປີ ກໍ່ສາມາດອອກດອກ ແລະ ໝາ
3. ການເກັບກ້ເສັ້ນຫວາຍ
ເສັນຂອງຫວາຍຕະບອງຈະແຂງແຮງ ແລະ ໝັ້ນໜຽວໃນເມື່ອອາຍຸໄດ້ 10 ປີຂື້ນໄປ ຕໍ່ການວັດແທກທົດລອງເຫັນວ່າມີຂະໜາດຄວາມຍາວ 9 ແມັດ ຫຼື ອາດຈະຍາວກວ່ານີ້ຖ້າພື້ນທີ່ເໝາະສົມກວ່າ ແລະ ມີການດູແລຮັກສາດີ.
• ສິ່ງຄວນເອົາໃຈໃສ່
– ຖ້າເຮົາປູກ: 1 ເຮັກຕາ = 1,666 ສຸມ,1 ສຸມສະເລ່ຍມ 11 ລໍາ ແລະ ລໍາທີ່ຍາວກວ່າ4 ແມັດ ມີຈໍານວນ 3 ລໍາ
ແຫຼ່ງຂໍ້ມູນ: file:///C:/Users/HP/Downloads/vLeRLa3ErUIavdVB.pdf
https://www.palmweb.org/cdm_dataportal/taxon/361d71ac-4455-4eca-93f5-e451e6a1eac9
https://translate.google.com/?hl=th&sl=auto&tl=th&text=Calamus%20rudentum%20LourA%20Synopsis%20of%20the%20Rattans%20(Arecaceae%3A%20Calamoideae)%20of%20Laos%20and%20Neighbouring%20Parts%20of%20Indochina&op=translat
ເຕັກນິກການປູກຜັກກາດຂາວ
ຜັກກາດຂາວເປັນຜັກຢູ່ໃນຕະກຸນ Cruciferae ມີຊື່ທາງວິທະຍາສາດວ່າ Brassica pekin_ ensis (Lour) ມີຖີ່ນກຳເນີດ ໃນທະວີບອາຊີຕາເວັນອອກສຽງໃຕ້ມີປູກຫຼາຍໃນ ປະເທດຈີນຕອນໃຕ້, ໃຕ້ຫວັນ, ວຽດນາມ, ສປປ ລາວ, ໄທ. ຜັກສະນິດນີ້ເປັນທີ່ນິຍົມຂອງຄົນສ່ວນຫຼາຍ ໂດຍບໍລິໂພກພາກສ່ວນໃບເປັນຜັກສົດ ຫຼື ໃຊ້ປະກອບອາຫານອື່ນໆ.ຜັກກາດຂາວມີຊື່ເອີ້ນກັນຫຼາຍຊື່ White Cabbage, Celery Cabbage, Peking Cabbage. ຜັກກາດຂາວເປັນຜັກທີ່ມີອາຍຸປີດຽວ(Annual) ໃນບ້ານເຮົາສາມາດປູກໄດ້ຕະຫຼອດປີ ແຕ່ປູກໄດ້ດີທີ່ສຸດແມ່ນຊ່ວງເດືອນຕຸລາ ຫາ ກຸມພາ ຈະເລີນເຕີບໂຕໄດ້ໃນດິນເກືອບທຸກສະນິດ ແຕ່ດິນທີ່ເໝາະສົມທີ່ສຸດແມ່ນດິນຊາຍແກມຕົມທີ່ມີຄວາມອຸດົມສົມບູນສູງ ປະຕິກິຣິຍາຂອງດິນ (pH) 3.0 ຫາ 3.8. ພືດນີ້ຕ້ອງການຄວາມຊຸ່ມຊື່ນຂອງດິນຕ້ອງສູງຕະຫຼອດລະດູປູກຕ້ອງການຮັບແສງແດດຕະຫຼອດວັນ. ອຸ່ນຫະພູມເໝາະສົມ 15 ຫາ 22 C.
- ແນວພັນ
ພັນຜັກກາດຂາວທີ່ໃຊ້ປູກໃນບ້ານເຮົາ ມີ 3 ປະເພດໃຫ່ຍໆຄື
• ພັນຂາວປີຍາວ: ລັກສະນະສູງຮູບໄຂ່ (ພັນມີຊີລີ ຫຼື ຜັກກາດຫົງ, ຜັກກາດຂາວປີຝຣັ່ງ.
• ພັນຂາວປີກົມແໜ້ນ: ລັກສະນະສັ້ນອ້ວນກົມ (ຊາລາເດຍ, ຊົງປີຄອນ ແລະ ອນໆ).
• ພັນຂາວປີຫຼົມ: ເປັນຜັກກາດຂາວທີ່ໃຊ້ປູກທົ່ວໆໄປໃນບ້ານເຮົາເຊັ່ນ:ຜັກກາດຂາວໃຫຍ່, ຜັກກາດຂາວທຳມະດາ ຊື່ງເໝາະສຳຫຼັບປູກໃເຂດທີ່ມີອຸຫະພູມສູງ ຝົນຕົກດີ.
2. ການຕຽມດິນ
ໜານກ້າ
ໄຖຂຸດດິນໃຫ້ດີ ຕາກໄວ້ 5 ຫາ 7 ວັນ ເພື່ອຂ້າເຊື້ອພະຍາດໃນດິນ.ຫຼັງຈາກນັ້ນໃສ່ຝຸ່ນຄອກ ຫຼື ຝຸ່ນບົ່ມທີ່ລະລາຍຕົວດີແລ້ວໃຫ້ຫຼາຍພວນຍ່ອຍດິນໃຫ້ລະອຽດ ໂດຍສະເພາະໜ້າດິນເພື່ອປ້ອງກັນ ບໍ່ໃຫ້ເມັດ ຊື່ງມີຂະໜາດນ້ອຍລົງໄປໃນດິນເລິກເກີນໄປ.
3. ໜານປູກ
ຜັກກາດຂາວ ເປັນຜັກທີ່ມີລະບົບຮາກຕື້ນ ຄວນໄຖເລິກປະມານ 15 ຫາ 20 ຊຕມ. ຕາກດິນໄວ້ 5 ຫາ 7 ວັນ ປະສົມ ຝຸ່ນບົ່ມ ຫຼື ຝຸ່ນຄອກພວນດິນໃຫ້ລະອຽດ.
4. ການປູກ
• ປູກແບບຫວ່ານເມັດພັນໃຫ້ກະຈາຍທົ່ວໜານ: ຊື່ງການປູກແບບີ້ເໝາະສົມສຳລັບເມັດພັນລາຄາຖືກ ຄວນຫວ່ານໃຫມັດກະຈາຍສະໝ່ຳສະເໝີ. ເນື່ອງຈາກເມັດຜັກດັ່ງກ່າວເປັນເມັດນ້ອຍ ຄວນເອົາເມັດພັນປົນກັບດິນຊາຍກ່ອນຫວ່ານເພື່ອໃຫ້ເມັດກະຈາຍສະໜ່ຳສະເໝີ. ໃຊ້ຝຸ່ນຄອກ ຫຼື ຝຸ່ນບົ່ມຫວ່ານທັບລົງໄປໜາປະມານ 0.5 ຫາ 1 ຊຕມ. ເພື່ອຊ່ວຍຮັກສາຄວາມຊຸ່ມຊື່ນ ແລ້ວປົກເຟືອງອີກຊັ້ນໜຶ່ງຫົດນໍ້າດ້ວຍບົວລະອຽດທົ່ວໜານ. ຫຼັງຈາກຕົ້ນກ້າງອກ ແລະ ມີໃບແທ້ 1 ຫາ 2 ໃບ ຈະເລີ່ມມີຮາກ,ໃຫ້ຖອນແຍກເພື່ອຈັດໄລຍະປູກໃຫ້ໄດ້ລະຫວ່າງຕົ້ນ 50 x 50 ຊຕມ.
• ການປູກແບບໂຮຍເປັນແຖວ ຫຼື ຢອດເປັນຂຸມ: ໃຫ້ໂຮຍເມັດໜ້າໜານແລ້ວກົບດ້ວຍຝຸ່ນຄອກ ຫຼື ຝຸ່ນບົ່ມທີ່ສະຫຼາຍຕົວດີແລ້ວ ໃຫ້ໜາ 0.5 ຫາ 1ຊຕມ. ຫຼືອາດຈະຢອດເມັດ ເປັນແຖວຫ່າງກັນແຖວລະ 5 ຫາ 10 ຊຕມ.ເລິກ 0.5 ຫາ 1 ຊຕມ. ເມັດຄວນໂຮຍໃຫ້ຫ່າງກັນພໍສົມຄວນແລ້ວປົກດ້ວຍ ຝຸ່ນບົ່ມ ຫຼື ຝຸ່ນຄອກທີ່ສະຫຼາຍຕົວດີແລ້ວຫົດນໍ້າດ້ວຍບົວຝອຍລະອຽດໃຫ້ທົ່ວໜານ. ປົກໜ້າໜານດ້ວຍເຟືອງແຫ້ງບາງໆ ເພື່ອຊ່ວຍເກັບຮັກສາຄວາມຊຸ່ມຊື່ນໃນດິນ ແລະ ປ້ອງກັນການກະທົບຂອງນໍ້າຕໍ່ຕົ້ນກ້າທີ່ຍັງນ້ອຍຢູ່. ການຍ້າຍເບ້ຍຄວນຍ້າຍຕອນບ່າຍ ຫຼື ຕອນຟ້າບົດ. ເບ້ຍທີ່ເໝາະ ສົມໃນການຍ້າຍປູກຄວນມີອາຍຸປະມານ 30 ຫາ 35 ວັນ.
5. ການບົວລະບັດຮັກສາ
1. ການໃສ່ຝຸ່ນ
ເນື່ອງຈາກຜັກກາດຂາວ ເປັນຜັກກິນໃບ ຕ້ອງການຝຸ່ນຫຼາຍພໍສົມຄວນ ດັ່ງນັ້ນການກຳນົດຝຸ່ນເພື່ອນຳໃຊ້ແມ່ນມີຄວາມຈຳເປັນໃຫ້ຖືກຕ້ອງແນ່ໃສ່ການລຸດຕົ້ນທຶນການຜະລິດ ແລະ ໃຫ້ມີປະສິດທິຜົນສູງດ້ານຜົນຜະລິດໂດຍສະເພາະດ້ານການຈະເລີນເຕີບໂຕທາງໃບ ຫຼື ລຳຕົ້ນ. ດັ່ງນັ້ນ, ຈື່ງແນະນຳໃຫ້ໃຊ້ ຝຸ່ນເຄມີ ສູດ 20-11-11 ຫຼື 13-8-8 ຫຼືສູດທີ່ໃກ້ຄຽງກັນນີ້ໃນຈຳນວນ 300 ຫາ 600 ກິໂລ/ເຮັກຕາ ໂດຍແບ່ງໃສ່ 3 ເທື່ອ: ເທື່ອທີ່:1ໃສ່ເຄິ່ງໜື່ງ ເປັນຝຸ່ນຮອງພື້ນຕອນປູກແລ້ວພວນດິນປົກ. ເທື່ອທີ່:2 ໃຫ້ໃສ່ເມອພືດມີອາຍຸປະມານ 10 ຫາ 20 ວັນ ຈຳນວນເຄິ່ງໜຶ່ງຈາກສ່ວນທີ່ເຫຼືອຄັ້ງທຳອິດ ພ້ອມນີ້ອາດຈະເພີ່ມຝຸ່ນຢູເຣັຍອີກ 80 ຫາ 150 ກລ/ຮຕ ເພື່ອເລັ່ງການຈະເລີນເຕີບໂຕລຳຕົ້ນ ແລະໃບ. ເທື່ອທີ່:3 ໃສ່ເມື່ອ ອາຍຸໄດ້ 25 ຫາ 30 ວັນ ຈາກສ່ວນທີ່ເຫຼືອທີ່ໄດ້ກຳນົດໄວ້ໃນເບື້ອງຕົ້ນນັ້ນ.
2. ການໃຫ້ນໍ້າ
ຄວນໃຫ້ຢ່າງພຽງພໍແຕ່ຢ່າໃຫ້ປຽກເກີນໄປ ໂດຍເບີ່ງຄວາມຊຸ່ມຊື່ນໃນໜານປູກ.
3. ການພວນດິນກຳຈັດຫຍ້າ
ຄວນເຮັດໃນໄລຍະທຳອິດ ເພື່ອເຮັດໃຫ້ດິນລຸລ່ວງຜຸຜຸ່ຍລະບາຍອາກາດ ແລະ ນໍ້າໄດ້ດີພ້ອມກັບການກຳຈັດຫຍ້າໄປພ້ອມໆກັນ. ເມື່ອຕົ້ນພືດມີໃບປົກຄຸມດິນແລ້ວບໍ່ຈຳເປັນເຮັດເລີຍ.
6. ການເກບກັບກຽວ່
ໃຫ້ໃຊ້ມີດຄົມໆ ຕັດທີ່ເຫົ້ງາຕົ້ນຕັດແຕ່ງໃບທີ່ເປັນພະຍາດ ຫຼື ຖືກແມງໄມ້ກັດອອກ. ຄວນປະໃບນອກໄວ້ ເພື່ອປ້ອງກັນການກະທົບໃນລະຫວ່າງການຂົນສົ່ງ. ພັນຂາວປີຫຼົມ ອາຍຸການເກັບກ່ຽວ ປະມານ 40 ຫາ 45ວັນ ຫຼັງຈາກຫວ່ານເມັດ ໂດຍເລີ່ມເກັບກ່ຽວຕົ້ນທີ່ ເລີ່ມແກ່ເຕັມທີ ແລະ ໄດ້ຂະໜາດ. ພັນຂາວປີຍາວ ຫຼື ປີກົມອາຍຸເກັບກ່ຽວປະມານ 50 ຫາ 80 ວັນ ຫຼັງຈາກຢອດເມັດ. ເກັບກຽ່ວໄດ້ໃນເວລາຫົວຫໍ່ແໜ້ນ ແລະ ໃຫຍ່ສູງສຸດ(ກ່ອນຫົວຈະເລີ່ມແຕກຕົວອອກ)
ແຫຼ່ງຂໍ້ມູນ: file:///C:/Users/HP/Downloads/n6KtIZLBH3cre6NK.pdf
https://www.kasetorganic.com/knowledge/chinese-cabbage/
http://eto.ku.ac.th/neweto/e-book/plant/herb_gar/pak_kad2.pdf
https://www.kasetsomboon.com/วิธีปลูก-ผักกาดขาว-ฉบับจ/
ຂໍ້ແນະນຳບາງເຕກັນິກການການປູກຖົ່ວດິນ
ຖົ່ວດິນເປັນພືດລົ້ມລຸກ ມີໝາກເກີດຢູ່ໃນພື້ນດິນ.ເປັນພືດຕະກຸນຖົ່ວທີ່ມີຄຸນຄ່າທາງອາຫານສູງ.ເຊີ່ງປະຊາຊົນມັກໃຊ້ໃນການກິນ ແລະ ປຸງແຕ່ງອາຫານ,ມັນພືດ, ຢາປົວພະຍາດ. ເປັນພືດປະກອບດ້ວຍນໍ້າມັນ 40 – 60 %ອຸດົມສົມບູນດ້ວຍທາດໂປຼຕິ − 25 – 35 %, ມີວິຕະມິນ B ແລະ ວິຕະມິ E.ລຳຕົ້ນຍັງໃຊ້ເປັນອາຫານສັດ ແລະ ເປັນພືດປັບປຸງ
1. ລະດູການປູກ ແລະ ລັກສະນະດິນ
• ຖົ່ວດິນປູກໄດ້ຕະຫຼອດປີ ແຕ່ປູກໄດ້ດີແມ່ນຕົ້ນລະດູແລ້ງຄື ທ້າຍເດືອນ 10 ຫຼື ລະດູຝົນທ້າຍເດືອນ 5 ຕົ້ນເດືອນ 6.
• ລັກສະນະດິນ ຖົ່ວດິນມັກດິນຊາຍແກມຕົມທີ່ລະບາຍນໍ້າດີ ໂດຍສະເພາະແລ້ວດິນນໍ້າຖ້ວມ ແລະ ດິນແຄມນໍ້າດິນແດງ. ດິນບໍ່ຊຸ່ມເກີນໄປ, ປູກໄດ້ໃນດິນທີ່ມີ Ph 6,5 – 7.
2. ແນວພັນ
ແນວພັນທີ່ໃຊ້ປູກໃນປະຈຸບັນ ມີ 2 ຊະນິດຄື:
• ຊະນິດຕັ້ງຊື່ເໝາະແກ່ການປູກຍາມແລ້ງ, ຍາມຝົນ
• ຊະນິດຕົ້ນເລືອ ເໝາະສຳລັບປູກຍາມແລ້ງ.
ສຳລັບແນວພັນຢູ່ຫາດດອກແກ້ວແມ່ນພັນດີສົມຄວນເຊັ່ນ: ພັນຫ້ວຍສົ້ມ,ພັນວຽງຈັນ, ພັນອຸດົມໄຊ 2, ພັນ 80 / ຖດ 5, ພັນດັ່ງກ່າວມອາຍຸ 120 ຫາ 140 ວັນ.
3. ການຕຽມເມດລົງປູກ
ແນວປູກຕ້ອງແກະເລືອກເອົາແຕ່ເມັດຕຶ່ງແຕ່ໃຫ້ມີຄວາມງອກບໍ່ຫຼຸດ 90 % ກ່ອນປູກຄວນປະສົມນໍ້າຢາ ເຊັ່ນ:ເຊວ
ວິນ 85 % ຫຼື ອອນເດັກໃນອັດຕາ 1g / ແນວຖົ່ວດິນ 1 Kg ນອກນັ້ນປົນຢາກັນເຊື້ອເຫັດທຳລາຍອີກເຊັ່ນ: ຊີລິແຊນ ຫຼື ກັບຕັນໃນອັດຕາ 2g /ແນວປູກ 1Kg ເພື່ອກັນພະຍາດ ແລະ ແມງໄມ້
4. ການກຽມດິນ
• ດິນທີ່ຈະປູກຕ້ອງໄຖໃຫ້ເລິກປະມານ 10 – 15 ຊຕມ.
• ຕາກດິນໄວ້ປະມານ 1 ອາທິດຈາກນັ້ນໃຫ້ຄາດ 1 – 2 ຄັ້ງຂື້ນກັບຄວາມເໝາະສົມ, ເຮັດໃຫ້ດິນຮາບພຽງດີປາສະຈາກຫຍ້າ ຫຼື ເສດເຫຼອອື່ນໆ.
• ຖ້າລະດູຝົນຕ້ອງຍົກເປັນຄູປູກຢູ່ເທິງຄູ.
• ໃສ່ຝຸ່ນຄອກປະສົມເວລາໄຖຄາດໃນອັດຕາ 1 Kg / 1m2.
5. ວິທີການປູກ
ຄວນປູກເປັນແຖວ,ຂຸດເປັນຂຸມ ແຕ່ລະຂຸມໃສ່ປະມານ 2 – 3 ເມັດ. ຂຸມເລິກປະມານ 2 ຂໍ້ມື. ເມື່ອຕົ້ນໃຫຍ່ຄວນ ຫຼົກຢອນຕົ້ນອອກໃຫ້ເຫຼືອຂຸມລະຕົ້ນກໍ່ພໍ.
• ຖ້າເປັນພັນຕັ້ງຊື່ໃຫ້ປູກໃນໄລຍະ 60 X 30 Cm.ໂດຍໃຊ້ເມັດພັນ 40 – 50 kg / ha.
• ຖ້າພັນເລືອຕາມດິນໃຫ້ປູກໄລຍະຫ່າງ 80 X 30 Cm.ໂດຍໃຊ້ເມັດພັນ 50 – 60 kg / ha. ຄວນປູກເປັນ 2 ແຖວເຄິ່ງກັນ ເຊິ່ງມີໄລຍະຫ່າງ 25 Cm.
6. ການບົວລະບັດຮັກສາ
ການໃສ່ຝຸ່ນ
ຖົ່ວດິນສາມາດສັງເຄາະເອາທາດອາຊົດ (N) ຈາກອາກາດມາປຸງແຕ່ງເປັນທາດອາຫານໄດ້ .ແຕ່ກໍ່ຄວນໃຊ້ຝຸ່ນ
– ຝຸ່ນພື້ນເມືອງ: ນຳໃຊ້ຝຸ່ນຄອກ, ຝຸ່ນບົ່ມ ໃສ່ເວລາຕຽມດິນໃສ່ໃນອັດຕາ 10 – 20 T / ha.
– ຝ່ນວິທະຍາສາດ: ຄວນໃສ່ຝຸ່ນ 16- 20 – 00 ໃນອັດຕາ 250 Kg /ha. ໃສ່ຮອງພື້ນກ່ອນຄາດສຸດທ້າຍ ສ່ວນການໃສ່ເພີ່ມໃສ່ກ່ອນພືດອອກດອກ 3 – 5 ວັນ ຫຼັງຈາກປູກໄດ້ 4 -5 ອາທິດຝຸ່ນທີ່ໃຊ້ປະເພດຢູເຣຍ 46 %ຈຳນວນ 50 kg/ha
ການເສຍຫ້ຍາພວນດິນ
ເສຍຫຍ້າ 3 ຄັ້ງ ຄວນເສຍຫຍ້າເວລາພືດຍັງນ້ອຍ ຫຼື ຫຼັງຈາກປູກ 10- 15 ວັນ . ຄັ້ງທີ 3 ແມ່ນເວລາກ່ອນພືດ
ອອກດອກ 3 – 5 ວັນ( ຄູນຕົ້ນຄັ້ງທີ 2 ) ຫຼື ຫຼັງຈາກປູກແລ້ວ 30 – 40 ວັນ. ໄລຍະພືດຕິດໝາກທຳອິດ ຫາກມີຫຍ້າຫຼາຍກໍ່ຄວນຫຼົກເອົາອອກ.
ການປ້ອງກັນພະຍາດ ແລະ ແມງໄມ້
ແມງໄມ້ທີ່ມັກທຳລາຍແມ່ນປະເພດສຽ້ນດິນ, ບົ້ງກິນໃບ ບົ້ງຮຳໃບ ແລະເຈາະລຳຕົ້ນ.
– ການປາບ ແລະ ປ້ອງກັນ :
ແມງສ້ຽນດິນ ຄວນໃຊ້ຢາຟູຣາດານ 3 % ຫວ່ານໃນອັດຕາ 15 kg / ha. ບົ້ງກິນໃບ, ຮຳໃບ ແລະ ເຈາະລຳຕົ້ນຄວນສີດຢາອາໂຊດຣິນນາ ລາໄທອອນ ໃນອັດຕາ 2 – 3 ບ່ວງຕັກແກງ / 20 ລິດ, ໃນ 7 – 10 ວັນ / ຄ້ັ້ງ.
ໝາຍເຫດ: ຖາມີວິທີການໃນການນຳໃຊ້ຢາປາບສັດຕູພືດ(ຖົ່ວດິນ ) ແບບພື້ນເມືອງແມ່ນໃຫ້ນຳໃຊ້ວິທີການດັ່ງກ່າວເພື່ອເປັນການຫຼຸດຜ່ອນການນຳໃຊ້ຢາເຄມີ.
7. ການເກບກ່ຽວ
ເລີ່ມເກັບກ່ຽວເມື່ອຝັກແກ່ 60- 70 % ເພືອຢາກຮູ້ວາຝັກແກ່ນັ້ນຄວນຫຼົກ ຫຼື ຂຸດຂື້ນມາ ແລ້ວສັງເກດເບິ່ງຝັກວ່າເມັດເຕັມດີ, ແກະຝັກອອກຈະເຫັນວ່າເປືອກດ້ານໃນເປັນສີນໍ້າຕານແກ່ ສະແດງວ່າພໍເກັບໄດ້. ກ່ອນເກັບກຽ່ວຄວນເອົານໍ້າເຂົ້າໃສ່ກ່ອນໃຫ້ພໍຊຸ່ມຈຶ່ງຫຼົກ ຫຼື ຂຸດ ແລ້ວໃຫ້ຕາກແດດໄວ້ປະມານ 4 – 6ຊົ່ວໂມງຈຶ່ງນຳເອົາມາປິດໝາກ
ແລະ ຕາກໄວ້ປະມານ 3 – 5 ແດດໃຫ້ແຫ້ງ. ຖ້າຈະໃຊ້ເປັນເມັດພັນບຄວນເກັບກາຍ 1 ປີ ແລະ ຄວາມຊຸ່ມຂອງເມັດຕ້ອງມີ 8 – 9 %.
ແຫຼ່ງຂໍ້ມູນ: file:///C:/Users/HP/Downloads/8qTSZrafAwdnJQSE%20(1).pdf
file:///C:/Users/HP/Downloads/KUC00000869.pdf
https://www.mitrpholmodernfarm.com/news/2018/03/ปลูกถั่วลิสงอย่างไรให้ชีวิต-ดี๊ดีย์