ເຕັກນິກການຜະລິດຝຸ່ນອົງຄະທາດ
ຝຸ່ນອົງຄະທາດ: ແມ່ນຝຸ່ນທີ່ໃຊ້ວັດຖຸດີບບາງຢ່າງໃນທໍາມະຊາດມາປະສົມເຂົ້າກັນໃຫ້ມີລະດັບທາດອາຫານໃດໜຶ່ງຕາມຂໍ້ກໍານົດຂອງກົມປູກຝັງ, ການເຮັດເປັນຝຸ່ນອົງຄະທາດໄດ້ມາຈາກ : ຝຸ່ນຄອກ (ຂີ້ສົດຊະນິດຕ່າງໆ ), ແກບເຜົາ, ຮໍາອ່ອນປູນຂາວ , ນໍ້າສະກັດຊີວະພາບຕ່າງໆເປັນຕົ້ນ, ມາປະສົມເຂົ້າກັນໃນອັດຕາສ່ວນທີ່ເໝາະສົມໃຊ້ເວລາບົ່ມທີ່ເໝາະສົມ ໂດຍຜ່ານການຍ່ອຍສະລາຍຂອງຈຸລິນຊີອິນຊີວັດຖຸ , ພືດຈິ່ງສາມາດດູດຊືມເປັນທາດອາຫານໃຫ້ແກ່ພືດໄດ້
1. ອຸປະກອນ ແລະ ວິທີ ການຜະລິດຝຸ່ນອົງຄະທາດ
1.1 ອຸປະກອນທີ່ນໍາໃຊ້
1.2 ສະຖານທີ່: ສະຖານ ທີ່ເຮັດຝຸ່ນອົງຄະທາດ ແມ່ນບ່ອນທີ່ໃກ້ແຫຼ່ງນໍ້າ, ເປັນບ່ອນຮົ່ມ ແລະ ບໍ່ມີນໍ້າຂັງ
2. ວັດຖຸທີ່ນໍາໃຊ້ໃນການເຮັດຝຸ່ນອົງຄະທາດ
ວັດຖຸທີ່ນໍາໃຊ້ໃນການເຮັດຝຸ່ນອົງຄະທາດປະກອບມີດັ່ງລຸ່ມນີ້:
– ແກບທີ່ເຜົາແລ້ວບໍ່ມີສິ່ງເຈືອປົນ.
– ຝຸ່ນຄອກ (ຂີ້ງົວ, ຂີ້ຄວາຍ ) ທີ່ຜ່ານຂະບວນການບົດ ແລະ ຮ່ອນລະອຽດບໍ່ມີສິ່ງເຈືອປົນ.
– ດິນແຄມນໍ້າ ຫຼື ດິນກິນໜອງທີ່ຜານຂະບວນການບົດ ແລະ ຮ່ອນລະອຽດບໍ່ມີສິ່ງເຈືອປົນ.
– ນອກຈາກນັ້ນ, ຍັງໄດ້ນໍາໃຊ້ວັດຖຸດີບເສີ່ມຕື່ມເຊິ່ງປະກອບມີ: ຮໍາອ່ອນ + ປູນຂາວຮອນລະອຽດ + ນໍ້າ BE ທີ່ ສະກັດຈາກຫອຍ ຫຼື ໝາກໄມ້ + ນໍ້າຊີ້ແກບ + ນໍ້າສະອາດ.
3. ວິທີການເຮັດຝຸ່ນອົງຄະທາດ:
1. ເບື້ອງຕົ້ນເຮົາຕ້ອງເຜົາແກບທີ່ນາມາຈາກໂຮງສີເຂົ້າ ການເຜົາແກບແມ່ນໃຫ້ໄໝ້ປະມານ 70% ຈາກນັ້ນກໍ່ມອດໄຟປະໄວ້ໃຫ້ແກບເຢັນ ແລະ ແຫ້ງ (ເອີ້ນວ່າຖ່ານແກບ).
2. ນໍາເອົາດິນກົ້ນໜອງ ແລະ ຝຸ່ນຄອກມາບົດດ້ວຍເຄື່ອງຕີດິນໃຫ້ມຸ້ນ (ຖ້າຫາກວ່າບໍ່ມີເຄື່ອງຕີດິນສາມາດໃຊ້ໄມ້ທຸບໃຫ້ ມຸ້ນໄດ້). ຈາກນັ້ນນໍາວັດຖຸດີບທີ່ກຽມໄວ້ມາຮ່ອນໃຫ້ລະອຽດ (ຜ່ານຕານ່າງຂະໜາດ 0.5 cm).
4. ວິທີການປະສົມ:
ນໍາເອົາວັດຖຸດີບທີ່ກະກຽມໄວ້ມາປະສົມເຂົ້າກັນໃນເຄື່ອງປະສົມຝຸ່່ນໃນອັດຕາສ່ວນທີ່ກໍານົດໄວ້ 5:3:2 (ແກບເຜົາ 50 ກິໂລ + ຝຸ່ນຄອກ 30 ກິໂລ + ດິນກົ້ນໜອງ 20 ກິໂລ ) ນອກຈາກນັ້ນ, ຍັງໄດ້ນໍາໃຊ້ວັດຖຸດີບເສີມຕື່ມເຊິ່ງປະກອບ ມີ: ຮໍາອ່ອນ (5-10 ກິໂລ + ປູນຂາວຮ່ອນລະອຽດ (3-5 ກິໂລ ) + ນໍ້າ BE ທີ່ສະກັດຈາກຫອຍ ຫຼື ໝາກໄມ້(50 ຊີ ຊີີ)+ນໍ້າຊີແກບ (100 ຊີຊີ) + ນໍ້າສະອາດ (20-30 ລິດ). ໃນເວລາປະສົມນັ້ນໃຫ້ມີການຫົດນໍ້າເພື່ອເພີ້ມຄວາມຊຸ່ມໃຫ້ ຝຸ່ນເຮັດໃຫ້ຈຸລິນຊີສາມາດຢູ່ໄດ້ແຕ່ບໍ່ໃຫ້ປຽກເກີນໄປ ໂດຍທົ່ວໄປແລ້ວຄວາມຊຸ່ມຈະຢູ່ໃນລະດັບ 40% ເຮົາສາມາດກວດຄວາມຊຸ່ມດ້ວຍການປີ້ນຝຸ່ນເບີ່ງ ຖ້າເຫັນວ່າຝຸ່ນເປັນກ້ອນແຕ່ບໍ່ໃຫ້ມີນໍ້າຍ້ອຍອອກງ່າມມືເຮົາກໍ່ສະແດງວ່າຄວາມຊຸ່ມນັ້ນພຽງພໍແລວ້ . ພາຍຫຼັງປະສົມຝຸ່ນແລ້ວກໍ່ນໍາເອົາໄປບົ່ມໄວ້ອ່າງທີ່ກຽມໄວ້ (ບົ່ມໄດ້ 1 ອາທິດ ແລ້ວປີ້ນກອງຝຸ່ນບົ່ມົ) ຈາກນັ້ນບົ່ມຝຸ່ນປະໄວ້ 1 ອາທິດ ກໍ່ສາມາດນໍາຝຸ່ນມາໃຊ້ໄດ້ .
5. ການບົວລະບັດຮັກສາ:
ໄລຍະຂອງ ການບົ່ມຝຸ່ນແມ່ນໃຊ້ເວລາ 2 ອາທິດ ໃນການບົ່ມໄລຍະ 1-2 ວັນທໍາອິດຄວນກວດເບິ່ງຄວາມຮ້ອນໃນ ກອງຝຸ່ນໂດຍໃຊ້ມືຈີກເຂົ້າໄປທາງໃນກອງດັ່ງກ່າວ . ຖ້າມີຄວາມຮ້ອນສູງ >70 ອົງສາ ເຮົາຄວນເປີດສິ່ງທີ່ປົກຫຸ້ມອອກ ປະມານ 2-3 ຊົ່ວໂມງ (ຫຼືດີແທ້ແມ່ນໃສ່ທີ່ລະບາຍຄວາມຮ້ອນ ) ເມື່ອຮອດຄົບ 14 ວັນ ຈຶ່ງສາມາດນໍາເອົາຝຸ່ນໄປໃຊ້ເລີຍ.
6. ຄຸນປະໂຫຍດ ແລະ ການນໍາໃຊ້
– ຊ່ວຍປັບປຸງໂຄງສ້າງຂອງດິນ, ເຮັດໃຫ້ດິນມີຄຸນນະພາບດີຂື້ນ, ດິນຜຸຜຸ້ຍ, ຖືກນໍາໃຊ້ໄດ້ຍາວນານ
– ເພີ່ມທາດອາຫານໃນດິນທີ່ພືດຕ້ອງການ ແລະ ສາມາດຫຼຸດຜ່ອນການນໍາໃຊ້ຝຸ່ນເຄມີ
– ສາມາດດູດຊືມນໍ້າໄດີດີເໝາະສົມກັບການປູກພືດທຸກຊະນິດເຊັ່ນ: ຕົ້ນໄມ້ໃຫ້ໝາກ, ສວນຜັກ, ຕາກ້, ນາເຂົ້າ, ດອກ ໄມ້ປະດັບ ແລະ ອື່ນໆ
• ການນໍາໃຊ້ຝຸ່ນອົງຄະທາດ
ຂໍ້ແນະນຳການໃຊ້
ລ/ດ | ປະເພດການນຳໃຊ້ | ອັດຕາການນຳໃຊ້ | ວິທີການນຳໃຊ້ | |
1 | ໂຖດອກໄມ້ | 1 kg/20kg ດິນ | ໃສ່ປົນລົງໂຖດອກໄມ້ກ່ອນການປູກ | |
2 | ສວນຜັກ | 1 kg/1 m2 | ໃສ່ຮອງພື້ນກ່ອນການຫວ່ານ ຫຼື ປູກ | |
3 | ຕາກ້າ | 0,5-1 kg/1 m2 | ໃສ່ຮອງພື້ນກ່ອນການຫວ່ານກ້າ (ໄຖກົບ) | |
4 | ເຂົ້ານາ | 0,5-1 kg/1 m2 | ໃສ່ຮອງພື້ນກ່ອນການປູກດໍາ | |
5 | ໄມ້ກິນໝາກ | 10-20 kg/ຕົ້ນ | ໃສ່ຕາມຮ່ອງທີ່ຂຸດອ້ອມຂອບຊົງພຸ່ມ |
ແຫຼ່ງຂໍ້ມູນ: https://www.rakbankerd.com/agriculture/print.php?id=8319&s=tblplant
http://web.sut.ac.th/csu/new/add/trainning/p1.pdf
file:///C:/Users/HP/Downloads/ແຜ່ນພັບການຜະລິດຝຸ່ນອົງຄະທາດ.pdf